ຜູ້ໃຊ້ນ້ຳປະປາ ຕ້ອງເສຍຄ່າພິມໃບບິນນ້ຳເພີື່ມ 10,000 ກີບ

ລັດວິສາຫະກິດນໍ້າປະປາ ແຂວງບໍ່ແກ້ວ ກຽມຈະຄິດໄລ່ ຄ່າພິມໃບບິນນໍ້າປະປາ ຈໍານວນ 10,000 ກີບຕໍ່ໃບບິນ ໃນແຕ່ລະເດືອນ ຂອງປະຊາຊົນ ໃນແຂວງບໍ່ແກ້ວທຸກຄົນ ທີ່ໃຊ້ນໍ້າປະປາ ໂດຍຈະລວມເຂົ້າຢູ່ໃນໃບບິນເກັບຄ່ານໍ້າປະປາ ນັ້ນ ຊຶ່ງຈະເລີ່ມປະຕິບັດ ຕັ້ງແຕ່ເດືອນພຶດສະພາ 2024 ນີ້ເປັນຕົ້ນໄປ.

ລະບົບນ້ຳປະປາ ໃນບາງບ້ານ ທີ່ຢູ່ໃນແຂວງໜຶ່ງທາງພາກເໜືອ ຂອງ ສປປ ລາວ. ນັກຂ່າວ ພົລເມືອງ

ລັດວິສາຫະກິດນໍ້າປະປາ ແຂວງບໍ່ແກ້ວ ໄດ້ອອກແຈ້ງການ ເມື່ອວັນທີ 9 ເມສາ 2024 ວ່າ ຈະຄິດໄລ່ ຄ່າແບບພິມໃບບິນນໍ້າປະປາ ຈໍານວນ 10,000 ກີບຕໍ່ໃບບິນ ໃນແຕ່ລະເດືອນ ຂອງປະຊາຊົນ ໃນແຂວງບໍ່ແກ້ວທຸກຄົນ ທີ່ໃຊ້ນໍ້າປະປາ ໂດຍຈະລວມເຂົ້າຢູ່ໃນໃບບິນເກັບຄ່ານໍ້າປະປາ ນັ້ນ ຊຶ່ງຈະເລີ່ມປະຕິບັດ ຕັ້ງແຕ່ເດືອນພຶດສະພາ 2024 ນີ້ເປັນຕົ້ນໄປ. 

ສາເຫດ ທີ່ລັດວິສາຫະກິດນໍ້າປະປາ ແຂວງບໍ່ແກ້ວ ເກັບຄ່າແບບພິມໃບບິນ ນໍ້າປະປານໍາປະຊາຊົນນັ້ນ ສ່ວນນຶ່ງ ກໍຍ້ອນວ່າ ຄ່າແບບພິມໃບບິນນໍ້າປະປາ ແພງ ແລະທາງແຂວງ ກໍຍັງບໍ່ທັນປັບອັດຕາຄ່ານໍ້າປະປາໂຕໃໝ່ ຂື້ນໃຫ້ເທື່ອ ຄືກັບແຂວງອື່ນໆ. ດັ່ງນັ້ນ ຈຶ່ງຈໍາເປັນຕ້ອງໄດ້ເກັບສ່ວນນີ້ທົດແທນ ເພື່ອຈະໄດ້ມີເງິນ ບົວລະບັດຮັກສາສິ່ງຕ່າງໆ ທີ່ກ່ຽວຂ້ອງກັບນໍ້າປະປາ, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ລັດວິສາຫະກິດນໍ້າປະປາ ແຂວງບໍ່ແກ້ວທ່ານນຶ່ງ ຜູ້ຂໍສະຫງວນຊື່ ແລະຕໍາແໜ່ງ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 18 ເມສານີ້.

ເກັບເງິນໂຕນີ້ໄປທົດແທນທີ່ວ່າ ເຮົາຈັດຊື້ໃບບິນມາຫັ້ນເນາະ ມັນແພງຫລາຍຄ່າໃບບິນຫັ້ນນ່າ ເດືອນພຶດສະພາທຸກເມືອງເລີຍ ເຮືອນທີ່ວ່າໃຊ້ນໍ້າປະປາ ຈະເກັບໂຕນີ້ເພີ້ມເພາະວ່າທາງແຂວງເພິ່ນບໍ່ຂຶ້ນ ຄ່າອັດຕາຄ່ານໍ້າໂຕໃໝ່ເທື່ອຫັ້ນເດ້ ແຂວງອື່ນສ່ວນຫລາຍເຂົາຂຶ້ນຄ່ານໍ້າໝົດແລ້ວ ກໍເລີຍເກັບໂຕນີ້ທົດແທນຫັ້ນນ່າ.

