ປະຊາຊົນ ຍັງປະເຊີນກັບ ສິນຄ້າແພງຂຶ້ນຕໍ່ເນື່ອງ

ສປປ ລາວ ຍັງສືບຕໍ່ ຂາດດຸນການຄ້າ 13 ລ້ານໂດລ້າຣ໌ ສະຫະຣັຖ ຂະນະທີ່ ຊາວລາວ ບໍ່ໝັ້ນໃຈວ່າ ຣັຖບານ ຈະຄວບຄຸມ ລາຄາສິນຄ້າໄດ້ ຍ້ອນສິນຄ້າສ່ວນໃຫຍ່ ນຳເຂົ້າ ຈາກຕ່າງປະເທດ, ສ່ວນການກວດກາສິນຄ້າ ບໍ່ສາມາດກຳນົດ ລາຄາສິນຄ້າໄດ້ ເພາະຕົ້ນທຶນ ການນຳເຂົ້າແພງ ຢູ່ແລ້ວ.

ກະຊວງ ອຸດສາຫະກັມ ແລະ ການຄ້າ, ວັນທີ 24 ກຸມພາ ປີ 2023.

ອີງ​ຕາມ​ຣາຍ​ງານ ຂອງ​ສູນ​ຂໍ້​ມູນ​ຂ່າວ​ສານ ທາງ​ດ້ານ​ການ​ຄ້າ ຂອງ​ ສ​ປ​ປ ​ລາວ ວ່າ ໃນ​ເດືອນ​ມົກ​ຣາ ປີ 2023 ລາວຍັງສືບ​ຕໍ່ ຂາດ​ດຸນ​ການ​ຄ້າ ປະ​ມານ 13 ລ້ານ​ໂດ​ລ້າ​ຣ໌ ສະ​ຫະ​ຣັ​ຖ, ມູນ​ຄ່າ​ການ​ສົ່ງ​ອອກ​ ປະ​ມານ 461 ລ້ານ​ໂດ​ລ້າ​ຣ໌ ສະ​ຫະ​ຣັ​ຖ, ແລະ​ມູນ​ຄ່າ​ນໍ​າ​ເຂົ້າ ປະມານ 474 ລ້ານ​ໂດ​ລ້າ​ຣ໌ ສະ​ຫະ​ຣັ​ຖ, ຊຶ່ງມູນຄ່າ ການນຳເຂົ້າ ຍັງ​ສູງ​ກວ່າ ການ​ສົ່ງ​ອອກ ຍ້ອນ​ ສປປ ລາວ ບໍ່​ສາ​ມາດ ຜ​ລິດ​ສິນ​ຄ້າ​ ບາງ​ປະ​ເພດໄດ້ ເຊິ່ງຈຳ​ເປັນ​ຕ້ອງ​ນຳ​ເຂົ້າ, ຂະ​ນະ​ທີ່ ທ່ານ​ບຸນ​ເຖິງ ດວງ​ສະ​ຫວັນ ຮອງ​ຣັ​ຖ​ມົນ​ຕ​ຣີ ກະ​ຊວງ​ອຸດ​ສາ​ຫະ​ກັມ ແລະ ການ​ຄ້າ ໄດ້​ແຈ້ງ​ການ ໃນ​ກອງ​ປະ​ຊຸມ ຄະ​ນະ​ຊີ້​ນຳວຽກ​ງານ ຄຸ້ມ​ຄອງລາ​ຄາ​ສິນ​ຄ້າ ແລະ​ ຄ່າ​ບໍ​ຣິ​ການ ໃນ​ວັນ​ທີ່ 7 ມີ​ນາ 2023 ທີ່​ຜ່ານ​ມາວ່າ ໃຫ້​ພາກ​ສ່ວນ ກ່ຽວ​ຂ້ອງ​ ​ເອົາ​ໃຈ​ໃສ່ ລົງ​ຕິດ​ຕາມກວດ​ກາ ຄົ້ນ​ຄວ້າລາ​ຄາ​ສິນ​ຄ້າ ​ໂຕ​ຈິງ ເພື່ອໃຫ້ສອດຄ່ອງ ກັບຕົ້ນທຶນຕົວຈິງ ໂດຍ​ສະ​ເພາະ ຊີ້ນ​ໝູ ແລະ ເຂົ້​າສານ ລວມ​ເຖິງ ​ລາ​ຄາ​ສິນ​ຄ້າ​ອື່ນໆ ທີ່​ຢູ່​ໃນ​ຣາຍ​ການ ທີ່​ຣັ​ຖ​ກຳ​ນົດ​ຄວບ​ຄຸມ ແລະ ຄ່າ​ບໍ​ຣິ​ການ​ອື່ນໆ ເພື່ອບໍ່​ໃຫ້​ຜູ້​ປະ​ກອບ​ການ​ ສວຍ​ໂອ​ກາດ ຂຶ້ນ​ລາ​ຄາ​ຕາມ​ໃຈ.

