ລາຄາສິນຄ້າ ຫຼາຍຢ່າງປັບຂຶ້ນ ຕໍ່ເນື່ອງ ຫຼັງປີໃໝ່

ມາລາຄາສິນຄ້າ ຫຼາຍລາຍການ ປັບຂຶ້ນສູງຢ່າງຕໍ່ເນື່ອງ ທັງໄຂ່ໄກ່, ໄກ່ພັນ, ຊີ້ນງົວ, ຊີ້ນໝູ, ແກັສຫຸງຕົ້ມ, ນໍ້າມັນເຊື້ອໄຟ ເຮັດໃຫ້ປະຊາຊົນ, ຣັຖກອນ ແລະ ພໍ່ຄ້າ, ແມ່ຄ້າ ຣາຍຫຍ່ອຍ, ຣາຍໃຫຍ່ ໄດ້ຮັບຜົລກະທົບ ຕາມໆ ກັນ.

ໂຕຢ່າງ ແມ່ຄ້າຂາຍຊີ້ນໝູ ທີ່ຕລາດບຶງທາດຫຼວງ ພວມນັ່ງຂາຍຊີ້ນໝູໃນລາຄາ ທີ່ທາງການກຳນົດໄວ້ ຢ່າງເປັນທັມ ທັງຜູ້ຂາຍ ແລະ ຜູ້ຊື້ (TS), ເດືອນພຶສພາ 2021. RFA

ຕັ້ງແຕ່ວັນທີ 1 ມົກກະຣາ ທີ່ຜ່ານມາລາຄາສິນຄ້າ ຫຼາຍລາຍການປັບຂຶ້ນສູງຢ່າງຕໍ່ເນື່ອງ ທັງໄຂ່ໄກ່, ໄກ່ພັນ, ຊີ້ນງົວ,  ຊີ້ນໝູ, ອາຍແກັສຫຸງຕົ້ມ, ນໍ້າມັນເຊື້ອໄຟ ເຮັດໃຫ້ປະຊາຊົນ ຣັຖກອນ ແລະ ພໍ່ຄ້າແມ່ຄ້າຣາຍຫຍ່ອຍ ຣາຍໃຫຍ່ໄດ້ຮັບຜົລກະທົບຕາມໆ ກັນ. ເປັນຕົ້ນປັດຈຸບັນລາຄາໄກ່ພັນສຸດໄຂ່ຂາຍຢູ່ໜ້າຟາຣ໌ມໂຕລະ 28,000-30,000 ກີບຈື່ງເຮັດໃຫ້ແມ່ຄ້າພໍ່ຄ້າຣາຍຫຍ່ອຍມາຮັບຊື້ໄກ່ພັນໄປຂາຍຕໍ່ຕ້ອງເພີ່ມລາຄາຂາຍໃນທ້ອງ ຕລາດຢູ່ກິໂລລະ 35,000 ກີບຈາກເດີມແມ່ນກິໂລລະ 24,000-27,000 ກີບເທົ່ານັ້ນ.

ສາເຫຕທີ່ເຮັດໃຫ້ລາຄາໄກ່ພັນ ເພີ່ມຂຶ້ນໃນມຸມມອງຂອງພໍ່ຄ້າແມ່ຄ້າ ຣາຍໃຫຍ່ມີຟາຣ໌ມໄກ່ ແລະຟາຣ໌ມໄຂ່ເປັນຂອງໂຕເອງ ກໍຍ້ອນວ່າລາຄາຫົວອາຫານລ້ຽງໄກ່ ທີ່ຊື້ຈາກນັກລົງທືນຈີນແລະວຽດນາມ ພາຍໃນສູງຂຶ້ນຈາກເດີມທີ່ເຄີຍຊື້ເປົາລະ 95,000 ກີບ ມາເພີ່ມຂຶ້ນເປັນ 150,000 ກີບອີກທັງໄກ່ແຕ່ລະໂຕໃນຟາຣ໌ມຕ້ອງໃຊ້ໄຟ ໃນການເບິ່ງແຍງແຕ່ທາງ ການລາວບໍ່ມີນະໂຍ ບາຍຮ່ວມມືກັບພາກໄຟຟ້າເພື່ອຫຼຸດລາຄາໄຟຈຶ່ງເຮັດໃຫ້ລາຄາໄຟເພີ່ມຂຶ້ນ ລາຄາໄກ່ພັນເພີ່ມຂຶ້ນ.

