ເງິນກີບອ່ອນຄ່າ ຍ້ອນຮ້ານແລກເງິນ ນອກລະບົບ

ທາງການລາວກ່າວຫາວ່າ ຮ້ານແລກເງິນທີ່ບໍ່ໄດ້ຮັບອະນຸຍາ ເຮັດໃຫ້ເງິນກີບອ່ອນຄ່າ ເພາະມີການຮັບຊື້ເງິນ ເພື່ອຂາຍກິນກຳໄລ ໃນລາຄາສູງເກີນກວ່າ ທີ່ທາງທະນາຄານ ແຫ່ງ ສປປ ລາວ ກຳນົດ, ເຮັດໃຫ້ ທະນາຄານ ບໍ່ມີເງິນຕຣາຕ່າງປະເທດ ພຽງພໍໃນການຂາຍ ໃຫ້ຜູ້ປະກອບການ ທຸຣະກິຈເພື່ອໃຊ້ຊື້ສິນຄ້າ ຈາກຕ່າງປະເທດ ດ້ວຍເຫດນີ້ ທາງການລາວ ຈຶ່ງໄດ້ກຳນົດໄວ້ ຢູ່ໃນກົດໝາຍວ່າດ້ວຍ ການຄຸ້ມຄອງເງິນຕຣາຕ່າງປະເທດ ຂອງລາວ ແລະຂໍ້ຕົກລົງວ່າດ້ວຍທຸຣະກິຈ ແລກປ່ຽນເງິນຕຣາ ຂອງທະນາຄານແຫ່ງ ສປປ ລາວ ສ່ວນຮ້ານແລກເງິນ ທີ່ຢູ່ນອກລະບົບ ຈະຖືກອົບຮົມ ແລະລົງໂທດ ຕາມກົດໝາຍ ຫາກມີການກວດພົບ.

ທະນາຄານແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນ, ວັນທີ 15 ເມສາ 2022. RFA

ປັດຈຸບັນ ພວກຮັບຊື້ ແລະຂາຍເງິນຕຣາຕ່າງປະເທດ ຈໍານວນນຶ່ງຢູ່ປະເທດລາວ ເປັນຕົ້ນເງິນໂດລາຣ໌ສະຫະຣັຖ, ເງິນບາດ ແລະເງິນຢວນ, ຊື້ສະສົມໄວ້ໃນລາຄາສູງກວ່າ ທີ່ທະນາຄານແຫ່ງ ສປປ ລາວ ໃຫ້, ເມື່ອທາງທະນາຄານບໍ່ມີເງິນຕຣາ ຕ່າງປະເທດ ພວກເຂົາກໍນໍາອອກມາຂາຍ ໃນລາຄາສູງ ເຮັດໃຫ້ເງິນກີບອ່ອນຄ່າລົງຕື່ມ.

ດັ່ງນັກຊ່ຽວຊານການເງິນ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 28 ເມສານີ້ວ່າ:

ຍົກໂຕຢ່າງ ເຊັ່ນ ເຮົາເປັນຄົນປັນເງິນ ຊື້ເງິນໂດລາຣ໌ ເກັບຊື້ເລື້ອຍໆ ເຮົາໃຫ້ເຣັດທີ່ດີ ກໍຄືລູກຄ້າຈະມາຂາຍໃຫ້ເຮົາ. ທະນາຄານໃຫ້ເຣດບໍ່ຮອດ, ທະນາຄານກໍເກັບຊື້ບໍ່ໄດ້. ຖ້າເຮົາເກັບຊື້, ຊື້ໃນລາຄາເຣດທີ່ດີ ເຮົາກັກຊື້. ເຮົາກັກຕູນເງິນໂດລາຣ໌ໄດ້ຫລາຍໆ ເງິນໂດລາຣ໌ທີ່ຈະມາສັນຈອນ ໃນລະບົບການເງິນ ມັນບໍ່ມີ ແຕ່ຄວາມຕ້ອງການ ຄວາມຕ້ອງການເງິນໂດລາຣ໌ ເພື່ອຊໍາຣະຕ່າງປະເທດ ເຮົາກໍຈຶ່ງຄ່ອຍທະຍອຍຂາຍກໍໄດ້ ເຮົາກສາມາດສ້າງເງິນຄໍາຈາກໂຕນີ້.

