ສສຊ ສເນີ ກວດກາ ທີ່ດິນ ທົ່ວປະເທດຄືນ
2019.07.07

ຍານາງ ບົວຄໍາ ທິບພະວົງ, ສະມາຊິກສະພາແຫ່ງຊາດ ເຂດ 1 ນະຄອນຫຼວງວຽງຈັນ, ສເນີ ໃຫ້ຣັຖບານລາວ ກວດກາທີ່ດິນ ທົ່ວປະເທດ, ຊຶ່ງມີຜູ້ຈອງ ແລະ ບຸກລຸກເອົາ ແບບບໍ່ຖືກຕ້ອງ ຕາມກົດໝາຍ ນັ້ນຄືນ, ໂດຍສະເພາະ ເຈົ້າໜ້າທີ່ຣັຖບາງຄົນ ທີ່ໄປຈອງເອົາທີ່ດິນຣັຖ ມາເປັນຂອງຕົນເອງ, ດັ່ງທີ່ ຍານາງກ່າວ ໃນກອງປະຊຸມສມັຍສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ 8 ເມື່ອເດືອນມິຖຸນາ ຜ່ານມາ ຕອນນຶ່ງວ່າ:
"ຈັບຈອງ ທີ່ດິນໄວ້ຊື່ໆ ອັນນີ້ ເປັນບັນຫານຶ່ງທີ່ ປະຊາຊົນເຈັບໃຈ ຂນາດເນາະ ຄູ່ມື້ນີ້ ບາງຄົນ ໄປເຫັນຈັບຈອງໄວ້ ບາງເທື່ອວ່າ ແມ່ນດິນຣັຖ ມາຮອດມື້ນີ້ ລະປັນກັນ ເອົາຄົນລະຕອນໆ ໄປເດ໊ ວ່າແມ່ນດິນປກສ ປກສ ກໍແລ້ວ ແຕ່ບັນດາທ່ານ ດິນສງວນ ກໍແຕ່ວ່າ ແມ່ນເຂດ ສງວນແລ້ວ ບາດສຸດທ້າຍ ກໍເປັນລັອກ ຢາກໃຫ້ກວດດິນຄືນ ນໍາບັນຫານີ້ອີກ ໃຫ້ກວດໄວໆ ນີ້ໄດ້ ບໍ່ສົມມຸດວ່າ.”
ຍານາງເວົ້າວ່າ ເຈົ້າໜ້າທີ່ຣັຖ ຕ້ອງເປັນແບບຢ່າງ ທີ່ດີ ເພື່ອໃຫ້ປະຊາຊົນ ເຊື່ອໝັ້ນ ໃນການປະຕິບັດໜ້າທີ່, ບໍ່ແມ່ນ ຈະສວຍໂອກາດ ໃຊ້ຕໍາແໜ່ງ ໜ້າທີ່ຂອງຕົນ ເກັບຜົລປໂຍດ ໃຫ້ຕົນເອງ, ບໍ່ເບິ່ງຄວາມທຸກຍາກ ຂອງປະຊາຊົນ ທີ່ບໍ່ມີຮອດ ທີ່ດິນທໍາມາຫາກິນ. ຕໍ່ບັນຫາ ດັ່ງກ່າວນີ້ ທ່ານ ສົມມາດ ພົນເສນາ, ຣັຖມົນຕຣີ ກະຊວງຊັພຍາກອນ ທັມຊາດ ແລະ ສິ່ງແວດລ້ອມ, ກ່າວຕອບ ຂໍ້ສເນີ ຂອງສະມາຊິກ ສະພາແຫ່ງຊາດ ວ່າ ເພື່ອບໍ່ໃຫ້ມີ ການຈັບຈອງ ແລະ ບຸກລຸກ ທີ່ດິນ ແບບຊະຊາຍ ຄືໃນ ປັດຈຸບັນນີ້ ຈຶ່ງເພີ່ມມາຕການ ຄຸ້ມຄອງ ທີ່ດິນ ໄວ້ໃນມາດຕຣາ 8 ຂອງກົດໝາຍ ວ່າດ້ວຍ ທີ່ດິນ ສບັບປັບປຸງ ດັ່ງທີ່ທ່ານກ່າວວ່າ:
"ເພື່ອແກ້ໄຂບັນຫາ ການບຸກລຸກ ຈັບຈອງ ທີ່ດິນໃຫ້ມີຄວາມ ຈະແຈ້ງ ຢູ່ໃນຮ່າງກົດໝາຍ ວ່າດ້ວຍ ທີ່ດິນ ສບັບປັບປຸງນີ້ ພວກຂ້າພະເຈົ້າ ໄດ້ສເນີເພີ່ມ ມາດຕຣາ 8 ວ່າດ້ວຍ ມາຕການ ການຈັບຈອງ ແລະ ບຸກລຸກ ທີ່ດິນ ເພື່ອເປັນບ່ອນອີງ ໃນການແກ້ໄຂ ບັນຫາດັ່ງກ່າວ ຢ່າງເດັດຂາດ ແລະ ເພື່ອປ້ອງກັນ ການຈັບຈອງ ແລະ ບຸກລຸກ ທີ່ດິນ ແບບຊະຊາຍ ໃນປັດຈຸບັນ.”
ທ່ານກ່າວຕື່ມ ອີກວ່າ ໃນມາດຕຣາ 8 ນີ້ ໄດ້ກໍານົດໃຫ້ ມີອົງການຄຸ້ມຄອງທີ່ດິນ ນັບແຕ່ ຂັ້ນບ້ານ, ຂັ້ນເມືອງ, ຂັ້ນແຂວງ ໄປເຖິງຣະດັບ ປະເທດ ເພື່ອກວດກາທີ່ດິນ ໂດຍມີສິດ ໃນການແກ້ໄຂ ຂໍ້ຂັດແຍ່ງ, ຍົກເລີກ ສັນຍາເຊົ່າ-ສັມປະທານ ທີ່ດິນ ແລະ ມອບສິດ ນໍາໃຊ້ທີ່ດິນ ຕາມຄວາມເຫັນຊອບ ຂອງອົງການຄຸ້ມຄອງ ທີ່ດິນ. ພ້ອມດຽວກັນນັ້ນ, ທ່ານກໍໄດ້ສເນີ ໃຫ້ຣັຖບານ ຍົກເລີກສັນຍາ ເຊົ່າ-ສັມປະທານ ທີ່ດິນ ທັງໝົດ 1,758 ໂຄງການ, ຊຶ່ງກວມເອົາ ເນື້ອທີ່ດິນ 81 ພັນປາຍເຮັກຕາຣ໌ ໃນທົ່ວປະເທດ ທີ່ຣັຖບານ ອະນຸຍາດ ໃຫ້ເຊົ່າ ສັມປະທານ ໄປແລ້ວ ແຕ່ຍັງ ບໍ່ມີການພັທນາ.