ດັ່ງຜູ້ປະກອບການຟາຣ໌ມໄກ່ພັນແລະຟາຣ໌ມໄຂ່ໄກ່ຢູ່ນະຄອນຫຼວງວຽງຈັນກ່າວຕໍ່ວິທ ຍຸເອເຊັຽເສຣີໃນວັນທີ 14 ມົກກະຣາ ນີ້ວ່າ:

ມັນມີຂອງຈີນກັບຂອງວຽກເຂົາເຈົ້າສົ່ງ (ຫົວອາຫານ) ໝົດເດ້ແຕ່ລະຟາຣ໌ມຕະກີ້ຫັ້ນອາຫານ 90 ປາຍພັນເນາະຄ່າຄົນວຽດ-ຄົນຈີນມາແລ້ວມັນມີຫຼາຍບໍຣິສັດຄູ່ແຂ່ງເຂົາເຈົ້າຂຶ້ນ ໆ ຫຼາຍແລ້ວບາດນີ້ແບບວ່າເຂົາເຈົ້າຊິເຮັດໃຫ້ຄົນລາວລ້ຽງໄກ່ບໍ່ໄດ້ຫັ້ນນ່າແຕ່ກ່ອນຄ່າໄຟນີ້ປີ ກາຍມານີ້ຂຶ້ນຫຼາຍຂຶ້ນເຄີ່ງນຶ່ງພຸ້ນນ່າຈາກທີ່ເຄີຍຈ່າຍ 5 ແສນກີບດຽວນີ້ເປັນລ້ານປາຍເປັນນຳຣັຖບານເຮົານີ້ບໍ່

ຍານາງໄດ້ກ່າວຕື່ມວ່າ ຫາກລາຄາໄກ່ພັນຂຶ້ນລາຄາໄຂ່ໄກ່ ກໍຕ້ອງຂຶ້ນຕາມກັນຍ້ອນໄກ່ ແລະໄຂ່ແມ່ນລ້ຽງຄຽງຄູ່ກັນ ຈຶ່ງສັງເກຕໄດ້ວ່າປັດຈຸບັນລາຄາໄຂ່ໄກ່ ຂນາດລູກໃຫຍ່ຮວມຂາຍຢູ່ໜ້າ ຟາຣ໌ມແຕະລະ 30,000 ກີບ ແລ້ວຊຶ່ງກຳລັງເຮັດໃຫ້ແມ່ຄ້າພໍ່ຄ້າຣາຍຍ່ອຍທີ່ມາຮັບຊື້ໄຂ່ໄກ່ ໄປຂາຍຕໍ່ຕ້ອງເພີ່ມລາຄາຂາຍໃນທ້ອງຕລາດຢູ່ທີ່ແຕະ 34,000-37,000 ກີບຈາກເດີມແມ່ນແຕະລະ 32.000 ກີບເທົ່ານັ້ນ.

ດັ່ງນັ້ນຫາກພາກສ່ວນທີ່ກ່ຽວຂ້ອງ ບໍ່ແກ້ໄຂບັນຫາເຣື່ອງລາຄາຫົວອາຫານ ໃຫ້ຫຼຸດລົງກໍຈະເຮັດໃຫ້ຄ່າຄອງຊີບຂອງຄົນລາວເພີ່ມຂຶ້ນ ຢ່າງຕໍ່ເນື່ອງ. ເນື່ອງຈາກຫົວອາຫານທີ່ຜູ້ປະກອບການ ໃຊ້ລ້ຽງໄກ່ນັ້ນແມ່ນເປັນຂອງນັກລົງທືນຈີນ ແລະວຽດນາມທັງໝົດ. ໃນຕໍ່ໜ້າຄົນລາວ ຈະແບກຮັບຄ່າຫົວອາຫານ ບໍ່ໄຫວ ແລະຈະເຮັດໃຫ້ຜູ້ບໍຣິໂພກຕ້ອງໄດ້ໄປຊື້ໄຂ່ ໃນແຕະລະ 50,000 ກີບນຳນັກລົງທືນຈີນ ແລະວຽດນາມເປັນລຳດັບຕໍ່ໄປ.