ກ່ຽວກັບເລື້ອງ ລັດວິສາຫະກິດນໍ້າປະປາ ແຂວງບໍ່ແກ້ວ ເກັບຄ່າພິມໃບບິນນໍ້າປະປາ 10.000 ກີບຕໍ່ໃບບິນນີ້ ປະຊາຊົນ ຢູ່ແຊວງບໍ່ແກ້ວ ທີ່ໃຊ້ນໍ້າປະປາ ສ່ວນໃຫຍ່ ກໍບໍ່ພໍໃຈ ເພາະໄດ້ເສັຽຄ່ານໍ້າປະປາຢູ່ແລ້ວ ແລະວ່າ ການເກັບຄ່າທີ່ວ່ານັ້ນ ເປັນການເອົາປຽບປະຊາຊົນເກີນໄປ ໃນຂະນະທີ່ເສດຖະກິດລາວ ຫຍຸ້ງຍາກ, ລາຄາສິນຄ້າທຸກຢ່າງແພງ. ແຕ່ປະຊາຊົນ ກໍບໍ່ສາມາດເຮັດຫຍັງໄດ້ ນອກຈາກຈະຕ້ອງໄດ້ຍອມຈ່າຍ. ຖ້າບໍ່ຈ່າຍ ກໍຈະບໍ່ມີນໍ້າປະປາໃຊ້ ດັ່ງຊາວບ້ານຢູ່ແຂວງບໍ່ແກ້ວ ຜູ້ນຶ່ງເວົ້າວ່າ:

ກໍຫັ້ນແຫລະ ກໍເອົາປຽບປະຊາຊົນເກີນ ເສດຖະກິດກະບໍ່ດີ ຄ່ານໍ້າກໍເກັບບາດນີ້ໃຊ້ຫລາຍກໍເສັຽຫລາຍແລ້ວ ມັນຕ້ອງຍອມຈ່າຍຖ້າບໍ່ຈ່າຍ ກໍບໍ່ມີນໍ້າໃຊ້.

ແລະປະຊາຊົນຢູ່ແຂວງດຽວກັນນີ້ ອີກຜູ້ນຶ່ງ ກໍເວົ້າໃນທໍານອງດຽວກັນນີ້ວ່າ ການທີ່ລັດວິສາຫະກິດນໍ້າປະປາ ແຂວງບໍ່ແກ້ວ ເກັບຄ່າພິມໃບບິນນໍ້າປະປາເພີ້ມນີ້ ຖືວ່າ ເປັນການເອົາປຽບປະຊາຊົນ ທີ່ໃຊ້ນໍ້າປະປານັ້ນເກີນໄປ ເພາະການພິມໃບບິນຄ່ານໍ້າປະປາ ກໍເປັນວຽກປົກກະຕິຢູ່ແລ້ວ ທີ່ທາງລັດວິສາຫະກິດນັ້ນຕ້ອງໄດ້ພິມ, ບໍ່ເຫັນວ່າ ມີຄວາມຈໍາເປັນ ທີ່ຈະຕ້ອງເກັບເງິນເພີ້ມ ເນື່ອງຈາກຄ່ານໍ້າປະ ປາ ທີ່ປະຊາຊົນໄດ້ໃຊ້ນັ້ນ ກໍເສັຽກັນປົກກະຕິຢູ່ແລ້ວ.

ກໍຖືວ່າເອົາປຽບຫັ້ນແຫລະ ເພາະວ່າປົກກະຕິມັນກໍຕ້ອງໄດ້ພິມຢູ່ແລ້ວຫັ້ນນ່າ ເພາະມັນເປັນງານທີ່ເຂົາເຈົ້າ ກໍຕ້ອງເຮັດຢູ່ແລ້ວຫັ້ນນ່າ.

