ຊາວສວນຂໍຂຶ້ນຣາຄາຢາງເພື່ອ ຄວາມຢູ່ລອດ

ການ ຕໍ່ລອງ ຣາຄາ ຢາງພາຣາ ຣະຫວ່າງ ຊາວສວນຢາງ ລາວ ກັບ ບໍຣິສັດ ຕ່າງຊາດ ຍັງໄດ້ໜ້ອຍ ເກີນໄປ.

ສວນປູກ ຢາງພາລາ ຢູ່ແຂວງ ຈໍາປາສັກ courtesy Chris Lang

 

ຊາວສວນ ຢາງພາຣາ ເປີດເຜີຍວ່າ ການທີ່ ບໍຣິສັດ ວຽດນາມ ເປີດໂອກາດ ໃຫ້ ຊາວ ກະສິກອນ ລາວ ທີ່ໄດ້ຮັບ ຜົລກະທົບ ຈາກ ຣາຄາ ຢາງພາຣາ ຕໍ່າ ຮ້ອງຮຽນ ໄປຍັງ ບໍຣິສັດ ນັ້ນເປັນ ເຣື່ອງດີ ແຕ່ ກໍຍັງມີ ຄວາມ ຫຍຸ້ງຍາກ ຫຼາຍຢ່າງ ແລະ ການຕໍ່ ລອງ ຣາຄາຂາຍ ຢາງພາຣາ ກໍ ຍັງບໍ່ໄດ້ ດີ ພໍເທົ່າໃດ, ຍັງຖືກ ກົດຣາຄາ ຢູ່ຈົນຮອດ ສູ່ມືນີ້:

"ເຮົາກໍຕິດຕໍ່ ທາງ ບໍຣິສັດ ແລ້ວ ກໍເອົາຣາຄາ ຢູ່ພຸ້ນມາ ຕໍ່ລອງແດ່ ມັນມີຫຼາຍ ຮູບແບບ ເຮົາຕ້ອງ ປະກອບ ເອກສານ ໃຫ້ ມັນຖືກ ຕ້ອງ ສົ່ງຜ່ານແດນ ແນວນັ້ນ ມັນ ຫຍູ້ງຍາກ ໜ້ອຍໜຶ່ງ ເພາະວ່າ ເຮົາໄດ້ ປະກອບ ເອກສານ ໃຫ້ຖືກຕ້ອງ ມັນກໍບໍ່ ຫລາຍແຫລະ ຕໍ່ລອງກໍ ຕໍ່ລອງໄດ້ ປະມານ 400- 500 ກີບ ຕໍ່ກິໂລ".

ຫລັງຈາກ ກຸ່ມ ບໍຣິສັດ ຢາງພາຣາ ວຽດນາມ ໄດ້ອອກຂ່າວ ຈະ ເປີດໂອກາດ ໃຫ້ຊາວ ກະສິກອນ ທີ່ ປູກ ຢາງພາຣາ ຮ້ອງຮຽນ ກ່ຽວກັບ ເຣຶ່ອງ ດັ່ງກ່າວ ໄປຍັງ ບໍຣິສັດ ໄດ້ ໂດຍກົງ ນັ້ນ ທາງ ວິທຍຸ ເອເຊັຽເສຣີ ກໍໄດ້ຖາມ ໄປຍັງຊາວ ກະສິກອນ ລາວ ແລະໄດ້ຮັບ ຄຳຕອບ ວ່າ ແຕ່ກ່ອນ ເມື່ອ ມີບັນຫາ ຊາວ ກະສິກອນ ກໍໄດ້ ພຍາຍາມ ຫາວິທີ ແກ້ໄຂກັນ ເອົາເອງ ບໍ່ຢາກ ສົ່ງໜັງສື ເຖິງ ບໍຣິສັດ ໃນຕ່າງ ປະເທດ ເພາະວ່າມັນ ຫຍຸ້ງຍາກ ຫຼາຍຢ່າງ ຈຶ່ງບໍ່ຄ່ອຍ ພາກັນ ຮ້ອງຮຽນ ໄປ.

ສິ່ງທີ່ຊາວ ກະສິກອນ ຢາກໃຫ້ ທາງ ບໍຣິສັດ ແລະ ທາງການ ຊ່ວຍແກ້ໄຂ ກໍຄື ເຣຶ່ອງ ຣາຄາຂາຍ ຢາງພາຣາ ເພາະ ທີ່ຜ່ານມາ ພວກ ເຂົາເຈົ້າ ຖືກເອົາປຽບ ໂດຍພໍ່ຄ້າ ຄົນກາງ ຈົນເຮັດໃຫ້ ຫຼາຍຄົນ ປ່ຽນໄປ ປູກພືດ ຊນິດອື່ນ.

ປັຈຈຸບັນ ຣາຄາ ຢາງພາຣາ ໃນລາວ ກິໂລນຶ່ງ ຣະຫວ່າງ 6,500 ກີບ ທາງການລາວ ກໍພຍາຍາມ ປະກັນ ຣາຄາ ໃຫ້ຢູ່ ປະມານ 6,700 ຫາ 7,000 ກີບ ຕໍ່ກິໂລ ແຕ່ກໍຍັງ  ຖືວ່າຣາຄາ ຢາງພາຣາ ປີນີ້ ຕົກຕໍ່າ ຫຼາຍທີ່ສຸດ ໃນຮອບ ຫຼາຍປີ ຜ່ານມາ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org