ຊາວບ້ານຢຶບ ບໍ່ພໍໃຈ ດິນ ຣັຖ ຈັດໃຫ້

ປະຊາຊົນ ບ້ານຢຶບ ເມືອງທ່າແຕງ ແຂວງເຊກອງ ບໍ່ພໍໃຈນໍາ ດິນ ທີ່ຣັຖ ຈັດສັນໃຫ້.

ຊາວບ້ານຢຶບ ເມືອງທ່າແຕງ ແຂວງເຊກອງ ຮູບຖ່າຍ ວັນທີ 10 ຕຸລາ 2011 RFA

ຊາວບ້ານຢຶບ ເມືອງທ່າແຕງ ແຂວງເຊກອງ 55 ຄອບຄົວທີ່ເສັຽດິນ ໃຫ້ບໍຣິສັດຢາງພາລາ ຂອງວຽດນາມ ນັ້ນບໍ່ພໍໃຈ ກັບທີ່ດິນ ທີ່ທາງການ ຈັດສັນໃຫ້ ຍ້ອນເປັນດິນບໍ່ງາມ ບໍ່ມີຄຸນນະພາບ ແລະ ຫ່າງຈາກບ້ານເດີມ ການໄປທຳມາຫາກິນ ຫຍຸ້ງຍາກຕ້ອງໃຊ້ ເວລາດົນນານ.

ຊາວບ້ານຢຶບຜູ້ນຶ່ງເວົ້າວ່າ; ເຖິງວ່າປະຊາຊົນ ບໍ່ຢາກເອົາທີ່ດິນ ທີ່ທາງການຈັດໃຫ້ນັ້ນ ພວກຂະເຈົ້າກໍຕ້ອງຈຳເປັນໄດ້ເອົາ ເພາະວ່າເຈົ້າໜ້າທີ່ ແຂວງແລະເມືອງ ລົງມາປະຊຸມກັບຊາວບ້ານ ໃນວັນທີ 23 ມິນາ ຜ່ານມາແລ້ວບອກໃຫ້ຊາວບ້ານ ຮັບເອົາທີ່ດິນດັ່ງກ່າວ.

ໃນຂນະດຽວກັນ ເຈົ້າໜ້າທີ່ຜແນກຊັພຍາກອນທັມຊາດ ແລະສິ່ງແວດລ້ອມ ແຂວງເຊກອງ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 3 ເມສາ ນີ້ວ່າ:

"ຖືວ່າເປັນເອກກະພາບກັນແລ້ວ ຖືວ່າພວກເຮົາຍັງຂາດແຕ່ວ່າ ຈະຈັດສັນແບ່ງແຕ່ລະຄອບຄົວ ແລະກ່ອນອື່ນໝົດແລ້ວ ພວກເຮົາເລືອກ ບູລິມະສິດ ໃຫ້ແກ່ເຂົາເຈົ້າ ແລະ ຖ້າແຕ່ວ່າແຕ່ງຕັ້ງ ຄນະກັມມະການລົງໄປຈັດສັນ ແບ່ງເປັນເຂດເປັນອັນນັ້ນໃຫ້ເຂົາເຈົ້າ ເປັນເອກພາບ ກັນແລ້ວ ພວກເຮົາໄດ້ລົງເປີດກອງປະຊຸມ ໃນເດືອນທີ 3 ຖືວ່າເອກພາບກັນ ມັນຂໍ້ຂັດແຍ່ງແຕ່ກີ້ຊື່ໆ ເຂົາຮວມກຸ່ມກັນຫັ້ນນ່າ."

ເຈົ້າໜ້າທີ່ກ່າວຕື່ມວ່າ ສຳລັບທີີ່ດິນທຳການຜລິດ ທີ່ຈະຈັດສັນໃຫ້ປະຊາຊົນນັ້ນ ຢູ່ເຂດບ້ານສະພື ຫ່າງຈາກທີ່ດິນເກົ່າຂອງປະຊາຊົນ 5 ຫຼັກ ແລະການຈັດສັນທີ່ດິນ ໃຫ້ແຕ່ລະຄອບຄົວ ຢ່າງເປັນທາງການ ຈະມີໃນໄວໆນີ້.

ກໍຣະນີຂໍ້ຂັດແຍ່ງເລື່ອງທີ່ດິນ ບ້ານຢຶບ ນັ້ນເກີດຂຶ້ນແຕ່ປີ 2006 ຍ້ອນບໍຣິສັດຢາງພາລາຂອງວຽດນາມ ບຸກເບີກເນື້ອທີ່ດິນ ໄປກວມເອົາດິນ 121 ເຮັກຕ້າ ຂອງຊາວບ້ານ 55 ຄອບຄົວ ແຕ່ພາຍຫລັງມາ ທາງການໄດ້ອະນຸມັດ ໃຫ້ບໍຣິສັດສຳປະທານ ພຽງ 42 ເຮັກຕ້າ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org