ດັ່ງ​ເຈົ້າ​ໜ້າ​ທີ່ ທີ່​ກ່ຽວ​ຂ້ອງ ໃນ​ນະ​ຄອນ​ຫລວງວຽງ​ຈັນ ທ່ານ​ນຶ່ງ ຜູ້​ຂໍ​ສງວນ​ຊື່ ແລະ ຕຳ​ແໜ່ງ ກ່າວ​ໃນ​ວັນ​ທີ່ 9 ມີ​ນາ ນີ້​ວ່າ:

ເວົ້າ​ເຣື່ອງ​ຄຸ້ມ​ຄອງ ​ລາ​ຄາສິນ​ຄ້າ​ນີ້ ເຂົາ​ມີ​ແຜນ​ຢູ່​ເດ້ ກໍ​ຍັງ​ໄດ້​ຄົ້ນ​ຄວ້າ​ເບິ່ງ​ໂຕ​ຈິງ ລົງ​ຕິດ​ຕາມກວດ​ກາ ການ​ເໜັງ​ຕີງ ຂອງ​ສິນ​ຄ້າ ຢູ່​ນີ້​ທ້ອງ​ຕ​ລອດ​ທຸກ​ຢ່າງ​ຫັ້ນ​ແຫລະ ເພາະ​ເຮົາ​ກໍ​ຕ້ອງ​ໄດ້​ຍອມ​ຮັບ​ບ່ອ​ນ​ວ່າ ເຄື່ອງສິນຄ້ານີ້ນະ ຄັນບໍ່ສຸມໃສ່ພາຍໃນ ໃຫ້ມັນພໍ ມັນ​ກະ​ຈະ​ເປັນ​ແນວ​ນີ້ໄປ ຢູ່​ຫັ້ນ​ແຫລະ.”

