ຍຸທສາດຫຼຸດຜ່ອນຄວາມທຸກຍາກ ບໍ່ໄດ້ ດັ່ງໝາຍ
ຍຸທສາດ ການແກ້ໄຂ ຄວາມທຸກຍາກ ຢູ່ ສປປ ລາວ ບໍ່ໄດ້ຜົລ.
-
ໄຊຍາ
2019-11-21 -
-
-
Your browser doesn’t support HTML5 audio
ໂຄງການລຶບລ້າງຄວາມທຸກຍາກ ແລະ ພັທນາຊົນນະບົດ ແມ່ນເຣີ້ມມາແຕ່ປີ 2003 ຈົນມາເຖິງປີ 2019 ຍັງບໍ່ສາມາດຍົກຣະດັບຣາຍຮັບ ຂອງປະຊາຊົນຂຶ້ນໄດ້, ພື້ນຖານໂຄງລ່າງ, ການສຶກສາ, ສາທາຣະນະສຸຂ ແລະ ການຜລິດຍັງບໍ່ມີມາຕຖານ ເຖິງແມ່ນວ່າ ຜ່ານມາຈະໄດ້ຮັບ ທຶນການຊ່ອຍເຫຼືອ ແລະ ທຶນກູ້ຢືມ ແຕ່ການແກ້ໄຂຄວາມທຸກຍາກ ຍັງບໍ່ມີປະສິດທິຜົລ ເຊິ່ງຫຼາຍໜ່ວຍງານຄາດວ່າ ປີ 2020 ປະຊາຊົນ ລາວ ຍັງບໍ່ສາມາດຫຼຸດພົ້ນ ອອກຈາກຄວາມທຸກຍາກໄດ້.
ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຣີ ສປປ ລາວ ໄດ້ກ່າວຣາຍງານຕໍ່ກອງປະຊຸມສະພາແຫ່ງຊາດ ໃນວັນທີ 15 ພຶສຈິກາ ຜ່ານມາວ່າ ໂຄງການລຶບລ້າງຄວາມທຸກຍາກ ແລະ ການພັທນາຊົນນະບົດ ໃນລາວ ຍັງບໍ່ມີປະສິຕິຜົລ ບໍ່ສາມາດຍົກຣະດັບ ຣາຍຮັບຄົນລາວໃຫ້ສູງຂຶ້ນ ແລະບໍ່ສາມາດຈັດສັນອາຊີບ ທີ່ໝັ້ນຄົງໄດ້.
"ການພັທນາຊົນນະບົດ ລຶບລ້າງຄວາມທຸກຍາກ ຣັຖບານມີຄວາມພຍາຍາມມາຫຼາຍປີ ແຕ່ວ່າຄວາມພຍາຍາມອັນນີ້ ຍັງບໍ່ທັນໄດ້ຕາມຈິດໃຈ ຂອງປະຊາຊົນ, ແຕ່ສຳຄັນທີ່ສຸດອັນນຶ່ງ ຂໍໃຫ້ທ່ານທີ່ຢູ່ບັນດາແຂວງຫັ່ນ ພຍາຍາມດືງດູດ ການລົງທຶນເຂົ້າໄປສູ່ ຊົນນນະບົດ."
ໃນຂນະທີ່ເຈົ້າໜ້າທີ່ ສະຖາບັນຄົ້ນຄວ້າເສຖກິດແຫ່ງຊາດ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນເມື່ອບໍ່ດົນມານີ້ວ່າ ການແກ້ໄຂບັນຫາ ຄວາມທຸກຍາກ ໃຫ້ໄດ້ຕາມມາຕຖານ ແລະ ໝັ້ນຄົງແມ່ນມີ ຄວາມຫຍຸ້ງຍາກ ຍ້ອນມັນຕິດພັນກັບເຣຶ່ອງ ໂຄງຮ່າງພື້ນຖານ ຂອງປະເທດທີ່ຍັງພັທນາບໍ່ທົ່ວ ເຖິງ, ດັ່ງທີ່ທ່ານກ່າວວ່າ:
"ແຕ່ວ່າວຽກການຫລຸດຜ່ອນຄວາມທຸກຍາກ ພັທນາຊົນນະບົດ ມັນຕິດພັນກັບຫຼາຍຂແນງການ ມັນບໍ່ພຽງແຕ່ວ່າໄປ ສົ່ງເສີມກະສິກັມ ແລະ ກັບສ້າງອາຊີບ ມັນກໍມີເຣຶ່ອງຖນົນຫົນທາງ ເຣຶ່ອງສຶກສາ, ສາທາ ເຣຶ່ອງປະຊາສົງເຄາະ ແມ່ນຫຍັງຕ່າງໆຫັ້ນນະ."
