ຄົນງານລາວຈະໄປເກົາຫຼີ ໃຕ້
ກະຊວງ ແຮງງານ ແລະ ສວັດດີການ ສັງຄົມ ສປປລາວ ກຳລັງ ດໍາເນີນ ວຽກງານ ສົ່ງ ກັມມະກອນ ລາວ ໄປເຮັດວຽກ ຢູ່ ເກົາຫລີ ໃຕ້.
-
ສິດນີ
2015-11-18 -
-
-
Your browser doesn’t support HTML5 audio
ເຈົ້າຫນ້າທີ່ ຝ່າຍ ພັທນາ ສີມື ແຮງງານ ລາວ ກ່າວວ່າ ທາງການ ລາວ ກຳລັງ ພຍາຍາມ ເຊັນ ບົດບັນທຶກ ຄວາມເຂົ້າໃຈ ກັບ ຣັຖບານ ເກົາຫລີ ໃຕ້ ເພື່ອ ສົ່ງ ຄົນງານລາວ ໄປ ເຮັດວຽກ ໃນ ປະເທດ ເກົາຫຼີໃຕ້ ໃນ ປີຫນ້າ. ດັ່ງ ທ່ານກ່າວ ໃນ ຕອນນຶ່ງ ວ່າ:
"ຍັງບໍ່ທັນ ຍັງບໍ່ທັນ ໄດ້ມີ MOU ຕົວນີ້ຫັ້ນ ພວກເຮົາ ກໍ ພຍາຍາມ ຢາກໃຫ້ມັນ ເປັນແບບ ນັ້ນເນາະ ແຕ່ວ່າ ທັງນີ້ ທັງນັ້ນ ກໍຂຶ້ນຢູ່ກັບ ປະເທດ ເກົາຫລີ ນຳ ຕາມແຜນ ພວກເຮົາ ຂຶ້ນແຜນ ໄປ ກໍຢາກໃຫ້ ມີການ ເຊັນ MOU ພາຍໃນ ຕົ້ນປີ ແລ້ວ ກໍພາຍໃນ ທ້າຍປີ ກໍ ໃຫ້ມີການ ຈັດສົ່ງ ພວກເຮົາ ໄດ້ສົ່ງ ຣາຍລະອຽດ ໃຫ້ທາງ ເກົາຫລີ ແຕ່ ຍັງບໍ່ທັນ ໄດ້ມີ ຕອບຮັບ ອັນ ຫຍັງ ມາເທື່ອ".
ທ່ານວ່າ ການສົ່ງ ຄົນງານລາວ ໄປເຮັດວຽກ ຢູ່ ເກົາຫລີ ໃຕ້ ກໍ ເພື່ອຢາກໃຫ້ ຄົນງານ ລາວ ຮຽນຮູ້ ການເຮັດວຽກ ທີ່ມີ ຄຸນນະພາບ ໃນປະເທດ ດັ່ງກ່າວ ຮ່ວມດ້ວຍ ການສ້າງ ວຽກເຮັດ ງານທຳ ໃຫ້ແກ່ ກັມມະກອນ ລາວ.
ທາງການ ລາວ ໄດ້ເຊັນ MOU ກັບ ຣັຖບານໄທ ແລະ ໄດ້ສົ່ງ ຄົນງານລາວ ໄປ ເຮັດວຽກ ໃນ ປະເທດໄທ ແບບຖືກຕ້ອງ ຕາມກົດໝາຍ ຢ່າງ ຫຼວງຫຼາຍ ໃນຣະຍະ ທີ່ ຜ່ານມາ ຄາດວ່າ ມາຮອດ ເດືອນ ຕຸລາ ປີນີ້ ມີ ຄົນງານລາວ ເຂົ້າໄປ ເຮັດວຽກ ໃນໄທ ພາຍໃຕ້ MOU ດັ່ງກ່າວ ກວ່າ 27 ພັນ ຄົນ.
ການເຊັນ MOU ເປັນການ ຄ້ຳປະກັນ ຄວາມປອດພັຍ ຂອງ ຄົນງານລາວ ໃນ ຕ່າງ ປະເທດ ຈາກ ນາຍຈ້າງ ແລະ ຄ່າຈ້າງ ແຮງງານ ຮ່ວມທັງ ບ່ອນຢູ່ ອາສັຍ ແລະ ສິດ ປະໂຫຍດ ຕ່າງໆ ທີ່ ຄົນງານລາວ ຈະໄດ້ຮັບ ແລະ ຖືກ ເບິ່ງແຍງ ໃນ ປະເທດ ເຈົ້າພາບ ແລະ ດີ ໄປກວ່າ ນັ້ນ ກໍເພື່ອ ຫລີກລ້ຽງ ການຕົກເປັນ ເຫຍື່ອ ຂອງ ກຸ່ມ ຄ້າມະນຸດ.