ລາວຍັງບໍ່ບັນລຸເປົ້າໝາຍ ຈາກສະຖານະດ້ອຍພັທນາ

ອິງຕາມ ຄຳກ່າວ ປາໄສ ຂອງ ນາຍົກຣັຖມົນຕຣີ ແຫ່ງ ສປປ ລາວ, ປະເທດລາວ ຍັງບໍ່ສາມາດ ບັນລຸເປົ້າໝາຍ ການຫຼຸດພົ້ນ ຈາກສະຖານພາບ ດ້ອຍພັທນາໄດ້ ຍ້ອນການຣະບາດຂອງພະຍາດ ໂຄວິດ-19.

ທ່ານ ພັນຄໍາ ວິພາວັນ ນາຍົກຣັຖຕຣີ ແຫ່ງ ສປປ ລາວ ໄດ້ກ່າວໃນກອງປະຊຸມ ສະມັດຊາໃຫຍ່ ແຫ່ງສະຫະປະຊາຊາດ ສມັຍທີ 76 ໃນ ນະຄອນນິວຢອກ ປະເທດ ສະຫະຣັຖອາເມຣິກາ ໃນວັນທີ 25 ກັນຍາ 2021. ນັກຂ່າວ ພົລເມືອງ

ກອງປະຊຸມ ສະມັດຊາໃຫຍ່ ສະຫະປະຊາຊາດ ສະໄໝທີ 76 ນາຍົກຣັຖມົນຕຣີ ສປປ ລາວ ເນັ້ນເຖິງ ຜົລກະທົບ ຂອງໂຄວິດ-19 ແລະ ແຜນພັທນາ ເສຖກິດ-ສັງຄົມ ຮວມທັງ ອາຈບໍ່ສາມາດ ຮັກສາ ຣະດັບທັງ 3 ເງື່ອນໄຂ ໃນການ ຫຼດພົ້ນ ອອກຈາກສະຖາ ນະພາບດ້ອຍພັທນາໄດ້ ຍ້ອນຍັງ ໄດ້ຮັບຜົລກະທົບຮອບດ້ານ ຈາກໂຄວິດ-19 ຢູ່.

ຈໍາປາທອງ ມີລາຍງານ.

ທ່ານ ພັນຄຳ ວິພາວັນ ນາຍົກຣັຖມົນຕຣີ ສປປລາວ ໄດ້ກ່າວປາໄສ ຜ່ານການບັນທຶກວິດີໂອ ໂດຍມີນາຍພາສາແປ ທີ່ສຳນັກງານໃຫຍ່ ອົງການສະຫະປະຊາຊາດ ຢູ່ນະຄອນນິວຢ໊ອກ ສະຫະຣັຖ ອາເມຣິກາ ໃນຕອນເຊົ້າ ຂອງມື້ວັນທີ 25 ກັນຍາ 2021 ຊຶ່ງເປັນມື້ທີ 5 ຂອງການດຳເນີນ ພາກອະພິປາຍທົ່ວໄປ ຂອງກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ ສະໄໝທີ 76.

ໃນເບື້ອງຕົ້ນ ທ່ານ ພັນຄໍາ ວິພາວັນ ໄດ້ກ່າວເຖິງຜົນ ກະທົບຈາກການ ລະບາດຂອງເຊື້ອ ໂຄວິດ-19ຕລອດ ໄລຍະ 2 ປີ ທີ່ ຜ່ານມາ. ໂຄວິດ-19 ໄດ້ທໍາລາຍ ລະບົບ ຕ່ອງໂສ້ ເສຖກິດໂລກເຮັດໃຫ້ທຸກປະເທດໃນໂລກ ປະເຊີນກັບ ເສຖກິດ ທີ່ຖົດຖອຍ ແລະ ຢຸດສະງັກ ຊຶ່ງໄດ້ສ້າງຜົນກະທົບ ໂດຍກົງ ຕໍ່ການພັທນາ ເສດຖະກິດ-ສັງຄົມ ຂອງທຸກປະເທດ ໂດຍສະ ເພາະແມ່ນປະເທດ ທີ່ກຳລັງພັທນາ ແລະດ້ອຍພັດທະນາ ຮວມທັງ ສປປ ລາວ ທີ່ໄດ້ຮັບຜົນກະທົບ ຫຼາຍກວ່າໝູ່ ດັ່ງທີ່ທ່ານກ່າວວ່າ:

