ຊາວບ້ານຍັງເຫັນຣົດຂົນໄມ້
ປະຊາຊົນ ຍັງເຫັນ ການຂົນໄມ້ ຢູ່ ແຂວງ ອັດຕະປື ອອກໄປ ວຽດນາມ ແຕ່ ເຈົ້າໜ້າທີ່ ທາງການລາວ ປະຕິເສດ ວ່າ ບໍ່ມີ.
-
ມະນີຈັນ
2016-05-26 -
-
-
Your browser doesn’t support HTML5 audio
ປະຊາຊົນ ຜູ້ໃຊ້ ສື່ສັງຄົມ ອອນລາຍນ ໄດ້ເຜີຍແພ່ ຮູບພາບ ແລະຂໍ້ມູນ ກ່ຽວກັບ ການຂົນໄມ້ ຈາກ ບ້ານທ່າຫິນ ເມືອງ ສາມັກຄີໄຊ ແຂວງ ອັດຕະປື ໄປຂາຍ ໃຫ້ວຽດນາມ ຢ່າງ ຕໍ່ເນື່ອງ ແລະວ່າ ສໍາລັບ ການຂົນ ອອກຈາກ ເຂື່ອນ ເຊກະໝານ ນັ້ນ ແມ່ນມີ ທຸກມື້. ແຕ່ ເຈົ້າໜ້າທີ່ ທາງການລາວ ກໍ ປະຕິເສດ ກ່ຽວກັບ ເຣຶ່ອງນີ້. ຕາມຄໍາເວົ້າ ຂອງ ເຈົ້າໜ້າທີ່ ເມືອງ ສາມັກຄີໄຊ:
"ບໍ່ມີ ບໍ່ມີຖື ເພາະວ່າ ໃນຊ່ວງນີ້ ປະຕິບັດ ຕາມຄໍາສັ່ງ ຂອງ ນາຍົກ ຣັຖມົນຕຣີ ບໍ່ໃຫ້ເຂົ້າ ໄປແລ້ວ ບໍ່ມີແລ້ວ ດຽວນີ້ເນາະ ແຕ່ກ່ອນ ຣະຫວ່າງ ປີສອງປີ ກໍມີຢູ່ ແຕ່ວ່າດຽວນີ້ ບໍ່ມີແລ້ວ".
ທ່ານເວົ້າວ່າ ເມື່ອກ່ອນ ຢູ່ແຂວງ ອັດຕະປື ທາງການ ອະນຸຍາດ ໃຫ້ຕັດໄມ້ ໜ້າເຂື່ອນ ເຊກະໝານ ແລະ ໃຫ້ນໍາອອກ ໄປຂາຍ ໄດ້ຢ່າງ ຖືກຕ້ອງ ຕາມ ກົດໝາຍ. ປະຊາຊົນ ບາງຄົນ ເວົ້າວ່າ ໄມ້ທີ່ຂົນໄປ ນັ້ນ ອາຈເປັນໄມ້ເກົ່າ ທີ່ຖືກ ຕັດມາດົນ ແລ້ວ ແລະ ຄົນຈໍານວນນຶ່ງ ເວົ້າວ່າໄມ້ ທີ່ຖືກຕັດ ໄປນັ້ນ ເຈົ້າໜ້າທີ່ ທ້ອງຖິ່ນ ບໍ່ສາມາດ ກວດກາ ແລະ ຄວບຄຸມໄດ້.
ກ່ອນມີຄໍາສັ່ງ ຂອງ ນາຍົກ ຣັຖມົນຕຣີ ສປປລາວ ໃນວັນທີ 13 ພຶສພາ 2016 ທີ່ຫ້າມຕັດໄມ້ ແລະ ສົ່ງໄມ້ ທຸກປະເພດ ອອກໄປ ຕ່າງປະເທດ ແຕ່ຍັງຍົກເວັ້ນໄມ້ ບາງຊນິດ ຢູ່ນັ້ນ ມີການ ຂົນໄມ້ທ່ອນ ແລະ ໄມ້ແປຮູບ ອອກໄປ ປະເທດ ວຽດນາມ ທຸກວັນ.