ທີ່ຜ່ານມາ ທະນາຄານແຫ່ງ ສປປ ລາວ ໄດ້ຂາຍເງິນຕຣາຕ່າງປະເທດໃຫ້ຮ້ານແລກປ່ຽນ ເງິນຕຣາຕ່າງປະເທດ 419 ຮ້ານໃນທົ່ວປະເທດ ທີ່ຢູ່ພາຍໃຕ້ການຄຸ້ມຄອງໂດຍກົງ ຂອງທະນາຄານທຸຣະກິຈ ແລະໄດ້ຮັບອະນຸຍາດ ຈາກທະນາຄານແຫ່ງ ສປປ ລາວ, ຮ້ານແລກປ່ຽນເງິນຕຣາຕ່າງປະເທດນັ້ນ ຈະຂາຍເງິນຕຣາຕ່າງປະເທດ ໃຫ້ຄົນທົ່ວໄປຕາມລາຄາ ທີ່ທາງທະນາຄານແຫ່ງ ສປປ ລາວ ກໍານົດໃຫ້.

ດັ່ງເຈົ້າໜ້າທີ່ຄຸ້ມຄອງ ທະນາຄານທຸຣະກິຈ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ດຽວກັນນີ້ວ່າ:

ແຕ່ລະທະນາຄານຂອງລາວຫັ້ນນ່າ ພວກນັ້ນຈະເປັນຜູ້ກໍານົດອັດຕຣາ ແລກປ່ຽນແຕ່ລະເທື່ອ ທະນາຄານເຮົາສິມີ gap ໃຫ້ເນາະ ເຮົາສິມີ gap ໃຫ້ເຂົາຫັ້ນນ່າ ຂະເຈົ້າຈະໄປແລກຢູ່ gap ຫັ້ນ ສິໃຫ້ເຈົ້າໄປເບິ່ງວ່າ ແຕ່ລະທະນາຄານຂະເຈົ້າ ຈະກໍານົດອັດຕຣາແລກປ່ຽນບໍ່ທໍ່ກັນເດ໋ ແມ່ນແລ້ວ ມັນກໍເປັນການຕົກລົງລະຫວ່າງ 2 ຄົນຂະເຈົ້າຫັ້ນນ່າ ລະຫວ່າງທະນາຄານ ກັບຮ້ານແລກປ່ຽນ ສ່ວນຫລາຍເຂົາກໍເກັບຊື້ກັບລູກຄ້າປົກກະຕິນີ້ແຫລະ.

ພ້ອມດຽວກັນນັ້ນ ກໍມີຮ້ານແລກປ່ຽນເງິນຕຣາຈໍານວນນຶ່ງ ຮັບຊື້ເງິນຕຣາຕ່າງ ປະເທດຈາກຄົນທົ່ວໄປນໍາອີກດ້ວຍ ເພື່ອເອົາໄວ້ຂາຍໃນລາຄາສູງ ເມື່ອທະນາຄານແຫ່ງ ສປປ ລາວ ບໍ່ມີເງິນຕຣາຕ່າງປະເທດ ທີ່ຈະຂາຍ.

ດັ່ງພະນັກງານຮ້ານຮັບຊື້ ແລະຂາຍເງິນຕຣາຕ່າງປະເທດແຫ່ງນຶ່ງ ຢູ່ນະຄອນຫລວງວຽງຈັນ ເວົ້າວ່າ:

ແມ່ນແລ້ວ ຂຶ້ນຫລາຍ. ກີບກັບເອົາບາດເປັນຄືກັນໝົດ ໂດລາຣ໌ກໍເປັນ ປັບໄປຕາມຮ້ານແຕ່ລະຮ້ານເພາະວ່າຮ້ານມັນກະຢູ່ເຄືອດຽວກັນ ມັນຂາຍຕ່າງກັນບໍ່ໄດ້ ຂະເຈົ້າຂາຍໄດ້ທໍ່ໃດ ກໍຕ້ອງໄດ້ຂາຍຕາມກັນ. ບໍ່ໆ ທະນາຄານຂອງປະເທດ ບໍ່ມີຂາຍໃຫ້ເຮົາຢູ່ແລ້ວ. ອໍ໋ ບໍ່ຊື້ນໍາລູກຄ້າ ທະນາຄານບໍ່ໄດ້ມີສ່ວນຫຍັງ ກັບພວກເຮົາ.

