ເຈົ້າໜ້າທີ່ ສະເພາະກິຈ ຂາຍ ຊັພສິນ ພີເອັສ
2018.01.26
ປັດຈຸບັນ ຄນະເຈົ້າໜ້າທີ່ສະເພາະກິຈ ກຳລັງຂາຍ ຊັພສິນ ທີ່ເປັນສິນຄ້າ ອຸປໂພກ-ບໍຣິໂພກ ຂອງບໍຣິສັດ ພີເອັສ (PS) ເຊັ່ນ ເຂົ້າສານ, ນ້ຳດື່ມ ແລະ ອາຫານແຫ້ງ ປະເພດຕ່າງໆ. ສະເພາະເຂົ້າສານ ທີ່ຢູ່ໃນສາງປະມານ 1 ພັນປາຍຕັນນັ້ນ ໄດ້ປະມູລ ຂາຍອອກໝົດແລ້ວ ແລະ ກຳລັງຂົນອອກຈາກສາງ, ດັ່ງເຈົ້າໜ້າທີ່ ຝ່າຍຄຸ້ມຄອງ ແລະ ປະມູລຂາຍຊັພສິນ ຂອງບໍຣິສັດ PS ໄດ້ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 25 ມົກກະຣາ ນີ້ວ່າ:
“ໂອ! ເຮົາຂາຍໝົດແລ້ວ ເຂົ້ານີ້ ເພິ່ນຈະມີ ການເປີດຊອງ ປະມູນຂາຍ ຜູ້ປະມູລເພິ່ນສາມາດ ເຮົາເປີດຊອງປະມູລ ໃຫ້ຄົນທົ່ວໄປຂາຍ ປະຈຸບັນ ນີ້ ຂະເຈົ້າປະມູລ ໄດ້ແລ້ວ, ໃນຊ້ວງປະຈຸບັນ ເຂົາກຳລັງຂົນເຂົ້າອອກ ຈາກສາງເທົ່ານັ້ນເນາະ. ເປັນອາຫານ, ສິນຄ້າອຸປໂພຄ-ບໍຣິໂພຄ ເນາະ, ຢູ່ທາງນອກກະແມ່ນເຄື່ອງ ຢູ່ໃນຊຸບເປີ້ມາກເກັດເພິ່ນຫັ້ນແຫຼະ."
ທ່ານກ່າວຕື່ມວ່າ ການປະກາດຂາຍຊັພສິນຂອງບໍຣິສັດ PS ທີ່ເຣີ້ມມາຕັ້ງແຕ່ເດືອນທັນວາ 2017 ນັ້ນຈະຍັງສືບຕໍ່ໄປເລື້ອຍໆ ເພື່ອຮິບໂຮມ ເງິນເອົາໄວ້, ແຕ່ຍັງບໍ່ຮູ້ວ່າ ຈະສົ່ງເງິນຄືນໃຫ້ ປະຊາຊົນຜູ້ໄດ້ຮັບຄວາມເສັຽຫາຍ ຈາກບໍຣິສັດນີ້ເມື່ອໃດ ເພາະບໍ່ ແມ່ນໜ້າທີ່ຮັບຜິດຊອບ ຂອງທ່ານ.
ກ່ຽວກັບຄະດີຂອງບໍຣິສັດ PS ນັ້ນເຈົ້າໜ້າທີ່ສືບສວນສອບສວນ ທ່ານນຶ່ງ ໄດ້ເວົ້າຕໍ່ ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນັ້ນວ່າ ພາກສ່ວນທີ່ ກ່ຽວຂ້ອງ ໄດ້ແຈ້ງຂໍ້ກ່າວຫາ ສໍ້ໂກງຊັພສິນພົລເມືອງ ຕໍ່ທ້າວ ປໍ່ ເຮີ້, ນາງ ສຸກນາຣີ ເທພສີເມືອງ ແລະພັກພວກແລ້ວ, ຂະນະນີ້ຍັງຢູ່ໃນ ຂັ້ນຕອນ ຮິບໂຮມຂໍ້ມູນ ເພື່ອສົ່ງສຳນວນຄະດີ ໃຫ້ອັຍການສັ່ງຟ້ອງ, ເຊິ່ງຄາດວ່າຈະມີຂຶ້ນໃນມໍ່ໆນີ້. ດັ່ງທີ່ທ່ານກ່າວວ່າ:
“ໂຕນີ້ບໍ່ທັນໄດ້ສັ່ງຟ້ອງເທື່ອ ມີແຕ່ເຮົາແຈ້ງຂໍ້ກ່າວຫາ ລະກະຍັງລວບລວມ ລະກະທ້ອນໂຮມຊັພສິນອີ່ຫຍັງ ສົ່ງປະຊາຊົນ ອັນນີ້ເຮົາຕັ້ງຂໍ້ຫາ ຊື່ໆ ຕັ້ງຂໍ້ຫາເປັນການສໍ້ໂກງຊັພພົລເມືອງ, ບໍ່ທັນໄດ້ສລຸບສຳນວນສົ່ງຟ້ອງ ອັຍການເທື່ອ. ກະຄືຊິບໍ່ດົນດອກ ໄວໆນີ້ແຫຼະ ປະມານອີກ ເດືອນນຶ່ງ ເຂົາຍັງລວບລວມຂໍ້ມູນເຂົາຫຼາຍ ມັນມີຜູ້ຖືກເສັຽຫາຍ ຜູ້ຖືກຮ້ອງຟ້ອງຈຳນວນຫຼາຍ."
ມາເຖິງປະຈຸບັນ ກໍຍັງບໍ່ເປັນທີ່ຈະແຈ້ງເທື່ອວ່າ ຄະນະສະເພາະກິດຈະໃຊ້ເວລາສະສາງຄະດີ ຂອງບໍຣິສັດ PS ນີ້ດົນປານໃດ ຮວມທັງການ ຮິບໂຮມຊັບສິນ ແລະການປະມູລຂາຍເຄື່ອງຂອງຕ່າງໆ ຂອງບໍຣິສັດນີ້ ແລ້ວນຳເງິນໄປຄືນໃຫ້ປະຊາຊົນ ຜູ້ເສັຍຫາຍ ທີ່ຍັງຄອງຄອຍເງິນ ທີ່ຕົນສູນເສັຽໄປນັ້ນຢູ່.