ປັດຈຸບັນມີຄອບຄົວທຸກຍາກ 64 ພັນປາຍຄົນ, ບ້ານທຸກຍາກ 1,500 ບ້ານ, ເມືອງທຸກຍາກ 23 ເມືອງ ຢູ່ຕາມແຂວງຕ່າງໆ ເປັນຕົ້ນແຂວງ ຜົ້ງສາລີ, ຫຼວງນ້ຳທາ, ອຸດົມໄຊ, ຫົວພັນ, ຊຽງຂວາງ, ເຊກອງ ແລະ ແຂວງອັດຕະປື. ຫຼາຍແຂວງພາກເໜືອຂອງລາວ ຍັງຖືວ່າມີຄວາມ ທຸກຍາກທີ່ສຸດ ແຕ່ທີ່ຜ່ານມາຍັງຊ່ອຍເຫຼືອໄດ້ໜ້ອຍ ຍ້ອນຖນົນຫົນທາງບໍ່ດີ ເຂົ້າໄປຫາຍາກ.
ແລະເຈົ້າໜ້າທີ່ກອງທຶນຫຼຸດຜ່ອນຄວາມທຸກຍາກ ໄດ້ໃຫ້ສຳພາດຕໍ່ນັກຂ່າວເອເຊັຽເສຣີ ວ່າທີ່ຜ່ານມາຣັຖບານລາວໄດ້ປະເມີນ ຄວາມທຸກຍາກ ໂດຍອີງໃສ່ຣາຍຮັບ ຂອງປະຊາຊົນ ປະມານ 2,5 ໂດລາ ສະຫະຣັຖ ຕໍ່ຄົນຕໍ່ມື້, ແຕ່ປັດຈຸບັນ ບໍ່ພຽງແຕ່ ຖືເອົາຣາຍຮັບເທົ່ານັ້ນ ແຕ່ຫາກ ຍັງຖືເອົາ ທັງວ່າບ້ານ, ເຂົ້າເຖິງສາທາຣະນະສຸກ ຫຼືບໍ່, ມີໄຟຟ້າໃຊ້ ຫຼືຍັງ, ແລະ ຕ້ອງມີຖນົນຫົນທາງຕັດຜ່ານ ນຳດ້ວຍ:
"ບັນຫາກໍຄືວ່າ ດຽວນີ້ຫັ້ນພວກເອື້ອຍ ກໍກຳລັງຂຸ້ນຂ້ຽວຢູ່ວ່າ ໄປເຜີຍແພ່ໃຫ້ທາງເມືອງ, ທາງແຂວງ, ແຕ່ຍັງບໍ່ທັນສຳເຣັດເທື່ອ ຂະເຈົ້າຈະໄປ ເນັ້ນໃສ່ ຣາຍຮັບຂອງປະຊາຊົນ ມາເປັນຕົວຕັ້ງ ໃນການປະເມີນວ່າສິທຸກຫຼືບໍ່ທຸກ. ດຳຣັຖຕົວໃໝ່ມັນບໍ່ມີແຕ່ ສະເພາະຣາຍຮັບ ເວົ້າເຣຶ່ອງ ການເຖິງສາທາຣະນະສຸກ ກໍຕ້ອງມີມານຳ ຄັນບ້ານເຈົ້າແປວ່າບ້ານເຈົ້າກໍຍັງທຸກ."
