ຣັຖບານ ຫ້າມເອົາເງິນສົດ ເຂົ້າ-ອອກ ປະເທດ ເກີນທີ່ກຳນົດ

ທະນາຄານແຫ່ງ ສປປ ລາວ ແຈ້ງການເຖິງບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງທັງພາຍໃນແລະຕ່າງປະເທດ ຫ້າມນໍາເງິນສົດ ເຂົ້າ-ອອກ ປະເທດ ເກີນ ຫຼື ທຽບເທົ່າ 150 ລ້ານກີບຕໍ່ຄັ້ງ ເພື່ຶອປ້ອງກັນ ບໍ່ໃຫ້ເງິນຕຣາ ຕ່າງປະເທດ ໄຫຼອອກໄປຕ່າງປະເທດ ເກີນຄວາມຈໍາເປັນ.

ທະນາຄານ ແຫ່ງ ສປປ ລາວ, ນະຄອນຫຼວງວຽງຈັນ, ວັນທີ 12 ຕຸລາ 2022. ນັກຂ່າວ ພົລເມືອງ

ທະນາຄານແຫ່ງ ສປປ ລາວ ແຈ້ງການເຖິງບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງທັງພາຍໃນ ແລະຕ່າງປະເທດ ຫ້າມນໍາເງິນສົດ ເຂົ້າ-ອອກປະເທດ ເກີນ ຫຼື ທຽບເທົ່າ 150 ລ້ານກີບ ຕໍ່ຄັ້ງ, ຖ້ານໍາເງິນສົດເຂົ້າ-ອອກ ເກີນຈໍານວນດັ່ງກ່າວ ຕ້ອງແຈ້ງຕໍ່ເຈົ້າໜ້າທີ່ ພາສີ ປະຈໍາດ່ານສາກົລ ເພື່ອຂໍໃບຢັ້ງຢືນ ການນໍາເງິນສົດ ຈໍານວນທີ່ເກີນເຂົ້າປະເທດລາວ.

ສໍາລັບແຈ້ງການດັ່ງກ່າວນີ້ ຖືເປັນມາຕການແກ້ໄຂ ບັນຫາດ້ານການເງິນ ຂອງຣັຖບານລາວ ທີ່ປະເຊີນກັບເງິນຕຣາ ຕ່າງປະເທດ ຂາດແຄນ, ເງິນກີບອ່ອນຄ່າ, ຄ່າເງິນເຟີ້-ຄ່າຄອງຊີບແພງ ແລະການນໍາໃຊ້ເງິນ ຜ່ານລະບົບ ທະນາຄານ.

ດັ່ງເຈົ້າໜ້າທີ່ ທະນາຄານແຫ່ງຊາຕ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 25 ກໍຣະກະດາ ນີ້ວ່າ:

“ແຈ້ງການ ທີ່ອອກໂດຍທະນາຄານກາງ ກ່ຽວກັບເຣື່ອງເງິນສົດຫັ້ນ ແມ່ນເພິ່ນເພີ່ມວົງເງິນ ເປັນ 150 ລ້ານກີບແລ້ວເຈົ້າ, ບໍ່ໄດ້ຈໍາກັດການນໍາເຂົ້າ ຫຼືນໍາອອກ ແຕ່ວ່າເຮົາຢາກແຈ້ງໃຫ້ຊື່ໆເຈົ້າ ໃຫ້ມັນຖືກຕາມລະບຽບ, ເຮົາຂົນເງິນສົດອອກໄປຫຼາຍ ສົມມຸດວ່າ ເປັນໂດລ້າຣ໌ເນາະ ເງິນເຮົາກະອອກຈາກປະເທດໄປຫຼາຍ ອອກຈາກລະບົບ ມັນກະຂາດແຄນເງິນຕຣາຫັ້ນນ່າ ເພາະວ່າ ເພິ່ນຢາກໃຫ້ທຸກຢ່າງ ມາຜ່ານລະບົບທະນາຄານ.”

ທ່ານກ່າວຕື່ມວ່າ ລະບຽບການເດີມ ຄື ຫ້າມນໍາເງິນສົດເຂົ້າ-ອອກປະເທດລາວ ບໍ່ເກີນ ຫຼື ທຽບເທົ່າ 100 ລ້ານກີບຕໍ່ຄັ້ງ ຖ້ານໍາເງິນສົດເຂົ້າ-ອອກ ເກີນຈໍານວນດັ່ງກ່າວ ຕ້ອງແຈ້ງຕໍ່ເຈົ້າໜ້າທີ່ ພາສີປະຈໍາດ່ານສາກົລ ເພື່ອຂໍໃບຢັ້ງຢືນ ການນໍາເງິນສົດ ຈໍານວນທີ່ເກີນ ເຂົ້າປະເທດລາວ.