ດັ່ງຜູ້ປະກອບການຟາຣ໌ມໄກ່ພັນແລະຟາຣ໌ມໄຂ່ໄກ່ຢູ່ນະຄອນຫຼວງວຽງຈັນກ່າວຕື່ມວ່າ:

ຫຼັກ ໆ ຢາກໃຫ້ລົງມາກວດອັນຊອກບໍຣິສັດ ຫົວອາຫານໃຫ້ລົງລາຄາຫັ້ນນ່າ ໃຫ້ປະຊາຊົນເຮົາໃຫ້ມັນພໍຢູ່ໄດ້ກໍໄດ້ຈັ່ງຊິນ່າຕົ້ນທືນ ແມ່ໄກ່ມັນກໍສູງແລ້ວບາດນີ້ຄັນເຮົາຊິມາຂາຍ ໄຂ່ໄກ່ຖືກກໍບໍ່ໄດ້ບາດນີ້ຊົ່ວເຮົາຊິເກັບທືນໄດ້ແມ່ນບໍ່ລະ ເຂົາເຈົ້າຊິເຮັດໃຫ້ຄົນລາວສູ້ບໍ່ໄດ້ຫັ້ນນ່າເຂົາເຈົ້າຊິລ້ຽງເອງ.

ສະພາບໂຕຈິງຊີ້ນງົວ ເພື່ອບໍຣິໂພກພາຍໃນລາວຖືວ່າອຶດ ຍ້ອນງົວບໍ່ພຽງພໍຕໍ່ຜູ້ບໍຣິໂພກໂຮງງານ ຂ້າສັດຈຶ່ງຂຶ້ນລາຄາຊີ້ນງົວອີກທັງ ຄ່າຂົນສົ່ງຊີ້ນງົວຈາກປາກຊ່ອງມາຂາຍ ຢູ່ນະຄອນຫຼວງວຽງຈັນແມ່ນມີລາຄາສູງກໍເຮັດໃຫ້ພໍ່ຄ້າແມ່ຄ້າທີ່ຮັບຊື້ງົວ ຈາກໂຮງຂ້າສັດເພື່ອມາຂາຍໃນທ້ອງຕລາດ ພາຍໃນນະຄອນຫຼວງວຽງຈັນຈຳເປັນຕ້ອງຂຶ້ນລາຄາຊີ້ນງົວ ໄປນໍາເປັນຕົ້ນຊີ້ນ ງົວອ່ອນໆ ກ້ອນງາມປັບຂຶ້ນກິໂລລະ 90,000 ກີບ ຈາກເດີມ 82,000-85,000 ກີບຕໍ່ກິ ໂລ ແລະຊີ້ນງົວບໍ່ງາມປັບຂຶ້ນເປັນກິໂລລະ 75,000 ກີບຈາກເດີມ 60,000 ກີບຕໍ່ກິໂລ.

ຊຶ່ງການເປັບຂຶ້ນລາຄາຊີ້ນງົວ ດັ່ງກ່າວນັ້ນກໍບໍ່ໄດ້ເຮັດໃຫ້ແມ່ຄ້າ ພໍ່ຄ້າຣາຍຍ່ອຍ ທີ່ຂາຍຊີ້ນງົວຢູ່ຕາມທ້ອງຕລາດໄດ້ກຳໄລ ຫຼວງຫຼາຍຂຶ້ນແຕ່ພັດໄດ້ກຳໄລຫຼຸດລົງ ເຫຼືອກິໂລລະ 3.000 ກີບ ຈາກເດີມໄດ້ກຳໄລກິໂລລະ 7,000-8,000 ກີບ. ສາເຫຕກໍຍ້ອນຊີ້ນງົວລາຄາແພງຜູ້ບໍຣິໂພກກໍຫຼຸດລົງອີກທັງປັດຈຸບັນໂຕເອງສັ່ງຊີ້ນງົວມາຂາຍແຕ່ພຽງມື້ລະ 20-30 ກິໂລເທົ່ານັ້ນ ຈາກເດີມຂາຍມື້ລະ 70-100 ກິໂລ.

