ການຊື້ຈ້າງເຂົ້າຮຽນ ຂັ້ນສູງ ຢູ່ລາວ
ປະຊາຊົນ ເຊື່ອວ່າ ຍັງມີການຊື້ຈ້າງ ເພື່ອ ເຂົ້າຮຽນ ໃນ ສະຖາບັນການແພດ ຢູ່ ສປປ ລາວ
-
ໄມຊູລີ
2018-09-04 -
-
-
Your browser doesn’t support HTML5 audio
ທາງການລາວປະກາດວ່າ ຈະບໍ່ຮັບເອົາ ນັກສຶກສາແພດ ທີ່ບໍ່ຜ່ານການສອບເສັງ ເຂົ້າສະຖາບັນການແພດ ແຕ່ທີ່ຜ່ານມາ ຍັງໃຫ້ໂຄຕ່າ ລູກຫລານ ເຈົ້າໜ້າທີ່ພັກຣັຖ ຢູ່ ໃນຈໍານວນ 10 ປາຍ ບ່ອນນັ່ງ ເຮັດໃຫ້ ນັກສຶກສາຜູ້ອື່ນ ທີ່ສອບເສັງໄດ້ ແຕ່ມາຈາກ ຄອບຄົວຍາກຈົນ ຂາດໂອກາດເຂົ້າຮຽນ ໃນສະຖາບັນການເພດ.
ປະຊາຊົນທ່ານນຶ່ງ ທີ່ເຊື່ອວ່າ ທຸກຂະແໜງການສຶກສາຢູ່ລາວ ຍັງມີການຊື້ຈ້າງ ຢູ່ເຖິງຈະມີນະໂຍບາຍ ອອກມາແນວໃດກໍຕາມ ດັ່ງທ່ານ ກ່າວວ່າ:
“ບໍ່ວ່າແຕ່ແພດແຕ່ໝໍ ບໍ່ວ່າແຕ່ຕໍາຣວດຕໍາຣາອິສັງແຫລະ ແມ່ນເປິດໄປຕາມ ນາມສະກຸນໂລດ ໝວດບໍ່ມີຈົບ ອອກມາກໍບໍ່ໄດ້ ອິຫຍັງດອກ ຄັນບໍ່ມີເສັ້ນມີສາຍ ຄັນບໍ່ມີພີ່ນ້ອງ ເປັນເຈົ້າເປັນນາຍ ບໍ່ໄດ້ເຮັດວຽກດອກ ຄັນວ່າເຮັດວຽກ ກໍຕ້ອງໄດ້ຈ້າງເຂົ້າ ເປັນ ສີ່ຫ້າແສນບາດພຸ້ນ ຈຶ່ງໄດ້ເຂົ້າ.“
ປະຊາຊົນອີກ ທ່ານນຶ່ງເວົ້າວ່າ ຫາກມີການສອບເສັງ ແລະ ຮັບເອົານັກຮຽນ ເຂົ້າຮຽນແບບ ເທົ່າທຽມກັນ ກໍຢາກໃຫ້ລູກຂອງຕົນ ມີໂອກາດ ໄດ້ເຂົ້າຮຽນ ເໝືອນກັນກັບ ຜູ້ທີ່ເປັນລູກຫລານ ຂອງເຈົ້າໜ້າທີ່ຣັັຖ ສ່ວນສະພາບຕົວຈິງ ຈະໂປ່ງໃສ ຫຼືບໍ່ນັ້ນ ທ່ານເວົ້າວ່າ:
“ຕິດຕາມຢູ່ເນາະ ຂ້າພະເຈົ້າ ກໍຢາກໃຫ້ລູກເຂົ້າໄປຮຽນ ແລ້ວຢາກໃຫ້ຈົບ ມ.7 ກ່ອນສິທົດລອງ ໄປສອບເບິ່ງຫັ້ນນະ ແຕ່ກໍບໍ່ຮູ້ ຂໍ້ມູນຕົວຈິງ ນັ້ນວ່າ ລູກເພິ່ນຢູ່ໃນຜແນກການ ນັ້ນຫຼືວ່າຫ້ອງການໃນສາທາ ແມ່ນເພິ່ນຈະໃຫ້ໄປເສັງເຂົ້າ ໃຫ້ໄດ້ເຂົ້າຮຽນ ບໍ ເຂົາເຈົ້າກໍຍັງບໍ່ຮູ້ນະ ຕົວນີ້ເນາະ.”
