ເປົ້າໝາຍ ພັດທະນາ ທີ່ຍືນຍົງ ໃນເອເຊັຽ-ແປຊີຟິກ ອາດບໍ່ບັນລຸຕາມແຜນ
ການປະຕິບັດເປົ້າຫມາຍ ການພັດທະນາແບບຍືນຍົງ (Sustainable Development Goals ຫລື SDGs) ຈໍານວນ 17 ເປົ້າຫມາຽທີ່ກຳນົດ ໂດຍອົງການສະຫະປະຊາຊາຕ ໃນບັນດາປະເທດເຂດ ເອເຊັຽ-ແປຊີຟິກ ກຳລັງຕົກຢູ່ໃນຄວາມສ່ຽງທີ່ສຸດ ແລະ ອາຈບໍ່ບັນລຸໄດ້ຕາມແຜນ ເຊິ່ງມີ ສປປ ລາວ ລວມຢູ່ນຳ.
-
ໄຊຍາ
2023-03-29 -
-
-
Your browser doesn’t support HTML5 audio
ໃນວາຣະປີ 2030 ທີ່ກຳລັງຈະມາຮອດນີ້ ການປະຕິບັດເປົ້າຫມາຽ ການພັດທະນາແບບຍືນຍົງ (Sustainable Development Goals ຫລື SDGs) ຈໍານວນ 17 ເປົ້າຫມາຽທີ່ກຳນົດໂດຍອົງການສະຫະປະຊາຊາຕ ໃນບັນດາປະເທດເຂດ ເອເຊັຽ-ແປຊີຟິກ ກຳລັງຕົກຢູ່ໃນຄວາມສ່ຽງທີ່ສຸດ ແລະ ອາຈບໍ່ບັນລຸໄດ້ຕາມແຜນ.
ດັ່ງຍານາງ Amina J Mohammed ຮອງເລຂາທິການ ຂອງອົງການ ສະຫະປະຊາຊາຕ ກ່າວໃນພິທີເປີດກອງປະຊຸມ ເອເຊັຽ-ແປຊີຟິກ ວ່າດ້ວຍການພັດທະນາແບບຍືນຍົງ Asia-Pacific Forum on Sustainable Development: APFSD) ຄັ້ງທີ 10 ໃນວັນທີ 27 ມີນາ 2023 ທີ່ຜ່ານມາວ່າ.
(ພາສາອັງກິດ.........)
ຍານາງ ກ່າວວ່າ: “ຂໍ້ມູນທີ່ຮີບໂຮມ ໄດ້ເປີດເຜີຍໃຫ້ເຫັນຄວາມອ່ອນແອ ທີ່ຜູ້ຄົນທົ່ວໂລກຕ່າງກໍຮັບຮູ້ເປັນຢ່າງດີວ່າ ການປະຕິບັດເປົ້າຫມາຽ ການພັດທະນາແບບຍືນຍົງ ໃນບັນດາປະເທດເອເຊັຽ-ແປຊີຟິກ ອາຈບໍ່ບັນລຸໄດ້ຕາມແຜນ. ນີ້ຈຶ່ງເປັນເຫດຜົລ ທີ່ຕ້ອງອອກມາໃຫ້ສັນຍານ ເຕືອນແຕ່ຂະນະດຽວກັນຂ້າພະເຈົ້າຢາກເນັ້ນຢໍ້າໃຫ້ເຫັນວ່າ ພວກເຮົາກໍມີເຫດຜົລ ໃຫ້ຄາດຫວັງວ່າຈະບັນລຸໄດ້ ເຊັ່ນກັນເພື່ອສົ່ງຕໍ່ຄຳຫມັ້ນສັນຍາກ່ຽວກັບ ການປະຕິບັດເປົ້າຫມາຽ ການພັດທະນາແບບຍືນຍົງວ່າ ເປັນໄປໄດ້ ແລະນີ້ຄືສິ່ງທີ່ສຳຄັນຫວັງວ່າ ທຸກຄົນຈະຊ່ອຍກັນ ໃນການສ້າງຄວາມປ່ຽນແປງ ເພື່ອນຳໄປສູ່ການບັນລຸເປົ້າຫມາຽ ໃນປີ 2030”.
