ກຸ່ມລັກຄ້າໄມ້ລອຍນວນ

ຍັງບໍ່ປະກົດເຫັນ ຜູ້ຣະເມີດ ຄຳສັ່ງ ເລຂທີ 15 ຂອງ ນາຍົກ ຣັຖມົນຕຣີ ຖືກດຳເນີນ ຄະດີ ຊຶ່ງ ຄຳສັ່ງນັ້ນ ກໍຖືກຣະເມີດ ມາຕລອດ.

ສໍານັກງານ ນາຍົກຣັຖມົນຕຣີ ທີ່ ນະຄອນຫຼວງວຽງຈັນ screen captured

ມາເຖິງປັດຈຸບັນ ຍັງບໍ່ເຫັນວ່າ ມີການດໍາເນີນຄະດີ ຕັດສິນລົງໂທສ ຜູ້ທີ່ຣະເມີດ ຄຳສັ່ງເລຂທີ 15 ຂອງນາຍົກຣັຖມົນຕຣີລາວ ພາຍຫຼັງ ທີ່ຄຳສັ່ງດັ່ງກ່າວ ໄດ້ປະກາດໃຊ້ ໄປແລ້ວ 1 ປີປາຍ ແລະ ຖືກຣະເມີດ ເປັນໄລຍະໆ ມາກໍ່ຕາມ. ຕາມຄໍາເວົ້າຂອງ ເຈົ້າໜ້າທີ່ ສານ ປະຊາຊົນ ຂອງ ສປປລາວ ຜູ້ຂໍສງວນຊື່ ຕໍ່ ວິທຍຸ ເອເຊັຽເສຣີ ເມື່ອບໍ່ດົນມານີ້:

"ຍັງໆເພາະວ່າ ຊົ່ວຊິເປັນຄະດີ ມາຮອດສານເຮົາ ມັນກະບໍ່ໄດ້ງ່າຍເນາະ, ຕ້ອງໄດ້ຜ່ານຂະບວນການ ຂອງເຈົ້າໜ້າທີ່ ສືບສວນສອບສວນ ຂອງ ເຈົ້າໜ້າທີ່ ປ່າໄມ້ເນາະ. ຖ້າວ່າ ເຈົ້າໜ້າທີ່ປ່າໄມ້ ເຮົາສືບສວນ ສອບສວນ ວ່າມີຄວາມຜິດ ມີຫຍັງລະ, ຂະເຈົ້າ ກະສົມທົບກັບ ເຈົ້າໜ້າທີ່ ຕຳຣວດເຮົາ ລະເຂົາກະປະກອບ ສຳນວນຄະດີ ໃຫ້ອັຍການ, ລະອັຍການ ກະກວດກາ ຊົ່ວມັນຊິມາຮອດສານ ເຮົາເນາະ”.

ທ່ານກ່າວຕື່ມວ່າ ຄະດີໄມ້ນີ້ ກ່ຽວຂ້ອງກັບ ວຽກງານ ບໍຣິຫານ, ຕ້ອງໄດ້ຂໍ້ມູນຄັກແນ່ ແລະ ຕ້ອງໃຊ້ເວລາດົນ ພໍສົມຄວນ ກ່ອນທີ່ຄະດີ ຈະມາເຖິງສານ.

“ເພາະວ່າ ຄະດີກ່ຽວກັບໄມ້ ກັບຫຍັງຫັ້ນ, ສ່ວນຫຼາຍ ເຮົາກະມາເບິ່ງໄປທາງ ພົວພັນກັບ ບໍຣິຫານກ່ອນເນາະ, ເອີ່ມັນຕ້ອງກວດກາເບິ່ງ ວ່າຜູ້ອອກຄຳສັ່ງ, ຜູ້ອະນຸມັດ ເຣື້ອງ ການໄມ້ ອີ່ຫຍັງຫັ້ນນ່າ, ເຂົາເຈົ້າຕ້ອງ ເກັບກໍາຂໍ້ມູນ ຫຼັກຖານ ມັນຂ້ອນຂ້າງລະອຽດ ໜ້ອຍນຶ່ງໂຕນີ້ ເນາະ. ສະນັ້ນແລ້ວ, ມັນຊິມາເຖິງສານ ເຮົາແລ້ວ ມັນຍັງອ່າວດົນໆ ໜ້ອຍນຶ່ງ”.

ໃນຂນະດຽວກັນ, ເຈົ້າໜ້າທີ່ ປກສ ຜູ້ຂໍສງວນຊື່ ກໍ່ໄດ້ກ່າວວ່າ ຜ່ານໄປ 1 ປີປາຍແລ້ວ ສູນກາງ ກໍ່ຍັງບໍ່ໄດ້ລົງໂທສ ຜູ້ທີ່ຣະເມີດຄຳສັ່ງ ນັ້ນເທື່ອ ຊຶ່ງສ່ວນໃຫ່ຍ ແມ່ນທ້ອງຖິ່ນ ຈະເປັນຜູ້ຕິດຕາມ ແລະປະສານກັບ ທາງສູນກາງ.

