ເສຖກິຈລາວ ເຕີບໂຕ 3.7% ຕໍ່າກວ່າ ທີ່ຄາດການໄວ້
ອັດຕຣາເງິນເຟີ້ ໃນ ສປປ ລາວ ຍັງຢູ່ທີ່ 28% ແລະ ອີງຕາມ ຂໍ້ມູນ ຂອງ ທະນາຄານ ພັທນາເອເຊັຽ ຫຼື ADB ອັດຕຣາ ການເຕີບໂຕ ທາງດ້ານເສຖກິຈ ຂອງລາວ ໃນປີ 2023 ຢູ່ທີ່ 3.7% ຈາກທີ່ຄາດຄະເນໄວ້ກ່ອນໜ້ານີ້ທີ່ 4%.
-
ອຸ່ນແກ້ວ
2023-10-12 -
-
-
Your browser doesn’t support HTML5 audio
ທະນາຄານ ພັທນາເອເຊັຽ ຫຼື ADB ໄດ້ເຜີຍແຜ່ຂໍ້ມູນ ໃນເດືອນກັນຍາ ໂດຍລະບຸວ່າ ອັດຕຣາການເຕີບໂຕທາງດ້ານເສຖກິຈ ຂອງລາວ ໃນປີ 2023 ຢູ່ທີ່ 3.7% ຈາກທີ່ຄາດຄະເນໄວ້ກ່ອນໜ້ານີ້ ຢູ່ທີ່ 4% ເທົ່ານັ້ນ.
ອັດຕຣາເງິນເຟີ້ ໃນປະເທດລາວ ຍັງຢູ່ທີ່ 28% ໂດຍສເລັ່ຽ ແລະ ຍັງມີປັດໄຈອື່ນເຊັ່ນ ການອ່ອນຄ່າເງິນກີບ, ໜີ້ສິນສາທາຣະນະ ແລະ ການຈ່າຍໜີ້ ຍັງຢູ່ໃນອັດຕຣາທີ່ສູງ.
ເຈົ້າໜ້າທີ່ ທະນາຄານພັທນາເອເຊັຽ ປະຈໍາລາວ ທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 12 ຕຸລາ ວ່າ:
“ຄວາມໝັ້ນໃຈ ຕໍ່ສະເຖລະພາບ ມັນຍັງອ່ອນໄຫວ ຢູ່ ເພາະວ່າ ປັດໃຈຫຼັກກະຄື ອັນທີນຶ່ງ ມັນເວົ້າເຣື່ອງເງິນເຟີ້ຍັງສູງຢູ່ ອັນທີສອງ ມາເລື່ອງອັດຕຣາແລກປ່ຽນ ອັນທີສາມມາ ກະແມ່ນເວົ້າເລື່ອງ Debt Servicing ມັນສູງ ແລ້ວເຮັດໃຫ້ມີບັນຫາເຣື່ອງສະພາບຄ່ອງ.”
ຂໍ້ມູນຂອງ ທະນາຄານພັທນາເອເຊັຽ ຍັງລະບຸວ່າ ການອ່ອນຄ່າຂອງເງິນ ແລະ ອັດຕຣາເງິນເຟິ້ ທີ່ສູງ ໄດ້ສົ່ງຜົລກະທົບຕໍ່ການໃຊ້ຈ່າຍ ຂອງຄົວເຮືອນ ໃນໄລຍະ 6 ເດືອນ ຕົ້ນປີ 2023 ຫຼັງຈາກເງິນກີບອ່ອນຄ່າລົງເຄິ່ງນຶ່ງ ເມື່ອທຽບໃສ່ເງິນໂດລ້າຣ໌ ແລະ 44% ເມື່ອທຽບໃສ່ເງິນບາທ ໃນປີ 2022.
ອັດຕຣາເງິນເຟີ້ ຍັງຢູ່ໃນລະດັບສູງ ເຊິ່ງຂຶ້ນຮອດຈຸດສູງສຸດ 41.3% ໃນເດືອນກຸມພາ 2023 ກ່ອນທີ່ຈະຄ່ອຍໆ ຫຼຸດລົງມາຢູ່ທີ່ 25.9% ໃນເດືອນສິງຫາ. ອັດຕຣາເງິນເຟີ້ ຢູ່ໃນໝວດສະບຽງອາຫານ ຂຶ້ນຮອດ 41.3% ໃນເດືອນກຸມພາ 2023 ກ່ອນທີ່ຈະຄ່ອຍໆ ຫຼຸດລົງ ຢູ່ທີ່ 45.6% ໃນ 8 ເດືອນຕົ້ນປີ 2023 ຍ້ອນວ່າ ອາຫານທີ່ນໍາເຂົ້າ ແລະ ຕົ້ນທຶນການຜລິດທີ່ສູງຂຶ້ນ ຂອງຜລິດຕະພັນນໍາເຂົ້າ ເພື່ອການຜລິດກະສິກັມ.