ດັ່ງແມ່ຄ້າຣາຍຍ່ອຍຂາຍຊີ້ນງົວ ຢູ່ຕລາດພາຍໃນ ນະຄອນຫຼວງວຽງຈັນ ໄດ້ກ່າວໃນມື້ດຽວກັນວ່າ:

ໄປເລາະຊື້ລະກໍຊົ່ວຊິໄດ້ງົວມາສັ່ງມາສົມມຸດມາແຕ່ປາກຊ່ອງຈັ່ງຊິກໍຄ່ານໍ້າໝອກນໍ້າມັນແຕ່ກີ້ເດ້ກຳໄລໂລະ 7,000-8,000 ເຫຼືອແຕ່ 3,000 ກີບຂນາດໝູໄກ່ອອກເທື່ອລະຫຼາຍໂຕມັນກໍຍັງບໍ່ທັນຄົນກີນອັນນີ້ຊີ້ນງົວປີນຶ່ງໂຕນຶ່ງອອກເທື່ອນຶ່ງໝູມັນກໍວ່າ 6 ເດືອນອອກເທື່ອນຶ່ງ.

ຍານາງກ່າວຕື່ມວ່່າພາກສ່ວນທີ່ກ່ຽວຂ້ອງຄວນສົ່ງເສີມໃຫ້ຄົນລາວລ້ຽງງົວໃຫ້ໄດ້ຕາມທີ່ ຕລາດຕ້ອງການເພື່ອໃຫ້ຜູ້ບໍຣິໂພກໄດ້ກິນຊີ້ນງົວທີ່ລາຄາຖືກສົມດຸນກັບເງິນເດືອນແລະພໍ່ຄ້າ ແມ່ຄ້າຣາຍຍ່ອຍມີຣາຍໄດ້ພໍລ້ຽງຊີບແລະສ້າງຄອບຄົວໃຫ້ພັທນາຕໍ່ໄປ .

ຂະນະດຽວກັນນີ້ກະຊວງອຸດສາຫະກັມແລະການຄ້າອອກແຈ້ງການສະບັບເລຂທີ 0039/ອຄ ລົງວັນທີ 13 ມົກກະຣາ 2022 ໃຫ້ປັບຂຶ້ນລາຄານໍ້າມັນເຊື້ອໄຟທຸກຊະນິດທົ່ວປະເທດຕັ້ງແຕ່ວັນທີ 14 ມົກກະຣາ 2022 ເປັນຕົ້ນໄປຄືແອັດຊັງພິເສດປັບຂຶ້ນ 820 ກີບຕໍ່ລິດ, ແລະ ແອັດຊັງທັມມະດາກັບກາຊວນປັບຂຶ້ນ 61 ກີບສົ່ງຜົລເຮັດໃຫ້ລາຄາຂາຍຍ່ອຍນໍ້າມັນ ຢູ່ນະຄອນຫຼວງວຽງຈັນປັບຂຶ້ນໄປຕາມໆ ກັນກໍຄືແອັດຊັງພິເສດ 14,770 ກີບຕໍ່ລິດ, ແອັດຊັງທັມມະດາ 12,900 ກີບຕໍ່ລິດ ແລະ ກະຊວນ 11,080 ກີບຕໍ່ລິດ.

ການປັບຂຶ້ນລາຄານໍ້າມັນເຊື້ອໄຟ ດັ່ງກ່າວເປັນການປັບຂຶ້ນຄັ້ງທີ 2 ໃນຮອບປີ 2022 ໂດຍນັບຮອບຕັ້ງແຕ່ເດືອນມົກກະຣາ 2022 ຕາມແຈ້ງການສະບັບເລຂທີ 1330/ອຄ ລົງວັນທີ 30 ທັນວາ 2021 ແລະ ການປັບຂຶ້ນລາຄານໍ້າມັນ ຈົນເຮັດໃຫ້ປະຊາຊົນຫຼາຍຄົນ ໄດ້ຮັບຜົລກະທົບເປັນຕົ້ນນັກສຶກສາ ຢູ່ ມຊ ທີ່ຍັງຕ້ອງຂໍເງິນແມ່ໃຊ້ຈ່າຍ ຕື່ມນໍ້າມັນເພີ່ມຂຶ້ນ ແລະ ຕ້ອງຫຼີກລ້ຽງການບໍຣິໂພກໄຂ່ໄກ່, ຊີ້ນງົວ ໄປກ່ອນເນື່ອງຈາກລາຄາແພງແລ້ວ ຫັນມາກິນຜັກແທນພ້ອມຊອກຫາຂາຍເຄື່ອງອ໋ອນລາ ຍນ໌ຕື່ມເພື່ອຊ່ອຍແບ່ງເບົາພາລະ ຄອບຄົວແຕ່ເຄື່ອງອ໋ອນລາຍນ໌ ກໍຂາຍບໍ່ໄດ້ດີປານໃດຍ້ອນການແຂ່ງຂັນສູງ.

