ຫຼວງນໍ້າທາຍຸບໂຮງເລື່ອຍ ໂຮງງານ ເຟີນີເຈີ
2019.01.15
ທາງການແຂວງຫລວງນໍ້າທາ ບໍ່ອະນຸຍາດໃຫ້ມີການ ຕັ້ງໂຮງເລື່ອຍ ແລະໂຮງເຟີນີເຈີເພີ່ມອີກ ພາຍຫລັງຄຳສັ່ງ ເລກທີ 15 ຂອງ ທ່ານ ນາຍົກ ຣັຖມົນຕຣີ ສປປລາວ ວ່າດ້ວຍການ ເພີ່ມທະວີຄວາມເຂັ້ມງວດ ໃນການຄຸ້ມຄອງ ແລະ ກວດກາ ການຂຸດຄົ້ນໄມ້, ການເຄື່ອນ ຍົກຍ້າຍໄມ້ ແລະທຸຣະກິດໄມ້ ລົງວັນທີ 13 ພຶສພາ 2016 ແລະໄດ້ສັ່ງຍຸບໂຮງເລື່ອຍໄມ້ ຂນາດໃຫຍ່ອີກ 2 ແຫ່ງ, ຕາມຄໍາເວົ້າຂອງ ເຈົ້າໜ້າທີ່ ກອງກວດກາປ່າໄມ້ ເມືອງຫລວງນໍ້າທາ ທ່ານນຶ່ງ ຕໍ່ວິທຍຸ ເອເຊັຍເສຣີ ໃນວັນທີ 12 ມົກກະຣາ ນີ້:
“ຢູ່ໃນໄລຍະຜ່ານມານີ້ພາຍຫັລງທີມີແຈ້ງການ ເລກທີ 15 ນີ້ລະແມ່ນໂຮງເລື່ອຍ ຂະໜາດໃຫ່ຍ 2 ບ່ອນຢູ່ແຂວງຫລວງນໍ້າທາ ນີ້ແມ່ນໃຫ້ ຍຸບເລີຍ ເພິ່ນບໍ່ອະນຸຍາດ ໃຫ້ຂຸດຄົ້ນໄມ້ເພື່ອປ້ອນເຂົ້າໂຮງເລື່ອຍຫັ້ນ ແລະທາງເຈົ້າໜ້າທີ່ແມ່ນຈະເຂັ້ມງວດ ໃນການຕິດຕາມກວດກາ ຖ້າຫາກພົບເຫັນແມ່ນຈະດຳເນີນຕາມລະບຽບຂອງເພີ່ນຫັ້ນ.”
ທ່ານກ່າວຕື່ມວ່າຜ່ານມາ ແຂວງຫຼວງນໍ້າທາ ມີໂຮງເລື່ອຍຂນາດໃຫ່ຍ 2 ແຫ່ງຄືຢູ່ເມືອງວຽງພູຄາ 1 ແຫ່ງ ແລະຢູ່ບ້ານຊຽງກົກ ເມືອງລອງ 1 ແຫ່ງ ແລະມີໂຮງເລື່ອຍຂນາດກາງ 1 ແຫ່ງຢູ່ເມືອງສິງ. ທັງໝົດເປັນຂອງຄົນຈີນ. ນອກຈາກນັ້ນກໍຍັງມີ ໂຮງຊອຍ ແລະໂຮງເຟີນີເຈີ ອີກຫລາຍບ່ອນທີ່ຕັ້ງຢູ່ ກະແຈກກະຈາຍ ເຮັດໃຫ້ ມີຄວາມຫຍຸ້ງຍາກ ໃນການກວດກາ:
“ຄວາມໝາຍຂອງເພິ່ນແມ່ນບໍ່ຢາກໃຫ້ຕັ້ງແບບ ກະແຈກກະຈາຍຫັ້ນ ແລະຢາກໃຫ້ເອົາມາລວມກັນຢູ່ບ່ອນດຽວ ເປັນຈຸດໃຫ່ຍເລີຍສະເພາະ ຂອງເມືອງຜ່ານມານີ້ ແມ່ນກະແຈກກະຈາຍຫລາຍ ເລື່ອງໃບອະນຸຍາດນີ້ ບາງຄົນກະບໍ່ມີ.”
ຜ່ານມາແຂວງຫລວງນໍ້າທາ ມີໂຮງຊອຍໄມ້ທັງໝົດທົ່ວເມືອງ 13 ແຫ່ງແລະໂຮງເຟີນີເຈີ ອີກ 20 ປາຍແຫ່ງ ຊຶ່ງຕັ້ງຢູ່ແຕ່ລະເມືອງ ປັດຈຸບັນທາງການແຂວງຫລວງນໍ້າທາ ໄດ້ສັ່ງໃຫ້ໂຮງຊອຍຂນາດນ້ອຍ ແລະໂຮງເຟີນີເຈີ ຕັ້ງລວມກັນເມືອງນຶ່ງ ບໍ່ໃຫ້ເກີນ 1 ບ່ອນ. ສ່ວນໂຮງເລື່ອຍຂນາດກາງ ຢູ່ເມືອງສິງ ປັດຈຸບັນແມ່ນເລື່ອຍໄມ້ ທີ່ຍັງເຫືລອ ຊຶ່ງໄດ້ຮັບອະນຸຍາດ ໃຫ້ຕັດໃນ 3 ປີ ຜ່ານມາ.
ແຕ່ເຖິງຢ່າງໃດກໍ່ຕາມ ການລັກລອບຕັດໄມ້ ເພື່ອນຳມາຂາຍຢູ່ ແຂວງຫລວງນໍ້າທາ ກໍ່ຍັງມີໃຫ້ເຫັນ ໃນຂນະທີ່ ທາງເຈົ້າໜ້າທີ່ ກໍ່ໄດ້ ເອົາໃຈໃສ່ ປາບປາມຢູ່ເປັນປະຈໍາ.