ທ່ານ ສັນຕິພາບ ພົມວິຫານ, ຣັຖມົນຕຣີກະຊວງການເງິນ ແລະ ຜູ້ວ່າການ ADB ປະຈຳລາວ ເປີດເຜີຍ ຢູ່ໃນກອງປະຊຸມ ໃນວັນທີ 4 ຕຸລາ 2023 ວ່າ ຈຳນວນໜີ້ສິນ ສາທາຣະນະ ແລະການຄ້ຳປະກັນຂອງຣັຖ ໃນທົ່ວປະເທດ ເຊຶ່ງບັນລຸ 112% ຂອງມູນຄ່າລວມຍອດຜລິດຕະພັນພາຍໃນ (GDP) ໃນປີ 2022 (ຄິດໄລ່ເປັນມູນຄ່າປະມານ 17.6 ຕື້ໂດລ້າຣ໌ສະຫະຣັຖ), ໄດ້ຊ້ຳຕື່ມ ປະເທດ ຫຼັງ ໄດ້ຮັບຜົລກະທົບ ຈາກສະພາບການແຜ່ຣະບາດ ຂອງໂຄວິດ-19 ແລະອັດຕຣາເງິນເຟີ້ ທົ່ວໂລກ ທີ່ເພີ່ມສູງຂຶ້ນ.
ການກະຕຸ້ນໃຫ້ນັກທ່ອງທ່ຽວ ເຂົ້າມາທ່ຽວລາວ ແລະ ຫຼຸດຜ່ອນການນໍາເຂົ້າສິນຄ້າ ເປັນທ່າແຮງ ຊ່ວຍກະຕຸ້ນເສຖກິຈ. ເຈົ້າໜ້າທີ່ ທະນາຄານພັທນາເອເຊັຽ ທ່ານດຽວກັນນີ້ ກ່າວຕື່ມວ່າ:
“ຢາກໃຫ້ມີການຜລິດ ເພື່ອຫຼຸດຜ່ອນການນໍາເຂົ້າແດ່ ເນາະ ຫຼື ຜລິດເພື່ອການສົ່ງອອກ ຂໍ້ຫຍຸ້ງຍາກ ກະຄື ຈຸດສຸມມັນບໍ່ມີ ແຮງງງານມັນ ກະແຈກກະຈາຍ ຄັນໂດຍສະເພາະເຣື່ອງການທ່ອງທ່ຽວນີ້ ມັນຍັງຊິມີທ່າແຮງໃຫ້ຢູ່ນີ້.”
ເງິນກີບລາວເຟີ້ຂຶ້ນ ສົ່ງຜົລກະທົບຕໍ່ການດໍາລົງຊີວິດ ຂອງປະຊາຊົນ ໃນຂະນະທີ່ນະໂຍບາຍຄວບຄຸມເງິນຕຣາ ຂອງຣັຖ ຍັງບໍ່ມີປະສິດທິພາບ.
ຊາວລາວ ທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ:
“ຄືວ່າ ເພິ່ນບໍ່ເຮັດຫຍັງໄດ໋ ຫຼືວ່າ ແນວໃດ ຄືວ່າ ຕາມຕລາດເອີ່ຍ ບໍ່ມີກົດໝາຍອີ່ຫຍັງຄວບຄຸມ ຫຼັງຈາກເປີດໂຄວິດມາແລ້ວ ກະມີແຕ່ ເພີ່ມຕລອດເລີຍ ອັດຕຣາແລກປ່ຽນ 300 ກະຍັງແພງແລ້ວ ບາທນີ້ ຮອດ 600 ປາຍ 660 ເບາະ ມື້ວານນີ້ ອັດຕຣາແລກປ່ຽນຫັ້ນ.”
