ລາວ ເພີ້ມຜລິດໄຟຟ້າ


2013.08.06
F-power-lines ສາຍໄຟຟ້າແຮງສູງ ຈາກເຂື່ອນນໍ້າເທີນສອງ ຂ້າມສູ່ປະເທດໄທ ຊຶ່ງເປັນລູກຄ້າ ຣາຍທໍາອິດ
RFA/Tyler Chapman

 

ການຜລິດໄຟຟ້າ ໃນລາວ ປີນີ້ ໄດ້ເພີ້ມຂຶ້ນ ເປັນປະມານ 6,000 ລ້ານ ກິໂລວັດຊົ່ວໂມງ ຊຶ່ງສ່ວນຫລາຍແລ້ວແມ່ນຜລິດຈາກເຂື່ອນ ພລັງນໍ້າ ເພື່ອສົ່ງອອກຂາຍ ຕ່າງປະເທດ ທັ້ງໆທີ່ ຄວາມຕ້ອງການ ພາຍໃນປະທດຍັງບໍ່ພຽງພໍຢູ່. ຕາມຣາຍງານອົງການຂ່າວເບີນາມາ.

ຣາຍງານອົງການຂ່າວຊິນຫົວ ວ່າ ການສົ່ງອອກ ໄຟຟ້າຂອງລາວ ໄດ້ເພີ້ມຂຶ້ນ ເຖິງ 4,000 ລ້ານ ກິໂລວັດຊົ່ວໂມງແລ້ວສໍາລັບເຄິ່ງປີ ຂອງ ສົກປີການ ທໍາອິດ ໂດຍແບ່ງປັນ ສໍາລັບໃຊ້ພາຍໃນ ປະເທດ ພຽງແຕ່ 1,000 ລ້ານກິໂລວັດຊົ່ວໂມງ. ຣາຍໄດ້ຈາກການສົ່ງໄຟຟ້າ ອອກຂາຍໄປ ຕ່າງປະເທດ ມີເຖິງ 217 ລ້ານ ໂດລາ ສະຫະຣັຖ ສ່ວນຣາຍໄດ້ຈາກ ການບໍຣິໂພຄ ພາຍໃນປະເທດ ມີເຖິງ 112 ລ້ານ ໂດລາ ສະຫະຣັຖ.
ໂຕເລກ ທາງການລາວ ແຈ້ງວ່າ ປັດຈຸບັນ 83 ສ່ວນຮ້ອຍ ຂອງ ປະຊາຊົນ ໃນທົ່ວປະເທດ ມີໄຟຟ້າ ໃຊ້ແລ້ວ ໃນນັ້ນ ປະຊາຊົນ ໃນນະຄອນຫລວງ ວຽງຈັນ ທຸກຄົວເຮືອນມີໄຟຟ້າໃຊ້ ໃນຂະນະ ດຽວກັນ ປະຊາຊົນ ໃນ ແຂວງຫົວພັນ ພຽງແຕ່ 47 ສ່ວນຮ້ອຍ ເທົ່ານັ້ນ ທີ່ມີ ໄຟຟ້າໃຊ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.