ໂຮງໄຟຟ້າຖ່ານຫີນ ຂອງຈີນ ບໍ່ຢາກຈ່າຍ ຊົດເຊີຍ

ໂຮງໄຟຟ້າ ຖ່ານຫີນ ຂອງຈີນ ຢູ່ ແຂວງຫົວພັນ ຍັງບໍ່ເວົ້າເຖິງ ຄ່າຊົດເຊີຍ ແຕ່ທາງການລາວ ວ່າ ຕ້ອງຊົດເຊີຍ ພາຍໃນປີນີ້.

ໂຮງງານໄຟຟ້າຖ່ານຫີນ ເມືອງຊຳເຫນືອ ແຂວງຫົວພັນ Screen captured : https://www.facebook.com/phone.sinenxay?hc_ref=ARRSIJITF3HsCzmBw29wCN6qecXQ-He4meT7Tptd7h6ar4g_f3ggqWfoqBWVpmET9PQ

ມາເຖິງປັດຈຸບັນບໍຣິສັດ CCF ຂອງຈີນ ທີ່ເປັນເຈົ້າຂອງໂຮງງານໄຟຟ້າຖ່ານຫິນ ຢູ່ເມືອງຊໍາເໜືອ ແຂວງຫົວພັນ ກໍຍັງບໍ່ເວົ້າເຖິງເຣຶ່ອງ ຄ່າຊົດເຊີຍ ຄວາມເສັຍຫາຍ ໃຫ້ແກ່ປະຊາຊົນ ທີ່ໄດ້ຮັບຜົລກະທົບ ຈາກການກໍ່ສ້າງໂຮງງານ ແລະຫົນທາງນັ້ນ. ແຕ່ທາງການເມືອງຊໍາເໜືອ ສັ່ງໃຫ້ທາງບໍຣິສັດ ຊົດເຊີຍພາຍໃນປີ 2018 ນີ້ເທົ່ານັ້ນ, ຕາມຄໍາເວົ້າຂອງເຈົ້າໜ້າທີ່ຫ້ອງ ການຊັພຍາກອນທັມມະຊາດ ແລະສິ່ງແວດລ້ອມ ເມືອງຊໍາເໜືອ ຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 20 ກໍຣະກະດາ ນີ້:

"ຍັງບໍ່ທັນໄດ້ຊົດເຊີຍເປັນເງິນໃຫ້ ຖືກຜົລກະທົບປີໃດ ກະແມ່ນຊົດເຊີຍປີນັ້ນ ເຮັກຕານຶ່ງ 90 ລ້ານ ສະເພາະດິນນາ ສະເພາະດິນໄຮ່ ດິນສວນນີ້ນໍ ກະແມ່ນຕາແມັດນຶ່ງ 1,000 ກີບ ."

ທ່ານເວົ້າວ່າ ປະມານທ້າຍເດືອນນີ້ ທາງຫ້ອງການຊັພຍາກອນທໍາມະຊາດ ແລະສິ່ງແວດລ້ອມ ເມືອງຊໍາເໜືອ ຮ່ວມກັບພາກສ່ວນທີ່ ກ່ຽວຂ້ອງ ຈະໄດ້ໄປກວດກາ ໂຮງງານດັ່ງກ່າວ ແລະໃຫ້ທາງຄນະບໍຣິຫານໂຮງງານ ມາເວົ້າເຖິງຄວາມພ້ອມ ໃນການທີ່ຈະ ໃຫ້ຄ່າ ຊົດເຊີຍຊາວບ້ານ ທີ່ໄດ້ຮັບຜົລກະທົບ ເພາະຖ້າປ່ອຍໃຫ້ບັນຫານີ້ແກ່ຍາວໄປ ຢ້ານວ່າການຊົດເຊີຍນັ້ນ ຈະຫຍຸ້ງຍາກຂຶ້ນ.

ທ່ານເວົ້າຕື່ມວ່າ ປັດຈຸບັນການກໍ່ສ້າງໂຮງງານ ໄດ້ຢຸດໄປຊົ່ວຄາວ ໂດຍທີ່ບໍຣິສັດບໍ່ໄດ້ແຈ້ງ ໃຫ້ທາງການຮູ້ເຖິງສາເຫດ ເຖິງແມ່ນວ່າໄດ້ ສ້າງບ່ອນພັກ ໃຫ້ຄົນງານແລ້ວກໍຕາມ ແຕ່ກໍມີຄົນງານເຝົ້າໂຮງງານນັ້ນຢູ່. ສ່ວນເຈົ້າຂອງໂຮງງານຈີນ ກໍຍັງບໍ່ທັນມາຢູ່ໂຮງງານ ນັ້ນເທື່ອ.

ປະຊາຊົນທີ່ໄດ້ຮັບ ຜົລກະທົບຈາກໂຮງງານຖ່ານຫິນ ມາຕັ້ງແຕ່ກາງປີ 2017 ນັ້ນມີ 2 ບ້ານ ຄື ບ້ານຫ້ວຍຄົງ 80 ຄອບຄົວ ແລະ ບ້ານຫລັກຊາວ ປະມານ 20 ຄອບຄົວ. ສ່ວນຈໍານວນເນື້ອທີ່ດິນ ທີ່ໄດ້ຮັບຜົລກະທົບ ຍັງບໍ່ທັນຖືກເປີດເຜີຍ.

ຜ່ານມາທາງການເມືອງຊໍາເໜືອ ໄດ້ເວົ້າກັນກັບທາງບໍຣິສັດຈີນນີ້ ເຖິງເຣຶ່ອງຄ່າຊົດເຊີຍທີ່ດິນ ທີ່ຖືກທາງໂຮງງານໄຟຟ້າຖ່ານຫີນ ເຮັດໃຫ້ ດິນແດງ ເຈື່ອນຖົມດິນນາ ດິນໄຮ່ດິນສວນ ຊາວບ້ານເສັຍຫາຍຫລາຍເຮັກຕາ ໂດຍທີ່ເບື້ອງຕົ້ນ ທາງການກໍານົດໃຫ້ ຊົດເຊີຍເຮັກຕາລະ 100 ລ້ານກີບ.ແຕ່ຕໍ່ມາໄດ້ຫຼຸດລົງເປັນ 90 ລ້ານກີບ. ສ່ວນວ່າ ດິນໄຮ່ດິນສວນ ທີ່ໄດ້ຮັບຜົລກະທົບນັ້ນ ຈະໄດ້ຮັບຄ່າຊົດເຊີຍ ໜ້ອຍດຽວ ຄືເຮັກ ຕານຶ່ງ 10 ລ້ານກີບ ເທົ່ານັ້ນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org