ພ້ອມດຽວກັນນີ້ ຜູ້ປະກອບການ ໃນແຂວງບໍ່ແກ້ວ ຜູ້ນຶ່ງ ກໍເວົ້າເຖິງເລື່ອງນີ້ວ່າຕົນເອງ ກໍຕ້ອງຍອມຈ່າຍ ໃນເມື່ອເປັນແຈ້ງການອອກມາແລ້ວ ແຕ່ສໍາລັບຕົນເອງ ກໍຖືວ່າ ບໍ່ເດືອດຮ້ອນ ພໍຈ່າຍໄດ້ຢູ່, ຖືວ່າ ເອົາໄປເປັນເປັນທຶນຮອນສ້ອມ ແປງ ເພາະເຂົາເຈົ້າ ກໍບໍ່ໄດ້ມີງົບປະມານຫລາຍ.

ໂອ໋ ມັນໄດ້ຢູ່ສໍ່ານີ້ມັນໄດ້ ມັນກໍບໍ່ພໍເດືອດຮ້ອນດອກ ອັນນີ້ກໍຖືວ່າປົກກະຕິ ມັນກໍຕ້ອງມີການບູລະນະ ເປັນທຶນສ້ອມແປງອັນນີ້ອັນນັ້ນເດ່ ບູລະນະສ້ອມແປງມັນບໍ່ມີທຶນພ່ອມຫັ້ນນ່າ ກໍມີຜົນປະໂຫຍດນໍາກັນ.

ທີ່ຜ່ານມາ ລັດວິສາຫະກິດນໍ້າປະປາແຂວງບໍ່ແກ້ວ ກໍເຄີຍໄດ້ອອກແຈ້ງການເມື່ອວັນທີ 15 ມິນາ 2017 ກ່ຽວກັບເລື່ອງການກໍານົດ ໄລຍະເວລາຊໍາລະຄ່ານໍ້າປະ ປາວ່າ ບໍ່ໃຫ້ປະຊາຊົນແຂວງບໍ່ແກ້ວ ຈ່າຍຄ່ານໍ້າປະປາ ກາຍວັນທີ 23 ຂອງທຸກເດືອນ ຊຶ່ງການຊໍາລະນັ້ນ ມີ 3 ວິທີ ຄືການໄປຊໍາລະ ຢູ່ຫ້ອງການລັດວິສາຫະກິດນໍ້າປະປາແຂວງບໍ່ແກ້ວ, ການໂອນຊໍາລະ ຜ່ານທະນາຄານ ທຸກທະນາຄານຂອງລັດ, ແລະການໂອນຊໍາລະ ຜ່ານລະບົບນະໂຍບາຍແບ້ງກິ້ງ ໄດ້ທຸກເວລາ.

ສ່ວນກໍລະນີ ທີ່ຊໍາລະຄ່ານໍ້າປະປາ ກາຍວັນທີ 23 ຂອງເດືອນ ຫລືບໍ່ຊໍາລະ ເລີຍນັ້ນ ທາງລັດວິສາຫະກິດ ຈະປິດການບໍລິການນໍ້າປະປາ ຢູ່ເຮືອນຂອງຜູ້ກ່ຽວ ຈົນກວ່າວ່າ ຈະມາຊໍາລະເງິນໃຫ້ຄົບຖ້ວນ ພ້ອມທັງຈ່າຍຄ່າທໍານຽມ ປິດ-ເປີດນໍ້າປະປາ ຕາມລະບຽບຂອງລັດວິສາຫະກິດນໍ້າປະປາແຂວງ. ຫລັງຈາກນັ້ນ ກໍຈະພະນັກງານ ໄປເປິດນໍ້າປະປາ ໃຫ້ໃຊ້ໄດ້ເປັນປົກກະຕິ.

ຄ່າເປີດບໍລິການໃຊ້ນໍ້າປະປາ ຄັ້ງທີ 1, ຈຳນວນ 100,000 ກີບ. ຫາກມີຄັ້ງທີ 2 ແມ່ນ 200,000 ກີບ ແລະຫາກມີຄັ້ງທີ 3 ແມ່ນ 500,000 ກີບ.

ແລະຖ້າບໍ່ຈ່າຍຄ່ານໍ້າປະປາ ເກີນ 3 ເດືອນ ຈະຖືກຮື້ລະບົບນໍ້າປະປາອອກທັງໝົດ ແລະຖ້າຕ້ອງການໃຊ້ຄືນ ກໍຕ້ອງຈ່າຍເງິນ ທີ່ຄ້າງທັງໝົດໃຫ້ກ່ອນ ແລ້ວຈຶ່ງຈະໄປຕິດຕັ້ງໃຫ້ໃໝ່.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org