ເພື່ອແກ້ໄຂບັນຫາດັ່ງກ່າວ ກົມຕໍາຣວດເສຖກິດໄດ້ໄປກວດກາ 33 ຮ້ານແລກ ປ່ຽນເງິນຕຣາຕ່າງປະເທດຢູ່ນະຄອນຫລວງວຽງຈັນ ແລະໄດ້ກວດພົບ 16 ຮ້ານ ທີ່ດໍາເນີນທຸຣະກິດແບບ ບໍ່ໄດ້ຮັບອະນຸຍາດຈາກທາງການ ຊຶ່ງສ່ວນຫລາຍແມ່ນກວດພົບ ຢູ່ໃນແຂດຕລາດຊັງຈຽງຂອງຈີນ, ສູນການຄ້າໃນເຂດ ໜອງຈັນ ແລະໜອງດ້ວງ. ນອກຈາກນັ້ນກໍຍັງມີຫົວໜ່ວຍທຸຣະກິດ ທີ່ໂຄສະນາຊື້-ຂາຍເງິນ ຕຣາຕ່າງປະເທດ ຜ່ານທາງສື່ສັງຄົມອອນລາຍນ໌ ແບບບໍ່ໄດ້ຮັບອະນຸຍາດ ແລະມີລັກສະນະຫລອກລວງນໍາດ້ວຍ.

ດັ່ງເຈົ້າໜ້າທີ່ຕໍາຣວດເສຖກິດ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງທ່ານນຶ່ງກ່າວວ່າ:

ຖ້າເປັນຮ້ານທີ່ຖືກຕ້ອງ ມັນຈະມີໃບທະບຽນຣັຖວິສາຫະກິຈນ່າ ຖ້າຮ້ານບໍ່ຖືກຕ້ອງມັນຈະບໍ່ມີ ມັນເປັນຮ້ານແບບວ່າຢ່າງລັບໆແນ່ ທໍາໂດຍບໍ່ຖືກຕ້ອງ ຮ້ານທີ່ຖືກຕ້ອງມັນຈະບໍ່ລັບ ມັນຈະເປີດເຜີຍເລີຍ ອໍ໋ ກໍຫລາຍເຕີບ ໃຫເຮົາກໍກໍາລັງກວດຄົ້ນຢູ່ ແມ່ນລະ ຢູ່ນະຄອນຫລວງຫລາຍສຸດ ໂຕອັນແລກປ່ຽນ ບາງເທື່ອມັນກໍ ມັນຈະລົດເຣດເງິນອີ່ຫຍັງພຸ້ນແຫລະ.

ຕາມລະບຽບການ ການໃຫ້ບໍຣິການແລກປ່ຽນເງິນຕຣາ, ການກໍານົດ ແລະການຕິດປະກາດອັດຕຣາແລກປ່ຽນ ຈະຕ້ອງໄດ້ຮັບອະນຸຍາດຈາກທະນາຄານແຫ່ງ ສປປ ລາວ ດັ່ງທີ່ໄດ້ກໍານົດໄວ້ຢູ່ໃນກົດໝາຍວ່າດ້ວຍ ການຄຸ້ມຄອງເງິນຕຣາຕ່າງປະເທດ ຂອງລາວ ແລະຂໍ້ຕົກລົງວ່າດ້ວຍທຸຣະກິຈ ແລກປ່ຽນເງິນຕຣາ ຂອງທະນາຄານແຫ່ງ ສປປ ລາວ. ຖ້າຜູ້ໃດລະເມີດຈະຖືກສຶກສາອົບຮົມ ແລະປັບໃໝ ຕາມມາດຕຣາ 47 ຂອງກົດໝາຍ ແລະມາດຕຣາ 49 ກໍໄດ້ກໍານົດໄວ້ ເຖິງການປັບໃໝ 30 ລ້ານກີບ ສໍາລັບຜູ້ທີ່ດໍາເນີນທຸຣະກິຈ ຫລືແລກປ່ຽນເງິນຕຣາ ແບບບໍ່ໄດ້ຮັບອະນຸຍາດ. ສໍາລັບການກໍານົດ, ການປະກາດ ຫລືປະຕິບັດອັດຕຣາ ແລກປ່ຽນຂອງທະນາຄານທຸຣະກິຈ, ຮ້ານແລກປ່ຽນເງິນຕຣາ ຫລືສະຖານທີ່ບໍຣິການ ທີ່ບໍ່ຖືກຕ້ອງຕາມລະບຽບການ ແມ່ນຈະຖືກປັບໃໝ 50 ລ້ານກີບຕໍ່ຄັ້ງ, ຫາກລະເມີດເປັນອາຈິນ ຈະໄດ້ຮັບໂທດຕາມທີ່ລະບຸໄວ້ ໃນປະມວນກົດໝາຍອາຍາ.