ຊຶ່ງອັນນີ້ ໄດ້ສ້າງຜົລກະ ທົບໂດຍກົງຕໍ່ການພັທນາ ເສຖກິດ-ສັງຄົມ ແຫ່ງຊາດ ຂອງທຸກປະເທດໃນໂລກໂດຍສະເພາະ ແມ່ນປະເທດ ກໍາລັງພັທນາ ແລະ ດ້ອຍພັທນາ ຊຶ່ງກໍມີ ສປປ ລາວ ຢູ່ໃນນັ້ນ. ສປປລາວ  ເໝືອນກັບປະເທດອື່ນ ແມ່ນໄດ້ຮັບຜົລກະທົບ ຢ່າງໜັກຈາກການ ແພ່ລະບາດຂອງພະຍາດ ໂຄວິດ-19. 

ພ້ອມກັນນັ້ນ ທ່ານກໍໄດ້ ສະແດງຄວາມຮູ້ ບຸນຄຸນ ແລະ ຂອບໃຈຕ່າງປະເທດ ທີ່ໄດ້ໃຫ້ການ ຊ່ອຍເຫຼືອໃນການ ສະກັດກັ້ນ ແລະ ຄວບຄຸມການ ລະບາດ ຂອງໂຄວິດ-19 ຢູ່ລາວ ແລະ ທັງຮຽກຮ້ອງ ໃຫ້ວົງ ຄະນະຍາດສາກົນ ໂດຍສະເພາະ ປະເທດພັທນາແລ້ວ ໃຫ້ຄວາມສຳຄັນ ແລະ ເອົາໃຈໃສ່ໃນການເພິ່ມທະວີການຊ່ອຍເຫລືອ ປະເທດທີ່ກຳລັງພັທນາ ແລະ ປະເທດດ້ອຍພັທນາ ໃຫ້ສາມາດ ແກ້ໄຂຜົລກະທົບຈາກການລະບາດ ຂອງໂຄວິດ-19 ໄດ້.

ເວົ້າເຖິງ ການພັທນາ ປະເທດ ທ່ານ ພັນຄໍາ ວິພາວັນ ກ່າວວ່າ ສປປ ລາວ ຄືກັນກັບ ຫຼາຍປະເທດ ອື່ນໆ ໄດ້ຮັບຜົລກະທົບ ຈາກການແຜ່ລະບາດ ຂອງເຊື້ອ ໂຄວິດ-19. ການເຕີບໂຕດ້ານ ເສຖກິດແຫ່ງຊາດ ຮວມເຖິງ ຄວາມກ້າວໜ້າ ໃນການປະຕິບັດ ແຜນພັທນາ ເສຖກິດ-ສັງຄົມ ແຫ່ງຊາດ ກໍໄດ້ຮັບຄວາມເສັຍຫາຍ ຢ່າງໜັກ ເຖິງແມ່ນວ່າ ຣັຖບານລາວ ຈະໄດ້ມີຄວາມ ພະຍາຍາມ ວາງມາຕການທັງໄລຍະສັ້ນ ແລະ ໄລຍະຍາວ ເປັນຕົ້ນ ແມ່ນການ ເຊື່ອມສານ ເປົ້າໝາຍ ການພັທນາ ທີ່ຍືນຍົງ ຂອງສະຫະປະຊາຊາດ (Sustainable Development Goals) ຫຼື SDGs ເຂົ້າໃນແຜນພັທນາ ເສຖກິດ-ສັງຄົມ 5 ປີ 2021-2025 ຮວມທັງ ຍຸທສາດ ການພັທນາ 2025 ແລະ ວິສັຍທັດ 2030, ການປະຕິ ບັດແຜນ ດໍາເນີນງານ ອິສຕັນບູລ (Istanbul) ວ່າດ້ວຍປະເທດ ດ້ອຍພັທນາ ໂດຍມີເປົ້າໝາຍໃຫ້ ສປປ ລາວ ຫລຸດພົ້ນອອກຈາກ ສະຖານະພາບ ດ້ອຍພັທນາຢ່າງ ມີຄວາມຍືນຍົງ.

