ຈີນ ສໍາຣວດແລວທາງຣົດໄຟ ພາກເໜືອ
ນັກ ຊ່ຽວຊານ ວິສວະກອນ ຈີນ ເລີ້ມວຽກງານ ສໍາຣວດ ພື້ນທີ່ ສໍາລັບ ແລວ ທາງ ຣົດໄຟ ທີ່ ຈະສ້າງ ໃນ ແຂວງ ອຸດົມໄຊ.
-
ສິດນີ
2016-04-07 -
-
-
Your browser doesn’t support HTML5 audio
ປັດຈຸບັນ ນັກ ຊ່ຽວຊານ ຂອງຈີນ ໄດ້ ຕັດເສັ້ນທາງ ຈາກ ຖນົນໃຫຍ່ ໄປຍັງເຂດ ທີ່ຈະສ້າງ ທາງ ຣົດໄຟ ຢູ່ ເມືອງງາ ແຂວງ ອຸດົມໄຊ ເພື່ອຕຽມ ວຽກງານ ທາງດ້ານ ກໍຣະນີສາດ ຕາມແລວ ເສັ້ນທາງ ຣົດໄຟ ລາວ-ຈີນ ກ່ອນ ຈະລົງມື ກໍ່ສ້າງ ໃນ ໄວໆນີ້. ເຈົ້າຫນ້າທີ່ ແຂວງ ອຸດົມໄຊ ທ່ານນຶ່ງ ກ່າວຕໍ່ ເອເຊັຽເສຣີ ໃນ ວັນທີ 6 ເມສາ ນີ້ວ່າ:
"ຂະເຈົ້າທະລຸທາງເຂົ້າ ຫາ ບ່ອນຈຸດ ວຽກ ທໍຣະນີ ແປດເສັ້ນ ເກົ້າເສັ້ນເນາະ ເຂົາ ທະລຸທາງ ໄປຊື່ໆ ທະລຸເຂົ້າໄປ ຫາ ຈຸດຂະເຈົ້າ ຈະເຈາະວຽກ ທໍຣະນີສາດ ຫັ້ນເນາະ ໂຕນີ້ເພີ່ນ ກະດຳເນີນ ຢູ່".
ທ່ານກ່າວ ຕື່ມວ່າ ວຽກງານ ທາງດ້ານ ທໍຣະນີສາດ ນີ້ ເຈົ້າຫນ້າທີ່ ຈີນ ຍັງບໍ່ໄດ້ ເປີດເຜີຍ ຕໍ່ທາງການ ແຂວງ ອຸດົມໄຊ ແຕ່ຢ່າງໃດ ຍັງບໍ່ຮູ້ວ່າ ຈະໃຊ້ ເວລາ ຫຼາຍປານໃດ ສ່ວນທາງ ທີ່ຂະເຈົ້າ ຕັດຜ່ານ ເຂົ້າໄປນັ້ນ ເປັນທາງ ຊົ່ວຄາວ ເພື່ອໃຊ້ສຳລັບ ຣົດ ກໍ່ສ້າງແລ່ນ ເຂົ້າ-ອອກ.
ເຈົ້າຫນ້າທີ່ ແຂວງ ອຸດົມໄຊ ອີກ ທ່ານນຶ່ງ ກ່າວວ່າ ເຈົ້າຫນ້າທີ່ ຈາກ ກົມ ຣົດໄຟ ຂອງລາວ ກໍໄດ້ລົງມາ ເຮັດວຽກ ກັບ ຝ່າຍຈີນ ແຕ່ຍັງ ບໍ່ໄດ້ ເປີດເຜີຍ ຂໍ້ມູນ ຕໍ່ ທາງ ການແຂວງ ກ່ຽວກັບ ເຣື້ອງນີ້. ແຂວງ ອຸດົມໄຊ ເປັນ ແຂວງນຶ່ງ ທີ່ຈະມີ ເສັ້ນທາງ ຣົດໄຟ ລາວ-ຈີນ ຜ່ານ ເລີ້ມຈາກ ບ້ານນາຫມໍ້ ຜ່ານ ເມືອງໄຊ ໄປຫາ ເມືອງງາ ຈະມີ ສະຖານີ ຣົດໄຟ ທີ່ ບ້ານນາຫມໍ້ ແລະ ເມືອງງາ ເມືອງລະ 1 ສະຖານີ.
ເຈົ້າຫນ້າທີ່ ທ້ອງຖິ່ນ ຣາຍງານວ່າ ຫລ້າສຸດ ພວກ ກຳມະກອນ ຈີນ ໃນ ໂຄງການນີ້ ກໍເລີ້ມ ເຂົ້າມາເປັນ ບາງສ່ວນ ແລ້ວດ ຊຶ່ງ ເປັນ ສັນຍານ ບອກວ່າ ໂຄງການ ຣົດໄຟ ລາວ-ຈີນ ຈະເລີ້ມລົງມື້ ສ້າງ ໃນໄວໆນີ້.