ມ.ໂພນໂຮງ 39 ຄອບຄົວ ບໍ່ຮັບ ຄ່າຊົດເຊີຍ

ຊາວບ້ານ 39 ຄອບຄົວ ຢູ່ ເມືອງໂພນໂຮງ ແຂວງວຽງຈັນ ບໍ່ຮັບເອົາ ຄ່າຊົດເຊີຍ ຈາກໂຄງການ ທາງດ່ວນ ຍ້ອນເຫັນວ່າ ບໍ່ເໝາະສົມ.

ເສັ້ນທາງ ເມືອງວັງວຽງ ຫາ ເມືອງໂພນໂຮງ ທີ່ ຈະຖືກພັທນາເປັນ ເສັ້ນທາງສາຍດ່ວນ ນັກຂ່າວກະຊວງ ໂຍທາທິການແລະຂົນສົ່ງ

ປະຊາຊົນ 39 ຄອບຄົວ ຢູ່ເມືອງໂພນໂຮງ ແຂວງວຽງຈັນ ບໍ່ຮັບເອົາຄ່າຊົດເຊີຍຄວາມເສັຍຫາຍ ຈາກໂຄງການທາງດ່ວນ ຣະຫວ່າງ ນະຄອນຫຼວງ ວຽງຈັນ ແລະເມືອງວັງວຽງ ຍ້ອນເຫັນວ່າໜ້ອຍເກີນໄປ ແລະຢາກໃຫ້ໂຄງການ ເພີ້ມຈໍານວນຂຶ້ນ ຂນະທີ່ ຄ່າຊົດເຊີຍນັ້ນ ຍັງບໍ່ທັນມີການເປີດເຜີຍ ຈໍານວນເທື່ອ. ດັ່ງເຈົ້າໜ້າທີ່ເມືອງໂພນໂຮງ ກ່າວຕໍ່ ວິທຍຸ ເອເຊັຍເສຣີ ໃນມື້ວັນທີ 27 ກັນຍາ ນີ້ວ່າ:

"ຄອບຄົວທີ່ຖືກຜົລກະທົບຫັ້ນຍັງບໍ່ທັນລົງມື ແຕ່ 39 ຄອບຄົວ ຖືວ່າຍັງບໍ່ທັນພໍໃຈດ້ານຣາຄາ ເປັນຕົ້ນແມ່ນບາງຄົນຫັ້ນ ດິນຄັງວ່າໄດ້ໜ້ອຍ ຢາກໄດ້ຄືຣາຄາດິນສວນດິນຫຍັງໄປຫັ້ນນະ."

ນາງກ່າວວ່າ ປັດຈຸບັນ ເຈົ້າໜ້າທີ່ຄນະຮັບຜິດຊອບ ເຣຶ່ອງຄ່າຊົດເຊີຍຄວາມເສັຍຫາຍ ຈາກການສ້າງທາງດ່ວນນັ້ນ ກໍາລັງກວດກາຄືນ ເຣຶ່ອງການຄິດໄລ່ ຄ່າເສັຍຫາຍ ເພື່ອຈະດັດແກ້ ແລ້ວນໍາໄປສເນີ ໃຫ້ຜູ້ໄດ້ຮັບຜົລກະທົບ ອີກເທື່ອນຶ່ງ.

ນາງກ່າວຕື່ມອີກວ່າ ຍັງມີປະຊາຊົນອີກ 13 ບ້ານ ທີ່ວ່າທາງດ່ວນຈະຜ່ານນັ້ນ ຍັງຢູ່ໃນຣະຫວ່າງລໍຖ້າ ວ່າຈະໄດ້ຮັບຜົລກະທົບ ຫລືບໍ່ ເພາະທາງບໍຣິສັດ ຜູ້ຮັບເໝົາກໍ່ສ້າງ ອາດຈະປັບປ່ຽນແລວທາງດ່ວນ ນັ້ນໃໝ່.

ເມື່ອທ້າຍອາທິດທີ່ຜ່ານມາ ບໍຣິສັດຮ່ວມພັທນາທາງດ່ວນ ລາວ-ຈີນ, ບໍຣິສັດທີ່ປຶກສາດ້ານສິ່ງແວດລ້ອມລາວ ແລະທາງການແຂວງວຽງຈັນ ໄດ້ຈັດພິທີມອບຮັບເງິນ ຄ່າຊົດເຊີຍປະມານ 11 ຕື້ກີບ ໃຫ້ປະຊາຊົນ 13 ບ້ານ 80 ຄອບຄົວ ຢູ່ເມືອງໂພນໂຮງ ທີ່ ໄດ້ຮັບຜົລກະທົບ ຈາກການສ້າງທາງດ່ວນ ດັ່ງກ່າວ.

ໂຄງການທາງດ່ວນ ຣະຫວ່າງ ນະຄອນຫຼວງວຽງຈັນ ແລະເມືອງວັງວຽງ ຈະສົ່ງຜົລກະທົບ ຕໍ່ປະຊາຊົນເມືອງໂພນໂຮງ 26 ບ້ານ 221 ຄອບຄົວ, ປະຊາຊົນ ເມືອງຫິນເຫີບ 244 ຄອບຄົວ ແລະ ເມືອງວັງວຽງ 17 ຄອບຄົວ ຊຶ່ງໃນຈໍານວນນັ້ນ ຂນະນີ້ກໍາລັງ ໄດ້ຮັບຄ່າ ເຊົດເຊີຍ ຄວາມເສັຍຫາຍໄປເທື່ອລະໜ້ອຍຢູ່.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org