ເວົ້າເຖິງ ເຣື່ອງການພັທນາຍືນຍົງ ທີ່ວ່ານີ້ ດຣ. ບຸນທອນ ຈັນທະລາວົງ-ວີເຊີ ປະທານພັນທະມິດ ເພື່ອປະຊາທິປະໄຕ ໃນລາວ ທີ່ ມີສູນກາງຢູ່ ປະເທດເຢັຽຣະມັນ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ ວັນທີ 27 ກັນຍານີ້ວ່າ:

ສໍາລັບ ຂ້າພະເຈົ້າ ເຫັນວ່າ ໃນຕົວຈິງແລ້ວ ສະພາບການ ຢູ່ໃນສປປ ລາວ ບໍ່ໄດ້ນໍາໄປ ເຖິງເປົ້າໝາຍຂອງການພັທນາ ແບບຍືນຍົງ ຕາມທີ່ ສະຫະປະຊາຊາດ ໄດ້ບົ່ງໄວ້ ກໍຍ້ອນວ່າ ບັນຫາສໍາຄັນ ແມ່ນມາຈາກ ບັນຫານະໂຍບາຍ ທາງດ້ານເສຖກິດ ບໍ່ຖືກຕ້ອງ ຢູ່ໃນ ສປປ ລາວ. ປະເດັນທີ 2 ກໍແມ່ນວ່າການປົກຄອງ ທີ່ບໍ່ມີ ຄວາມເປັນທັມ ການົກຄອງ ທີ່ເປັນຜເດັດການ ຜູ້ນໍາ ສປປ ລາວ ຍັງບໍ່ສາມາດ ແກ້ໄຂບັນຫາການ ສໍ້ກົງ ຢ່າງມີປະສິດທິພາບໄດ້. ບັນຫາ Covid ກໍມີສ່ວນປະກອບຢູ່ແຕ່ວ່າ ມັນບໍ່ເປັນເຣື່ອງທີ່ຮ້າຍແຮງ ເຖິງຂັ້ນທີ່ຈະແກ້ໄຂບໍ່ໄດ້.

ເມື່ອເວົ້າເຖິງ ການຫລຸດພົ້ນ ອອກຈາກ ສະຖານະພາບ  ດ້ອຍພັທນາ ທ່ານ ພັນຄໍາ ເວົ້າວ່າ ຈາກການ ປະເມີນຄັ້ງທີ 2 ຂອງ ອົງການ ສະຫະປະຊາຊາດ, ເຖິງແມ່ນວ່າ ສປປ ລາວ ສາມາດ ປະຕິບັດໄດ້ 3 ເງື່ອນໄຂ ໃນການຫລຸດພົ້ນ ອອກຈາກ ສະຖານະພາບ ດ້ອຍພັທນາໄດ້ ພາຍຫຼັງ ການທົບທວນຄັ້ງທີ 2 ໃນ ເດືອນກຸມພາ 2021 ນີ້ ແລ້ວກໍຕາມ ແຕ່ທ່ານກໍເວົ້າວ່າ:

ແຕ່ພວກຂ້າພະເຈົ້າ ກໍ ຍັງມີຄວາມເປັນຫ່ວງ ຕໍ່ຜົລກະທົບ ຂອງການແພ່ລະບາດ ຂອງພະຍາດ ໂຄວິດ-19 ຊຶ່ງອາຈ ເຮັດໃຫ້ສປປລາວ ບໍ່ສາມາດຮັກສາ ໄວ້ລະດັບ ມາຕຖານຂອງທັງ 3 ເງື່ອນໄຂທີ່ກໍານົດໄວ້ນັ້ນ.”

ພ້ອມກັນນັ້ນ ທ່ານກໍໄດ້ເວົ້າເຖິງ ການຮ່ວມມື ລະດັບພາກພື້ນວ່າ ສປປລາວ ໄດ້ເຂົ້າຮ່ວມ ແລະປະກອບ ສ່ວນ ດ້ວຍຄວາມຮັບຜິດຊອບ ໃນຂອບ ວຽກງານຂອງອາຊຽນ ໂດຍສະເພາະ ເຣື່ອງການ ຮັກສາ ແລະສົ່ງເສີມສັນຕິພາບ ແລະສະເຖັຽຣະພາບໃນພາກພື້ນ, ສ້າງສະພາບ ແວດລ້ອມທີ່ເອື້ອອໍານວຍ ໃຫ້ແກ່ການຮ່ວມມືເພື່ອການພັທນາ ຂອງປະເທດສະມາຊິກອາ ຊຽນ.

ເວົ້າເຖິງການ ເຊື່ອມໂຍງ ກັບພາກພື້ນ ທ່ານ ພັນຄໍາ ເວົ້າວ່າ ສປປ ລາວ ໄດ້ສືບຕໍ່ ສ້າງໂຄງຮ່າງພື້ນ ຖານທາງດ້ານ ເສຖກິດ ເພື່ອຮອງຮັບ ການເຊື່ອມໂຍງ ເສຖກິດ ເຂົ້າກັບພາກພື້ນ ແລະ ອານຸພາກພື້ນ ໂດຍຜ່ານ ຂອບວຽກງານ ການຮ່ວມມື ຕ່າງໆ. ທ່ານເວົ້າວ່າ:

“One of the milestone events in the coming months is the inauguration of the China-Laos high-speed railway to be held by the end of 2021, which will mark the first ever Lao PDR’s railway.”    