ທ່ານ​ກ່າວ​ຕື່ມ​ວ່າ ສຳ​ລັບ​ບັນ​ຫາ​ດັ່ງ​ກ່າວ​ນີ້ ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ ກໍ​ພະ​ຍາ​ຍາມ​ແກ້​ໄຂ​ກັນ​ຢູ່ ແຕ່​ກໍ​ຍັງ ເປັນ​ເຣື່ອງ​ທີ່ທ້າ​ທາຍ ແລະ ຫ​ຍຸ້ງ​ຍາກ ເນື່ອງ​ຈາກລາວ ກໍພົບບັນຫາເງິນເຟີ້ ແລະການສົ່ງເສີມ ການຜລິດສິນຄ້າ ໃນລາວ ຍັງມີ​ໜ້ອຍ, ຂະ​ນະ​ທີ່ ເຈົ້າ​ໜ້າ​ທີ່ ທີ່​ກ່ຽວ​ຂ້ອງ ໃນ​ແຂວງ​ຫລວງ​ພ​ຣະ​ບາງ ທ່ານ​ນຶ່ງ ທີ່​ຂໍ​ສງວນ​ຊື່ ແລະ ຕຳ​ແໜ່ງ ກໍ​ກ່າວ​ວ່າ ໃນ​ແຂວງ​ຫລວງ​ພ​ຣະ​ບາງ ທາງ​ການ ກໍ​ມີ​ມາ​ຕ​ການ​ຄວບ​ຄຸມ​ສິນ​ຄ້າຢູ່​ຕ​ລອດ ເຊິ່ງ​ອີງ​ໃສ່ ອັ​ຕ​ຣາ​ແລກ​ປ່ຽນ​ເງິນ​ຕ​ຣາ ຕ່າ​ງ​ປະ​ເທດ, ອີງ​ໃສ່​ລາ​ຄາ​ນ້ຳ​ມັນ​ເປັນ​ຫລັກ ເຊິ່ງ​ພາກ​ຣັ​ຖ​ ກໍ​ບໍ່​ໄດ້​ຄວບ​ຄຸມສິນ​ຄ້າ​ ໝົດ​ທຸກ​ຢ່າງ ຈະ​ຄວບ​ຄຸມ ໃນ 23 ຣາຍ​ການ ທີ່​ຣັ​ຖ​ບານ ກຳ​ນົດ​ມາ ເຊັ່ນ​ ນ້ຳ​ມັນ​ເຊື້ອ​ເພີງ, ຊີ້ນ​ໝູ, ຊີ້ນ​ໄກ່, ຊີ້ນ​ງົວ, ເຫລັກ​, ຊີ​ມັງ ໂດຍ​ຈະ​ໄລ່​​ລຽນ​ຕົ້ນ​ທຶນ ໃຫ້​ສອດ​ຄ່ອງ ກັບ​ລາ​ຄາ​ໂຕ​ຈິງ ແລ້ວ​ຈຶ່ງ​ກຳ​ນົດລາ​ຄາ​ຂາຍ ໃຫ້​ຜູ້​ປະ​ກອບ​ການ, ດັ່ງ​ທ່ານ ກ່າວ​ວ່າ:

ການ​ຄວບ​ຄຸມ​ລາ​ຄາ​ນີ້ ພວກເຮົາກໍອີງ​ໃສ່ ​ເຣື່ອງ​ອັ​ຕ​ຣາ​ແລກ​ປ່ຽນ​ແດ່ ອີງ​ໃສ່​ລາ​ຄາ​ນ້ຳ​ມັນ​ແດ່​ນ່າ ບໍ່​ໝາຍ​ຄວາມ​ວ່າ ພວກ​ເຮົາ ຈະ​ຄວບ​ຄຸ​ມ​ໝົດ​ທຸກ​ອັນ ສິນ​ຄ້າ​ທີ່​ຣັ​ຖ​ຄວບ​ຄຸມ​ຫັ້ນ ພວກ​ເຮົາ ຈະ​ມີ​ການ​ໄລ່​ລຽນ ເຣື່ອງ​ຕົ້ນ​ທຶນ ການ​ນຳ​ເຂົ້າ ຫລື ຕົ້ນ​ທຶນ ການ​ບໍ​ຣິ​ການ ພວກ​ເຮົາ ຈະ​ບວກ​ກຳ​ໄລ ເຂົ້າ​ໄປ ພວກ​ເຮົາ ຈະ​ໃຫ້​ຂາຍ ຢູ່​ໃນ​ລະ​ດັບ​ທີ່​ຣັ​ຖ​ກຳ​ນົດ.”

