ຂ.ອຸດົມໄຊ 3 ເມືອງລໍຖ້າ ຄ່າຊົດເຊີຍ
ການຈ່າຍ ຄ່າຊົດເຊີຍ ຜົລກະທົບ ຈາກ ໂຄງການ ທາງຣົດໄຟ ລາວ-ຈີນ ຢູ່ ແຂວງ ອຸດົມໄຊ ຍັງຫຼ້າຊ້າ.
-
ພູວົງສ໌
2019-08-21 -
-
-
Your browser doesn’t support HTML5 audio
ການຈ່າຍຄ່າຊົດເຊີຍໃຫ້ແກ່ປະຊາຊົນ ທີ່ໄດ້ຮັບຜົລກະທົບ ຈາກໂຄງການທາງຣົດໄຟ ລາວ-ຈີນ ຢູ່ເມືອງໄຊ, ເມືອງນາໝໍ້ ແລະ ເມືອງງາ ແຂວງອຸດົມໄຊ ຍັງຊັກຊ້າ. ຫຼາຍຄອບຄົວ ຍັງລໍຖ້າເງິນ, ແຕ່ການສ້າງທາງຣົດໄຟ ພັດມີຄວາມຄືບໜ້າຫຼາຍຂຶ້ນເລື້ອຍໆ, ດັ່ງເຈົ້າໜ້າທີ່ ເມືອງໄຊ ທ່ານນຶ່ງ ໄດ້ກ່າວຕໍ່ຜູ້ສື່ຂ່າວວິທຍຸເອເຊັຽເສຣີ ໃນວັນທີ 19 ສິງຫານີ້ວ່າ:
“ຄືວ່າຊິໄດ້ແລ້ວ. ທາງຣັຖບານຄືວ່າເຊັນມາແລ້ວ ຄືວ່າບໍ່ໃຫ້ຮອດປະຊາຊົນນ່າ. ຈັກເປັນຈັ່ງໃດ໊ ບໍ່ຮູ້ນໍາເພິ່ນນະ. ແກ່ຍາວຫລາຍໂອ້. ໂຄງການກໍ່ສ້າງ ໂອຄືບໜ້າຫຼາຍແຫຼະ ໃກ້ໆລະເດ໊, ເປັນຂົວເປັນສັງກໍ ອຸມົງກະຊິຊອດໝົດແລ້ວເດ.”
ທ່ານກ່າວຕື່ມວ່າ ສະເພາະຢູ່ເຂດບ້ານ ຂອງຕົນ ມີປະຊາຊົນປະມານ 30 ຄອບຄົວ ທີ່ຍັງລໍຖ້າເງິນຊົດເຊີຍນັ້ນຢູ່ ແລະ ຍັງຕິດຕາມຖາມ ຂ່າວເປັນປະຈໍາ. ເມື່ອບໍ່ດົນມານີ້, ເຈົ້າໜ້າທີ່ກ່ຽວຂ້ອງ ໄດ້ເອົາເລຂບັນຊີ ທະນາຄານຂອງພວກເຂົາເຈົ້າໄປໝົດແລ້ວ ພ້ອມທັງຮັບປາກ ວ່າຈະໂອນຄ່າຊົດເຊີຍ ເຂົ້າບັນຊີໃນໄວໆນີ້, ແຕ່ມາຮອດມື້ນີ້ ກໍຍັງມິດງຽບຢູ່.
ກ່ອນໜ້ານີ້, ປະຊາຊົນບ້ານຫ້ວຍຂຸມ, ເມືອງໄຊ ແຂວງອຸດົມໄຊ ຈໍານວນ 18 ຄອບຄົວ ໄດ້ຮັບເງິນຊົດເຊີຍ ຜົລກະທົບ ຈາກໂຄງການນີ້ ເປັນຊຸດທໍາອິດ, ແຕ່ບໍ່ມີຣາຍງານລະອຽດ ຄັກແນ່ ວ່າໄດ້ເທົ່າໃດ. ສ່ວນຄວາມຄືບໜ້າ ຂອງການກໍ່ສ້າງທາງຣົດໄຟ ຢູ່ແຂວງອຸດົມໄຊ ນັ້ນ, ຫຼ້າສຸດ ບໍຣິສັດ ຜູ້ຮັບເໝົາກໍ່ສ້າງ ໄດ້ເຈາະອຸມົງຣົດໄຟ ສໍາເຣັດແລ້ວ 10 ແຫ່ງ ຈາກທັງໝົດ 32 ແຫ່ງໃນທົ່ວແຂວງ, ຄາດວ່າຈະສໍາເຣັຈ ທັງໝົດ ພາຍໃນປີ 2020.
ໂຄງການສ້າງທາງຣົດໄຟ ລາວ-ຈີນ ກໍ່ສ້າງເສັ້ນທາງ, ຂົວ ແລະ ອຸມົງ ຜ່ານແຂວງອຸດົມໄຊ ມີຄວາມຍາວ 126 ກິໂລແມັຕ ຄິດເປັນ 30 ເປີເຊັນ ຂອງຄວາມຍາວທັງໝົດ ໃນໂຄງການນີ້.