ຫ້າມຮ້ານກິນດື່ມຢູ່ໃກ້ ສະຖາບັນ ສຶກສາ

ສປປລາວ ຈະເລີ້ມ ປະຕິບັດ ຄຳສັ່ງຫ້າມ ບໍ່ໃຫ້ເປີດ ຮ້ານກິນດື່ມ ໃກ້ກັບ ມະຫາວິທຍາລັຍ ແຕ່ວັນທີ 1 ກັນຍາ ເປັນຕົ້ນໄປ.

ມະຫາວິທຍາໄລ ແຫ່ງຊາດ ສປປ ລາວ RFA/LX

ສປປລາວ ຈະປະຕິບັດຄຳສັ່ງ ຂອງທາງການຫ້າມບໍ່ໃຫ້ ເປີດຮ້ານກິນດື່ມໃກ້ກັບ ມະຫາວິທຍາລັຍ ແຕ່ວັນທີ 1 ກັນຍາ 2017 ນີ້ເປັນຕົ້ນ ໄປ ໂດຍໃຫ້ຕັ້ງຫ່າງ ອອກໄປຢ່າງໜ້ອຍ 500 ແມັດ ແລະ ໃຫ້ຄຣູອາຈານ ເປັນຜູ້ກວດກາ ຕົວຈິງ. ສຳລັບມະຫາ ວິທຍາລັຍ ສຸພານຸວົງ ທີ່ແຂວງຫລວງພະບາງ ກໍໄດ້ແຈ້ງ ໃຫ້ຮ້ານກິນດື່ມ ທີ່ຕັ້ງຢູ່ຂ້າງ ມະຫາວິທຍາລັຍ ນັ້ນແລ້ວ ແຕ່ກໍເຫັນວ່າຍັງ ເປີດໆປິດໆຢູ່. ດັ່ງອາຈານ ມະຫາວິທຍາລັຍ ເວົ້າວ່າ:

"ເຂົາເປີດຂາຍຢູ່ ແຕ່ເວລລາເຈົ້າໜ້າທີ່ໄປກວດ ເຂົາກໍປິດ ເຂົາເປີດເຂົາປິດແນວນີ້. ມັນບໍ່ມີມາຕການ ເຄັ່ງຄັດ ມັນມີຫລາຍຮ້ານຢູ່ໃກ້ໆ ມະຫາວິທຍາລັຍນີ້".

ທ່ານກ່າວຕື່ມວ່າ ທີ່ຜ່ານມາ ເຖິງວ່າຈະໄດ້ປະກາດແຈ້ງໃຫ້ ເຈົ້າຂອງຮ້ານກິນດື່ມ ທີ່ມາເປີດຮ້ານ ຢູ່ຮອບ ມາຫາວິທຍາລັຍນີ້ ໃຫ້ເຊົາ ແລະ ຍ້າຍຮ້ານອອກໄປໄກ ບໍ່ຕ່ຳກວ່າ 500 ແມັດ ຕາມຣະບຽບການ ແຕ່ກໍຍັງມີຫຼາຍຮ້ານ ບໍ່ປະຕິບັດຕາມຢູ່. ປັດຈຸບັນຢູ່ ສປປລາວ ນອກຈາກ ມະຫາວິທຍາລັຍ ສຸພານຸວົງ ນີ້ແລ້ວ ມະຫາວິທຍາລັຍ ແຫ່ງຊາດ ທີ່ ນະຄອນຫລວງວຽງຈັນ, ມະຫາວິທຍາລັຍ ຈຳປາສັກ ຢູ່ຮ້ານເຫລົ່ານີ້ ກໍມີນັກສຶກສາ ເຂົ້າໄປກິນດື່ມ ກັນຫລາຍຂຶ້ນ ເຮັດໃຫ້ມີການ ເປີດຮ້ານກິນດື່ມ ຢູ່ທີ່ນັ້ນຫຼາຍຂຶ້ນ ນຳເລື້ອຍໆ.

ຄຳສັ່ງ ນາຍົກຣັຖມົນຕຣີ ຫ້າມເປີດຮ້ານກິນດື່ມຮອບໆ ສະຖາບັນ ການສຶກສາ ຖືກປະກາດ ອອກເມື່ອວັນທີ 7 ຕຸລາ 2016 ແລະ ສັ່ງໃຫ້ ໜ່ວຍງານ ທີ່ຮັບຜິດຊອບ ສາມາດຮື້ຖອນ ແລະ ໃຫ້ເຈົ້າຂອງຮ້ານກິນດື່ມ ທີ່ຂາຍເຄື່ອງມືນເມົາ ຍ້າຍອອກໄປໄກ ຕາມກຳນົດ, ຜູ້ໃດຝ່າຝືນ ຈະຖືກປັບໃໝ ແລະດຳເນີນຄະດີ ຕາມຣະບຽບ ກົດໝາຍ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org