ຊາວບ້ານພົ້ນທຸກແລ້ວແມ່ນຄໍາ ໂຄສະນາ

ການປະກາດ ລຶບລ້າງ ຄວາມ ທຸກຍາກ ຢູ່ລາວ ຂາດຄວາມ ແຈ່ມແຈ້ງ ຍ້ອນວ່າ ຫຼາຍເມືອງ ແມ່ນ ເຈົ້າເມືອງ ລົງໄປ ປະກາດ ເອງ ວ່າ ບ້ານນີ້ ບ້ານນັ້ນ ພົ້ນທຸກ ແລ້ວ.

ຄອບຄົວ ຊຸມຊົນ ຊາວລາວ ໃນເຂດ ຊົນນະບົດ RFA

 

ການປະກາດ ລຶບລ້າງ ຄວາມ ທຸກຍາກ ຢູ່ລາວ ຂາດຄວາມ ແຈ່ມແຈ້ງ ຍ້ອນວ່າ ຫຼາຍເມືອງ ແມ່ນ ເຈົ້າເມືອງ ລົງໄປ ປະກາດ ເອງ ວ່າ ປະຊາຊົນ ໃນ ບ້ານນີ້ ບ້ານນັ້ນ ພົ້ນຄວາມ ທຸກຍາກ ແລ້ວ ທັ້ງໆທີ່ ຫຼາຍ ຄອບຄົວ ຍັງ ທຸກຍາກ ຢູ່. ອີງຕາມ ນັກ ວິຊາການ ກ່ຽວຂ້ອງ ກັບ ໂຄງການ ພັທນາ ຊົນນະບົດ ໄດ້ເລົ່າ ສູ່ຟັງ.

ເມື່ອວັນທີ່ 1 ສິງຫາ ຜ່ານມານີ້ ມີການ ປະກາດວ່າ ເມືອງ ສັງທອງ ເຂດ ນະຄອນ ຫລວງ ວຽງຈັນ ໄດ້ຫລຸດພົ້ນ ຈາກ ຄວາມ ທຸກຍາກ ແລ້ວ. ການ ປະກາດ ນີ້ ຕິດຕາມ ໂດຍ ຮູບພາບ ໂຄສະນາ ທີ່ ຕິດຢູ່ ຕາມ ຫ້ອງການ ແລະ ສະຖານທີ່ ສາທາຣະນະ ຫລາຍແຫ່ງ. ຈົນມີ ຜູ້ຄົນ ເອົາຮູບພາບ ດັ່ງກ່າວ ມາ ເຜີຍແຜ່ ໃນ ສື່ສັງຄົມ ອອນລາຍ ຫລື ເຟັສບຸກ.

ສິ່ງທີ່ ໜ້າສົນໃຈ ກໍຄື ຫລາຍບ້ານ ມີການ ປະກາດ ລຶບລ້າງ ຄວາມ ທຸກຍາກ ໂດຍ ແມ່ນ ເຈົ້າເມືອງ ເປັນຜູ້ ປະກາດ. ຖ້າວ່າ ບ້ານໃດ ຖືກປະກາດ ວ່າ ຫລຸດພົ້ນ ຈາກຄວາມ ທຸກຍາກ ແລ້ວ ຫ້າມ ບໍ່ໃຫ້ເວົ້າ ເຣື້ອງ ຄວາມ ທຸກຍາກ ອີກ ເຖີງວ່າ ໃນຄວາມ ເປັນຈິງ ແລ້ວ ບ້ານນັ້ນ ຈະມີ ຄອບຄົວ ທຸກຍາກ ຢູ່ ກໍຕາມ. ດັ່ງ ນັກ ວິຊາການ ດ້ານ ການພັທນາ ຊົນນະບົດ ທ່ານ ນຶ່ງ ກ່າວວ່າ:

"ຖາມຫາ ບ້ານນີ້ ມີຄົນ ທຸກຍາກ ຈັກ ຄອບຄົວ ຍັງ 8-9 ຄອບຄົວ ຫ້ວຍ ບໍ່ແມ່ນໄດ໋ ເຈົ້າເມືອງ ເພີ່ນມາ ລຶບລ້າງ ໃຫ້ລະໄດ໋ ເພີ່ນມາ ລຶບລ້າງແລ້ວ ບໍ່ໃຫ້ມີ ໄດ໋ ສະແດງວ່າ ມັນມີ ຫັ້ນນ່່່າ ລະບາດນີ້. ພະນັກງານ ທີ່ ໄປນໍາ ພັດວ່າ ຢ່າເວົ້າ ຈັ່ງຊັ້ນໄດ໋ ເຈົ້າເມືອງ ເພີ່ນຮູ້ຈັກ ເພີ່ນຮ້າຍໄດ໋ ລົບລ້າງ ຄວາມ ທຸກຍາກ ລະໄດ໋ ບ້ານນີ້ ຫັ້ນນ່າ ເພີ່ນບໍ່ຢາກ ໃຫ້ເວົ້າ ເລື້ອງ ອັນນີ້ ລະ ກໍ່ເພີ່ນ ຈະຈໍາກັດ ນ່າ".

ນັກ ວິຊາການ ໃຫ້ ທັສນະ ວ່າ ຊາວບ້ານ ສ່ວນຫລາຍ ເຂົາ ຈະເວົ້າ ຄວາມຈິງ ເພາະວ່າ ຕາມສະພາບ ທີ່ເຫັນ ຕົວຈິງ ນັ້ນ ຊາວບ້ານ ກໍຍັງ ທຸກຍາກ ຢູ່. ດັ່ງ ທ່ານກ່າວຕື່ມ ອີກວ່າ:

"ພວກນີ້ ເຂົາຕ້ອງເວົ້າ ຄວາມຈິງ ຖ້າວ່າ ຍັງທຸກເຂົາ ກະວ່າ ທຸກ ຄັນວ່າ ບໍ່ໄດ້ຮັບ ການ ຊ່ວຍເຫລືອ ເຂົາກະວ່າ ບໍ່ໄດ້ຮັບ ການ ຊ່ວຍເຫລືອ ເຂົາກໍ ເວົ້າ ຄວາມຈິງ ການຂຍາຍຕົວ ຂອງ ຈີດີພີ ເພີ່ນ ກະວ່າ 7 ວ່າ 8 ໄປຈັ່ງຊັ້ນ ແຫລະມັນ ກະຊິໄດ້ ແຕ່ ຕົວເລກ ຫັ້ນແຫລະ ຂ້ອຍໄປ ທຸກມື້ນີ້ ເຂົາຍັງກິນ ເຜືອກ ກິນມັນ ຢູ່ ຊິໄປ ເວົ້າຫຍັງ".

ເມື່ອ ເວົ້າເຖິງ ຄວາມ ທຸກຍາກ ບັນດາ ທ່ານ ອາດຈະຄິດ ພາບ ພຽງແຕ່ວ່າ ຊາວບ້ານ ຢູ່ເຂດ ພື້ນທີ່ ຫ່າງໄກ ສອກຫລີກ ນຸ່ງເສື້ອຜ້າ ເກົ່າໆໆ ຂາດໜ້າ ຂາດຫລັງ, ສະພາບ ເຮືອນຊານ ແອ້ມດ້ວຍ ໄມ້ປ່ອງ ທີ່ເກົ່າ ແລະ ໂດກ ຈົນຜຸພັງ, ຫລັງຄາ ມຸງດ້ວຍ ຫຍ້າ ຮົ່ວ ເປັນຮູ ເປັນ ປ່ອງ.

ນອກຈາກນີ້ ຖ້າເບິ່ງ ສະພາບ ເດັກນ້ອຍ ຄົນໃດ ມີຖານະ ທຸກຍາກ ກໍສະແດງ ອອກຢູ່ບ່ອນ ເຄື່ອງນຸ່ງ ທີ່ເກົ່າ ແລະ ຂາດ, ຕົນຕົວ ເປື້ອນ ມອມແມມ, ຮ່າງກາຍ ຈ່ອຍຜອມ ໜ້າຕາ ລ່າເຫລືອງ ຊຶ່ງ ບົ່ງບອກ ເຖີງ ອາການ ຂາດສານ ອາຫານ.