ສາເຫດ ທີ່ຕ້ອງປັບຂຶ້ນມາເປັນ 150 ລ້ານກີນ ກໍຍ້ອນເງິນກີບອ່ອນຄ່າ ເມື່ອທຽບໃສ່ເງິນບາທ ແລະເງິນໂດລ້າຣ໌ສະຫະຣັຖ ເຊິ່ງກະທົບຕໍ່ອັດຕຣາແລກປ່ຽນ ເຮັດໃຫ້ເກີດຜົລກະທົບ ຕໍ່ການນໍາເຂົ້າ ແລະຊື້ສິນຄ້າ ຈຶ່ງຕ້ອງປັບວົງເງິນເພີ່ມຂຶ້ນ.

ຂະນະທີ່ ເຈົ້າໜ້າທີ່ກະຊວງການເງິນ ກ່າວວ່າ ຫາກບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງທັງພາຍໃນ ແລະຕ່າງປະເທດ ຈໍານໍາເງິນສົດເຂົ້າປະເທດລາວ ຖ້າບໍ່ເກີນ 150 ລ້ານກີບຕໍ່ຄັ້ງ ບໍ່ຕ້ອງແຈ້ງພາສີປະຈໍາດ່ານສາກົລ ຖ້າເກີນ 150 ລ້ານກີບ ຈະຕ້ອງແຈ້ງພາສີ ປະຈໍາດ່ານສາກົລ ທຸກຄັ້ງ ຫາກລະເມີດ ຈະມີຄວາມຜິດຕາມກົດໝາຍ.

ຖ້າຈະນໍາເງິນສົດ ອອກນອກປະເທດລາວ ບໍ່ວ່າຈະເປັນເງິນກີບ ຫຼືເງິນຕຣາຕ່າງປະເທດ ຖ້າບໍ່ເກີນ 150 ລ້ານກີບ ບໍ່ຕ້ອງຂໍອະນຸຍາດ ຈາກທະນາຄານແຫ່ງຊາຕ ຖ້າຫາກເກີນ 150 ລ້ານກີບຂຶ້ນໄປ ຈະຕ້ອງໄດ້ຂໍອະນຸຍາດ ຈາກທະນາຄານແຫ່ງຊາຕ ກ່ອນທຸກຄັ້ງ ເພື່ຶອປ້ອງກັນ ບໍ່ໃຫ້ເງິນຕຣາຕ່າງປະເທດ ໄຫຼອອກໄປຕ່າງປະເທດເກີນຄວາມຈໍາເປັນ.

ດັ່ງເຈົ້າໜ້າທີ່ ກະຊວງການເງິນຜູ້ນີ້ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ບໍ່ໆ ນໍາເງິນເຂົ້າ ບໍ່ໄດ້ມາຂໍອະນຸຍາດເຈົ້າ ມີແຕ່ແຈ້ງພາສີ ປະຈໍາດ່ານເລີຍ ແຈ້ງວ່າເປັນເງິນ ມາຈາກໃສໆຫັ້ນນ່າ ສ່ວນເອົາເງິນອອກພຸ້ນ ຈຶ່ງຄ່ອຍ ໄດ້ມາຂໍເອົາເງິນອອກຈາກປະເທດ.”

ຊາວລາວຜູ້ນຶ່ງ ໃນເມືອງແກ່ນທ້າວ ແຂວງໄຊຍະບູຣີ ກ່າວວ່າ ການກໍານົດ ບໍ່ໃຫ້ນໍາເງິນສົດເຂົ້າ-ອອກປະເທດລາວ ບໍ່ເກີນ ຫຼືທຽບເທົ່າ 150 ລ້ານກີບຕໍ່ຄັ້ງ ຈະບໍ່ໄດ້ຊ່ອຍໃຫ້ ທະນາຄານແຫ່ງຊາຕລາວ ເກັບຊື້ເງິນຕຣາ ຕ່າງປະເທດໄດ້ຫຼາຍຂຶ້ນຢ່າງແນ່ນອນ ຕາບໃດ ທີ່ຣັຖບານລາວ ຍັງບໍ່ສາມາດເຮັດໃຫ້ເງິນກີບແຂງຄ່າຂຶ້ນ.

