ປະຊາຊົນລາວບໍ່ພໍໃຈ ອາກອນ ຣາຍໄດ້

ໄຊຍາ
2019.06.26
F-Market ຕລາດສົດ ໃນປະເທດລາວ
RFA

ປະຊາຊົນຜູ້ມີຣາຍຮັບຕໍ່າ 1 ລ້ານ 3 ແສນກີບນັ້ນ ບໍ່ເຫັນດີກັບກົດໝາຍ ວ່າດ້ວຍອາກອນຣາຍໄດ້ຂອງ ວິສາຫະກິຈ ແລະ ອາກອນຣາຍໄດ້ ບຸກຄົນ ເພາະບໍ່ເໝາະສົມກັບສະພາບເສຖກິດ ໃນປັດຈຸບັນ ທີ່ມີຄ່າຄອງຊີບແພງ ຮວມເຖີງອັດຕຣາເງິນເຟີ້ ທີ່ຖີບໂຕສູງຂຶ້ນ, ດັ່ງປະຊາຊົນ ໄດ້ກ່າວຕໍ່ຜູ້ສື່ຂ່າວ RFA ເມື່ອ 19 ມິຖຸນາ ວ່າ:

"ສົມມຸດວ່າລ້ານຫ້າ ຕັດພາສີອາກອນມາ ຍັງປະກັນສັງຄົມ ມັນຈະເຫຼືອຢູ່ປະມານລ້ານສອງ ມັນແພງໂພດ ມັນຫຼາຍໂພດ ລ້ານນຶ່ງ ກໍຕັດຢູ່ ຕໍ່ແສນ ກໍຢາກໃຫ້ເກັບປານໃດຄັນວ່າ ເກັບກໍບໍ່ເອົາຫຼາຍຈັ່ງຊີ້ນ່າ ປະມານ 50-60 ສະກໍຄືຢູ່." 

ໃນຂນະທີ່ປະຊາຊົນ ອີກທ່ານນຶ່ງໄດ້ສະແດງຄວາມເຫັນວ່າ ຄົນຢູ່ຫ້ອງເຊົ່າເດ, ຄ່າກິນຄ່າຢູ່ ນ້ຳມັນຣົດ ເຄື່ອງອຸປໂພຄ ຈຳເປັນຕ້ອງເສັຽ ອາກອນ ອີກບໍ່.

ຕໍ່ກົດໝາຍດັ່ງກ່າວ ສະມາຊິກສະພາ ຫຼາຍທ່ານ ກໍບໍ່ເຫັນດີໃຫ້ເກັບອາກອນ ຜູ້ທີ່ມີຣາຍໄດ້ 1 ລ້ານ 3 ແສນກີບ, ຊຶ່ງ ທ່ານ ສາຍທອງ ແກ້ວດວງດີ ສະມາຊິກສະພາແຫ່ງຊາດ ເຂດ 1 ນະຄອນຫຼວງວຽງຈັນ ເປັນນຶ່ງໃນຜູ້ບໍ່ເຫັນດີໃຫ້ເກັບ ແຕ່ໃຫ້ເກັບແຕ່ຜູ້ມີ ຣາຍຮັບ 1 ລ້ານ 5 ແສນກີບ ຂຶ້ນໄປ, ດັ່ງທ່ານ ໄດ້ກ່າວອອກຄຳເຫັນ ໃນສະພາ ເມື່ອວັນທີ 18 ມິຖຸນາ ວ່າ:

"ກົດໝາຍວ່າດ້ວຍອາກອນຣາຍໄດ້ 1 ລ້ານ 3 ແສນກີບ ມີຄວາມເໝາະສົມ ລະບໍ່ ສຳລັບປະຊາຊົນພົລເມືອງລາວ ທີ່ບໍ່ໄດ້ເຮັດທຸຣະກິດ ແຕ່ລາວເຮັດວຽກງານ ສ່ວນໂຕຂອງລາວ ຖ້າ 1 ລ້ານ 3 ແສນກີບ ຂຶ້ນເມືອຈະໄດ້ເສັຽອາກອນຣາຍໄດ້ ມາໄລ່ເບິ່ງ ຣາຍຮັບຣາຍຈ່າຍ ແລ້ວເຫັນວ່າ ລະກາມາຢູ່ໃນເມືອງ ຕ້ອງຈ່າຍຄ່າຫ້ອງ 6-7ແສນ; ໂອກໍອິຕົນລູກຫຼານ ເຮົາຫຼາຍ ສົມມຸດໄດ້ 1,4 ລ້ານກີບ ຕ້ອງໄດ້ເສັຽ ແສນນຶ່ງ ຂ້າພະເຈົ້າຄຶດວ່າບະ ໄດ້ນ້ອຍຊໍ່າໃດ ຍັງຊິໄປເອົານຳລາວຢູ່ ລູກຫຼານຫັ້ນນ່າ ຢາກວ່າ 1,5 ລ້ານກີບ ສະເບາະ ຂ້າພະເຈົ້າວ່າ ເປັນຕາຫ່ວງຫຼາຍ ເມັຽຊັ້ນວ່າບໍ່ໄດ້ເປັນພະນັກງານ ຊັ້ນວ່າຕໍ່າຫູກ ເຊື່ອຊິໄດ້ຕິນສິ້ນຕິນນຶ່ງ ໃຊ້ເວລາ 5 ມື້ຍັງບໍ່ໄດ້ ຂ້າຂໍວ່າເພີ່ມຂຶ້ນສະ ບໍ່ເປັນ 1,5 ລ້ານກີບ."

ສ່ວນສະມະຊິກສະພາແຂວງຊຽງຂວາງ ຂໍໃຫ້ຣັຖບານປັບຄືນຢ່າງຕໍ່າ ສອງລ້ານກີບຈື່ງເສັຽອາກອນຣາຍໄດ້.

"ຂໍກຳນົດໃຫ້ເປັນສອງລ້ານກີບ ລົງມາເຫດຜົລຍ້ອນວ່າ ຄືຂ້າພະເຈົ້າຈັກແມ່ນຫຍັງ ຕໍ່ແມ່ນຫຍັງ ລະຊິບໍ່ໃຫ້ຜູ້ທີ່ມີຣາຍໄດ້ຕໍ່າສຸດ ເຂົາເຈົ້າຊິ ບໍ່ເຫຼືອເງິນສະສົມໄວ້ສຳລັບ ເຖົ້າແກ່ບໍ່ສຳລັບລູກເຕົ້າ ເພື່ອຮໍ່າເພື່ອຮຽນ ອີກເພີ່ມໃຫ້ເຂົາເຈົ້າ ຈັກຫ້າແສນ ເປັນສອງລ້ານກີບ ຂ້າພະເຈົ້າ ຄິດວ່າເໝາະສົມ ລະອີກຢ່າງເງິນເຟີ້ ຂອງເຮົາຈະເກີດຂຶ້ນເມື່ອໃດ ກະບໍ່ຮູ້ອັນນີ ຂ້າພະເຈົ້າຢາກສເນີປະທານ ຫາກສຽງແຕກຕ່າງຂໍໃຫ້ ລົງມະຕິ ຈະເອົາສອງລ້ານ ຫຼືລ້ານຫ້າ."

ເຖິງແນວໃດກໍຕາມກົດໝາຍສະບັບດັ່ງກ່າວນີ້ ແມ່ນໄດ້ຜ່ານການລົງມະຕິເຫັນດີ ຈາກສະພາແຫ່ງຊາດແລ້ວ ດ້ວຍຄະແນນ 83 ຕໍ່ 35 ຈາກ 120 ສຽງ ທີ່ມີໜ້າປະຊຸມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.