ກ່ຽວກັບບັນຫາທີ່ວ່ານີ້ ທ່ານ ຈິດ ທະວີໄສ ຜູ້ອຳນວຍການບໍຣິຫານກອງທຶນ ຫລຸດຜ່ອນຄວາມທຸກຍາກ ເວົ້າວ່າ ເມື່ອປີກາຍ ທາງການລາວ ສາມາດຫລຸດຜ່ອນຄວາມທຸກຍາກໄດ້ 326 ບ້ານ, 27 ພັນປາຍ ຄອບຄົວ -ຕາມຣາຍງານຂ່າວ ABC Laos News ວັນທີ 11 ມິນາ 2019.
ນະໂຍບາຍຫລຸດຜ່ອນຄວາມທຸກຍາກ ໃຫ້ປະຊາຊົນ ຂອງຣັຖບານລາວ ຄືຕ້ອງສ້າງວຽກເຮັດງານທຳ ໃຫ້ປະຊາຊົນມີຣາຍຮັບ ທີ່ໝັ້ນຄົງ ແລະນັບມື້ສູງຂຶ້ນ, ສ້າງການຜລິດ, ມີສິນຄ້າ, ມີຕລາດຈຳໜ່າຍ ທີ່ແນ່ນອນ ແລະເຮັດໃຫ້ຣາຍຮັບ ຂອງຄອບຄົວ, ຂອງບ້ານ ແລະເມືອງ ສູງຂຶ້ນ ຊຶ່ງເປັນເປົ້າໝາຍ ທີ່ຈະເຮັດໃຫ້ສຳເຣັດ ໃນປີ 2021 ນີ້.
ຣັຖບານສປປລາວ ຕັ້ງເປົ້າໝາຍວ່າຈະເຮັດໃຫ້ ຄວາມທຸກຍາກຂອງຄອບຄົວ ລົດລົງຈາກ 27% ໃນປັດຈຸບັນໃຫ້ເຫຼືອ 10% ໃນປີ 2020.
ສ່ວນປະຊາຊົນໄດ້ໃຫ້ຄວາມເຫັນ ຕໍ່ນັກຂ່າວເອເຊັຽເສຣີ ວ່າຍັງບໍ່ທັນເຫັນໝາກຜົນຢ່າງເປັນຮູປທັມ ປະຊາຊົນຍັງທຸກຍາກ ຍັງບໍ່ມີອາຊີບທີ່ ໝັ້ນຄົງ ໂດຍສະເພາະແມ່ນປະຊາຊົນລາວ ທີ່ລື້ງເຄີຍກັບການປູກຝັງ ລ້ຽງສັດ ແຕ່ຣັຖກັບສົ່ງເສີມ ບໍ່ເຕັມທີ່.
