ມ.ປາກຊ່ອງ ກັງວົນຄ່າທາງ ເລກ 16E

ຊາວເມືອງ ປາກຊ່ອງ ແຂວງຈໍາປາສັກ ກັງວົນ ພາຍຫລັງ ບໍຣິສັດ ເອກກະຊົນ ຈະເກັບເງິນ ຄ່າຜ່ານທາງ ໝາຍເລກ 16E.

ເມືອງປາກເຊ ແຂວງຈໍາປາສັກ RFA

ບໍຣິສັດເອກກະຊົນ ທີ່ໄດ້ຮັບ ສໍາປະທານ ໂຄງການຂຍາຍເສັ້ນທາງ ເລກ 16E ກວ້າງ 4 ເລນ ຈາກເມືອງປາກເຊ ຫາ ເມືອງປາກຊ່ອງ ແຂວງຈໍາປາສັກ ໄດ້ສໍາເຣັດໂຄງການແລ້ວ ແລະກຽມຕັ້ງດ່ານເກັບເງິນ ຄ່າຜ່ານທາງ ຊຶ່ງເຮັດໃຫ້ຊາວເມືອງ ປາກຊ່ອງ ທີ່ໃຊ້ເສັ້ນທາງ ດັ່ງກ່າວໄປ-ມາ ທຸກມື້ນັ້ນ ມີຄວາມກັງວົນ, ອີງຕາມຄໍາເວົ້າຂອງຊາວເມືອງປາກຊ່ອງ ທ່ານນຶ່ງຕໍ່ RFA ໃນມື້ວັນທີ 10 ຕຸລານີ້:

"ກໍມີຫັ້ນແລ໊ວ ເຂົາຫັ້ນແຮງບໍ່ຢາກໃຫ້ເຮັດ ແຕ່ກ່ອນເຂົາກໍຍັງຍົກເລີກໝົດແລ້ວ ນີ໊ຍັງສິເຮັດຕໍ່ ມັນກໍປະຊາຊົນ ບໍ່ມີໃຜດອກສິທຽວມັນ, ແຕ່ ປະຊາຊົນ ໃຜກໍບໍ່ຢາກໄປຫັ້ນແຫລ້ວ ແນວເສັຽເງິນ."

ປະຊາຊົນທ່ານນີ້ ເວົ້າວ່າຫົນທາງໝາຍເລກ 16E ຖືເປັນທາງຫລວງແຫ່ງຊາດ ມີປະຊາຊົນ ແລະນັກທ່ອງທ່ຽວ ສັນຈອນໄປມາທຸກມື້ ຍ້ອນວ່າເມືອງປາກຊ່ອງ ເປັນເມືອງທ່ອງທ່ຽວ ຫາກບໍຣິສັດເອກກະຊົນ ຈະເກັບເງິນ ຄ່າຜ່ານທາງກໍອາດຈະເຮັດໃຫ້ ກະທົບກະເທືອນຕໍ່ ປະຊາຊົນ ແລະນັກທ່ອງທ່ຽວໄດ້.

ກ່ຽວກັບເຣື່ອງທີ່ວ່ານີ້ ເຈົ້າໜ້າທີ່ຜແນກໂຍທາທິການ ແລະ ຂົນສົ່ງແຂວງ ຈໍາປາສັກ ກໍກ່າວຕໍ່ RFA ໃນມື້ດຽວກັນນັ້ນວ່າ ຈະເລີ່ມໃຫ້ມີ ການເສັຽຄ່າຜ່ານທາງ ເສັ້ນນີ້ໃຫ້ບໍຣິສັດ ຜູ້ລົງທຶນຂຍາຍເສັ້ນທາງນີ້ແຕ່ວັນທີ 1 ມົກກະຣາ 2020 ເປັນຕົ້ນໄປ.

ສ່ວນອັດຕຣາຄ່າຜ່ານທາງ ຍັງບໍ່ມີຣາຍລະອຽດອອກມາເທື່ອ ເພາະຍັງຕ້ອງປະຊຸມ ຫາຣືກັບພາກສ່ວນກ່ຽວຂ້ອງ ຕື່ມອີກ.

ບໍຣິສັດ ຜູ້ລົງທຶນໃນໂຄງການຂຍາຍເສັ້ນທາງເລກ 16E ແມ່ນໄດ້ຮັບ ສໍາປະທານຈາກຣັຖບານລາວ ໂດຍກົງບໍ່ແມ່ນຈາກທາງແຂວງ ຈໍາປາສັກ ເປັນຜູ້ອະນຸມັດ ແລະ ຮູ້ແຕ່ວ່າເປັນບໍຣິສັດຂອງເສັ໊ຽ ດວງຕາ:

"ເພິ່ນກໍາລັງຕັ້ງ ວັນທີ 1 ພຸ້ນໃດ໊ເພິ່ນຈັ່ງເລີ່ມເກັບ ເດືອນມັງກອນ ໂອ໊.. ເສັ່ຽດວງຕາ ບໍ໋ເພິ່ນເຮັດທາງ ບໍ່ທັນເຫັນແຈ້ງການ ຂອງທ່ານ ນາຍົກ ອິຫຍັງ ບໍຣິສັດຫຸ້ນສ່ວນ 4 ແຂວງພາກໃຕ້ນະ ຂອງເສັ໊ຽດວງຕາ ເສືອສະມິງນີ້ນະ ຍັງບໍ່ທັນເປັນທາງການ ແຕ່ວ່າ ເຫັນແລ້ວ ຕັ້ງຫລັກອັນນັ້ນ."

RFA ໄດ້ຕິດຕໍ່ຖາມໄປ ບໍຣິສັດດວງດີ ກໍ່ສ້າງທາງ ວ່າເປັນຜູ້ຮັເໝົາກໍ່ສ້າງທາງເລກ 16E ນີ້ ຫລືບໍ່ນັ້ນ, ໄດ້ຮັບຄໍາຕອບຈາກ ເຈົ້າໜ້າທີ່ ບໍຣິສັດ ພຽງສັ້ນໆວ່າເສັ້ນທາງເລກ 16E ບໍຣິສັດບໍ່ໄດ້ ເປັນຜູ້ຮັບເໝົາກໍ່ສ້າງ. ຢ່າງໃດກໍຕາມທີ່ຜ່ານມາ ຊາວຈໍາປາສັກ ຈໍານວນບໍ່ໜ້ອຍ ເຄີຍບໍ່ພໍໃຈນໍາການເກັບເງິນ ຄ່າຜ່ານທາງເລກທີ 16W ຈາກດ່ານສາກົນ ວັງເຕົ່າ-ປາກເຊ ຂອງບໍຣິສັດດວງດີ ກໍ່ສ້າງຂົວທາງ ມາແລ້ວ ຍ້ອນຄ່າຜ່ານ ທາງແພງເກີນໄປ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org