ໄມ້ຍຶດໄດ້ຄວນນໍາໄປສ້າງ ໂຮງຮຽນ
ຊາວລາວ ຢາກຮຽກຮ້ອງ ໃຫ້ ຣັຖບານ ເອົາໄມ້ ທີ່ຍຶດໄດ້ນັ້ນ ໄປສ້າງ ໂຮງຮຽນ ໃນເຂດ ຊົນນະບົດ.
-
ສິດນີ
2016-12-07 -
-
-
Your browser doesn’t support HTML5 audio
ນັບແຕ່ຣັຖບານ ໄດ້ອອກຄຳສັ່ງ ໃຫ້ທຸກແຂວງ ໃນທົ່ວປະເທດ ນໍາເອົາໄມ້ ທີ່ຍຶດໄດ້ນັ້ນ ມາປະມູນຂາຍ ໃຫ້ ນັກລົງທຶນ ເພື່ອ ເປັນຣາຍໄດ້ ໃຫ້ແກ່ຣັດ ເມື່ອ ເດືອນພຶສຈິກາ ຜ່ານມາ, ແຕ່ກໍມີ ປະຊາຊົນ ຈຳນວນນຶ່ງ ອອກມາໃຫ້ ຄວາມເຫັນຜ່ານ ສື່ສັງຄົມອອນລາຍ ວ່າຢາກໃຫ້ ຣັຖບານ ແບ່ງ ໄມ້ ທີ່ເປີດປະມູນ ນັ້ນມາສ້າງ ໂຮງຮຽນ ຫລື ສຸຂສາລາ ໃຫ້ແກ່ ປະຊາຊົນ ໃນເຂດ ຊົນນະບົດ ບ່ອນທີ່ ຍັງບໍ່ມີ ໂຮງຮຽນ ແລະ ສຸຂສາລາ ຈະດີກວ່າ. ກ່ຽວກັບ ເຣື້ອງນີ້ ເຈົ້າຫນ້າທີ່ ກ່ຽວຂ້ອງ ທີ່ ແຂວງ ຫລວງພຣະບາງ ກ່າວຕໍ່ ເອເຊັຽເສຣີ ໃນວັນທີ 7 ທັນວາ ວ່າ:
"ໄມ້ໃນການປຸກສ້າງໂຮງຮຽນ ກໍມີຈຳນວນນື່ງ ແຕ່ບໍ່ຫຼາຍ ເພາະວ່າ ຍັງບໍ່ທັນ ມີທຶນເນາະ ກໍມີແຕ່ຣັດ ຣັດເກັບກຳ ຂໍ້ມູນ ແລ້ວກໍເບິ່ງ ກໍ ຂາດທືນ ງົປມານເນາະ ບໍ່ທັນມີ ຕ້ອງແມ່ນ ເດືອນນຶ່ງ ປີ 2017 ທາງເຈົ້າແຂວງ ເພິ່ນເຖິງຈະແຈ້ງ ໃຫ້ຮູ້ ຄັນຖ້າວ່າ ບ້ານໃດ ຖືກໄດ້ ເທົ່າໃດ ໂຮງຮຽນນັ້ນ ວ່າຈະໄດ້ ໄມ້ບໍ ໄດ້ຫຍັງຫັ້ນນາ ຍັງບໍ່ທັນ ຮູ້ເທື່ອ".
ທ່ານກ່າວຕື່ມວ່າ ໃນສ່ວນຂອງໄມ້ ທີ່ເອົາມາປະມູນ ກັບໄມ້ ທີ່ ເອົາມາສ້າງ ໂຮງຮຽນນັ້ນ ຣັຖບານ ໄດ້ພິຈາຣະນາ ໄວ້ແລ້ວ ຊຶ່ງໃນເດືອນ 1 ປີ 2017 ນີ້ ທາງແຂວງ ຈະເປັນຜູ້ແຈ້ງ ໄປຫາອຳນາດ ການປົກຄອງ ທ້ອງຖິ່ນ ຂັ້ນບ້ານ ຂັ້ນເມືອງ ໃນທົ່ວ ປະເທດເອງ ວ່າຈະໄດ້ ໄມ້ ເທົ່າໃດ ໄປປຸກສ້າງ ສີ່ງທີ່ ປະຊາຊົນ ຕ້ອງການ.
ກ່ຽວກັບເຣື້ອງນີ້ ເອເຊັຽເສຣີ ກໍໄດ້ຕີດຕໍ່ໄປຫາ ກະຊວງ ອຸດສາຫະກັມ ແລະການຄ້າ ເຈົ້າຫນ້າທີ່ ກະຊວງ ການຄ້າ ເວົ້າວ່າ ເຣື້ອງ ການ ປະມູນ ຫລືແບ່ງໄມ້ ໃຫ້ ປະຊາຊົນນັ້ນ ເປັນຫນ້າທີ່ ຮັບຜິດຊອບ ຂອງກະຊວງ ກະສິກັມ ແລະປ່າໄມ້ ແຕ່ເມື່ອຕິດຕໍ່ ໄປຫາ ກະຊວງ ດັ່ງກ່າວ ກໍຍັງບໍ່ໄດ້ ຮັບຄຳຕອບ ກ່ຽວກັບ ເຣື້ອງນີ້.