ທີ່ກ່າວ ມານັ້ນ ແມ່ນ ຄວາມເຂົ້າໃຈ ຂອງ ຄົນ ສ່ວນຫລາຍ ກ່ຽວກັບ ຄໍາວ່າ ຄວາມ ທຸກຍາກ ທີ່ເວົ້າກັນ ຢູ່ໃນ ປະເທດລາວ. ແຕ່ ສໍາລັບ ການວັດ ອັດຕຣາ ຄວາມ ທຸກຍາກ ຂອງ ທະນາຄານ ໂລກ ກໍຄື ຜູ້ທີ່ມີ ຣາຍໄດ້ ຕໍ່າກວ່າ 1.25 ໂດລາ ຫລື ປະມານ 10,000 ກີບ ຕໍ່ມື້ ແມ່ນ ຖືວ່າ ບຸກຄົນ ນັ້ນ ມີຖານະ ທຸກຍາກ ແລະ ຍັງມີຕົວ ຊີ້ວັດ ຣະບົບ ໂຄງຮ່າງ ພື້ນຖານ ຕ່າງໆໆ ຕົວຢ່າງ ບ້ານ ກໍ ຖະໜົນ ຫົນທາງ ໄປ ບໍ່ຮອດ, ບໍ່ມີ ຣະບົບນໍ້າ ສະອາດໃຊ້, ບໍ່ມີ ໂຮງຮຽນ, ບໍ່ມີ ສຸຂສາລາ ເຫລົ່ານີ້ ເປັນຕົ້ນ ຖືວ່າ ປະຊາຊົນ ບ້ານນັ້ນ ຍັງຢູ່ໃນ ຄວາມ ທຸກຍາກ ອັນນີ້ແມ່ນ ຂີດຄວາມ ທຸກຍາກ ທີ່ສາກົນ ເຂົາເຈົ້າ ຕັ້ງ ມາດຕະຖານ ຕົວ ຊີ້ວັດ ອີກ ຢ່າງນຶ່ງ.

ປະເທດລາວ ກໍຖືກຈັດ ຢູ່ໃນ ປະເທດ ທີ່ທຸກຍາກ ທີ່ສຸດ ປະເທດ ນຶ່ງ ປັດຈຸບັນ ມີ ປະຊາກອນ ປະມານ 6 ລ້ານ ຄົນ. ຣັຖບານ ລາວ ໄດ້ ປະກາດວ່າ ຈະພັທນາ ໃຫ້ ປະເທດ ຫລຸດພົ້ນ ອອກຈາກ ຄວາມ ທຸກຍາກ ໃນປີ 2020 ໂດຍ ອີງໃສ່ ເປົ້າໝາຍ ສະຫັດສະວັດ ດ້ານ ການພັທນາ ຊຶ່ງໃນນັ້ນ ການ ລຶບລ້າງ ຄວາມ ທຸກຍາກ ແລະ ຄວາມ ອຶດຫິວ ເປັນ ເປົ້າໝາຍ ທໍາອິດ ທີ່ ປະເທດລາວ ຈະຕ້ອງ ບັນລຸ. ແຕ່ວ່າ ການບັນລຸ ເປົ້າໝາຍ ສະຫັດສະວັດ ດ້ານການ ພັທນາ ຂອງລາວ ກໍ ຍັງຖືວ່າ ເປັນສິ່ງທີ່ ທ້າທາຍ ຢ່າງຍິ່ງ ອີງຕາມ ບົດປາໄສ ຂອງ ທ່ານ ທອງລຸນ ສີສຸລິດ ຮອງ ນາຍົກ ຣັຖມົນຕຣີ ຣັຖມົນຕຣີ ກະຊວງ ການຕ່າງ ປະເທດ ຢູ່ ກອງປະຊຸມ ສະມັດຊາ ໃຫຍ່ ຄັ້ງທີ 69 ຂອງ ອົງການ ສະຫະ ປະຊາຊາດ ໃນເດືອນ ກັນຍາ ທີ່ ຜ່ານມາ ຢູ່ ນິວຢອກ ສະຫະຣັຖ ອະເມຣິກາ.

