ເງິນເດືອນພະນັກງານ ແຂວງ ໄດ້ຊ້າ

ທາງຫ້ອງການ ແຂວງ ສວັນນະເຂດ ຍັງມີບັນຫາ ໃນການເບີກຈ່າຍ ເງິນເດືອນ ໃຫ້ ພະນັກງານ ຂອງຕົນ ໃຫ້ທ່ວງທັນ ເວລາ.

ເຂດໝູ່ບ້ານ ນາຫາງແຂ້ ເມືອງ ສອງຄອນ ແຂວງ ສະຫວັນນະເຂດ RFA/VD

ເຈົ້າຫນ້າທີ່ແຂວງສວັນນະເຂດ ທ່ານນຶ່ງເວົ້າວ່າ ທາງແຂວງຍັງມີບັນຫາ ໃນການເບີກຈ່າຍ ເງິນເດືອນໃຫ້ແກ່ພະນັກງານ ຂອງຕົນໃຫ້ທັນ ເວລາຍ້ອນບໍ່ສາມາດ ເກັບຣາຍຮັບ ເຂົ້າງົບປະມານ ໄດ້ຕາມເປົ້າຫມາຍ ເຮັດໃຫ້ ພະນັກງານຣັດ ຫລາຍຄົນ ໄດ້ຮັບຄວາມ ເດືອດຮ້ອນ. ດັ່ງທ່ານກ່າວຕໍ່ ເອເຊັຽເສຣີ ໃນວັນທີ 1 ພຶສພາ ນີ້ວ່າ:

"ງົບປະມານ ຢູ່ແຂວງ ສວັນນະເຂດນີ້ ງົປເຂົ້າມານ້ອຍ ກວ່າງົບຈ່າຍ ທົ່ວແຂວງ ສວັນນະເຂດ ມັນມີ 15 ຕົວເມືອງ ງົປການໃຊ້ຈ່າຍ ຣັຖກອນ 32 ຕື້ກີບ ງົປຈ່າຍຣັຖກອນ ເດືອນນຶ່ງນະ 32 ຕື້ກີບ ແຕ່ລາຍເກັບນັ້ນໄດ້ 29 ລ້ານ ຈະເອົາໄປຈ່າຍໃຫ້ພາກຣັຖກອນມັນບໍ່ຄົບ ມັນຫລ້າຊ້າແນ່ ມັນບໍ່ມີເງິນສິເກັບ".

ທ່ານກ່າວຕື່ມວ່າ ງົບປະມານທີ່ໃຊ້ໃນການຈ່າຍໃຫ້ ພະນັກງານຣັດໃນແຂວງນັ້ນ ແບ່ງເປັນສອງສ່ວນ ສ່ວນນຶ່ງມາຈາກ ສູນກາງ ແລະອີກ ສ່ວນນຶ່ງແມ່ນເງິນຣາຍໄດ້ ຈາກພາຍໃນ ເປັນຕົ້ນ ຈາກນັກລົງທຶນຕ່າງຊາດ ແລະເງິນພາສີ ປະຊາຊົນ ຊຶ່ງສ່ວນນີ້ ແຕ່ກ່ອນກໍພໍເກັບໄດ້ຢູ່ ແຕ່ໃນປັດຈຸບັນ ປະຊາຊົນ ກໍແທບບໍ່ມີ ແນວຈະກິນ ຢູ່ແລ້ວ ຍັງມີຖານະ ທຸກຍາກ ຫລາຍຢູ່ ແຂວງຈຶ່ງບໍ່ສາມາດ ເກັບໄດ້.

ສ່ວນເງິນຈາກ ນັກລົງທຶນນັ້ນ ຜ່ານມາເຄີຍໄດ້ຮັບຈາກ ການສຳປະທານທີ່ດິນ ໃຫ້ແກ່ນັກລົງທຶນຕ່າງຊາດ ໃນການກະສິກັມ ແລະໂຮງງານ ປຸງແຕ່ງໄມ້ ຊຶ່ງໃນ ປັດຈຸບັນ ກໍບໍ່ມີອີກແລ້ວ. ດັ່ງນັ້ນ ເມື່ອຂາດຣາຍໄດ້ ພະນັກງານຣັດ ກໍບໍ່ໄດ້ຮັບເງິນເດືອນ ຕາມເວລາ:

"ມັນເກັບໄດ້ນ້ອຍມັນບໍ່ມີຫຍັງເກັບ ເຮັດໃຫ້ມັນຕິດຄ້າງ ເງິນເດືອນຣັຖກອນ ພວກຕຳຣວດ, ທະຫານ, ຄຣູ ຈັ່ງຊີ້ນ່າ ເບີກຈ່າຍເງິນເດືອນ ມັນຊ້າ ແຕ່ເປັນບາງຈຸດໆນະ ບໍ່ແມ່ນຊ້າຫມົດ ມັນຊ້າໃນບາງຈຸດ ເງິນເດືອນ ມັນໄດ້ຢູ່ ແຕ່ມັນໄດ້ຊ້າ".

ປັດຈຸບັນໃນລາວ ການເບີກຈ່າຍເງິນເດືອນ ໃຫ້ພະນັກງານຣັດ ຍັງຊ້າຢູ່ ຍ້ອນວ່າ ຣາຍໄດ້ນ້ອຍ ແລະການຂາດດູນ ງົບປະມານ ຂອງຣັຖ ເຖິງແມ່ນວ່າ ທາງການລາວ ຈະອອກຄຳສັ່ງ ໃຫ້ຈ່າຍເງິນເດືອນ ໃຫ້ທັນເວລາ ກໍຕາມ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org