ຄະດີ ບໍຣິສັດ ອຳມາລາ ມາຫາອູດ ຕົວະເອົາເງິນ ຄ່າມັດຈຳ ຄົນງານລາວ ບໍ່ຄືບໜ້າ
ນາງ ອຳມາລາ ຜ່ານມີໄຊ ອາຍຸ 33 ປີ ປະທານບໍຣິສັດ ອຳມາລາ ມາຫາອູດ ອະສັງຫາລິມະຊັພ ຈຳກັດຜູ້ດຽວ ໄດ້ຖືກເຈົ້າໜ້າທີ່ຕຳຣວດຈັບ ພາຍຫລັງທີ່ຜູ້ກ່ຽວ ຕົວະເອົາເງິນຄ່າມັດຈຳ ຈາກຄົນງານລາວ ບໍ່ຕໍ່າກ່ວາ 500 ຄົນ ທີ່ສົນໃຈເດີນທາງ ໄປເຮັດວຽກຢູ່ເກົາຫລີໃຕ້ ສ່ວນຜູ້ເສັຽຫາຍ ຍັງບໍ່ທັນໄດ້ເງິນຄືນ.
-
ໄຊຍາ
2023-01-17 -
-
-
Your browser doesn’t support HTML5 audio
ເປັນໄລຍະເວລາປະມານ 1 ເດືອນປາຍແລ້ວ ນັບແຕ່ວັນທີ 29 ພຶສຈິກາ 2022 ທີ່ ຍານາງ ອຳມາລາ ຜ່ານມີໄຊ ອາຍຸ 33 ປີ ປະທານບໍຣິສັດ ອຳມາລາ ມາຫາອູດ ອະສັງຫາລິມະຊັພ ຈຳກັດຜູ້ດຽວ ໄດ້ຖືກເຈົ້າໜ້າທີ່ຕຳຣວດຈັບ ພາຍຫລັງທີ່ຜູ້ກ່ຽວດຳເນີນການຕົວະ ເອົາເງິນຄ່າມັດຈຳ ຈາກຄົນງານລາວ ບໍ່ຕໍ່າກ່ວາ 500 ຄົນ ທີ່ສົນໃຈເດີນທາງ ໄປເຮັດວຽກຢູ່ເກົາຫລີໃຕ້ ເປັນຈໍາເງິນ ຄົນລະປະມານ 1,000 ໂດລ້າຣ໌ສະຫະຣັຖ ແຕ່ມາຮອດປັດຈຸບັນ ຄົນງານລາວກຸ່ມດັ່ງກ່າວນີ້ ພັດບໍ່ໄດ້ເດີນທາງ ໄປເຮັດວຽກຢູ່ເກົາຫລີໃຕ້ ແລະ ຍັງບໍ່ທັນໄດ້ຮັບເງິນຄືນ.
ດັ່ງຄົນງານລາວ ຊຶ່ງເປັນຜູ້ເສັຽຫາຍ ຈາກກໍຣະນີດັ່ງກ່າວນີ້ ໂດຍຕຣົງທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 16 ມົກຣາ 2023 ນີ້ວ່າ:
“ບໍ່ຮູ້ເລີຍເງິນກໍບໍ່ໄດ້ແລ້ວເສັຽໄປ 1,000 ກໍບໍ່ທັນຮູ້ແນວໃດ ມີແຕ່ເພິ່ນເລາະເກັບຂໍ້ມູນຢູ່ ອັນນີ້ກໍສຸດແຕ່ວ່າວິຊາສະເພາະ ຂອງເພິ່ນຂອງຕຳຣວດ ເພິ່ນເຮັດເນາະ ອັນນີ້ເຮົາບໍ່ໄດ້ຮູ້ນຳ ເຮົາມອບພາຣະ ໃຫ້ຕຳຣວດເຮັດເດີ້ ຍັງດຳເນີນຄະດີຢູ່.”
ບໍຣິສັດ ອຳມາລາ ມາຫາອູດ ອະສັງຫາລິມະຊັພ ຈຳກັດຜູ້ດຽວ ໄດ້ດຳເນີນການ ປະກາດຮັບສະມັກ ຄົນງານລາວ ທີ່ສົນໃຈເດີນທາງ ໄປເຮັດວຽກ ຢູ່ປະເທດເກົາຫລີໃຕ້ ທັງແບບໄລຍະສັ້ນ ແລະ ໄລຍະຍາວ ມາແຕ່ເດືອນມີນາ ຫາເດືອນ ເມສາ 2022 ຜ່ານເຟສບຸກຄ໌ ຈາກນັ້ນໃນເດືອນພຶສພາ 2022 ກໍເຣີ່ມມີຄົນງານລາວ ສົນໃຈເດີນທາງມາສະມັກ ຜ່ານນາຍໜ້າຂອງທາງບໍຣິສັດດັ່ງກ່າວນີ້ ຫລາຍຂຶ້ນ.