ປັດຈຸບັນ ຊາວລາວ, ຜູ້ປະກອບການ ຫຼືຫົວໜ່ວຍທຸຣະກິຈ ສ່ວນໃຫຍ ແມ່ນນໍາໃຊ້ເງິນບາທເປັນຫຼັກ ໃນການຊື້-ຂາຍສກິນຄ້າກັບຄົນໄທຍ ໂດຍຈ່າຍເປັນເງິນສົດ ຫຼືໂອນຜ່ານທາງທະນາຄານ ຂອງໄທຍເທົ່ານັ້ນ, ຂະນະທີ່ ບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງທັງພາຍໃນ ແລະຕ່າງປະເທດ ສ່ວນໃຫຍ່ຈະມີບັນຊີທະນາຄານໄທຍ ເຊິ່ງສະດວກສະບາຍໃນການໂອນເງິນ ຫຼືຊໍາຣະສິນຄ້າ ໂດຍບໍ່ຕ້ອງຫຍຸ້ງຍາກໃນການແລກປ່ຽນເງິນຕຣາ.

ສ່ວນບຸກຄົນ, ນິຕິບຸຄົນ ຫຼືໃຜກໍຕາມ ຖ້າມີເງິນສົດ ທີ່ເປັນເງິນຕຣາຕ່າງປະເທດ ຈະບໍ່ນໍາໄປຝາກໄວ້ກັບທະນາຄານທຸຣະກິຈຕ່າງໆ ເນື່ອງຈາກ ເມື່ອຕ້ອງການເບີກຖອນມາໃຊ້ຈ່າຍ  ຫຼືຕ້ອງການເງິນຕຣາຕ່າງປະເທດ ເພື່ອເດີນທາງໄປຕ່າງປະເທດ ຈະມີຄວາມຫຍຸ້ງຍາກ, ຫຼາຍຂັ້ນຕອນ ບໍ່ມີຄວາມສະດວກສະບາຍ ເມື່ອທຽບໃສ່ນອກລະບົບທະນາຄານ.

ດັ່ງຊາວລາວຜູ້ນີ້ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

“ແກ້ຍາກແທ້ ຄັນຝັ່ງໄທຍ ຂະເຈົ້າເອົາເງິນກີບ ກະຊິບໍຍາກດອກ ເພາະວ່າທາງນັ້ນ ຂະເຈົ້າບໍ່ເອົາເງິນກີບເລີຍ, (150 ລ້ານກີບ) ມັນກະບໍ່ໜ້ອຍ ບໍ່ຫຼາຍຊິນ່າ ຂະເຈົ້າກະໜູນວຽນກັນຢູ່ນອກເລີຍ ໝູນທາງນອກລະມັນງ່າຍຈັ່ງຊີ້ນ່າ ຢູ່ແຖວນີ້ ຂະເຈົ້າມີບັນຊີ ເປີດຢູ່ທະນາຄານໄທຍ ບັນຊີສໍາຮອງ ເປັນຂອງໄທຍເລີຍຊີ້ນ່າ.”

ຊາວລາວອີກຜູ້ນຶ່ງ ໃນເມຶືອງຫ້ວຍຊາຍ ແຂວງບໍ່ແກ້ວ ກ່າວວ່າ ເປັນເຣື່ອງທີ່ຫຍຸ້ງຍາກ ແລະທ້າທາຍຫຼາຍ ທີ່ຈະລະດົມໃຫ້ບຸກຄົນ, ນິຕິບຸກຄົນ ຫຼືຫົວໜ່ວຍທຸຣະກິຈບາງແຫ່ງ ນໍາເອົາເງິນສົດ ທີ່ເປັນເງິນຕຣາ ຕ່າງປະເທດ ໄປຝາກທະນາຄານທຸຣະກິຈ ສືບເນື່ອງຈາກ ທະນາຄານທຸຣະກິຈຂອງປະເທດລາວ ຍັງບໍ່ມີຄວາມສະດວກສະບາຍ ໃນການຖອນເງິນ ເຮັດໃຫ້ການນໍາໃຊ້ເງິນສົດຈະດີກວ່າ.