ສຳລັບສາເຫດສ່ວນນຶ່ງ ທີ່ເຮັດໃຫ້ການປະຕິບັດເປົ້າຫມາຽ ການພັດທະນາແບບຍືນຍົງ ບໍ່ສາມາດບັນລຸໄດ້ພາຍໃນປີ 2030 ເປັນຍ້ອນພາກສ່ວນທີ່ກ່ຽວຂ້ອງ ຍັງບໍ່ທັນໃຫ້ຄວາມສຳຄັນ ຕໍ່ສິດທິ ພົນລະເມືອງພໍເທົ່າໃດ. ດັ່ງ Mx Kai Ra Cabaron ຕາງຫນ້າ ຈາກກອງປະຊຸມພົນລະເມືອງ ເອເຊັຽ-ແປຊີຟິກ (Asia-Pacific People’s Forum) ກ່າວໃນພີທີ ເປີດກອງປະຊຸມ ໃນມື້ດຽວກັນນນີ້ວ່າ:
(ພາສາອັງກິດ.........)
ທ່ານກ່າວວ່າ: “ຜ່ານມາເຄີ່ງທາງທີ່ຈະຮອດວາຣະ ການປະຕິບັດເປົ້າຫມາຽ ການພັດທະນາແບບຍືນຍົງ ໃນປີ 2030 ແລ້ວພວກເຮົາຍັງຄົງຫ່າງໄກ ຈາກເປົ້າຫມາຽດັ່ງກ່າວນີ້ ຢ່າງຫລວງຫລາຍ ເປັນຍ້ອນອຸປສັກເຊີງລະບົບທີ່ກຳລັງດຳເນີນຢູ່ ທີ່ມັກໃຫ້ຄວາມສຳຄັນກັບຜົລປໂຍດ ເຫນືອສິດທິ ແລະສວັດດີການຂອງປະຊາຊົນ ນີ້ຄືປະສົບການຂອງພົນລະເມືອງ ໃນປະເທດທີ່ກຳລັງພັດທະນາ ພວກເຮົາຈະບັນລຸເປົ້າຫມາຽໄດ້ແນວໃດ ຖ້າຫາກວພວກເຮົາຍັງບໍ່ທັນໄດ້ ເອົາໃຈໃສ່ຄົນບາງກຸ່ມ.”
ກ່ຽວກັບເຣື່ອງນີ້ ທາງດ້ານຜູ້ເຮັດວຽກດ້ານການພັດທະນາ ທາງສັງຄົມ ແລະຊ່ອຍເຫລືອ ຜູ້ທຸກຍາກພາຍໃນປະເທດລາວ ທ່ານໄດ້ຕິດຕາມ ການປະຕິບັດເປົ້າຫມາຽ ການພັດທະນາແບບຍືນຍົງ ຢ່າງຕໍ່ເນື່ອງກໍໃຫ້ຄວາມເຫັນວ່າ ມີຄວາມເປັນໄປໄດ້ຫນ້ອຍຫລາຍ ທີ່ປະເທດລາວຈະສາມາດບັນລຸເປົ້າຫມາຽ ການພັດທະນາພາຍໃນປີ 2030 ນີ້, ຍ້ອນທາງການລາວ ແລະ ພາກສ່ວນທີ່ກ່ຽວ ຂ້ອງບໍ່ທັນໄດ້ເອົາໃຈໃສ່ຢ່າງຈິງຈັງເທື່ອ. ເຈົ້າຫນ້າທີ່ ອົງການຈັດຕັ້ງທາງສັງຄົມ ທ່ານນຶ່ງກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 29 ມີນາ 2023 ນີ້ວ່າ:
“ເບິ່ງມັນຄັກນີ້ ແມ່ນເວົ້າເຣື່ອງການນຳ ຂອງພາກຣັຖເນາະລົງຊຸກຍູ້ ສົ່ງເສີມຫຍັງຫັ້ນນ່າ ເວົ້າເຖິງກຸ່ມເປົ້າຫມາຽສ່ວນຫລາຍ ເຮັດແລ້ວກໍແລ້ວໄປຫັ້ນນ່າ ບໍ່ມີຄວາມຫນັກແຫນ້ນ ຕໍ່ກັບຊຸມຊົນ ແລ້ວກໍປະຊາຊົນເຫີ້ ສັງເກດເບີ່ງແລ້ວ 17 ເປົ້າຫມາຽຫັ້ນນ່າ ສ່ວນຫລາຍກໍມີແຕ່ຄືຊິພັດທະນາ ແທ້ນີ້ກໍເຣື່ອງທາງບໍ່ເນາະ (ເປົ້າຫມາຽທີ 9 ການພື້ນຖານໂຄງຮ່າງ) ແມ່ນແຫລະ ວ່າເຣື່ອງທາງນີ້ແຫລະ.”
