ຊາວບ້ານເຂື່ອນນ້ຳງື່ມ 2 ຍັງ ລໍາບາກ
ຊາວບ້ານ ຜູ້ ທີ່ຖືກ ໂຍກຍ້າຍ ຍ້ອນ ໂຄງການ ນ້ຳງື່ມ 2 ບໍ່ໄດ້ ຄ່າ ຊົດເຊີຍ ຕາມ ທີ່ ທາງ ໂຄງການ ໄດ້ ສັນຍາ ໄວ້.
-
ສິດນີ
2015-02-12 -
-
-
Your browser doesn’t support HTML5 audio
ຊາວບ້ານ ທີ່ ບ້ານ ຈັດສັນ ໃນ ໂຄງການ ເຂື່ອນ ນ້ຳງື່ມ 2 ທີ່ ແຂວງ ວຽງຈັນ ເວົ້າວ່າ ພວກ ຂະເຈົ້າ ບໍ່ໄດ້ຮັບ ຄ່າ ຊົດເຊີຍ ຕາມທີ່ ໂຄງການ ສັນຍາ ໄວ້, ໄດ້ຮັບ ດິນ ປູກຝັງ ພຽງແຕ່ 0.5 ເຮັກຕາ ຕໍ່ ຄອບຄົວ ເທົ່ານັ້ນ ແທນທີ່ ຈະໄດ້ ເຕັມ 1 ເຮັກຕາ ຕໍ່ ຄອບຄົວ ຕາມທີ່ ສັນຍາ ແລະ ໂຄງການ ໄດ້ ລ້ຽງດູ ບໍ່ຮອດ 10 ເດືອນ:
"ເບື້ອງຕົ້ນ ບໍຣິສັດ ຕົກລົງ ວ່າ ຄອບຄົວ ລະ 1 ເຮັກຕາ ເນາະ ມາ ສຳຣສດ ຄືນແລ້ວ ດິນນັ້ນ ແມ່ນ ເປັນດິນພູ ແດ່ກໍມີ ແທກແລ້ວ ຄອບຄົວ ນຶ່ງ 0.5 ເນາະ ບາງບ່ອນ ກໍເປັນ ດິນພູ ບາງບ່ອນ ກໍເປັນ ດິນພຽງ. ມາ ອີງຕາມໂຊກ ຊາຕາ ຂອງ ແຕ່ລະຄົນ ຈັດສັນ ຖືກບ່ອນ ນັ້ນ ກໍຈຳເປັນ ເຣື້ອງລ້ຽງດູ ເວົ້າ ເຣື້ອງເຂົ້າ ເຣື້ອງນ້ຳ ເພີ່ນລ້ຽງ ນັບ ຕັ້ງແຕ່ ເຮົາຍ້າຍ ມາແລ້ວ ແມ່ນ ເພິ່ນ ໄດ້ເບີກເຂົ້າ ແຕ່ ເດືອນ 2 ຮອດ ເດືອນ 12 ບໍ່ຮອດ 10 ເດືອນ ເຣື້ອງກຸ້ມ ກໍ່ຊີ່ ບໍ່ກຸ້ມ".
ຊາວບ້ານ ເວົ້າ ອີກວ່າ ຜູ້ຄົນ ທີ່ ໄດ້ຮັບ ຜົລກະທົບ ມີ 1 ພັນ ກວ່າ ຄອບຄົວ ຖືກ ໂຍກຍ້າຍ ຈາກ 16 ບ້ານ ໃນເຂດ ກໍ່ສ້າງ ມາຢູ່ ບ້ານ ໂພນສະຫວາດ ເມືອງ ເຟືອງ ຕັ້ງແຕ່ ເດືອນ ມົກກະຣາ ປີ 2010. ທາງ ໂຄງການ ໄດ້ ແຈກຢາຍ ອາຫານ ແລະ ຈ່າຍ ເງິນ ຄ່າລ້ຽງດູ ຕາມ ສັນຍາ ເປັນເວລາ 10 ເດືອນ ແຕ່ ບໍ່ຮອດ ໃນ ປັດຈຸບັນ ຊາວບ້ານ ຍັງ ບໍ່ສາມາດ ຕັ້ງຕົວ ໄດ້ ເທື່ອ ບາງ ຄອບຄົວ ໄດ້ໄປ ເຮັດວຽກ ກະສິກັມ ໃນພື້ນທີ່ ຫວງຫ້າມ ແລະ ກໍຖືກ ປັບໄຫມ ເປັນ ປະຈຳ.
ແຕ່ ເຈົ້າຫນ້າທີ່ ທ້ອງຖິ່ນ ເວົ້າວ່າ ຊາວບ້ານ ເຄີຍໄດ້ ເຮັດ ຫນັງສື ຮ້ອງຮຽນ ເຣື້ອງ ບັນຫາ ດັ່ງກ່າວ ໄປຍັງ ສະພາ ແຫ່ງຊາດ ແລ້ວ ແຕ່ ທາງການ ຕ້ອງການ ຢາກໃຫ້ ຊາວບ້ານ ມາ ໂອ້ລົມ ກັບ ເຈົ້າຫນ້າທີ່ ທ້ອງຖິ່ນ ໂດຍກົງ. ທ່ານ ກ່າວວ່າ:
"ຂັ້ນເທິງ ເພິ່ນ ກໍຊິ ດຳເນີນການ ແນວໃດ ກໍເປັນ ຫນ້າທີ່ ຂອງເພິ່ນ ພວກເຮົາ ສເນີແລ້ວ ສຳລັບ ຂັ້ນ ທ້ອງຖິ່ນ ການລ້ຽງ ເຂົ້າ ການ ປະຕິບັດ ຫລື ຄ່າ ປ່ວຍການ ຕ່າງໆ ເຮົາ ປະຕິບັດ ຫມົດແລ້ວ ຣາຍຣະອຽດ ແທ້ ຢາກໃຫ້ ທາງນັ້ນມາ ປືກສາ ນຳ ການນຳ ຂອງ ແຂວງ ກໍໄດ້ ເພາະວ່າ ເພິ່ນ ກໍລົງມາ ຕລອດ".
ໂຄງການ ນ້ຳງື່ມ 2 ມີກຳລັງ ຜລິດ 615 ເມກາວັດ ສ້າງໃສ່ ນ້ຳງື່ມ ໂດຍ ບໍຣິສັດ ຊໍ ການຊ່າງ ຂອງໄທ ໃນປີ 2011 ໃນການ ສຳປະທານ 27 ປີ ໄຟຟ້າ ຈະຂາຍໃຫ້ ໄທ ແລະ ຈະໃຊ້ ພາຍໃນ ແຂວງ ວຽງຈັນ.