ດັ່ງຜູ້ເສັຽຫາຍ ໂດຍຕຣົງອີກນາງນຶ່ງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:
“ມັນກໍແລ້ວ ແຕ່ລາວຊິເວົ້າເອົາມີຫລາຍຄົນ ໄປສະມັກ ແຕ່ມັນກໍບໍ່ຄືກັນ 2,000 ຫລຽນກໍມີ, 500 ຫລຽນກໍມີ ມັນມີຫລາຍສາຍແລ່ນ. ພະນັກງານຫັ້ນກໍຫລາຍຄົນແທ້ ຢູ່ມັນມີພວກ 5 ເດືອນ ພວກໄປ 3 ປີ ກໍມີປະກາດລົງເຟສ ແລ້ວລາວກໍແທັກໃຫ້ຫລາຍໆຄົນ ຊຶ່ງກໍອອກຊື່ ບໍຣິສັດ ອຳມາລາ ຫັ້ນແຫລະ.”
ເມື່ອວັນທີ 21 ຕຸລາ 2022 ມີຄົນງານລາວ ປະມານ 500-600 ຄົນຈາກຫລາຍແຂວງ ທີ່ສົນໃຈເດີນທາງ ໄປເຮັດວຽກຢູ່ປະເທດເກົາຫລີໃຕ້ ໄດ້ພາກັນເດີນທາງໄປຍັງຫ້ອງການ ບໍຣິສັດ ອຳມາລາ ມາຫາອູດ ອະສັງຫາລິມະຊັພ ຈຳກັດຜູ້ດຽວ ທີ່ຕັ້ງຢູ່ບ້ານນາໄຊ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ເພື່ອທວງເງິນມັດຈຳຄືນ ແຕ່ທາງ ບໍຣິສັດ ໄດ້ດຳເນີນການຈ່າຍເງິນຄືນ ໃຫ້ແກ່ຄົນງານລາວ ພຽງບໍ່ພໍເທົ່າໃດຄົນ.
ດັ່ງຍານາງຜູ້ດຽວກັນນີ້ ກ່າວຕື່ມວ່າ:
“ຜົ້ງສາລີ ປາກລາຍ, ຫລວງພຣະບາງ. ທາງພາກໃຕ້ ກໍສວັນນະເຂດ, ປາກເຊ, ອັດຕະປື ແຕ່ເດືອນ 2 ກໍມີ (ທີ່ຖືກຕົວະ) ຕາມທີ່ເພິ່ນເວົ້າ ກໍຢູ່ໃນກຸ່ມຫລາຍກ່ວາຫັ້ນ (ຈຳນວນຄົນ ທີ່ຖືກສໍ້ໂກງ ຫລາຍກ່ວາ 500-600 ຄົນ) ທີ່ວ່າຍັງບໍ່ທັນໄດ້ ຮັບເງິນ ເຂົານັດເອົາວັນທີ 21 ຈ່າຍ ແລ້ວເຂົາກໍຈ່າຍໄດ້ 10 ຄົນ ເພາະວ່າ ມັນຄົນຫລາຍເກີນໄປ ມັນຫຍຸ້ງຍາກ ແລ້ວຕຳຣວດກໍເລີຍອອກມາເວົ້າວ່າ ປ່ຽນແຜນໃໝ່.”
ໃນຈຳນວນຄົນງານລາວ ຫລາຍຮ້ອຍຄົນ ທີ່ໄດ້ຈ່າຍເງິນມັດຈຳ ໃຫ້ແກ່ບໍຣິສັດ ອຳມາລາ ມາຫາອູດ ນັ້ນມີຫລາຍຄົນ ແມ່ນເປັນຜູ້ທຸກຍາກ ແລະຕ້ອງການເດີນທາງ ໄປເຮັດວຽກຢູ່ຕ່າງປະເທດແທ້ ຊຶ່ງພວກເຂົາເຈົ້າຈຳເປັນ ຕ້ອງໄດ້ກູ້ຢືມເງິນນອກລະບົບ ມາໃຊ້ໃນການແລ່ນເອກສານ ແຕ່ເມື່ອບໍ່ໄດ້ເງິນຄືນ ແລະ ບໍ່ໄດ້ເດີນທາງ ໄປເຮັດວຽກຢູ່ຕ່າງປະເທດ ຈຶ່ງເຮັດໃຫ້ໜີ້ສິນ ຂອງພວກເຂົາເຈ້າເພີ່ມຂຶ້ນ ເລື້ອຍໆ.