ມັນກະຂຶ້ນກັບ ກໍຣະນີວ່າຫຼາຍ ວ່າໜ້ອຍເນາະ, ເພາະວ່າ ມັນກະຂຶ້ນກັບ ພາກສ່ວນ ທ້ອງຖິ່ນກ່ອນເນາະ ກ່ອນຊິມາ ຫາບ່ອນໃຫ່ຍຊີ້ນ່າ, ເພິ່ນກະປະສານ ກັນຂຶ້ນມາຕາມ ຣຳດັບໆ. ມັນຍັງບໍ່ເຖິງ ອັນນັ້ນເຮົາເນາະ ເຮົາຍັງບໍ່ໄດ້ ດຳເນີນ ເພາະມັນອີງຕາມ ຄຳສັ່ງແນະນຳ ຂອງຂັ້ນເທິງເພິ່ນກ່ອນ. ສ່ວນຫຼາຍກະ ເຈົ້າໜ້າທີ່ ທ້ອງຖິ່ນ ຂະເຈົ້າ ຫຼາຍກວ່າ”.

ໃນຣະຍະ 1 ປີຜ່ານມາ, ມີຣາຍງານ ຕລອດວ່າ ເຈົ້າໜ້າທີ່ ພາສີ ປະຈຳດ່ານ ຊາຍແດນລາວ ກວດພົບຣົດບັນທຸກ ໄມ້ທ່ອນ ທີ່ກຽມສົ່ງ ໄມ້ອອກໄປ ຕ່າງປະເທດ ໄດ້ຫຼາຍຄັ້ງ ຮວມທັງ ກໍຣະນີ ການກັກຣົດ ບັນທຸກ ໄມ້ທ່ອນ 27 ຄັນ ທີ່ດ່ານພູເກືອ, ແຂວງອັດຕະປື ໃນເດືອນ ພຶສພາ ທີ່ກຳລັງ ຂົນໄມ້ ອອກໄປວຽດນາມ ແລະ ຫລ້າສຸດ ໃນເດືອນ ມິຖຸນາ ນີ້ກໍມີການກັກ ຣົດບັນທຸກ ໄມ້ທ່ອນ 7 ຄັນ ທີ່ກຽມຂົນສົ່ງ ໄມ້ອອກໄປ ປະເທສຈີນ ທາງ ດ່ານບໍ່ເຕັນ, ແຂວງຫລວງນ້ຳທາ, ອັນເປັນສິ່ງ ທີ່ຜິດກົດໝາຍ ແຕ່ມາດຕຣາ 100 ຫາ ມາຕຣາ 103 ທີ່ເວົ້າເຖິງ ຂໍ້ຫ້າມ.

ໃນກອງປະຊຸມ ຣັຖບານລາວ ປະຈຳເດືອນ ມິຖຸນາ ກໍມີຣາຍງານວ່າ ຜ່ານການ ຈັດຕັ້ງປະຕິບັດ ຄຳສັ່ງເລຂທີ 15/ນຍ ຜ່ານໄປແລ້ວ 1 ປີ ເຈົ້າໜ້າທີ່ ທາງການ ສາມາດຍຶດໄມ້ ທີ່ຜິດກົດໝາຍ ໄດ້ຫລາຍ 10 ພັນ ແມັດກ້ອນ ແລະສາມາດ ສັ່ງປິດໂຮງເລື່ອຍ ທີ່ເຄື່ອນໄຫວບໍ່ຖືກ ຕ້ອງຫລາຍ 100 ແຫ່ງ, ແຕ່ບໍ່ປະກົດ ມີຣາຍງານໃດໆ ເລີຍວ່າໄດ້ດຳເນີນ ການລົງໂທສ ຕໍ່ຜູ້ທີ່ຣະເມີດ ຄຳສັ່ງດັ່ງກ່າວ ນັ້ນຫຼືບໍ່. ມີການ ຕັ້ງຂໍ້ສັງເກດວ່າ ອາຈມີເຈົ້າໜ້າທີ່ ຣະດັບສູງ ຂອງທາງການລາວ ຮູ້ເຫັນນໍາ ຂະບວນການ ລັກລອບຂົນໄມ້ ອອກນອກປະເທດ ຍ້ອນວ່າ ເມື່ອກວດພົບ ເຫັນແລ້ວ ເຣື່ອງກໍ່ມັກ ຈະມິດງຽບໄປ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org