ການຜລິດສືມືແຮງງານ ໃນລາວ
2015.09.02
ເຈົ້າໜ້າທີ່ ປະຈໍາ ສະຖາບັນ ພັທນາ ສີມື ແຮງງານ ລາວ-ເກົາຫລີ ເວົ້າວ່າ, ປີນີ້ ມີ ນັກສຶກສາ ລາວ ເຂົ້າ ໂຮງຮຽນ ວິຊາຊີພ ຫຼາຍຂຶ້ນ, ແຕ່ ກໍເຫັນວ່າ ຍັງຈະບໍ່ ພຽງພໍ ກັບ ຄວາມ ຕ້ອງການ ຂອງ ຕລາດ ແຮງງານ ພາຍໃນ ປະເທດ, ແລະ ໃນ ຂນະທີ່ ທາງ ສະຖາບັນ ກໍຍັງ ຂາດແຄນ ອຸປກອນ ການສອນ ຮວມທັງ ຄຣູຝຶກ ຫຼາຍຢູ່. ຕາມ ຄໍາເວົ້າຂອງ ເຈົ້າໜ້າທີ່ ສະຖາບັນ ພັທນາ ສີມື ແຮງງານ ລາວ-ເກົາຫລີ, ເມື່ອ ວັນທີ 1 ກັນຍາ ນີ້:
“ຕົວເລຂ ນັກຮຽນ ປີນີ້ 1484 ເພີ້ມຂຶ້ນ ປະມານ 14-15% ຈາກ ປີ ທີ່ແລ້ວ ຈົບໄປ ປີນີ້ ກໍມີ 481 ຄົນ ໃຊ້ເວລາ ຮຽນ 6 ເດືອນ ຫາ 3 ປີ ສ່ວນຫຼາຍ ກໍພໍໃຈຢູ່ ບາງຄົນ ໄປ ຝຶກງານ ແລ້ວ ນາຍຈ້າງ ກໍຮັບເຂົ້າ ທໍາງານ. ຢູ່ ໃນຂແນງ ທີ່ຝຶກ ຢູ່ ສະຖາບັນ ເຮົາ ມີ ຜແນກ IT ຄອມພິວເຕີ, ຣົຖຍົນ, ສ່ວນໃຫຍ່ ໄປ ເປັນຊ່າງ ໃນ ບັນດາ ໂຮງງານ ສະຖານ ປະກອບການ ຕ່າງໆ”.
ທ່ານກ່າວ ຕໍ່ໄປວ່າ ນັກຮຽນ ທີ່ ເຂົ້າມາຮຽນ ຢູ່ ສະຖາບັນ ແຫ່ງນີ້, ສ່ວນຫຼາຍ ມາຈາກ ທາງ ພາກເໜືອ ເຊັ່ນ: ແຂວງ ໄຊຍະບູຣີ, ແຂວງ ບໍ່ແກ້ວ, ເມື່ອ ຮຽນຈົບ ແລ້ວ ສ່ວນໃຫຍ່ ຈະກັບໄປ ເຮັດວຽກ ຢູ່ ແຂວງ ຂອງ ໃຜລາວ, ຫຼື ເຮັດວຽກ ພາຍໃນ ປະເທດ, ແຕ່ ຍັງບໍ່ເຫັນ ມີ ແຮງງານ ລາວ ໄປ ເຮັດວຽກຢູ່ ຕ່າງ ປະເທດ.
ສປປ ລາວ ຍັງຕ້ອງການ ແຮງງານ ສີມື ຢ່າງ ຫຼວງຫຼາຍ ທີ່ ຈົບ ໄຟຟ້າ, ແລະ ຣົຖຍົນ, ແຕ່ ມີ ນັກສຶກສາ ບາງກຸ່ມ ທີ່ ຮຽນຈົບ ແລ້ວ ພາກັນ ໄປ ສຶກສາ ຕໍ່ ຊັ້ນ ປຣິນຍາ ຕຣີ, ໂດຍໃຊ້ ໃບປະກາດ ທຽບເທົ້າ. ທ່ານ ກ່າວວ່າ ນອກຈາກ ນີ້ແລ້ວ ນັກຮຽນ ລາວ ເກືອບທຸກຄົນ ມັກ ສຶກສາ ຕໍ່ຂັ້ນ ມະຫາວິທຍາລັຍ ພວກເຂົາເຈົ້າ ບໍ່ຄ່ອຍ ນິຍົມ ຮຽນ ສາຍອາຊິບ, ແຕ່ທາງສູນ ກໍໄດ້ ປະຊາສັມພັນ ຜ່ານ ຫຼາຍທາງ, ແຕ່ບໍ່ໄດ້ ເວົ້າເຖິງ ຜແນກການ ເພີ້ມ ຈໍານວນ ສີມື ແຮງງານ ແລະ ພັທນາ ຄຸນນະພາບ ແຮງງານ ທ່ານວ່າ:
“ຄົນລາວ ນິຍົມຮຽນ ມະຫາວິທຍາລັຍ ຣະດັບ ປຣິນຍາ ຕຣີ ປຣິນຍາ ໂທ, ຕອນນີ້ ເຮົາໄດ້ ລົງ ແລະ ອອກຂ່າວ ທາງ ທີວີ ທໍາ ເອກສານ ໄປຫາຕ່າງ ແຂວງ ຕ່າງ ຈັງຫວັດ ສ່ວນມາກ ວິຊາ ທີ່ເຂົາ ບໍ່ມັກ ມາຮຽນ”.
ຢ່າງໃດ ກໍຕາມ ສະຖາບັນ ພັທນາ ສີມື ແຮງງານ ລາວ-ເກົາຫລີ ເປິດສອນ ມາໄດ້ 10 ປີ ແລ້ວ ໂດຍ ໃຊ້ຫລັກສູດ ການຮຽນ ຂອງ ເກົາຫລີ ແຕ່ກໍປັບ ໃຫ້ ເປັນຂອງ ຄົນລາວ ຫຼາຍຂຶ້ນ ຄຣູ ສ່ວນໃຫຍ່ ເປັນ ຄົນລາວ ແລ ະມີ ຄຣູ ອາສາສມັກ ທີ່ເປັນຄົນ ເກົາຫລີ ນໍາ.