ດັ່ງເຈົ້າໜ້າທີ່ ທີ່ຮູ້ເຫດການດັ່ງກ່າວນີ້ ຜູ້ບໍ່ປະສົງອອກຊື່ ແລະ ຕຳແໜ່ງທ່ານນຶ່ງ ກ່າວວ່າ:
“ຍັງເຫັນມິດຢູ່ ຂ່າວຫັ້ນນ່າຈະບໍ່ໄດ້ຄືນດອກ ສົງສານຄົນທີ່ເຂົາເສັຽເງິນຢູ່ເນາະ ໄດ້ຍິນວ່າບາງຄົນ ກໍໄປກູ້ຢືມມາເປັນໜີ້ໄດ໋. ເຂົາບໍ່ເງິນ ແລ້ວເຂົາກໍໄປຢືມມາ ເພື່ອວ່າຊິໄປເຮັດວຽກເນາະ, ບາດນີ້ຍັງມາຖືກຕົວະຈ່າຍທັງຕົ້ນ ທັງດອກຫັ້ນແຫລະ ວຽກກໍບໍ່ໄດ້.”
ນັບແຕ່ ຍານາງ ອຳມາລາ ຜ່ານມີໄຊ ຖືກເຈົ້າໜ້າທີ່ຕຳຣວດ ນະຄອນຫລວງວຽງຈັນ ຄວບຄຸມໂຕໄປເປັນໄລຍະເວລາປະມານ 1 ເດືອນປາຍນັ້ນ ທາງດ້ານພະນັກງານຫລາຍຄົນ ທີ່ເຄີຍເຮັດວຽກ ນຳຍານາງ ແລະ ອອກຊື່ ບໍຣິສັດ ອຳມາລາ ມາຫາອູດ ອະສັງຫາລິມະະຊັພ ຈຳກັດຜູ້ດຽວ ພັດບໍ່ໄດ້ເຮັດວຽກ ໃນຂແນງການ ດັ່ງກ່າວນີ້ ແລະບໍ່ທັນຮູ້ເທື່ອວ່າ ຄະດີຄວາມດັ່ງກ່າວນີ້ ດຳເນີນໄປຮອດໃສແລ້ວ.
ດັ່ງອະດີດພະນັກງານ ບໍຣິສັດ ອຳມາລາ ມາຫາອູດ ນາງນຶ່ງກ່າວວ່າ:
“ໂຕນີ້ເຮົາບໍ່ຮູ້ແລ້ວເດີ້ ເຂົາເຈົ້າໃຫ້ທາງຕຳຣວດ ເປັນຜູ້ຈັດການ. ຕຳຣວດ ນະຄອນຫລວງວຽງຈັນ ເຮົາເປັນພະນັກງານ ເຮົາບໍ່ຮູ້ ເພາະວ່າເຮົາກໍບໍ່ໄດ້ເຮັດວຽກ ມາໄດ້ເດືອນນຶ່ງແລ້ວ ຕາມແຈ້ງການທີ່ເຂົາເຈົ້າແຈ້ງການແລ້ວ.”
ອີງຕາມການແຈ້ງການ ຂອງບໍຣິສັດ ອຳມາລາ ມາຫາອູດ ອະສັງຫາລິມະຊັພ ຈຳກັດຜູ້ດຽວ ສະບັບເລຂທີ 014/ອລ ລົງວັນທີ 24 ພຶສຈິກາ 2022 ລະບຸວ່າ ສຳລັບຜູ້ໄດ້ຮັບບັດຄີວ ຈາກບໍຣິສັດ ແລະ ຖືກນັດຖອນໃນມື້ວັນທີ 25 ພຶສຈິກາ 2022 ເປັນຕົ້ນໄປ ແມ່ນໃຫ້ນຳຮູບບັດຄີວ, ຮູບໃບບີນຈ່າຍເງິນມັດຈຳ ພ້ອມທັງເລຂບັນຊີ ແລະ ຊື່ບັນຊີ ສະເພາະບັນຊີທະນາຄານ ການາຄ້າ ເທົ່ານັ້ນ ສົ່ງມາໃຫ້ບໍຣິສັດ ເພື່ອທາງບໍຣິສັດ ຈະດຳເນີນການ ໂອນເງິນໃຫ້ຄືນ ແຕ່ມາເຖິງປັດຈຸບັນ ຄົນງານລາວ ຍັງບໍ່ທັນໄດ້ຮັບເງິນ ຕາມແຈ້ງການສະບັບດັ່ງກ່າວ.