ໃນການ ດໍາເນີນ ວຽກງານ ລຶບລ້າ ຄວາມ ທຸກຍາກ ຣັຖບານ ລາວ ໄດ້ ຈັດຕັ້ງ ກອງທຶນ ຫລຸດຜ່ອນ ຄວາມ ທຸກຍາກ ຫລື ທລຍ ໄດ້ຖືກ ສ້າງຕັ້ງ ຂຶ້ນ ໃນປີ 2002 ແລະ ມີການ ດຳເນີນງານ ມາຈົນເຖີງ ປັດຈຸບັນ.
ໃນ ປັດຈຸບັນ ມີ 47 ເມືອງ ທຸກຍາກ ຢູ່ໃນ ປະເທດລາວ ຊຶ່ງ ຣັຖບານສຸມໃສ່ ການລຶບລ້າງ ຄວາມ ທຸກຍາກ ລົງ ໃຫ້ໄດ້.

ໃນປີ 2014 ນີ້ ຈໍານວນ ຄົວເຮືອນ ທີ່ ຫລຸດພົ້ນ ອອກຈາກ ຄວາມ ທຸກຍາກ ໄດ້ ຄິດເປັນ ອັດຕຣາ ສ່ວນ ແມ່ນປະມານ 8 ສ່ວນຮ້ອຍ ອີງຕາມ ການຣາຍງານ ຂອງ ໜັງສືພິມ ວຽງຈັນທາມ ຂອງລາວ ສະບັບ ວັນທີ 11 ຕຸລາ ທີ່ຜ່ານມາ, ຊຶ່ງ ກໍໝາຍ ຄວາມວ່າ ທຸກໆ ຮ້ອຍ ຄອບຄົວ ຈະມີ 8 ຄອບຄົວ ທີ່ຫລຸດພົ້ນ ອອກຈາກ ຄວາມ ທຸກຍາກ.

ຍຸທສາດ ນຶ່ງ ໃນການ ລຶບລ້າງ ຄວາມ ທຸກຍາກ ກໍຄື ຣັຖບານ ໄດ້ເປີດ ຮັບ ການລົງທຶນ ຈາກ ຕ່າງປະເທດ ໂດຍກົງ ຫລື ການໃຫ້ ສໍາປະທານ ທີ່ດິນ ເປັນຕົ້ນ ການໃຫ້ ສໍາປະທານ ບໍ່ແຮ່, ການ ສ້າງເຂື່ອນ, ແລະ ການ ສໍາປະທານ ທີ່ດິນ ປູກໄມ້ ອຸດສາຫະກັມ ສິ່ງ ດັ່ງກ່າວ ກໍໍເຮັດ ໃຫ້ ອັດຕຣາ ການເຕີບໂຕ ທາງດ້ານ ເສຖກິດ ສູງຂຶ້ນ ປະມານ 8 ເປີເຊັນ ໃນປີ 2013 ແລະ 7 ເປີເຊັນ ໃນປີ 2014.

ໃນນັ້ນ ຣັຖບານ ຈະເອົາມູນຄ່າ ລວມຍອດ ຜລິຕພັນ ພາຍໃນ ມາຫານໃສ່ ພົລເມືອງ ລາວ ທັງໝົດ ເພື່ອໃຫ້ ຣາຍຮັບ ສະເລັ່ຍ ຕໍ່ຫົວຄົນ ລາວ ສູງຂຶ້ນ ທຸກໆປີ. ຣາຍຮັບ ສະເລັ່ຍ ຕໍ່ ຫົວຄົນ ປະມານ 1,600 ໂດລາ ສະຫະຮັຖ ຕໍ່ປີ ໃນປີ 2013 ແລະ ປະມານ 1,400 ໂດລາ ໃນປີ 2012 ອີງຕາມ ຂໍ້ມູນ ຂອງ ທະນາຄານ ໂລກ.