ທ່ານ​ກ່າວ​ຕື່ມ​ວ່າ ເຈົ້າ​ໜ້າ​ທີ່ ທີ່​ກ່ຽວ​ຂ້ອງ ກໍ​ມີ​ກາ​ນ​ລົງ​ກວດ​ຕ​ລອດ​ ເພື່ອບໍ່​ໃຫ້​ ບັນ​ຫາ​ຊາວ​ຄ້າ​ຂາຍ ສວຍ​ໂອ​ກາດ ​ຂຶ້ນ​ລາ​ຄາ ຕາມ​ລຳ​ພັງ​ໃຈ ຖ້າ​ພົບ ກໍ​ມີ​ການ​ປັບ​ໃໝ ຕາມ​ລະ​ບຽບ​ທັນ​ທີ. ບັນ​ຫາ​ດັ່ງ​ກ່າວ ຊາວ​ລາວ ຫລາຍ​ຄົນ ເຫັນ​ວ່າ ມາ​ຕ​ການ ທີ່​ພາກ​ຣັ​ຖ​ ຈະ​ຄວບ​ຄຸມ​ສິນ​ຄ້າ ກໍ​ບໍ່​ໄດ້​ແຕກ​ຕ່າງ ຈາກ​ທີ່​ຜ່ານ​ມາ ເພາະ​ເຫັນ​ອອກ​ມາ​ຕ​ການ ຈະ​ແກ້​ໄຂ​ມາ​ຕ​ລອດ ກໍ​ບໍ່​ເຫັນ​ວ່າ ຈ​ະ​ແກ້​ໄຂ​ໄດ້​ເທື່ອ ເຊິ່ງ​ລາ​ຄາ​ສິນ​ຄ້າ ກໍ​ແພງ​ຂຶ້ນ​ກວ່າ​ເກົ່າ ໂດຍ​ສະ​ເພາະ ສິນ​ຄ້າ ທີ່​ຈຳ​ເປັນ ຕ້ອງ​ໃຊ້​ໃນ​ຊີ​ວິດ ປະ​ຈຳ​ວັນ ເຊັ່ນ ເຂົ້າ​ສານ ປັດ​ຈຸ​ບັນ​ນີ້ ເປົ໋າ​ລະ 600,000 ກີບ ຈາກ​ແຕ່ກອນ 300,000 ກີບ ກໍ​ແພງ​ຂຶ້ນ​ເທົ່າ​ໂຕ ເຊິ່ງ​ກໍ​ຢາກ​ໃຫ້​ຣັ​ຖ​ຄວບ​ຄຸມ ໃຫ້​ໄດ້ ໂດຍ​ສະ​ເພາະ ເຂົ້າ​ສານ, ນ້ຳ​ມັນ ທີ່​ທຸກ​ເຮືອນ​ຕ້ອງ​ໃຊ້ ລວມ​ເຖິງ ສິນ​ຄ້າ​ອື່ນໆ ເຊັ່ນ ຊີ້ນ​ໝູ ເພາະ​ບາງ​ເທື່ອ ບັນ​ດາ​ແມ່​ຄ້າ​ພໍ່​ຄ້າ ບາງ​ຄົນ ກໍສວຍ​ໂອ​ກາດ​ ຂຶ້ນ​ລາ​ຄາແພງ​ກ​ວ່າ ພາກ​ຣັ​ຖ​ກຳ​ນົດ ກໍ​ຍັງ​ມີ.

ດັ່ງ​ຊາວ​ລາວ ໃນ​ນະ​ຄອນ​ຫລວງວຽງ​ຈັນ ກ່າວ​ວ່າ:

ແພງ​ຫລາຍ ເຂົ້າ​ສານ​ຕອນ​ນີ້ ແມ່ນ​ອັນ​ກະ​ສອບ​ນຶ່ງ ແມ່ນ 6 ແສນ ແຕ່​ກ່ອນ​ນີ້ 3 ແສນ ຢາກ​ໃຫ້​ຄຸມ​ສຸດຍອດ​ເລີຍ​ ເຂົ້າ​ນີ້ ສົມ​ມຸດ​ວ່າ ເງິນ​ເດືອນ​ລ້ານ​ປາຍ ມາ​ຊື້​ເຂົ້າ ເປົ໋າ​ນຶ່ງ ກະ​ເກືອບ​ໝົດ​ແລ້ວເດ້ ຊີ້ນ​ໝູ​ກະ​ແພງ ຕອນ​ນີ້ ໂລ​ນຶ່ງ 75 ພັນ, ບາງ​ຕ​ລາດ​ກໍ​ຂາຍ 80 ບາງ​ບ່ອນ​ ເຂົາ​ຕັ້ງ​ລາ​ຄາ​ເອງ​ນ່າ ຄວບ​ຄຸມບໍ່​ໄດ້ ໃຜ​ວ່າ​ໄດ້ ມັນ​ກໍ​ລົງ​ແຕ່​ດົນ​ແລ້ວ ເພາະ​ວ່າ ມັນ​ຂຶ້ນ​ມາ​ດົນ​ແລ້ວ​ເດ້.”