ເມື່ອປະມານ 2-3 ປີກ່ອນ ຫາກຕ້ອງການເງິນໄທຍ 1 ບາດ ຕ້ອງໄດ້ເອົາເງິນກີບແລກປະມານ 260-290 ກີບ, ແຕ່ໃນປັດຈຸບັນ ຕ້ອງໄດ້ເອົາເງິນກີບແລກເຖິງ 370-380 ກີບ ຕາມລາຄາຂອງທະນາຄານແຫ່ງ ສປປ ລາວ ຫລື 400-410 ກີບຕາມລາຄາຂອງຮ້ານແລກປ່ຽນເງິນຕຣາທົ່ວໄປ ເຮັດໃຫ້ລາຄາສິນຄ້າຢູ່ລາວສູງຂຶ້ນ ປະມານ 15 ຫາ 25% ເນື່ອງຈາກສິນຄ້າ ສ່ວນຫລາຍຢູ່ລາວ ແມ່ນນໍາເຂົ້າມາຈາກຕ່າງປະເທດ.

ດັ່ງຊາວນະຄອນຫລວງວຽງຈັນ ນາງນຶ່ງເວົ້າຕໍ່ວິທຍຸ ເອເຊັຽເສຣີໃນມື້ວັນທີ 28 ເມສານີ້ວ່າ:

ທິດນີ້ແຫລະ ຫາກໍ່ຂຶ້ນອາທິດນີ້ ຂຶ້ນແລ້ວໆກໍລົງ ຂຶ້ນແລ້ວກໍຂຶ້ນຄືນອີກ ກະທົບກັບພວກແມ່ຄ້າຫັ້ນແຫລະ ຂຶ້ນຫລາຍ ທຸກຄົນກະທົບເບິດຫັ້ນແຫລະ ເພາະວ່າອີ່ຫຍັງກໍແພງເນາະ ຄັນເງິນຂຶ້ນ ແມ່ນ ສ່ວນຫລາຍກໍມາຈາກທາງໄທຍ.

ອີງຕາມການຣາຍງານ ກ່ຽວກັບສະພາບເງິນເຟີ້ ປະຈໍາເດືອນມີນາຜ່ານມາ ຂອງສູນສະຕິຖິແຫ່ງຊາດ, ກະຊວງແຜນການ ແລະການລົງທຶນ ໃນມື້ວັນທີ 1 ເມສານີ້, ທຽບໃສ່ເດືອນດຽວກັນຂອງປີກາຍ ເງິນກີບເຟີ້ເພິ່ມຂຶ້ນ 8.5%, ສເລັ່ຍ 3 ເດືອນຕົ້ນປີນີ້ ແມ່ນເຟີ້ 7.4% ຍ້ອນການຣະບາດຂອງ ໂຄວິດ-19, ລາຄານໍ້າມັນສູງຂຶ້ນຢ່າງຕໍ່ເນື່ອງ ແລະຄ່າເງິນກີບຜັນຜວນ ທຽບກັບເງິນຕຣາຕ່າງປະເທດ ເຮັດໃຫ້ການບໍຣິການທຸກຢ່າງ ແລະລາຄາສິນຄ້າປະເພດຕ່າງໆ ແພງຂຶ້ນ ອັນສົ່ງຜົລກະທົບ ແລະສ້າງຄວາມຫຍຸ້ງຍາກໜັກໜ່ວງ ໃຫ້ແກ່ການດໍາລົງຊີວິດ ຂອງປະຊາຊົນລາວ.  

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org