ແຕ່ ເຈົ້າໜ້າທີ່ ສາທາຣະນະສຸກ ຂອງລາວ ທ່ານນຶ່ງເວົ້າວ່າ ສະຖາບັນການແພດ ເປັນສະຖາບັນຣະດັບສູງໃນລາວ ແລະ ເປັນອາຊິບ ທີ່ຕ້ອງມີຄວາມສາມາດ ສະເພາະຈຶ່ງຈະສາມາດປະຕິບັດງານໄດ້ ຢ່າງມີຄຸນພາບ ການຊື້ຈ້າງເຂົ້ານັ້ນ ເປັນໄປບໍ່ໄດ້ແນ່ນອນ ເພາະທຸກຄົນ ຕ້ອງເຂົ້າສູ່ຣະບົບ ຢ່າງຖືກຕ້ອງ ທ່ານວ່າ:
"ເພາະທຸກສິ່ງທຸກຢ່າງ ເຂົາເຈົ້າກໍເຮັດໄປຕາມຣະບົບ ຫລັກການຂອງມັນ ແຕ່ເກົ່າບໍໍ່ມີໃດ ຕ້ອງສອບເສັງ ລູກໃຜຫລານໃຜ ໄດ້ສອບເສັງ ເຂົ້າເໝິດ ບໍ່ມີນະໂຍບາຍແບບນັ້ນ ຕ້ອງໄດ້ໃຊ້ຄວາມສາມາດ ເສັງດ້ວຍຕົນເອງ ລູກຂ້ອຍກໍຍັງໄດ້ໄປເສັງ ເສັງແລ້ວ ເພິ່ນກໍເບິ່ງຕາມ ຄະແນນ ດ້ວຍວິທີການຂອງເພິ່ນ ມັນໄດ້ຕາມເກນຂອງເພິ່ນ ກໍເອົາຕາມໂຄຕ່າ ທີ່ເພີ່ນກໍານົດຫັ້ນ ຄັນບໍ່ໄດ້ແລ້ວ ກໍຄືບໍ່ໄດ້.”
ແຈ້ງການຂອງກະຊວງ ສາທາຣະນະສຸກ ເມື່ອວັນທີ່ 1 ສິງຫາ 2018 ຜ່ານມານີ້ ຣະບຸວ່າ ການຮັບເອົານັກສືກສາ ເຂົ້າຮຽນ ໃນສະຖາບັນ ການສຶກສາ ສາທາຣະນະສຸກ ເຣີ້ມແຕ່ສົກປີ 2018-19 ເປັນຕົ້ນໄປ ແມ່ນຈະໄດ້ອິງຕາມ ຜົນການສອບເສັງ ແລະ ຄວາມຮູ້ ຄວາມສາມາດ ຂອງນັກສຶກສາ ເປັນຫລັກ ຈະບໍ່ໃຫ້ໂຄຕ່າແກ່ນັກຮຽນ ດັ່ງທີ່ຜ່ານມາ ເພື່ອ ຕອບສນອງບໍຣິການ ດ້ານສາທາຣະນະສຸກ ໃຫ້ມີຄຸນນະພາບ ຕາມມາຕຖານ ຂອງອາຊຽນ ແລະເພື່ອຕອບສນອງ ຄວາມຮຽກຮ້ອງຕ້ອງການ ຂອງພໍ່ແມ່ປະຊາຊົນ ໃນທົ່ວປະເທດ ແຕ່ສະພາບ ຕົວຈິງນັ້ນ ຈະປະຕິບັດໄດ້ ຫຼືບໍ.
ຢ່າງໃດກໍຕາມ ເມື່ອວັນທີ່ 25 ສິງຫາ ຜ່ານມາມີນັກຮຽນ 14 ພັນ ຄົນຈາກທົ່ວປະເທດ ເດີນທາງມາເສັງ ເຂົ້າຮຽນ ມະຫາວິທຍາລັຍ ແຫ່ງຊາດລາວ ສົກປີ 2018-19 ແຕ່ໃນຈໍາ ນວນ ນີ້ມະຫາວິທຍາລັຍ ຈະຄັດເລືອກເອົາ ປະມານ 4 ພັນ ຄົນ..