ສ່ວນການຊື້-ຂາຍສິນຄ້າຕາມຕລາດສົດ ຫຼື ຫົວໜ່ວຍທຸຣະກິຈ ສ່ວນໃຫຍ່ ຈະຊື້ເປັນເງິນກີບ ແຕ່ລາຄາສິນຄ້າເຫຼົ່ານັ້ນ ຈະຄິດໄລ່ຕາມອັດຕຣາ ແລກປ່ຽນເງິນບາທ ເນື່ອງຈາກ ສິນຄ້າສ່ວນໃຫຍ່ນໍາເຂົ້າຈາກໄທຍ. ຂະນະທີ່ ການຊື້-ຂາຍສິນຄ້າກັບຄົນໄທຍ ສ່ວນໃຫຍ່ ຄົນລາວ ຈະຖືເງິນສົດແລ້ວຂ້າມໄປຊື້ສິນຄ້າກັບຄົນໄທຍໂດຍຕຣົງ.

ຖ້າບຸກຄົນ, ນິຕິບຸກຄົນ ຫຼືໃຜກໍຕາມ ຕ້ອງການເງິນຕຣາຕ່າງປະເທດ ເຊັ່ນ ເງິນບາທ ສ່ວນໃຫຍ່ ກໍຈະໄປຫາແລກກັບ ຫົວໜ່ວຍທຸຣະກິຈ ຢູ່ຕາມຕລາດມືດ ຈະບໍ່ໄປແລກກັບທະນາຄານທຸຣະກິຈ ຂອງລາວ ເພາະແລກຍາກ ແລະຍັງຈໍາກັດວົງເງິນ.

ດັ່ງຊາວລາວຜູ້ນີ້ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

“ສ່ວນຫຼາຍ ກະຈະເປັນເງິນສົດກວ່າ ເງິນສົດຫຼາຍກວ່າເນາະ ເງິນສົດຫຼາຍກວ່າເງິນໂອນ ເຮົາມັນຢູ່ຊາຍແດນເນາະ ມັນຈະຫຍຸ້ງຍາກໜ້ອຍນຶ່ງເນາະ ເພາະວ່າເຮົາຊື້ເພິ່ນ (ໄທຍ) ມາຂາຍເດ້ ຄັນບໍ່ເອົາເຮົານໍາເພິ່ນກະບໍ່ມີແນວຂາຍ ມັນຈະເປັນແນວນັ້ນ, ຄັນບໍ່ມີເງິນບາທ ເຂົາກະໄປຊອກແລກນໍາກັນ ແຕ່ກໍຈະໄດ້ເງິນ ເລທສູງແດ່ໜ້ອຍນຶ່ງຫັ້ນນ່າ ຂ້ອນຂ້າງປິດຂໍ້ມູນແດ່ໜ້ອຍນຶ່ງຫັ້ນແຫຼະ.”

ກ່ຽວກັບເຣື່ອງນີ້ ທ່ານສາຍທອງ ໄຊຍະວົງ ສະມາຊິກສະພາແຫ່ງຊາຕ ແຂວງຈໍາປາສັກ ກໍໄດ້ກ່າວຕໍ່ກອງປະຊຸມສໄມສາມັນເທື່ອທີ 5 ຂອງສະພາແຫ່ງຊາຕລາວ ຊຸດທີ 9 ທີ່ຫາກໍຈົບໄປເມື່ອບໍ່ດົນມານີ້ ວ່າ ຣັຖບານລາວ ຕ້ອງເລັ່ງສ້າງຄວາມເຊື່ອໝັ້ນ ເຮັດແນວໃດກະໄດ້ ໃຫ້ເງິນກີບກັບມາແຂງຄ່າ ແລະເຮັດໃຫ້ຄົນໃນປະເທດລາວ ຫັນມາໃຊ້ຈ່າຍເງິນກີບ ຫຼາຍຂຶ້ນກວ່າເກົ່າ ຖ້າຍັງແກ້ໄຂບັນຫາບໍ່ໄດ້ ອະນາຄົດ ເງິນກີບ ຈະກາຍເປັນບັນຫາໃຫຍ່.

ດັ່ງທ່່ານກ່າວ ໃນຕອນນຶ່ງວ່າ:

“ບັນຫາດັ່ງກ່າວນີ້ ພວກເຮົາຈະຕ້ອງເຂັ້ມງວດເຄັ່ງຄັດ ຄັນພວກເຮົາບໍ່ພາກັນເຮັດ ນະເວລານີ້ ພວກເຮົາຈະມີບັນຫາ ແມ່ນທຸກຄົນໃນສັງຄົມ ຈະຕ້ອງພ້ອມກັນຈັດຕັ້ງປະຕິບັດບັນຫາດັ່ງກ່າວນີ້ ແລ້ວສະນັ້ນ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຈະຕ້ອງໄດ້ມີມາຕການ ໃນການແກ້ໄຂບັນຫາດັ່ງກ່າວນີ້ ຍ້ອນພວກເຮົາທັງໝົດນີ້ ບໍ່ເຊື່ອໝັ້ນໃນເງິນກີບຂອງເຮົາ ເຮົາຈຶ່ງໄປຖືເງິນບາທ ເຮົາຈຶ່ງໄປຖືເງິນໂດລ້າຣ໌.”