ເຫດການສໍາຄັນ ແນວເຊື່ອມຕໍ່ທາງບົກ ນຶ່ງຄືການເປີດການ ນໍາໃຊ້ ເສັ້ນທາງຣົດໄຟ ຄວາມວັຍສູງ ລາວ-ຈີນໃນທ້າຍປີ 2021 ນີ້ ຊຶ່ງຈະເປັນເສັ້ນທາງຣົດໄຟ ສາຍທໍາອິດ ຂອງລາວ ແລະ ເປີດສັງກາດໃໝ່ພາຍໃຕ້ວິສັຍທັດ ປ່ຽນຈາກການ ເປັນປະເທດ ບໍ່ຕິດທະເລ ໃຫ້ເປັນປະເທດ ເຊື່ອມຕໍ່ ທາງບົກ ເພື່ອເປັນການສົ່ງເສີມ ແລະ ອໍານວຍຄວາມ ສະດວກກວ່າເກົ່າ ໃຫ້ແກ່ການຄ້າ ຣະດັບພາກພື້ນຕໍ່ໄປ.

ເວົ້າເຖິງນະໂຍບາຍການຕ່າງປະເທດຂອງ ສປປ ລາວ ດຣ. ບຸນທອນກ່າວວ່າ:

ຂ້າພະເຈົ້າ ສັງເກດເຫັນ ໃນບົດປາສັຍ ຢູ່ໃນກອງປະຊຸມ ສປປລາວ ຍັງຍຶດໝັ້ນໃນແນວທາງນະໂຍບາຍແບບ ສັນຕິພາບ ເອກຣາດ ແລະ ການຮ່ວມມື ກັບສາກົນ ໂດຍຮັກສາແບບແຜນ ສັນຕິວິທີ ແລະບໍ່ແຊກແຊງກັບ ກິຈການ ພາຍໃນຂອງກັນ ແລະ ກັນ ຂ້າພະເຈົ້າເຫັນວ່າ ໃນ ທິສດີ ເພິ່ນກ່າວ ແບບນັ້ນ ແຕ່ຄວາມເປັນຈິງແລ້ວ ສປປ ລາວ ຖືກປະເທດ ໂດຍສະເພາະແມ່ນຈີນ ແລະ ວຽດນາມ ເຂົ້າມາແຊກແຊງກິຈການ ພາຍໃນ ທຸກດ້ານ ບໍ່ວ່າແຕ່ ດ້ານການເມືອງ, ການທະຫານ, ເສຖກິດ, ວັທນະທັມ ຕ່າງໆ.

ແຕ່ເຖິງຢ່າງໃດ ເມື່ອເວົ້າເຖິງ ຄິວບາ ນາຍົກຣັຖມົນຕຣີລາວ ກໍຮຽກຮ້ອງ ຄືທີ່ຜ່ານມາ:

“In our continued support along with the world community, we urge the lifting of economic embargo on the Republic of Cuba.”

ໃຫ້ມີການ ຍົກເລີກ ການລົງໂທດ ທາງດ້ານເສຖກິດ ທີ່ປະຕິບັດຕໍ່ ສາທາຣະນະຣັຖ ຄິວບາ ເພື່ອຊ່ອຍໃຫ້ ຄິວບາ ສາມາດ ຄວບຄຸມການ ຣະບາດ ຂອງໂຄວິດ-19 ແລະ ການພັທນາ ຕົນເອງໃຫ້ ຍືນຍົງ.

ແຕ່ ດຣ. ບຸນທອນ ກ່າວເຖິງເຮື່ອງການ ລົງໂທດທາງ ເສຖກິດນີ້ວ່າ:

ຂ້າພະເຈົ້າ ເຫັນວ່າ ການຂວ້າມບາດ ປະເທດໃດນຶ່ງ ໂດຍສະເພາະປະເທດທີ່ປົກຄອງແບບຜະເດັດການ ແລະ ບໍ່ປະຕິບັດຕາມມາຕຖານ ສົນທິສັນຍາ ຂອງສະຫະປະຊາຊາດນັ້ນ ແມ່ນຄວນຈະມີເພື່ອທາງສາກົລກໍຄື ສະຫະປະຊາຊາດ ຈະສາມາດບັງຄັບ ປະເທດນັ້ນໆ ປະຕິບັດ ໃຫ້ໄປຕາມ ເປົ້າໝາຍ ຂອງສະຫະປະຊາຊາດ ກໍຄືສາກົລ.