ດັ່ງນັກສຶກສາຢູ່ນະຄອນ ຫຼວງວຽງຈັນກ່າວໃນມື້ດຽວກັນນີ້ວ່າ:

ຕັດບັນຫາກໍຄືບໍ່ຊື້ກໍກິນແນວອື່ນທີ່ມັນຖືກກວ່າເຊັ່ນພວກຜັກພວກອີ່ຫຍັງຈັ່ງຊິຄືຂາຍເຄື່ອງບາງມື້ກໍໄດ້ຂາຍບາງມື້ກໍບໍ່ໄດ້ຂາຍຫັ້ນນ່າດຽວນີ້ ເຂົາເຈົ້າກໍຂາຍເຄື່ອງອ໋ອນລາຍນ໌ນ່າຫັ້ນນ່າ ຄືສິນຄ້າອີ່ຫຍັງກໍແພງໄປໝົດຫັ້ນນ່າແຕ່ນໍ້າມັນກໍຍັງແພງນໍ້າມັນມີແຕ່ ຂຶ້ນກັບຂຶ້ນຕະກີ້ເຕີມ 10 ພັນກໍແລ່ນໄດ້ຮອບແລ້ວດຽວນີ້ຢູ່ປໍ້າມາຫາຫ້ອງເຮົານີ້ກໍເກືອບຊິບໍ່ຮອດແລ້ວ.

ປັດຈຸບັນຄ່າຄອງຊີບ ໃນລາວສູງຫຼາຍຫຼາຍຄົນຕ້ອງຫາຊ່ອງທາງ ຫາລາຍໄດ້ເສີມດັ່ງເຊັ່ນຄອບຄົວພະນັກງານຕ້ອງໄດ້ຊອກຫາລາຍໄດ້ຫຼາຍຊ່ອງທາງ ເພາະອີງໃສ່ເງິນເດືອນພື້ນຖານ ໃນປັດຈຸບັນແມ່ນບໍ່ພໍກີນ.

ດັ່ງເຈົ້າໜ້າທີ່ຈາກເມືອງຈັນທະບູຣີ ນະຄອນຫຼວງວຽງຈັນກ່າວໃນມື້ດຽວກັນວ່າ:

ສ້າງເສຖກິຈທາງຄອບຄົວນີ້ແຫຼະ ທັງເມັຽທັງລູກເຮົາກໍຊ່ອຍກັນຫາເອົາ ແຕ່ເງິນເດືອນພະນັກງານກໍບໍ່ໄດ້ເງິນເດືອນກໍບໍ່ກຸ້ມກິນຄ່ານໍ້າຄ່າໄຟ ກໍໝົດລະຄ່າໄຟເດືອນນຶ່ງກໍຕົກ 7-8 ແສນກີບຕໍ່ເດືອນນໍ້າມັນຣົຖໄປການຈັ່ງຊິກໍໝົດ

ດ້ານກະຊວງອຸດສາຫະກັມ ແລະການຄ້າ ໄດ້ມອບໝາຽວຽກງານຮີບໂຮມຂໍ້ມູນ ລາຄາສິນຄ້າໃນທ້ອງຕລາດໃຫ້ ຜແນກອຸດສາຫະກັມແລະການຄ້າ ເປັນຜູ້ດຳເນີນການເພື່ອແກ້ໄຂບັນຫາ ຄ່າຄອງຊີບຕໍ່ໄປ.

ສາເຫຕຂອງລາຄາໄກ່ພັນ, ລາຄາຊີ້ນງົວ ແລະລາຄາໄຂ່ໄກ່ ປັບຂຶ້ນສູງນັ້ນແມ່ນຍ້ອນປັດຈັຍ ພາຍນອກຄືການນຳເຂົ້າຫົວອາຫານ ແລະປັດຈັຍພາຍໃນທີ່ໄຟຟ້າໃນລາວຍັງແພງ ທາງພາກສ່ວນທີ່ກ່ຽວຂ້ອງ ຍັງບໍ່ມີນະໂຍບາຍຫຼຸດຜ່ອນຄ່າໄຟຟ້າ ໃຫ້ປະຊາຊົນ ແລະຄາດຄະເນບໍ່ໄດ້ວ່າລາຄາສິນຄ້າ ຈະຍັງເພີ່ມຂຶ້ນຢ່າງຕໍ່ເນື່ອງຫຼືບໍ່ຫຼືມີທ່າອ່ຽງຈະຫຼຸດລົງ.

