ໂຮງເລື່ອຍ ຫຼວງພຣະບາງ ປິດ
2017.03.23
ປັດຈຸບັນໂຮງເລື່ອຍ ແລະໂຮງງານແປຮູບໄມ້ ຢູ່ຫລາຍເມືອງ ໃນແຂວງຫລວງພຣະບາງ ປິດ ກິຈການ ແລ້ວ ຍ້ອນບໍ່ມີໄມ້ ປ້ອນໂຮງງານ ພາຍຫລັງ ມີດຳຣັດ ນາຍົກຣັຖມົນຕຣີ ເລກທີ 15 ທີ່ຫ້າມບໍ່ໃຫ້ ເຄື່ອນຍ້າຍ ແລະ ສົ່ງໄມ້ອອກ ຕ່າງປະເທສ. ຕາມການ ເປີດເຜີຍຂອງ ເຈົ້າໜ້າທີ່ ແຂວງຫລວງພຣະບາງ ຜູ້ບໍ່ປະສົງອອກຊື່ ຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 22 ມິນາ ນີ້ວ່າ:
"ແຕ່ກີ້ຫັ້ນແມ່ນຫັ້ນນະ ຂະເຈົ້າບໍ່ກວດແລ້ວ ແຕ່ດຽວນີ້ຫັ້ນ ກະສິກັມຂະເຈົ້າ ລົງເຄັ່ງແລ້ວ ຂະເຈົ້າ ເລີຍເຮັດຫຍັງບໍ່ໄດ້ ຂອງຈີນກໍມີ ຂອງລາວກໍມີ ແຕ່ອັນຊ່ວງນີ້ໜິ ມີຄົນແລ້ວ ເພະວ່າເພິ່ນສັ່ງໃຫ້ ອັນນັ້ນໝົດເດ໊ ເພິ່ນວ່າບໍ່ໃຫ້ ມີການເອົາໄມ້ ອອກ-ເຂົ້າ ລາວ ກໍຈຳເປັນ ກໍເລີຍວ່າມີແຕ່ ໂຮງຊອຍ ມີອີ່ຫຍັງຂນາດນ້ອຍ ປະມານນັ້້ນ".
ທ່ານກ່າວວ່າ ຢູ່ແຂວງນີ້ມີໄມ້ເນື້ອແຂງ ເປັນຕົ້ນໄມ້ດູ່, ໄມ້ຂະຍູງ ແລະມີທັງໄມ້ສັກ ຫລາຍ ຊຶ່ງເປັນໄມ້ ທີ່ມີຣາຄາແພງ, ຣັຖບາລ ຊຸດ ກ່ອນໆ ໄດ້ອະນຸຍາດ ໃຫ້ສົ່ງອອກໄປ ຕ່າງປະເທດໄດ້, ເຮັດໃຫ້ນັກທຸຣະກິດ ຈີນ ເຂົ້າມາລົງທຶນ ຕັ້ງໂຮງເລື່ອຍ, ຕັ້ງໂຮງງານ ແປຮູບໄມ້ ຊຶ່ງສວ່ນຫລາຍ ເປັນໂຮງງານ ຂນາດໃຫຍ່ ທີ່ໄດ້ປິດໄປ ຍ້ອນບໍ່ມີໄມ້ ປ້ອນໂຮງງານ, ຍັງເຫລືອແຕ່ ໂຮງງານຂນາດນ້ອຍ ແລະໂຮງຊອຍ ທີ່ເປັນຂອງຄົນລາວ:
"ສ່ວນຫລາຍກໍຈະເປັນແບບ ໂຮງຊອຍ ແບບເຟີນີເຈີນ້ອຍໆ ພວກເຮັດໂຕະຕັ່ງ ປະມານ ໄມ້ເນື້ອອ່ອນ ໄມ້ອີ່ຫຍັງ ປະມານນີ້ນະ ຂະເຈົ້າ ເຮັດໂຕະເຮັດຕັ່ງ ມັນບໍ່ເປັນແບບ ເຮັດແບບ ເອົາໄມ້ເຂົ້າມາ ອີ່ຫຍັງ ປະມານນີ້ນະ ຂະເຈົ້າເຮັດເປັນ ທຸຣະກິດ ສ່ວນຕົວ ປະມານນີ້".
ທ່ານເວົ້າວ່າ ເຖິງບໍ່ມີຕົວເລກ ທີ່ແນ່ນອນ ແຕ່ກໍພໍຮູ້ໄດ້ວ່າ ແຂວງຫລວງພຣະບາງ ມີໂຮງເລື່ອຍ ແລະໂຮງງານ ແປຮູບໄມ້ 100 ປາຍແຫ່ງ, ໃນນັ້ນຂນາດນ້ອຍ ປະມານ 60 ປາຍແຫ່ງ. ສ່ວນວ່າ ເຣຶ່ອງການ ທີ່ຈະເປີດປະມູນ ຂາຍໄມ້ເຖື່ອນ ທີ່ຍຶດມາໄດ້ນັ້ນ ແມ່ນຍັງ ບໍ່ຮູ້ວ່າຈະ ເປີດເມື່ອໃດ ກັນແທ້.