ຖະໜົນມືດຊາວບ້ານກັງວົນ
ຖນົນສາຍ 40 ເຊື່ອມຕໍ່ ນະຄອນຫຼວງ ວຽງຈັນ ຫາ ເມືອງທຸຣະຄົມ ບໍ່ມີໄຟ ເຍືອງທາງ ເຮັດໃຫ້ ປະຊາຊົນ ຢ້ານວ່າມີ ອາຊຍາກັມ ແລະ ອຸປຕິເຫດ.
-
ມະນີຈັນ
2016-09-28 -
-
-
Your browser doesn’t support HTML5 audio
ຖນົນສາຍ 40 ຊຶ່ງ ເປັນຖນົນສາຍຫລັກ ທີ່ເຊື່ອມຕໍ່ ຣະຫວ່າງ ເມືອງ ໄຊທານີ ນະຄອນຫຼວງ ວຽງຈັນ ຫາ ເມືອງທຸຣະຄົມ ແຂວງວຽງຈັນ ບໍ່ມີໄຟ ເຍືອງທາງ ເຮັດໃຫ້ ປະຊາຊົນ ທີ່ໃຊ້ຖນົນ ໃນຕອນກາງຄືນ ຢ້ານມີຜູ້ກໍ່ ອາຊຍາກັມ ຫຼືວ່າເກີດ ອຸບັດຕິເຫດ ຊຶ່ງ ມັກເກີດຂຶ້ນ ຢູ່ເລື້ອຍໆ ໂດຍສະເພາະ ຜູ້ຂັບຂີ່ ຣົດຈັກ. ຕາມການເປີດເຜີຍ ຂອງ ປະຊາຊົນ ເມືອງ ໄຊທານີ ທີ່ໃຊ້ຖນົນສາຍ ດັ່ງກ່າວ ເປັນປະຈໍາ ຕໍ່ RFA ເມື່ອ ວັນທີ 27 ກັນຍາ ນີ້:
"ຂົວທ່າງ່ອນ ຮອດ ເມືອງທຸຣະຄົມ ບໍ່ມີເດ່ ບໍ່ມີເສົາໄຟ ເລີຍແຫລະ ມີແຕ່ເສົາລ້າໆ ເນາະ ບໍ່ມີດອກ ບໍ່ໄດ້ຕິດຕັ້ງ ໄຟເຍືອງທາງ ກໍມີສ່ວນ ເນາະ ອຸບັດຕິເຫດ ເອີ ກໍມີບາງຄັ້ງ ກໍແຮງ ກໍເຖິງຂັ້ນ ເສັຽຊີວິດ ກໍມີແຫຼະ ຄວາມຢ້ານກໍມີ ຄວາມປອດພັຍ ກໍໜ້ອຍ ມັນກໍ ບໍ່ພຽງແຕ່ ຖນົນເດ່ ເວົ້າເຣື່ອງຄົນແນ່ ເວົ້າເຣື່ອງ ຢ່າງອື່ນນໍາ".
ທ່ານເວົ້າຕື່ມວ່າ ປັດຈຸບັນ ຖນົນສາຍ 40 ຊຶ່ງເປັນຖນົນ ສາຍສໍາຄັນ ທີ່ ປະຊາຊົນ ໃຊ້ເດີນທາງໄປ ຕ່າງແຂວງນັ້ນ ການສັນຈອນ ກໍຕິດຂັດ ຍ້ອນຖນົນ ກວ້າງພຽງແຕ່ 8 ແມັຕ. ຂນະດຽວກັນ ໃນຣະດູຝົນ ກໍມີບັນຫາ ນໍ້າຖ້ວມ ຂັງ ຍ້ອນບໍ່ມີ ທໍ່ ຣະບາຍນໍ້າ ແລະ ຣະບົບ ຣະບາຍນໍ້າ ທີ່ດີ. ກ່ຽວກັບເຣື່ອງນີ້ RFA ໄດ້ ໂທຣະສັບ ໄປຖາມ ເຈົ້າໜ້າທີ່ ຜແນກ ໂຍທາທິການ ໃນ ນະຄອນຫຼວງ ວຽງຈັນ ແຕ່ຍັງບໍ່ມີ ຜູ້ໃດສາມາດ ຕອບໄດ້.
ກ່ອນ ກອງປະຊຸມ ສຸດຍອດອາຊຽນ ຣັຖບານລາວ ໄດ້ຕິດຕັ້ງ ໄຟເຍືອງທາງ ຕາມຖນົນ ເສັ້ນສໍາຄັນໆ ໃນ ນະຄອນຫຼວງ ວຽງຈັນ ເປັນຕົ້ນ ຖນົນລ້ານຊ້າງ ແລະ ຖນົນໄກສອນ ພົມວິຫານ. ແຕ່ຖນົນ ໄປທ່າງ່ອນ ຍັງບໍ່ຕິດຕັ້ງ ຫລື ສ່ວນທີ່ຕິດຕັ້ງ ແລ້ວ ເຈົ້າໜ້າທີ່ ບໍ່ເປີດໄຟ.