ແຕ່ໃນເວລາ ດຽວກັນ ການລົງທຶນ ນັ້ນ ກໍເປັນການ ຈໍາກັດ ຊັພຍາກອນ ປ່າໄມ້ ແລະ ທີ່ດິນ ກໍແຄບລົງ ຊຶ່ງ ມັນຈະສົ່ງ ຜົນກະທົບ ຕໍ່ການ ດໍາລົງ ຊີວິດ ຂອງ ປະຊາຊົນ ຢູ່ເຂດ ຊົນນະບົດ. ສິ່ງ ດັ່ງກ່າວ ມັນອາດຈະ ສວນທາງ ກັບ ເຈດຕະນາ ຂອງ ຣັຖບານ ລາວ ທີ່ມີ ເຈດຕະນາ ຢາກໃຫ້ມີ ການສ້າງ ງານ ຢູ່ທ້ອງຖິ່ນ ຈຶ່ງ ເອົາທີ່ດິນ ໃຫ້ ນັກລົງທຶນ ສໍາປະທານ. ປະຊາຊົນ ທ້ອງຖິ່ນ ບໍ່ພຽງແຕ່ ບໍ່ໄດ້ ເຮັດວຽກ ນໍາ ບໍຣິສັດ ເທົ່ານັ້ນ ແຕ່ຍັງ ເສັຍທີ່ດິນ ໃຫ້ ກັບ ບໍຣິສັດ ອີກດ້ວຍ; ຕົວຢ່າງ ປະຊາຊົນ ຢູ່ ເຂດບ້ານ ສີບຸນເຮືອງ ເມືອງ ຕົ້ນເຜີ້ງ ແຂວງ ບໍ່ແກ້ວ ພາກເໜືອ ຂອງ ປະເທດລາວ ແລະ ຍັງມີອີກ ຫລາຍ ກໍຣະນີ ທີ່ ເກີດຂຶ້ນ.

ເມື່ອເບິ່ງແລ້ວ ການພັທນາ ປະຊາຊົນ ໃຫ້ ຫລຸດພົ້ນ ອອກຈາກ ຄວາມ ທຸກຍາກ ນັ້ນ ມັນເປັນ ຄວາມ ທ້າທາຍ ທີ່ສຸດ ໃນຂນະທີ່ ຄົນລາວ ສ່ວນຫລາຍ ກໍຍັງ ບໍ່ໃຈວ່າ ໃນປີ 2020 ປະເທດ ລາວ ສາມາດ ຫລຸດພົ້ນ ອອກຈາກ ຄວາມ ທຸກຍາກ ໄດ້ ຫລືບໍ່.

ການຂຽນ ປ້າຍທີ່ ມີ ຂໍ້ຄວາມວ່າ “ປະເທດລາວ ຫລຸດພົ້ນ ອອກຈາກ ຄວາມ ທຸກຍາກ ແລ້ວ” ມັນມີ ຄວາມໝາຍ ກົງກັນຂ້າມ ກັບການ ບອກເລົ່າ ຂອງ ນັກ ວິຊາການ ທີ່ ເຮັດວຽກ ໂຄງການ ພັທນາ ຊົນນະບົດ ຢູ່ໃນແຕ່ລະ ທ້ອງຖິ່ນ.

ອໍານາດ ການປົກຄອງ ເມືອງ ປະກາດ ວ່າ ຊາວບ້ານ ຫລຸດພົ້ນ ອອກຈາກ ຄວາມທຸກຍາກ ແລ້ວ ແຕ່ວ່າ ນັກ ວິຊາການ ຜູ້ທີ່ເຮັດ ກັບ ຊາວບ້ານ ແລະ ກິ້ງເກືອກລີ ເລືອ ກັບຊາວ ພັດ ເຫັນວ່າ ຊາວບ້ານ ຍັງ ທຸກຍາກ ຢູ່. ແລ້ວ ທ່ານ ຜູ້ຟັງເດ້ ຈະເຊື່ອໃຜ? ລະຫວ່າງ ນັກ ວິຊາການ ກັບ ອຳນາດ ການ ປົກຄອງ ເມືອງ ສະບາຍດີ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org