ເວົ້າເຖິງການ ແກ້ໄຂຂໍ້ຄັດແຍ່ງ ຢູ່ພາກພື້ນຕາເວັນອອກກາງ ຣະຫວ່າງ ອິສຣະແອລ ແລະປາເລສຕາຍນ໌ ທ່ານ ພັນຄໍາ ເວົ້າວ່າ:

“The Lao PDR once again calls for the relevant parties to resume dialogues and mutual trust building for solving the issue aimed at accomplishing the establishment of two sovereign states of Palestine and Israel, peacefully coexisting.”

ສປປ ລາວ ອີກເທື່ອນຶ່ງ ຮຽກຮ້ອງໃຫ້ຝ່າຍທີ່ກ່ຽວຂ້ອງ ເລີ່ມເຈຣະຈາ ແລະໄວ້ວາງໃຈກັນຄືນອີກ ເພື່ອແກ້ໄຂບັນຫາ ເພື່ອສ້າງຕັ້ງ 2 ຣັຖອະທິປະຕັຍ ຄື ປາເລສຕາຍນ໌ ແລະ ອິສຣາເອລ ຢູ່ຮ່ວມກັນ ໂດຍສັນຕິ.

ໃນຕອນທ້າຍ ຂອງຄໍາປາສັຍ ທ່ານ ພັນຄໍາ ວິພາວັນ ໄດ້ແຈ້ງຕໍ່ ທີ່ປະຊຸມວ່າ ສປປລາວ ພວມສມັກເປັນສະມາຊິກ ຂອງສະພາ ເສຖກິດ-ສັງຄົມ ສະຫະປະຊາຊາດ ສໍາລັບສົກປີ 2023-2025 ແລະຫວັງຢ່າງຍິ່ງວ່າ ຈະໄດ້ຮັບການ ສນັບສນູນຈາກ ທຸກປະເທດສະມາຊິກ ຂອງສະຫະປະຊາຊາດ. 

ເພື່ອຂໍຮູ້ຄວາມເຫັນເພິ່ມຕື່ມກ່ຽວກັບ ບົດປາສັຍ ຂອງທ່ານ ພັນຄໍາ ວິພາວັນ ນາຍົກຣັຖມົນຕຣີ ສປປລາວ ທີ່ວ່ານັ້ນ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຍັງກົມ ຈັດຕັ້ງສາກົນ, ກົມການຂ່າວ ແລະ ຫ້ອງວ່າການກະຊວງການຕ່າງປະເທດ ທີ່ນະຄອນຫຼວງວຽງຈັນ ແຕ່ເຈົ້າໜ້າທີ່ ຜູ້ປະຈໍາການເວົ້າວ່າ ຍາກທີ່ຈະຂໍຄໍາເຫັນຈາກເຈົ້າໜ້າທີ່ ທີ່ກ່ຽວຂ້ອງໄດ້ ຍ້ອນມີການຜັດປ່ຽນ ກັນມາປະຈໍາການ.

ພ້ອມກັນນັ້ນ ກໍໄດ້ຕິດຕໍ່ໄປຫາ ສະຖານທູດ ສປປ ລາວ ທີ່ ກຸງວໍຊິງຕັນ ດີຊີ ແລະສໍານັກງານຜູ້ຕາງໜ້າ ສປປ ລາວ ທີ່ ປະຈໍາຢູ່ນະຄອນເຈນີວາ ປະເທດ ສະວິດເຊີແລນ ແຕ່ບໍ່ມີຜູ້ຮັບສາຍ, ມີແຕ່ເຈົ້າໜ້າທີ່ ສໍານັກງານ ຜູ້ຕາງໜ້າຖາວອນ ສປປ ລາວ ປະຈໍາສະຫະປະຊາຊາດ ທີ່ ນະຄອນນິວຢ໊ອກສະຫະຣັຖອາເມຣິກາ ໃຫ້ຄໍາເຫັນວ່າ ຜູ້ທີ່ຈະໃຫ້ຄໍາຕອບໄດ້ດີນັ້ນ ຈະແມ່ນທ່ານທູດ ເວລາເພິ່ນພ້ອມ ໃຫ້ສໍາພາດ ຈະຕິດຕໍ່ກັບຫາ.

ສະບາຍດີ

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org