ມ.ສິງ ບັນຈຸ ຣັຖກອນຄຣູ 3 ຄົນ
2019.06.24
ສົກຮຽນປີ 2018-2019 ຢູ່ເມືອງສິງ ແຂວງຫຼວງນໍ້າທາ ມີຄຣູອາສາສມັກ ທັງໝົດ 48 ຄົນ ແຕ່ຖືກຮັບເຂົ້າເປັນຣັຖກອນ ພຽງ 3 ຄົນ. ຕາມຄຳເວົ້າ ຂອງເຈົ້າໜ້າທີ່ ຫ້ອງການສຶກສາທິການ ແລະກິລາ ເມືອງສິງ ທ່ານນຶ່ງ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 20 ມິຖຸນາ ນີ້:
“ສະເພາະເມືອງສິງ ນີ້ແມ່ນນາຍຄຣູອາສາທັງໝົດ ນີ້ມີ 48 ຄົນແຕ່ວ່າປີນີ້ນິ ແມ່ນທຶນເຂົ້າຣັຖກອນ ຫຼືວ່າໂຄຕ້າທົ່ວແຂວງນີ້ມີພຽງແຕ່ 18 ທຶນແລະບາດນີ້ ແບ່ງໃຫ່ບັນດາເມືອງຫັ້ນ ເມືອງສິງ ໄດ້ພຽງແຕ່ 3 ທຶນຄັນຊິໃຫ້ພຽງພໍ ກັບຄວາມຕ້ອງການແມ່ນບໍ່ພໍ ໜ້ອຍກ່ວາປີກາຍ."
ທ່ານກ່າວຕື່ມອີກວ່າ ຄຣູອາສາສມັກ ຜູ້ທີ່ຈະຖືກບັນຈຸເຂົ້າເປັນຣັຖກອນ ຈະຕ້ອງໄດ້ຜ່ານການສິດສອນເຖິງ 3 ປີ ໂດຍຈະມີການປະເມີນ ຜົນງານ, ແຕ່ຖ້າວ່າ ຜູ້ໃດບໍ່ຜ່ານການສິດສອນນັ້ນ ກໍຈະບໍ່ໄດ້ບັນຈຸເຂົ້າເປັນຣັຖກອນ. ຄຣູອາສາທີ່ສ້າງຜົນງານດີ ໃນການສິດສອນມາໄດ້ 3 ປີ ແມ່ນມີເຖິງ 10 ປາຍຄົນ ແຕ່ໃນຈຳນວນຄຣູອາສາ ທີ່ວ່ານັ້ນ ຕ້ອງຈະຖືກຄັດເລືອກ ເອົາຕາມຈຳນວນໂຄຕາ ທີ່ທາງແຂວງກຳນົດໃຫ້ ເນື່ອງຈາກວ່າ ໂຄຕ້າຣັຖກອນ ມີຈຳນວນຈຳກັດ. ຄຣູອາສາບໍ່ມີເງິນເດືອນ ແຕ່ຈະໄດ້ ເງິນອຸດໜູນຈາກຊາວບ້ານ ທີ່ເກັບເງິນກັນເພື່ອຊ່ອຍ ຄຣູອາສາ ຄົນນຶ່ງ 3 ແສນກີບ ຕໍ່ເດືອນ.
ຈໍານວນເງິນດັ່ງກ່າວ ບໍ່ພຽງພໍສຳລັບການໃຊ້ຈ່າຍປະຈຳເດືອນ, ແຕ່ຄຣູອາສາ ກໍຈຳເປັນຕ້ອງໄດ້ສອນ ເພື່ອສ້າງຜົນງານໃຫ້ໄດ້ບັນຈຸເຂົ້າ ເປັນຣັຖກອນ ດັ່ງຄຣູອາສາຜູ່ນຶ່ງ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ວ່າ:
“ເງິນເດືອນ ກະມີແຕ່ສາມແສນ ພໍ່ແມ່ນັກຮຽນເກັບໃຫ້ ອັນຊິພໍຫັ້ນ ມັນບໍ່ອັນນັ້ນແຫຼະ ແຕ່ວ່າພໍບໍ່ພໍ ແມ່ນຊອກທາງອື່ນ ຄືຊິບໍ່ໄດ້ດອກ 2 ປີ 3 ປີ ເພິ່ນເຂົ້າກ່ອນນ້ອງມັນມີ ຫຼາຍຄົນ ແບບໂຕເລຂມັນມາໜ້ອຍ ນ້ອງກໍບໍ່ເຂົ້າໃຈ ຈັ່ງໃດກະໂຕເອງ ໄປຕາມຫຼັງ ກະຊິໄດ້ສູ້ຊົນຫັ້ນແຫຼະ.”
ແຂວງຫຼວງນໍ້າທາ ມີທັງໝົດ 5 ເມືອງ ແລະໃນທົ່ວແຂວງ ມີຄຣູອາສາ 200 ປາຍຄົນ ແລະໃນປີນີ້ ຜແນກສຶກສາທິການ ແລະກິລາ ແຂວງ ໄດ້ຮັບໂຄຕ້າ ຣັຖກອນ ທັງໝົດພຽງ 18 ຄົນ. ເຖິງແມ່ນວ່າ ຣັຖບານຈະແບ່ງໂຄຕ້າ ຣັຖກອນ ໃຫ້ຂແນງສຶກສາ ຫຼາຍກວ່າຂແນງການອື່ນໆ ກໍຕາມ ແຕ່ກໍຍັງບໍ່ພຽງພໍ ກັບຄວາມຕ້ອງການ ຂອງວຽກງານຕົວຈິງໃນປັດຈຸບັນນີ້ຢູ່.