ສິນຄ້າແພງ ຍ້ອນອັດຕຣາເງິນເຟີ້ຍັງສູງ. ຊາວລາວອີກທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ:
“ແມ່ນຫຍັງກະແພງໝົດໂວ້ຍ ດຽວນີ້ ເງິນຂຶ້ນສູງຫຼາຍ ກະບໍ່ຄືແຕ່ກີ້ແລ້ວ ປ່ຽນໄປທຸກສິ່ງ ທຸກຢ່າງແລ້ວ ເສຖກິຈ ມັນແບບນີ້ແດ່ 50 ພັນ ແສນນຶ່ງ ບໍ່ມີຫຍັງແລ້ວ ດຽວນີ້.”
ຫົວໜ່ວຍທຸຣະກິຈ ຂນາດນ້ອຍ ແລະ ຂນາດກາງ ກໍພາກັນປິດກິຈການໄປ ເປັນຈໍານວນຫຼາຍ. ຊາວລາວອີກທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ:
“ກະຍັງໜັກຢູ່ໄດ໋ ຫົວໜ່ວຍທຸຣະກິຈ ຂນາດນ້ອຍນີ້ ສ່ວນຫຼາຍກະປິດກິຈການໄປເປັນແຖວແລ້ວ ດຽວນີ້ນ່າ ເຮັດໃຫ້ຜູ້ປະກອບການ ມີບັນຫາແລ້ວ.”
ແນວໃດກໍຕາມ, ຣັຖບານລາວ ໄດ້ຕັ້ງຄາດໝາຍອັດຕຣາການເຕີບໂຕ ທາງເສຖກິຈ ໃນປີ 2023 ວ່າ ຈະຂຍາຍໂຕ 4.5% ຂຶ້ນໄປ ແລະ ໜ່ວຍງານຂອງຣັຖບານ ໃນທົ່ວປະເທດ ຈໍາເປັນທີ່ຈະຕ້ອງໄດ້ປ່ຽນວິທີການ ໃນການຈັດເກັບລາຍຮັບເຂົ້າງົບປະມານ ມາເປັນແບບລະບົບທັນສໄມ ເພື່ອປ້ອງກັນບໍ່ໃຫ້ງົບປະມານເກີດການຮົ່ວໄຫຼ ຈົນນໍາໄປສູ່ບັນຫາການຈັດເກັບລາຍຮັບ ເຂົ້າງົບປະມານ ບໍ່ໄດ້ຕາມຄາດໝາຍ ຄືໃນປັດຈຸບັນ.
ໃນຕົ້ນປີ 2023 ທີ່ຜ່ານມາ ຄະນະຜູ້ແທນກອງທຶນ ການເງິນລະຫວ່າງປະເທດ ຫຼື IMF ໄດ້ເດີນທາງມາປະເທດລາວ ເພື່ອປະເມີນເສຖກິຈ ມະຫາພາກຂອງປະເທດລາວ ຕາມພັນທະຂອງປະເທດ ສະມາຊິກກອງທຶນການເງິນ ລະຫວ່າງປະເທດ. ຄະນະຜູ້ແທນກອງທຶນການເງິນ ລະຫວ່າງປະເທດ ສເນີ ໃຫ້ຣັຖບານລາວ ຕ້ອງເນັ້ນໜັກທີ່ຈະແກ້ໄຂ ບັນຫາຕ່າງໆ ໃຫ້ເປັນຮູບປະທັມຫຼາຍຂຶ້ນ ທັງການພັທນາເສຖກິຈ, ການເງິນມະຫາພາກ, ນະໂຍບາຍເງິນຕຣາ, ອັດຕຣາເງິນເຟີ້ ແລະ ອັດຕຣາແລກປ່ຽນ ແລະ ຄວາມກັງວົນໃນເລື່ອງໜີ້ສິນ ຂອງປະເທດລາວ ທີ່ມີຈໍານວນຫຼາຍເກີນໄປ ຈົນບໍ່ສາມາດ ຊໍາລະໜີ້ສິນ ທັງເງິນຕົ້ນ ແລະ ດອກເບັ້ຽ ໄດ້ຕາມແຜນການ ເຊິ່ງເຮັດໃຫ້ປະເທດລາວ ຂາດຄວາມໜ້າເຊື່ອຖື ທີສົ່ງຜົລກະທົບຕໍ່ການລົງທຶນໃນປັດຈຸບັນ ແລະ ອະນາຄົດ.