ຂະ​ນະ​ທີ່​ຊາວ​ລາວ ອີກ​ທ່ານ​ນຶ່ງ ກໍ​ກ່າວ​ວ່າ ສິນ​ຄ້າ​ທີ່​ຕ້ອງ​ຊື້ໃຊ້ ຊື້​ກິນ ໃນ​ຊີ​ວິດ​ ປະ​ຈຳ​ວັນ ບໍ່​ເຫັນ​ວ່າ ຈະ​ມີ​ແນວ​ໂນ້ມ​ຫລຸດ​ລົງ​ເທື່ອ ເຊັ່ນ ແຟັບ, ຢາ​ສະ​ຫົວ ​ແພງ​ຂຶ້ນ 2 ເທົ່າ ເຊິ່ງ​ສ່ວນ​ໃຫ​ຍ່ ສິນ​ຄ້າ​ນຳ​ເຂົ້າ ຈາກ​ຕ່າງ​ປ​ະ​ເທດ​ທັງ​ນັ້ນ ທີ່​ຂຶ້ນ​ລາ​ຄາ ບາງ​ເທື່ອ​ບັນ​ດາ​ຊາວ​ຄ້າ​ຂາຍ ກໍ​ມີ​ການ​ສວຍ​ໂອ​ກາດ​ຂຶ້ນ​ລາ​ຄາ ກໍ​ມີ ເຊິ່ງ​ກໍ​ຢາກ​ໃຫ້​ເຈົ້າ​ໜ້າ​ທີ່ ປະ​ຕິ​ບັດ​ໜ້າ​ທີ່ ຢ່າ​ງ​ຈິງ​ຈັງ ໃນ​ການ​ລົງ​ກວດ​ກາ:
ເຄື່ອງ​ໃຊ້​ປະ​ຈໍ​າ​ວັນ ຄື ​ແນວ​ແຟັບ​ຫັ້ນ​ບໍ່ ນ້ຳ​ສະ​ຜົມ​ນີ້​ນ່າ ຂຶ້ນ​ແພງ ດຽວ​ນີ້ ເປັນ​ຖົງ​ເນາະ 60 ປາຍ​ແລ້ວ ແຕ່ກ່ອນ​ຫັ້ນ​ ຊື້​ຫັ້ນ​ມີ​ແຕ່ 40 ປາຍ. ແຟັບ​ຫັ້ນ​ເຄີຍ​ຊື້ 20 ພັນ ດຽວນີ້​ຫັ້ນ​ຂຶ້ນ​ຢູ່ 45 ເປັນ​ຂອງ​ໄທ​ຍ​ຫັ້ນ​ແຫລະ ກໍ​ຢາກ​ໃຫ້​ເຈົ້າ​ໜ້າ​ທີ່​ເນາະ ລົງ​ກວດ​ກາ ແຕ່​ລະ​ຫ້າງ​ຮ້ານ ບາງ​ຫ້າງ​ຮ້ານ ເຂົາ​ສວຍ​ໂອ​ກາດ​ເດ້.”

ພ້ອມ​ດຽວ​ກັນ​ນີ້ ຊາວ​ລາວ ອີກ​ທ່ານ​ນຶ່ງ​​ກ່າວ​ວ່າ ປັດ​ຈຸ​ບັນ ລາ​ຄາ​ປາ​ນິນ ກໍ​ແພງ​ຂຶ້ນ​ເທົ່າ​ໂຕ ລາ​ຄາ 45,000-48,000 ກີບ ຕໍ່​ກິ​ໂລ, ແຕ່​ກ່ອນ​ລາ​ຄາ 25,000-30,000 ຕໍ່​ກິ​ໂລ, ເຊິ່ງ​ກໍ​ຄິດ​ວ່າ​ ເຂົາ​ຍັງ​ຊື້​ຫົວ​ອາ​ຫານ​ມາ​ແພງ ເພາະ​ສ່ວນ​ໃຫ​ຍ່ ຕ້ອງ​ນຳ​ເຂົ້າ ມາ​ຈາກ​ໄທ​ຍ ຂະ​ນະ​ທີ່ ນ້ຳ​ແຂງ​ເປົ໋ານຶ່ງ ກໍມີການຂຶ້ນລາຄາແລ້ວເຊັ່ນກັນ ຈາກ 12,000 ຕໍ່ເປົ໋າ ປັດ​ຈຸ​ບັນ 15,000 ​ຕໍ່​ເປົ໋າ.

