ຊັບສິນທີ່ຍຶດໄດ້ຈາກຜູ້ ຕ້ອງຫາ
2017.03.29
ເຈົ້າຫນ້າທີ່ລາວເວົ້າວ່າ ຢູ່ສປປລາວ ກະຊວງຮັກສາຄວາມສງົບ ເປັນຜູ້ເກັບຮັກສາ ຊັບສິນ ທີ່ເຈົ້າຫນ້າທີ່ ຍຶດໄດ້ຈາກ ຜູ້ຕ້ອງຫາຄະດີ ຄ້າ ຢາເສບຕິດ ແລະຄະດີອື່ນໆ. ຕາມກົດຫມາຍລາວ ຊັບສິນທີ່ຍຶດມາຈາກ ຜູ້ຕ້ອງຫາ ຈະຖືກສົ່ງໄປຫາ ກະຂວງປ້ອງກັນ ຄວາມສງົບ ເປັນ ຜູ້ດຳເນີນ ການສືບສວນ ໂດຍສະເພາະ ຊັບສິນ ທີ່ເປັນຕົວຕົນ ເປັນຕົ້ນບ້ານເຮືອນ ຣົດຍົນ ແລະສີ່ງຂອງ. ສຳລັບຊັບສິນ ທີ່ເປັນເງິນຝາກ ໃນທະນາຄານນັ້ນແມ່ນ ເຈົ້າຫນ້າທີ່ເສຖກິດ ເປັນຜູ້ຕິດຕາມ ແລະຍຶດໄວ້ກ່ອນ ເພື່ອໃຊ້ເປັນຫຼັກຖານ ໃນສານ. ຫລັງຈາກສານຕັດສິນ ແລ້ວ ຖ້າຜູ້ຕ້ອງຫາ ບໍ່ມີຄວາມຜິດ ກໍຈະຖືກສົ່ງຄືນ ແຕ່ຖ້າມີຄວາມຜິດກໍ ຈະຕົກເປັນຂອງຣັດ. ດັ່ງເຈົ້າຫນ້າທີ່ ກົມສືບສວນ ທ່ານນຶ່ງ ກ່າວຕໍ່ເອເຊັຽ ເສຣີ ໃນມື້ວັນທີ 28 ມິນາ ນີ້ວ່າ:
"ຄັນເປັນຊັບສິນຂອງບຸກຄົນ ເຮົາກໍຈະສາມາດໄປຂາຍບໍ ຍຶດມາເປັນຂອງຣັດ ຖ້າວ່າເປັນຂອງບຸກຄົນ ຂອງຕິດໂຕ ຂອງຄະດີ ຄະດີເຮົາ ຈັບຄົນມາ ມັນກະມີນໍ ຫາກວ່າເຮົາສືບສວນ ວ່າຄະດີເຄື່ອງຂອງນັ້ນ ໄດ້ມາຈາກ ການກະທຳຜິດ ແນ່ນອນ ມັນຈະຂາຍ ຫລືບໍ ເບິ່ງຕາມ ຣາຍຄະດີ ຂອງມັນ ຖ້າວ່າເປັນຂອງບຸກຄົນ ທີ່ເຮົາເອົາມາກວດຄົ້ນ ເຮົາກໍຄືນເຈົ້າຂອງ ຂະເຈົ້າໃດ".
ທ່ານກ່າວຕື່ມວ່າ ໃນກໍຣະນີ ຊັບສິນ ຂອງຜູ້ຕ້ອງຫາ ຄ້າຢາເສບຕິດ ທີ່ທາງການ ຍຶດມານັ້ນຫລັງຈາກ ສານຕັດສິນວ່າ ຜູ້ກ່ຽວມີຄວາມຜິດ ຊັບສິນດັ່ງກ່າວ ກໍຈະຕົກເປັນຂອງ ກະຊວງປ້ອງກັນຄວາມສງົບ ສ່ວນຊັບສິນ ທີ່ເປັນວັດຖຸ ເປັນຕົ້ນຣົດຍົນ ທີ່ດິນ ບ້ານເຮືອນ ກໍຂຶ້ນຢູ່ກັບ ຣາຍລະອຽດ ຂອງຄະດີວ່າ ຈະຂາຍຫລືມອບໃຫ້ ຫນ່ວຍງານຣັດ ທີ່ຕ້ອງການໃຊ້ ແຕ່ຈະບໍ່ມີການ ປະມູນຂາຍ ໃນຕລາດ.
ໃນຄະດີຜູ້ຕ້ອງຫາ ຄ້າຢາເສບຕິດ ວ່າງຫລັງໆມານີ້ ທາງການລາວໄດ້ ຍຶດຊັບສິນຂອງຜູ້ຄ້າຢາເສບຕິດ ຫຼາຍຣາຍການ ເປັນຕົ້ນເງິນສົດ ໂຮງແຮມ ຕລາດ ຮ້ານອາຫານ ໂຮງງານເຄື່ອງເຮືອນ ໂຮງງານສັງກະສີ ສາງ ກາລາຣົດ ຫ້ອງແຖວ ປ້ຳນ້ຳມັນ ຣົດຍົນ ເຮືອຈັກ ເຮືອໄວ ແລ່ນສະກີ້ ແລະອື່ນໆ.