ເຂົ້າສານ ໃນນະຄອນຫຼວງວຽງຈັນ ແພງຂຶ້ນ

ໄຊຍາ
2019.07.12
ແຮງງານທີ່ຜລິດສະບຽງອາຫານ ໃນລາວ
RFA

ປັດຈຸບັນ ຕາມຕລາດ ແຫ່ງຕ່າງໆ ໃນນະຄອນຫຼວງວຽງຈັນ ຣາຄາເຂົ້າສານ ເພີ້ມຂຶ້ນ ຜິດປົກກະຕິ ບາງປະເພດ ຍັງຂາດຕລາດ ນຳອີກ ເປັນ​ຕົ້ນ ເມືອງ ນາຊາຍທອງ ກໍເປັນອີກເມືອງນຶ່ງ ທີ່ໄດ້ຮັບຜົລກະທົບ ຈາກຣາຄາເຂົ້າແພງ, ດັ່ງເຈົ້າຂອງໂຮງສີເຂົ້າ ເມືອງນາຊາຍທອງ ໄດ້ກ່າວ ຕໍ່ນັກຂ່າວ ອາ​ຣ ແອັ​ຟ ເອ (RFA) ເມື່ອວັນທີ 11 ກໍຣະກະດາ ວ່າ:

"ເພາະວ່າ ຊາວບ້ານແຖວນີ້ ເຂົາກໍກິນເຂົ້າ ທຸກມື້ ແບບນາ ກໍບໍ່ໄດ້ເຮັດ ແບບນໍ້າຖ້ວມ ເຂົາເຈົ້າ ເລັ່ງລະບາຍນໍ້າ ອອກຈາກເຂື່ອນ ເຂື່ອນນໍ້າງື່ມແດ່ ເພາະບ້ານຂ້ອຍ ມັນແປະງື່ມ ຂຶ້ນໄວອີ່ຫຼີ ເຮັດໃຫ້ ເຂົ້າແພງຂຶ້ນ ປີນີ້ ມັນບໍ່ລົງເລີຍ ປີນີ້ ແພງທີ່ສຸດແລ້ວ ໄດ້ໄປເລາະ ຊື້ບ້ານອື່ນ ມາສີຂາຍ.”

ທ່ານກ່າວຕື່ມວ່າ ປັດຈຸບັນ ຣາຄາເຂົ້າໜຽວ ຈາກ 280,000 ກີບ ຂຶ້ນມາເປັນ 330,000 ກີບ ຍ້ອນປີກາຍ ນໍ້າຖ້ວມນາ ເຂົ້າເສັຽຫາຍຫຼາຍ ປະຊາຊົນ ທີ່ຊື້ເຂົ້າໜຽວກິນ ຕ້ອງຊື້ ໃນຣາຄາແພງຂຶ້ນ. ຫາກຈະໃຫ້ ໂຮງສີເຂົ້າຂາຍ ຣາຄາຖືກກວ່ານີ້ ແມ່ນເປັນໄປໄດ້ຍາກ ຍ້ອນກໍາໄຣ ກໍໜ້ອຍຢູ່ແລ້ວ. ຣາຄາຮັບຊື້ເຂົ້າເປືອກ ມາສີກໍສູງ ຢູ່ແລ້ວ ຄືກິໂລນຶ່ງ 3,400 ກີບ. ສ່ວນປະຊາຊົນ ໃນເຂດເມືອງ ນາຊາຍທອງ ທີ່ໄດ້ ຊື້ເຂົ້າກິນ ກ່າວວ່າ  ຣາຄາເຂົ້າ ຢູ່ເມືອງນາຊາຍທອງ ສູງຂຶ້ນແທ້ ຄອບຄົວໃດ ບໍ່ໄດ້ເຮັດນາ ບໍ່ມີເຂົ້າ ສໍາລອງ ກໍຈະມີ ເຂົ້າກິນບໍ່ພຽງພໍ:

"ມັນກໍມີ ບາງຄອບຄົວ ຄັນຄອບຄົວໃດ ທີ່ມີຂາດເຂີນ ມັນກໍຈະກະທົບ ເວົ້າເຣື່ອງການຊື້ຢູ່ຊື້ກິນ ພາກສ່ວນ ທີ່ບໍ່ໄດ້ເຮັດໄຮ່ເຮັດນາຫັ້ນນ່າ ກິນກໍແບບບໍ່ພຽງພໍຫັ້ນເນາະ ພາກສ່ວນ ທີ່ໄດ້ເຮັດໄຮ່ເຮັດນາ ມີເຂົ້າສະຕ໋ອກໄວ້ ຫລືວ່າ ເຂົ້າສໍາລອງ ຫຼືວ່າ ສິບໍ່ພໍເດືອດຮ້ອນ ປານໃດ.”

ໃນຂະນະທີ່ ເຈົ້າໜ້າທີ່ ກະຊວງອຸດສາຫະກັມ ແລະ ການຄ້າ ເວົ້າວ່າ ຣາຄາເຂົ້າ ຢູ່ເມືອງ ນາຊາຍທອງ ຂຶ້ນບໍ່ຫຼາຍ ຍ້ອນແຕ່ລະປີ ທີ່ຜ່ານມາ ຣາຄາເຂົ້າສານ ໃນໄລຍະ ເດືອນກໍຣະກະດາ ຫາ ເດືອນກັນຍາ ຈະສູງແບບນີ້ ເປັນປົກຕິ ເພາະບໍ່ແມ່ນ ຣະດູເກັບກ່ຽວ, ໃຫ້ລໍຖ້າ ເດືອນພຶສຈິກາ ຊຶ່ງເປັນໄລຍະ ຣະດູເກັບກ່ຽວ ຣາຄາເຂົ້າ ກໍຈະຫຼຸດລົງ ຕາມກົລໄກຕລາດ ບໍ່ແມ່ນຍ້ອນນໍ້າຖ້ວມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.