ໃນກອງປະຊຸມ ເອເຊັຽ-ແປຊີຟິກ ວ່າດ້ວຍການພັດທະນາ ແບບຍືນຍົງດັ່ງກ່າວນີ້ຈັດຂຶ້ນ ລະຫວ່າງວັນທີ 27-30 ມີນາ 2023 ໂດຍມີຈຸດປະສົງ ເພື່ອຊອກຫາແນວທາງຕ່າງໆ ອັນນຳໄປສູ່ການບັນລຸເປົ້າຫມາຽ ການພັດທະນາແບບຍືນຍົງ ໃນປີ 2030 ໃນນີ້ ຜູ້ເຂົ້າຮ່ວມກອງປະຊຸມ ຈະຮ່ວມກັນທົບທວນ ການພັດທະນາແບບຍືນຍົງ ໃນເປົ້າຫມາຽທີ່ມີການພັດທະນາ ແບບຊັກຊ້າ ແລະຈຳເປັນຕ້ອງໄດ້ຮັບ ການປັບປຸງປະກອບດ້ວຍ 5 ເປົ້າຫມາຽເປັນຕົ້ນ ເປົ້າຫມາຽທີ 6 ມີນໍ້າສະອາດ ແລະສຸຂອານາໄມທີ່ດີ. ເປົ້າຫມາຽທີ 7 ມີພະລັງງານທີ່ສະອາດ ແລະ ທຸກຄົນສາມາດເຂົ້າເຖິງ, ເປົ້າຫມາຽທີ 9 ສົ່ງເສີມການຫັນປ່ຽນອຸດສາຫະກັມ, ການປະດິດສ້າງ ແລະສ້າງໂຄງຮ່າງພື້ນຖານ ທີ່ເຂັ້ມແຂງ, ເປົ້າຫມາຽ 11 ສ້າງໂຕເມືອງ ແລະ ຊຸມຊົນ ທີ່ມີຄວາມຍືນຍົງ ແລະ ເປົ້າຫມາຽທີ 17 ເປັນຄູ່ຮ່ວມມື ເພື່ອເປົ້າຫມາຽການພັດທະນາ ແບບຍືນຍົງ ຊຶ່ງຈະຊ່ອຍໃຫ້ພົນລະເມືອງ ຫລຸດຜ່ອນຈາກຄວາມທຸກຍາກ.
ເຈົ້າຫນ້າທີ່ ອົງການຈັດຕັ້ງທາງສັງຄົມ ທັງ 3 ຄົນ ກ່າວສອດຄ່ອງກັນວ່າ ທາງການລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ ຈະຂຍາຍການເຂົ້າເຖິງ ກະແສໄຟຟ້າ ໃຫ້ແກ່ປະຊາຊົນ ພ້ອມມີຣາຍງານລະບຸວ່າສາມາດດຳເນີນການໄດ້ແລ້ວ ຮອດ 90% ຊຶ່ງກໍຍັງເປັນສະຖີຕິ ທີ່ຫລາຍພາກສ່ວນພາກັນຕັ້ງຄຳຖາມວ່າຖືກກັບສະພາບໂຕຈິງ ຫລືບໍ່. ຖ້າຫາກວ່າ ສາມາດເຮັດໄດ້ກໍຈະຊ່ອຍໃຫ້ ປະຊາຊົນໃນພື້ນທີ່ຫ່າງໄກ ມີອາຊີບ ແລະລາຍໄດ້ເພີ່ມຂຶ້ນ. ເພີ່ມຄວາມສເມີພາບ ລະຫວ່າງຍິງ-ຊາຍ ແລະ ຂຍາຍໂອກາດ ທາງການສຶກສາ ແລະ ການບໍຣິການດ້ານສຸຂພາບ.
ຊາວບ້ານທີ່ອາໄສ ຢູ່ໃນພື້ນທີ່ຫ່າງໄກ ສອກຫລີກພາຍໃນປະເທດລາວ ສ່ວນຫລາຍຫາຢູ່ຫາກິນ ຈາກການປູກເຂົ້າ, ເຮັດການກະເສຕ ແບບຖາງ ແລະ ເຜົາປ່າ, ລ້ຽງສັດເກັບຂອງປ່າ ແລະ ສັດປ່າເປັນອາຫານ ແຕ່ຖ້າຫາກມີກະແສໄຟຟ້າ ເຂົ້າເຖິງ, ພວກເຂົາເຈົ້າສາມາດປະກອບອາຊີບໄດ້ ຫລາກຫລາຍແລະມີລາຍໄດ້ເພີ່ມຂຶ້ນ.