“​ເຂົາ​ຂາຍ ຕາມ​ທ້ອງ​ຕ​ລາດ ມັນ​ຢູ່ 45 ຫາ 48 ຂຶ້ນ​ຢູ່​ເກືອບ​ວ່າ 50% ພຸ້ນ​ແຫລະ ຫົວ​ອາ​ຫານ​ເຂົາ​ເດ້ ຫົວ​ອາ​ຫານ​ນຳ​ເຂົ້າ​ເດ້ ແຕ່​ຂ​ນາດ​ນ້ຳ​ແຂງ ມັນ​ກໍ​ຍັງ​ໄດ້​ຂຶ້ນ ສອບ​ລະ 12 ພັນ ບັດ​ນີ້​ມາ​ຂຶ້ນ​ຢູ່ 15 ພັນ.”

ໃນ​ປີ 2022 ທີ່​ຜ່ານ​ມາ ໃນ​ໄລ​ຍະ​ເດືອນ​ເມ​ສາ ຫາ​ເດືອນ​ທັນ​ວາ ປະ​ເທດລາວ ກໍ​ຂາດ​ດຸນ​ການ​ຄ້າ​ປະ​ມານ 23 ລ້ານ​ໂດ​ລ້າ​ຣ໌ ສະ​ຫະ​ຣັ​ຖ ເຊິ່ງ​ມີ​ການ​ນຳ​ເຂົ້າ​ສິນ​ຄ້າ ປະ​ມານ 556 ລ້ານ​ໂດ​ລ້າ​ຣ໌ ສະ​ຫະ​ຣັ​ຖ ຫລາຍ​ກວ່າ ການ​ສົ່ງ​ອອກ​ສິນ​ຄ້າ ປະ​ມານ 532 ລ້ານ​ໂດ​ລ້າ​ຣ໌ ສ​ະ​ຫະ​ຣັ​ຖ. ເຊິ່ງ​ຖ້າ​ຫາກ ລ​ວມ​ການ​ຂາດ​ດຸນ​ການ​ຄ້າ ຕັ້ງ​ແຕ່​ ເດືອນ​ເມ​ສາ ຮອດ​ເດືອນ​ທັນ​ວາ ປີ 2022 ແລະ ລວມ​ເດືອນ​ມົກ​ຣາ ປີ 2023 ປະ​ເທດ​ລາວ ຂາດ​ດຸນ​ການ​ຄ້າ​ທຸກ​ເດືອນ.

ເຖິງ​ຢ່າງ​ໃດ ກໍ​ຕາມ, ມູນ​ຄ່າ​ລວມ​ທັງ​ໝົດ ປີ 2022 ລາວ​ຂາດ​ດຸນ​ການ​ຄ້າ ປະ​ມານ 926 ລ້ານ​ໂດ​ລ້າ​ຣ໌ ສ​ະ​ຫະ​ຣັ​ຖ ເຊິ່ງ​ມີ​ການ​ນຳ​ເຂົ້າ​ສິນ​ຄ້າ ປະ​ມານ 6,787 ລ້ານ​ໂດ​ລ້າ​ຣ໌ ຫລາຍ​ກວ່າ ການ​ສົ່ງ​ອອກ​ສິນ​ຄ້າ ປະ​ມານ 5,861 ລ້ານ​ໂດ​ລ້າ​ຣ໌ ສະ​ຫະ​ຣັ​ຖ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org