ສ່ວນທາງການລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ ຍັງບໍ່ທັນອອກມາຊີ້ແຈງ ຕໍ່ກັບຄະດີດັ່ງກ່າວວ່າ ຢູ່ໃນຂັ້ນຕອນໃດ. ໂດຍຜູ້ເສັຽຫາຍ ສາມາດຕິດຕໍ່ສອບຖາມ ໄປຍັງຫ້ອງການ ກະຊວງປ້ອງກັນຄວາມສງົບ ທີ່ນະຄອນຫລວງວຽງ ກ່ຽວກັບຄວາມຄືບໜ້າ ດັ່ງກ່າວນີ້ໄດ້. ອີງຕາມການໃຫ້ຂໍ້ມູນ ຂອງເຈົ້າໜ້າທີ່ ປ້ອງກັນຄວາມສງົບ ທ່ານນຶ່ງ ໃນນະຄອນຫລວງວຽງຈັນ.
ເມື່ອວັນທີ 27 ຕຸລາ 2022 ກົມໃຫຍ່ຕຳຣວດ ແລະ ກົມຕຳຣວດ ສະກັດກັ້ນ ແລະ ຕ້ານການຄ້າມະນຸສໄດ້ອອກຄຳສັ່ງ ສະບັບເລຂທີ 100/ກສມ ເພື່ອເປີດການສືບສວນ-ສອບສວນ ຍານາງ ອຳມາລາ ຜ່ານມີໄຊ ປະທານ ບໍຣິສັດ ອຳມາລາ ມາຫາອູດ ອະສັງຫາລິມະຊັພ ຈຳກັດຜູ້ດຽວ ຍ້ອນຜູ້ກ່ຽວດຳເນີນການຈັດສົ່ງ ຄົນງານລາວ ທີ່ສົນໃຈໄເຮັດວຽກ ຢູ່ປະເທດເກົາຫລີໃຕ້ ໄປປະຖິ້ມໄວ້ ທີ່ປະເທດວຽດນາມ ພ້ອມຕັ້ງຂໍ້ຫາ ໂຄສະນາຂົນຂວາຍ ເອົາຄົນງານລາວໄປເຮັດວຽກ ຢູ່ຕ່າງປະເທດ ໂດຍບໍ່ຖືກຕ້ອງ ຊຶ່ງມີຄວາມຜິດຕາມກົດໝາຽອາຍາ ມາຕຣາ 215 ສະບັບປີ 2017.
ເມື່ອວັນທີ 11 ພຶສຈິກາ 2022 ຫ້ອງການ ກະຊວງແຮງງານ ແລະ ສວັດດີການສັງຄົມ ໄດ້ອອກແຈ້ງການສະບັບເລຂທີ 3505/ຫກ ລະບຸວ່າ ໃນໄລຍະທີ່ຜ່ານມາ ມີບຸກຄົນ ແລະ ນິຕິບຸກ ຄົນຈຳນວນນຶ່ງເຄື່ອນໄຫວ ຮັບສະມັກເອົາຄົນງານລາວ ໄປເຮັດວຽກຕາມ ຣະດູການ ຢູ່ປະເທດເກົາຫລີໃຕ້ ດ້ວຍການເກັບຄ່າລົງທະບຽນ ຫລື ເງິນມັດຈຳ ໂດຍບໍ່ໄດ້ຮັບອະນຸຍາດ ພ້ອມກັບຂໍໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ຮ່ວມກັນ ສະກັດກັ້ນ ບໍ່ໃຫ້ມີນາຍໜ້າ ເຂົ້າມາມີສ່ວນຮ່ວມ ໃນຂະບວນການຄັດເລືອກ ຄົນງານ ຢ່າງເດັດຂາດ ແລະ ສຳລັບຄ່າລົງທະບຽນ ສະມັກ ຄັດເລືອກ ແມ່ນຈະບໍ່ໄດ້ເສັຽຄ່າໃຊ້ຈ່າຍໃດໆ.