ດັ່ງເຈົ້າຫນ້າທີ່ ອົງການຈັດຕັ້ງ ທາງສັງຄົມທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ກໍເປັນປໂຍດ ມັນສາມາດໃຫ້ຂະເຈົ້າ ໃຊ້ເຄື່ອງມືເທັກໂນໂລຢີ ເຂົ້າມາໄດ້ພວກອ໋ອນລາຍນ໌ ເຟສບຸກຄ໌ບໍ່ໂດຍສະເພາະ ແມ່ນຂະເຈົ້າສາມາດ ຮຽນຮູ້ເທັກນິກໃຫມ່ໆ ດ້ານກະສິກັມ ດ້ານການຜລິດ ຈາກປະເທດໄທຍ ໂດຍຜ່ານຢູທູບ ຜ່ານຫຍັງຫັ້ນນ່າ ສາມາດຮຽນຮູ້ໄດ້ ຈາກຢູທູບບໍ່ໄດ້ ແລ້ວກໍເອົາມາເຮັດໂຕຈິງ ແລ້ວກໍສາມາດນຳເຂົ້າ ພວກແນວພັນກະສິກັມ ລວມເຖິງແນວພັນງົວແນວພັນແບ້ ພຸ້ນແຫລະ.”
ການເຂົ້າເຖິງພະລັງງານ ມີຄວາມກ່ຽວຂ້ອງກັບປະເດັນເຣື່ອງ ເພດພາວະ ເປັນຕົ້ນຖ້າຫາກບ້ານໃດບໍ່ມີໄຟຟ້າ ເຂົ້າເຖິງບັນດາແມ່ຍິງ ແລະ ເດັກນ້ອຍ ຈະຕ້ອງແບກຮັບຄວາມຜິິດຊອບ ທີ່ຫລາຍຂຶ້ນເນື່ອງຈາກພວກເຂົາເຈົ້າຈະຕ້ອງໃຊ້ເວລາ ແລະ ແຮງງານສ່ວນນຶ່ງໃນການຕັກນໍ້າ ຈາກແຫລ່ງນໍ້າທັມມະຊາຕ ສຳລັບໃຊ້ຢູ່ເຮືອນ ຂະນະທີ່ການເຂົ້າເຖິງໄຟຟ້າ ເຮັດໃຫ້ມີສຸຂພາບ ແລະ ຄຸນນະພາບຊີິວິດ ທີ່ດີ. ມີເວລາຫວ່າງ ແລະ ປະກອບກິຈກັມ ທາງເສຖກິຈອື່ນໆໄດ້. ດັ່ງເຈົ້າຫນ້າທີ່ ອົງການຈັດຕັ້ງ ທາງສັງຄົມທ່ານນຶ່ງກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 29 ມີນາ 2023 ນີ້ວ່າ:
“ບາງຄັ້ງຫັ້ນນ່າ ຊຸມຊົນຂະເຈົ້າຈະແມ່ຍິງຫັ້ນນ່າ ຈະຫລຸດຜ່ອນໃນການໄປເອົາຟືນ ໄປເອົາໄມ້ລວກ ມາດັ່ງໄຟ ຕົ້ມນໍ້າຫັ້ນ ແມ່ຍິງອາຈມີການຫລຸດຜ່ອນເນາະ ແຮງງານເນາະ ຂອງແມ່ຍິງ ແລະເດັກນ້ອຍຫັ້ນ ຈະຫລຸດຜ່ອນໃນການ ໄປເອົານໍ້າເນາະໄປຕັກນໍ້າເນາະ ຂະເຈົ້າອາຈໃຊ້ຕົ້ມນໍ້າບໍ່ ຈັ່ງເນາະມາທົດແທນເນາະຫັ້ນນ່າ.”
ທ່ານກ່າວຕື່ມວ່າ ເມື່ອມີກະແສໄຟຟ້າ ເຂົ້າມາໃນແຫລ່ງຊຸມຊົນ ແມ່ຍິງກໍຈະສາມາດໃຊ້ເວລາກາງຄືນ ໃນການຕຳຫູກ, ທໍໄໝ ພາຍຫລັງເຮັດການຜລິດ ໃນຕອນແລງ ເຮັດໃຫ້ພວກເຂົສເຈົ້າສາມາດ ສ້າງລາຍໄດ້ໃຫ້ແກ່ຄອບຄົວ ຈາກການນຳອອກໄປຂາຍ ສູ່ຕລາດທັງພາຍໃນ ແລະ ນອກຊຸມຊົນໄດ້ ເຊັ່ນດຽວກັບຜູ້ຊາຍ ຂະນະດຽວກັນກໍເປີດໂອກາດ ໃຫ້ຜູ້ຊາຍກໍສາມາດຕໍ່າຫູກ, ທໍໄໝ ເພື່ອຊ່ອຍແມ່ຍິງ ໃນຕອນກາງຄືນໄດ້ເຊັ່ນກັນ ອີກທັງບັນດາແມ່ຍິງຍັງສາມາດເຂົ້າເຖິງ ອິນເຕີເນັດ ສຳລັບໃຊ້ໃນການຊອກຂໍ້ມູນ ທີ່ກ່ຽວຂ້ອງກັບກົດຫມາຽ ກ່ຽວກັບສິດທິ ແລະ ເສຣີພາບ ທີ່ພວກເຂົາເຈົ້າຈະໄດ້ຮັບ.
