ພະນັກງານໃບຕາດິນ ສໍ້ໂກງ

ໄຊຍາ
2019.06.12
F-Sommad ທ່ານ ສົມມາດ ພົນເສນາ ຣັຖມົນຕຣີ ກະຊວງ ຊັພຍາກອນທັມມະຊາດ ແລະ ສິ່ງແວດລ້ອມ ຣາຍງານຕໍ່ກອງປະຊຸມ ສະພາເທື່ອ 7 ຂອງສະພາແຫ່ງຊາດ ຊຸດທີ 8 ເມື່ອວັນທີ 10 ມິຖຸນາ 2019
ຮູບພາບຈາກ : ຂ່າວສານປະເທດລາວ

ບັນຫາການອອກໃບຕາດິນຊໍ້າຊ້ອນ ແມ່ນຍ້ອນມີເຈົ້າໜ້າທີ່ ຜແນກຊັພຍາກອນ ທັມມະຊາດ ແລະ ສິ່ງແວດລ້ອມ ຂັ້ນແຂວງ ຣະເມີດ ກົດໝາຍ. ໂດຍມີການຮັບເງິນຈາກ ບຸກຄົນໃດນຶ່ງ ເພື່ີອດຳເນີນການ ອອກໃບຕາດິນ ອັນທີສອງ, ອີງຕາມ ທ່ານ ສົມມາດ ພົນເສນາ ຣັຖມົນຕຣີ ກະຊວງຊັພຍາກອນທັມມະຊາດ ແລະ ສິ່ງແວດລ້ອມ ຣາຍງານຕໍ່ກອງປະຊຸມສະພາເທື່ອ 7 ຂອງສະພາແຫ່ງຊາດ ຊຸດທີ 8 ເມື່ອວັນທີ 10 ມິຖຸນາ ວ່າ:

"ສາເຫດທີ່ວ່າພາໃຫ້ມີໃບຕາດິນ ຊໍ້າຊ້ອນຫັ້ນ ມີການແຈ້ງເຮັດວ່າມີໃບຕາດິນ ເສັຽແລ້ວ ເອົາໃບຕາດິນໄປຄໍ້າປະກັນ ເພື່ອກູ້ຢືມເງິນນໍາ ຣະຫວ່າງ ບຸກຄົນນຳກັນ ໂດຍບໍ່ຜ່ານການຈົດທະບຽນ ທີ່ດິນ."

ທ່ານເວົ້າຕື່ມວ່າ ພະນັກງານຣັຖກອນ ທີ່ມີສ່ວນກ່ຽວຂ້ອງ ກັບການອອກໃບຕາດິນ ຍັງຖືເບົາເຣື່ອງຈັນຍາບັນ, ບໍ່ເຂັ້ມງວດໃນການປະຕິບັດ ກົດໝາຍ. ເຮັດໃຫ້ຜູ້ຖືຄອງທີ່ດິນຕອນດຽວ ມີໃບຕາດິນສອງໃບ ແລ້ວໄປດຳເນີນການ ຂໍກູ້ຢືມເງິນໂດຍບໍ່ມີການ ກວດສອບຄືນ.

"ແຕ່ໂຕຈິງແລ້ວ ໃບຕາດິນສະບັບເດີມ ຍັງຢູ່ນຳເຈົ້າໜີ້ ຈາກນັ້ນກໍ່ໄດ້ເອົາໃບຕາດິນໃໝ່ ນີ້ໄປຄໍ້າປະກັນ ນຳທະນາຄານອື່ນອີກ ອັນນີ້ ໝາຍຄວາມວ່າ ຜູ້ດຽວມີໃບຕາດິນ ສອງໃບ."

ມາຮອດປັດຈຸບັນມີໃບຕາດິນ ທັງໝົດ ທົ່ວປະເທສ ຖືກນຳໄປຄໍ້າປະກັນ ກູ້ຢືມເງິນທະນາຄານ ແລະ ບໍຣິສັດປະມານ 4 ແສນ ຣາຍການ ເຊິ່ງພົບເຫັນໃບຕາດິນຊໍ້າຊ້ອນ 150 ກໍຣະນີ.

ນອກຈາກນີ້ການອອກໃບຕາດິນ ກໍ່ຍັງມີຂໍ້ຫຍຸ້ງຍາກ ຍ້ອນການກວດກາ ແລະເກັບກໍາຂໍ້ມູນ ທີ່ດິນບໍ່ຊັດເຈັນ ການເກັບຂໍ້ມູນເອກກະສານ ບໍ່ເປັນຣະບົບ ຍັງບໍ່ມີເຄື່ອງວັດແທກທີ່ທັນສະໄໝ. ຕໍ່ບັນຫາດັ່ງກ່າວ ໄດ້ມີປະຊາຊົນ ໂທຮ້ອງຮຽນມາຍັງ ສາຍດ່ວນ ຂອງສະພາແຫ່ງຊາດ ປະມານ 300 ກໍຣະນີ ກ່ຽວກັບບັນຫາ ເຣື່ອງທີ່ດິນ ໃນປີຜ່ານມາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.