"ມັນບໍ່ໄດ້ດອກລຶບລ້າງ ຄວາມທຸກຍາກຫັ້ນນ່າ ນຶ່ງເວົ້າເຣື່ອງເຮັດການຜລິດນ່າມີແຕ່ໄປຊີ້ແນະຊີ້ນຳເຂົາເຈົ້າຊື່ໆ ບໍ່ເຫັນວ່າລົງມືພາກປະຕິບັດ ໂຕຈິງ ບອກປະຊາຊົນຕ້ອງເຮັດແນວໃດແດ່ ແລະ ກາເຮັດຫາການຕລາດ ໃຫ້ເຂົາສົ່ງເສີມການຜລິດ ກໍໄດ້ສົ່ງເສີມແຕ່ປາກຊື່ໆ ເປັນທິສດີ ເຣື່ອງເງິນທຶນຮອນເຣື່ອງການຕລາດ ເຣື່ອງເຂົ້າໄປຊອກຫາການຕລາດໃຫ້ເຂົາເຈົ້າ ຫຼຸດຜ່ອນການນຳເຂົ້າບໍ່ ແບບນັ້ນອາດຈະສົ່ງເສີມໃຫ້ ເຂົາເຈົ້າ ບໍຣິໂພກສິນຄ້າພາຍໃນເປັນຫຼັກ ຄືສິນຄ້າອຸປໂພກ ບໍຣິໂພກແບບນີ້ນ່າ ຫຼັງຈາກນັ້ນຊຸມຊົນທ້ອງຖິ່ນ ຕ້ອງຜລິດອອກມາຂາຍສນອງ ໃຫ້ແກ່ສັງຄົມ ແລະຫຼຸດຜ່ອນສິນຄ້າທີ່ນຳເຂົ້າ ສິນຄ້າທີ່ຈຳເປັນຫັ້ນ ມັນຈຶ່ງເຮັດໃຫ້ການໝູນວຽນທາງເສຖກິດ ອັນນີ້ສົ່ງເສີມຄວາມທຸກຍາກ ພັດນໍາເຂົ້າຫຼາຍສິນຄ້າ ທີ່ນຳເຂົ້າ ແມ່ນສິນຄ້າທີ່ຊຸມຊົນເຂົາເຈົ້າເຮັດໄດ້ ນໍາເຂົ້າຊຸມຊົນເຂົາກາຢຸ່ຜລິດເຂົານໍາເຂົ້າພຸ້ນ ແລະ ເປັນຫຼັກບາດ ນີ້ນ່າ."
ຕໍ່ບັນຫາດັ່ງກ່າວເຈົ້າໜ້າທີ່ຫ້ອງການລຶບລ້າງຄວາມທຸກຍາກກະຊວງແຜນການ ແລະ ການລົງທືນນຶ່ງໃນໜ່ວຍງານທີ່ມີສ່ວນຮັບຜິດຊອບ ໄດ້ໃຫ້ສຳພາດຕໍ່ນັກຂ່າວເອເຊັຽເສຣີໃນວັນທີ 19 ພືສຈິກາ ວ່າ. ປັຈຈຸບັນ ໂຄງການລຶບລ້າງຄວາມທຸກຍາກ ຍັງມີບັນຫາ ຫຍຸ້ງຍາກຫຼາຍ ເປັນຕົ້ນການສ້າງຖນົນຫົນທາງ, ໄຟຟ້າ, ນໍ້າສະອາດ, ການສຶກສາ, ສາທາຣະນະສຸກ ແລະ ສວັດດີການຕ່າງ ໆ ຕ້ອງເຂົ້າເຖີງປະຊາຊົນ.
"ດຽວນີ້ີຣັຖບານມອບໃຫ້ກະຊວງກະສິກັມ ເປັນໃຈກາງໃນການຈັດຕັ້ງປະຕິບັດ ເຣື່ອງຫຼຸດຜ່ອນຄວາມທຸກຍາກຫັ້ນນ່າ ແຕ່ວ່າມັນບໍ່ພຽງແຕ່ວ່າ ໄປສົ່ງເສີມກະສິກັມ ກັບສ້າງອາຊີບແຕ່ມັນກໍ່ມີເຣື່ອງຖນົນຫົນທາງ ເຣື່ອງການສຶກສາ ສາທາຣະນະສຸຂ ເຣື່ອງປະຊາສົງເຄາະຕ່າງ ໆ ຫັ້ນນ່າ."
