ຣົຖໄຟລາວວຽດນາມກໍາລັງ ອອກແບບ
ໂຄງການ ສ້າງທາງ ຣົຖໄຟ ລາວ-ວຽດນາມ ກໍາລັງ ອອກແບບ ເພີ້ມຕື່ມ ກ່ອນຈະສົ່ງ ໃຫ້ ທາງການ ລາວ ພິຈາຣະນາ.
-
ໄມໂຊລີ
2014-02-28 -
-
-
Your browser doesn’t support HTML5 audio
ບໍຣິສັດ Giant Consolidated Limited ຂອງ Malaysia ຊື່ງເປັນຜູ້ລົງທືນກໍ່ສ້າງເສັ້ນທາງຣົຖໄຟຄວາມໄວສູງລາວ-ວຽດນາມຈາກແຂວງ ສວັນນະເຂດຫາລາວບາວໃນມູນຄ່າ 5,000 ພັນລ້ານດອນລາສະຫະຣັຖຊຶ່ງມີຄວາມຍາວ 200 ກິໂລແມັດນັ້ນຍັງຕ້ອງອອກແບບເພີ້ມຕື່ມ ກ່ອນຈະສົ່ງໃຫ້ກະຊວງໂຍທາທິການແລະຂົນສົ່ງພິຈາຣະນາຕາມການເປີດເຜີຍຂອງເຈົ້າໜ້ທີ່ລາວ:
“ກໍາລັງອອກແບບຣະອຽດ ເພາະວ່າກະຊວງໂຍທາໃຫ້ເຂົາເຈົ້າອອກແບບເສັ້ນທາງຣະອຽດຜ່ານມຄນະ ເຂົາເຈົ້າຍັງອອກແບບ”.
ເຈົ້າໜ້າທີ່ກ່າວຕໍ່ໄປວ່າເຖິງແມ່ນໂຄງການດັ່ງກ່າວຈະໄດ້ວາງສີລາລຶກໄປແລ້ວເມື່ອທ້າຍປີ 2013 ແຕ່ທາງບໍຣິສັດ Malaysia ກໍຍັງບໍ່ໄດ້ມີ ການອອກແບບເສັ້ນທາງຣົດໄຟນັ້ນໂດຍຣະອຽດເທື່ອ.
ບໍຣິສັດ Malaysia ໄດ້ເລື່ອນກໍານົດການກໍ່ສ້າງມາແລ້ວ 2 ເທື່ອແລະໃນເທື່ອນີ້ທາງບໍຣິສັດກໍບໍ່ໄດ້ບອກວ່າການອອກແບບນີ້ຈະສໍາເຣັດເມື່ອ ໃດຊື່ງຄາດວ່າຕ້ອງໃຊ້ເວລາພໍສົມຄວນ.
ອິງຕາມຂໍ້ມູນຈາກທາງການລາວເສັ້ນທາງຣົຖໄຟດັ່ງກ່າວຈະຕັດຜ່ານຫລາຍເມືອງໃນແຂວງສວັນນະເຂດຄື:ເມືອງໄກສອນພົມວິຫານ,ເມືອງ ອຸທຸມພອນ,ເມືອງຜະລານໄຊ,ເມືອງອາສພັງທອງ,ແລະເມືອງເຊໂປນ,ໄປຫາເມືອງລາວບາວຂອງວຽດນາມ.