ດັ່ງເຈົ້າໜ້າທີ່ກະຊວງອຸດ ສາຫະກັມແລະການຄ້າກ່າວໃນມື້ດຽວກັນວ່າ.

ໂອໂຕນີ້ກໍຄາດຄະເນບໍ່ໄດ້ເດ້ ຊົ່ວຊິຮອດໄລຍະເດືອນໃດເນາະ ແຕ່ວ່າປັດຈຸບັນນີ້ມັນກໍມີສະພາບການເພີ່ມຂຶ້ນເລັກນ້ອຍເນາະ ທັງປັດຈັຍພາຍໃນພາຍນອກເນາະ ພາຍນອກກໍແມ່ນ ການນໍາເຂົ້າຫົວອາຫານສັດຕ່າງໆ ພາຍໃນເຮົາກໍແມ່ນໂຕຢ່າງໄຟຟ້າ ກໍຍັງຂຶ້ນສູງຫັ້ນນ່າລ້ຽງໝູລ້ຽງ ປາລ້ຽງໄກ່ ຕ້ອງໄດ້ໃຊ້ໄຟຟ້າແຕ່ວ່າໄຟຟ້າໃນລາວເຮົາກໍຍັງສູງ ແຕ່ວ່າເພີ່ນກໍຍັງບໍ່ມີນະໂຍບາຍໃຫ້ຊາວກະສິກອນ

ທ່ານໄດ້ກ່າວຕື່ມວ່າ ໃນກໍຣະນີທີ່ນໍ້າມັນລາຄາແພງແລ້ວ ຈະເຮັດໃຫ້ລາຄາສິນຄ້າອື່ນໆ ຕ້ອງແພງຂຶ້ນຕາມດ້ວຍນັ້ນ ມັນກໍແມ່ນອີກປັດຈັຍນຶ່ງ ເນື່ອງຈາກການຂົນສົ່ງສິນຄ້າຈາກຕ່າງປະເທດມາລາວ ໂດຍສະເພາະຫົວອາຫານສັດ ເພື່ອລ້ຽງໄກ່, ລ້ຽງໝູ ແມ່ນລ້ວນແຕ່ໃຊ້ນໍ້າມັນເຕີມຣົຖບັນທຸກ ເພື່ອຂົນສົ່ງເຂົ້າມາຊູ່ລາວ.

ອົງການອາຫານ ແລະການກະເສຕແຫ່ງສະຫະປະຊາຊາດ ໄດ້ເຜີຍແຜ່ບົດຣາຍງານ ດັດສະນີລາຄາອາຫານໂລກ ປະຈຳປີ 2021 ເພີ່ມຂຶ້ນ 28% ເມື່ອທຽບໃສ່ກັບປີ 2020 ຊຶ່ງມັນເປັນ ສະຖິຕິເພີ່ມຂຶ້ນສູງສຸດໃນຮອບ 10 ປີ. ພາຍຫຼັງການປະເມີນຈາກສິນຄ້າອຸປະໂພກ-ບໍຣິ ໂພກທີ່ມີການຊື້-ຂາຍຫຼາຍທີ່ສຸດໃນໂລກ, ຊຶ່ງການເພີ່ມຂຶ້ນຂອງລາຄາອາຫານ ແລະສິນຄ້າ ອຸປະໂພກ-ບໍຣິໂພກ ໄດ້ກາຍເປັນແຮງກົດດັນເຮັດໃຫ້ອັດຕຣາເງິນເຟີ້ ເພີ່ມຂຶ້ນສົ່ງຜົລກະທົບ ຕໍ່ກຸ່ມປະເທດທີ່ທຸກຍາກ ແລະປະເທດທີ່ເພີ່ງພາການນຳເຂົ້າສິນຄ້າ ເປັນຫຼັກໂດຍສະເພາະປະເທດລາວ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org