ໃນຂນະທີ່ ທ່ານ ລຽນທິແກ້ວ ຣັຖມົນຕຣີກະຊວງກະສິກັມ ແລະ ປ່າໄມ້ ໄດ້ຣາຍງານ ເມື່ອກາງປີທີ່ຜ່ານມາວ່າ. ຣັຖບານໄດ້ວາງຄາດ ໝາຍແຜນພັທນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກໃນປີ 2019 ໂດຍມີການຈັດສັນ ງົບປະມານ 2,548 ຕື້ກີບ ເພື່ອສ້າງຄອບຄົວ ໃຫ້ມີເງື່ອນໄຂ ມາຕຖານພົ້ນທຸກໃຫ້ໄດ້ 4,469 ຄອບຄົວ ສ້າງບ້ານໃໝ່ ໃຫ້ມີເງື່ອນໄຂ ພົ້ນທຸກ 220 ບ້ານ ແລະ ສ້າງບ້ານພັທນາ 100 ບ້ານ. ໃນນີ້ເຄິ່ງສມັຍຜ່ານມາ ຣັຖບານໄດ້ຈັດສັນ ແລະ ຣະດົມທຶນຮອນທັງໝົດ 3,373 ຕື້ກີບ ມີ 2005 ກິຈກັມ ແລະ ໂຄງການຍ່ອຍ ໂດຍມີງົບປະມານປະກອບໃສ່ 546 ຕື້ກີບ ນອກຈາກນີ້ຖືວ່າເປັນທຶນຊ່ອຍເຫຼືອລ້າ ແລະ ກູ້ຢືມຈາກຕ່າງປະເທດ.
ປັຈຈຸບັນສາມາດລຶບລ້າງຄວາມທຸກຍາກໄດ້ 5,179 ຄອບຄົວ. ຍັງເຫຼືອ 64,593 ຄອບຄົວ. ສາມາດລຶບລ້າງບ້ານທຸກຍາກໄດ້ 153 ບ້ານ ຍັງເຫຼືອ 1,536 ບ້ານ ແລະ ບ້ານພັທນາໄດ້ 253 ບ້ານ ເມືອງທຸກຍາກຍັງເຫຼືອ 23 ເມືອງ ແລະ ສ້າງບ້ານໃຫຍ່ໃຫ້ມີ ລັກສນະໂຕ ເມືອງນ້ອຍ ໃນຊົນນະບົດໄດ້ 28 ບ້ານ.
ເຖິງແນວໃດກໍ່ຕາມສາສດາຈານ Phillipe Alston ຜູ້ຣາຍງານພິເສດ ຂອງອົງການສະຫະປະຊາຊາດ ໄດ້ກ່າວຣາຍງານ ໃນໂອກາດທີ່ ເຂົ້າມາເຮັດວຽກຢູ່ລາວ ນັບແຕ່ 18-28 ມິນາ 2019 ວ່າ: ສປປ ລາວ ບໍ່ສາມາດບັນລຸເປົ້າໝາຍ ສະຫະສະວັດ ຕາມແຜນການພັທນາ ເພື່ອໃຫ້ຫຼຸດພົ້ນ ຈາກສະຖານະປະເທດດ້ອຍພັທນາ ທີ່ສຸດໃນໂລກ ໃນປີ 2020. ແຕ່ເຖິງວ່າການເພີ່ມຂຶ້ນ ຂອງ GDP ຈະສູງຂຶ້ນແຕ່ມີ ລັກສນະບໍ່ຍືນຍົງ ການເພີ່ມຂຶ້ນທັງໝົດແມ່ນຈາກປະເທດເພື່ອນບ້ານ ເຊັ່ນການສ້າງເຂື່ອນໄຟຟ້າ, ການສ້າງທາງຣົດໄຟ, ເງິນຊ່ອຍເຫຼືອລ້າ ທີີ່ມີເງິນໄຫຼເຂົ້າປະເທດ ຈຳນວນຫຼວງຫຼາຍ ແລະ ເງິນເຫລົ່ານັ້ນ ເປັນພຽງການຊື້ວັດຖຸ ອຸປກອນ ຍານພາຫະນະ ການຈ້າງວິຊາການຕ່າງ ປະເທດ; ເຊິ່ງມັນບໍ່ແມ່ນຣາຍຮັບ ທີ່ກະຈາຍເຂົ້າໃນຣະບົບເສຖກິຈ ທີ່ເກີດການຈາກການຜລິດສິນຄ້າອຸປໂພກບໍຣິໂພກ ແລະການບໍຣິການ ເພື່ອເຮັດໃຫ້ເກີດການຈ້າງງານ ເປັນຣະບົບຍືນຍົງ.