ມາຮອດປັດຈຸບັນ ຊາວບ້ານຈຳນວນຫລາຍ ທີ່ອາສັຍຢູ່ໃນພື້ນທີ່ໃນເຂດພູດອຍ ທາງພາກເຫນືອຂອງປະເທດ ຍັງບໍ່ສາມາດເຂົ້າເຖິງກະແສໄຟຟ້າ ໄດ້ຄືກັບຜູ້ທີ່ອາໄສ ໃນເຂດເມືອງ ເຮັດໃຫ້ພວກເຂົາເຈົ້າດ້ອຍໂອກາດ ທາງການສຶກສາ ແລະ ການບໍຣິການສຸຂພາບ.
ດັ່ງເຈົ້າຫນ້າທີ່ ອົງການຈັດຕັ້ງທາງສັງຄົມ ທ່ານນຶ່ງກ່າວວ່າ:
“ບ່ອນໃດມີໄຟຟ້າກໍຖືວ່າ ມີການສຶກສາດີຂຶ້ນຫັ້ນແຫລະ ແຕ່ວ່າເດັກນ້ອຍກໍບໍ່ສູ້ເສັຍຕາຫລາຍ ກໍໄດ້ຮຽນຕັ້ງອົກຕັ້ງໃຈຮຽນ ຮຽນກາງຄືນກໍຮຽນໄດ້ ຍາມເຊົ້າກໍຮຽນໄດ້ຖືວ່າ ບ່ອນໃດທີ່ມີໄຟຟ້າໄປເຖິງ ການສຶກສາກໍມີການຂຍາຍໂຕຫັ້ນແຫລະ ຄັນວ່າມີໄຟຟ້ານີ້ການສັຍາວັກຊີນນີ້ ກໍບໍ່ໄດ້ໃດແມ່ນບໍ່ຫມາຽຄວາມວ່າ ຢາບາງອັນນີ້ກໍຕ້ອງໄດ້ຢູ່ໃນຄວາມເປັນໄດ໋ ວັກຊີນສຳລັບສັດໄດ໋ ກໍຕ້ອງໄດ້ຢູ່ໃນໄອເຢັນບໍ່ໄດ໋ມີໄຟຟ້າຈຶ່ງເຮັດໄດ້.”
ກ່ອນຫນ້ານີ້ ໂຄງການພັດທະນາແຫ່ງ ສະຫະປະຊາຊາຕ ໄດ້ເຂົ້າດຳເນີນຕິດຕັ້ງໄຟຟ້າ ໃຫ້ແກ່ຊາວບ້ານຈຳນວນ 154 ຄົວເຮືອນໃນນີ້ ຢູ່ບ້ານກໍບົງ 91 ຄົວເຮືອນ ແລະບ້ານ ທ່າໄພບ້ານ ອີກ 63 ຄົວເຮືອນຕັ້ງຢູ່ໃນເຂດ ອະນຸຮັກຄວາມຫລາກຫລາຍ ທາງຊີວະນະນາພັນ ແຫ່ງຊາຕ ນາຍກາຍ-ນໍ້າເທີນ ເມືອງນາກາຍ ແຂວງຄຳມ່ວນ ເນື່ອງຈາກທັງສອງບ້ານດັ່ງກ່າວນີ້ ຂາດການເຊື່ອມຕໍ່ ໂລກພາຍນອກ, ບໍ່ສາມາດເຂົ້າເຖິງຕລາດທ້ອງຖິ່ນ. ເຮັດການກະເສຕໃນຄົວເຮືອນ ແລະ ບໍ່ມີສັນຍານໂທຣະສັບ ເຮັດໃຫ້ພວກເຂົາເຈົ້າ ບໍ່ມີອາຊີບອື່ນໆ ແລະ ມີລາຍໄດ້ຂ້ອນຂ້າງຫນ້ອຍ.