ຜູ້ເສັຽຫາຍຍ້ອນພີເອັສ ເລັ່ງທວງ ທາງການ

ໄຊຍາ
2019.03.08
ຮູບພາບຂອງຊັບສິນ ສ່ວນນຶ່ງ ຂອງບໍຣິສັດ ພີເອັສ ໃນປະຈຸບັນ
ຮູບພາບຈາກ: ນັກຂ່າວພົລເມືອງ

ເມື່ອທ້າຍປີກາຍ, ສານປະຊາຊົນຂັ້ນຕົ້ນນະຄອນຫຼວງວຽງຈັນ, ໄດ້ຕັດສິນຈໍາຄຸກ ປະທານບໍຣິສັດພີເອັສ ພ້ອມພັກພວກ ທີ່ເປັນພະນັກງານ ຂອງບໍຣິສັດຈຳນວນ 12 ຄົນ ໃນນັ້ນ, ນາງສຸກນາລີ ປະທານບໍຣິສັດ ຈຳຄຸກ 29 ປີ ພ້ອມດ້ວ ທ້າວ ປໍເຮີ ຈຳຄຸກ 27 ປີ ໃນຖານສໍ້ໂກງ ຊັບສິນພົລເມືອງ, ການຟອກເງີນ, ການໂຄສະນາ ຕ້ານ ສປປ ລາວ, ການເຕົ້າໂຮມກຸ່ມຄົນເພື່ອສ້າງຄວາມປັ່ນປ່ວນ, ການຊື້-ຂາຍອາວຸດ ເສິກເຖື່ອນ ແລະ ການຄອບຄອງອະວັຍວະ ຂອງສັດປ່າຫວງຫ້າມ ພ້ອມທັງໃຫ້ໃຊ້ແທນ ຄ່າເສັຍຫາຍ ໃຫ້ໂຈດທາງແຜ່ງ ຈຳນວນ 1000 ຕື້ກີບ.

ຕາມການບອກເລົ່າຂອງປະຊາຊົນຜູ້ເສັຍຫາຍ, ທີ່ເວົ້າຕໍ່ RFA ວ່າ ຜ່ານມາໄດ້ສາມເດືອນແລ້ວ ຄນະສະເພາະກິດ ທີ່ຖືກແຕ່ງຕັ້ງ ເປັນຄນະ ໄກ່ເກັ່ຽບັນຫາດັ່ງກ່າວ, ໄດ້ຮິບໂຮມເອົາຊັບສົມບັດ ທັງໝົດຂອງບໍຣິສັດ ພີເອັສ ປະມູນຂາຍ ເພື່ອນໍາເອົາເງິນທັງໝົດ ເຂົ້າໄວ້ ທະນາຄານ ແລ້ວກຽມຈ່າຍໃຫ້ ປະຊາຊົນທີ່ເສັຍຫາຍ ທີ່ໄດ້ນຳເອົາເງິນໄປລົງທຶນ ກັບບໍຣິສັດ ພີເອັສ ເຊິ່ງມີລູກຄ້າ 30 ພັນຄົນ, ຄິດເປັນຄ່າເສັຍຫາຍ 900 ຕື້ກີບ ນັ້ນມາຮອດປັດຈຸບັນ ຍັງມິດງຽບ.

ເຖິງແມ່ນວ່າຜູ້ເສັຽຫາຍໄດ້ແຕ່ງຕັ້ງຕົວແທນຈໍຳນວນ 12 ຄົນ, ໄປໄກ່ເກັ່ຍຂຽນຄຳຮ້ອງໄປຍັງທາງການ, ເພື່ອຮຽກຮ້ອງໃຫ້ຊີ້ແຈງວ່າຈະນໍາ ເອົາເງິນກ້ອນດັ່ງກ່າວ, ຈ່າຍຄືນໃຫ້ປະຊາຊົນ ຜູ້ເສັຍຫາຍເມື່ອໃດ, ແຕ່ກໍ່ບໍ່ມີຄຳຕອບ ຈາກພາກສ່ວນທີ່ກ່ຽວຂ້ອງ ຕໍ່ຂໍ້ຮຽກຮ້ອງດັ່ງກ່າວ.

ເຊີນທ່ານໄປຟັງການໃຫ້ ສັມພາດ ຂອງ ປະຊາຊົນ ຜູ້ເສັຍຫາຍ ທີ່ ລົງທຶນກັບ ບໍຣິສັດ ພີເອັສ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.