ກ່ອນໜ້ານີ້ ທະນາຄານແຫ່ງຊາຕ ກໍໄດ້ກໍານົດໃຫ້ທະນາຄານທຸຣະກິຈ ແລະຮ້ານແລກປ່່ຽນເງິນຕຣາໃນທົ່ວປະເທດ ສາມາດຂາຍເງິນຕຣາຕ່າງປະເທດ ໃຫ້ກັບບຸກຄົນໄດ້ ບໍ່ເກີນ 15 ລ້ານກີບ ຕໍ່ຄົນຕໍ່ມື້ ໂດຍບຸກຄົນເຫຼົ່ານັ້ນ ຕ້ອງລະບຸຈຸດປະສົງໃນການແລກປ່ຽນເງິນຕຣາ ຢ່າງຈະແຈ້ງ ພ້ອມທັງນໍາສໍາເນົາບັດປະຈໍາໂຕ ຫຼື ສໍາມະໂນຄົວ ຫຼື ໜັງຜ່ານແດນໄວ້ເປັນຫຼັກຖານ.

ປັດຈຸບັນ ທະນາຄານທຸຣະກິຈ ຕ່າງໆຢູ່ປະເທດລາວ ສາມາດຊື້ເງິນຕຣາຕ່າງປະເທດ ໄດ້ໜ້ອຍກວ່າລະດັບທີ່ຄວນຈະເປັນ ຫຼືໜ້ອຍກວ່າມູນຄ່າການສົ່ງອອກ ແລະມູນຄ່າການລົງທຶນ ຈາກຕ່າງປະເທດຫຼາຍ ແຕ່ຄວາມຮຽກຮ້ອງຕ້ອງການ ເງິນຕຣາຕ່າງປະເທດ ຂອງທົ່ວສັງຄົມ ເພື່ອການຊໍາຣະສະສາງ ກັບຕ່າງປະເທດ ຍັງສືບຕໍ່ຢູ່ໃນລະດັບສູງ ແລະເພີ່ມຂຶ້ນຕໍ່ເນື່ອງ.

ນາຍົກຣັຖມົນຕຣີລາວ ທ່ານສອນໄຊ ສີພັນດອນ ກໍໄດ້ອອກຄໍາສັ່ງ ວ່າດ້ວຍການຈັດຕັ້ງປະຕິບັດ ການຄຸ້ມຄອງເງິນຕຣາຕ່າງປະເທດ ລົງວັນທີ 14 ກໍຣະກະດາ 2023 ນີ້ ເພື່ອເຮັດໃຫ້ການຄຸ້ມຄອງເງິນຕຣາຕ່າງປະເທດ ປະຕິບັດຢ່າງເຂັ້ມງວດ ຕາມກົດໝາຍ ວ່າດ້ວຍ ການຄຸ້ມຄອງເງິນຕຣາຕ່າງປະເທດ ຂໍ້ສໍາຄັນແມ່ນ:  ຫ້າມຄອບຄອງເງິນຕ່າງປະເທດ, ຖ້າມີ ໃຫ້ຝາກໄວ້ກັບທະນາຄານ, ໃຫ້ໃຊ້ແຕ່ເງິນກີບ ລວມທັງ ໃນເຂດເສຖກິຈພິເສດ ແລະກາສິໂນ, ໃຫ້ຕິດປ້າຍສິນຄ້າ ໂຄສະນາ ຂາຍ ແລະ ຊື້ ທຸກຢ່າງຕ້ອງເປັນເງິນກີບ ໃນນັ້ນ ລວມທັງການຊື້ຂາຍຣົຖ ເຮືອນ ແລະ ດິນ, ຮ້ານຄ້າ ຮ້ານອາຫານ ແລະໂຮງແຮມ ໃຫ້ເກັບເປັນເງິນກີບ ແລະນາຍຈ້າງ ຕ້ອງຈ່າຍຄ່າຈ້າງເປັນເງິນກີບ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org