ຣາຄາກາເຟຂຶ້ນລົງ ຊາວສວນ ກັງວົນ
2018.07.11

ຣາຄາກາເຟລາວ ເມືອງປາກຊ່ອງ ແຂວງຈໍາປາສັກ ບໍ່ທຸ່ນທ່ຽງ ໃນຣະຍະ 2 ປີມານີ້ ຍ້ອນຊາວສວນ ຖືກພໍ່ຄ້າຄົນກາງ ແລະ ບໍຣິສັດ ທີ່ ຮັບຊື້ກາເຟ ທີ່ມີ 10 ກວ່າບໍຣິສັດກົດຣາຄາ ເຮັດໃຫ້ການປູກກາເຟຂາດທຶນ. ດ່ັງເຈົ້າໜ້າທີ່ ເມືອງປາກຊ່ອງ ແຂວງຈໍາປາສັກ ທ່ານນຶ່ງ ກ່າວວ່າ:
“ປະຊາຊົນເຮົາດຽວນີ້ນັ້ນ ມັນເຂົາສເນີ ຢາກໃຫ້ຍົກຣາຄາ ເພາະວ່າຖືວ່າ ຍັງຢາກຂາດທຶນຢູ່ ເຣື້ອງແຮງງານ ຝຸ່ນ ປຸ່ຍ ຫຍັງນະ ປົກປັກ ຮັກສາ ສວນນະ ເຂົາຢາກໃຫ້ຍົກຣາຄາຢູ່ສໍ່າ 4 ພັນ ນີ້ກໍໄດ້ແລ້ວ ເພາະວ່າຜ່ານມາ ແຕ່ລະບໍຣິສັດ ເພິ່ນກໍຊື້, ຕົກກໍປະມານ 3 ພັນ 2 ພັນປາຍ ສໍ່ານັ້ນແຫລະ ແລະອັນຜູ້ປະກອບການ ບໍ່ແມ່ນບໍຣິສັດ ກໍຫລຸດຊໍ້າ ເພາະວ່າ ພວກນີ້ມັນຊື້ ໃຫ້ບໍຣິສັດ.”
ທ່ານອະທິບາຍວ່າ ໃນຣະຍະ 2 ປີຜ່ານມາຣາຄາກາເຟ ຢູ່ເມືອງປາກຊ່ອງ ບໍ່ທຸ່ນທ່ຽງຣາຄາກາເຟຕໍ່າລົງ ເລື່ອຍມາຕົວຢ່າງ ກາເຟໝາກແດງ (gatineu) ຜ່ານມາທາງບໍຣິສັດ ຮັບຊື້ໃນຣາຄາ 3,500 ກິບ ຕໍ່ກິໂລ, ປັຈຈຸບັນພຽງແຕ່ 2 ພັນປາຍຫາ 3 ພັນກີບຕໍ່ກິໂລເທົ່ານັ້ນ, ສ່ວນ ກາເຟໝາກຂາວ ຫຼື (Arabica) ປັຈຈຸບັນ ບໍຣິສັດຮັບຊື້ ໃນຣາຄາຕໍ່າສຸດຄື ກິໂລລະ 13-14 ພັນກິບ ເທົ່ານັ້ນ ທີ່ຜ່ານມາ ກິໂລລະ 15-17 ພັນກິບ.
ທ່ານວ່າ ສາເຫດຫລັກທີ່ເຮັດໃຫ້ ຣາຄາກາເຟບໍ່ຄົງທີ່ ເຊັ່ນນີ້ກໍ່ຍ້ອນວ່າ ກຸ່ມບໍຣິສັດທີ່ຮັບຊື້ ຈະເປັນຜູ້ຕີຣາຄາ ຕາມຣາຄາກາເຟຕລາດໂລກ ທີ່ບໍ່ທຸ່ນທ່ຽງ ແລະອີກ ສາເຫດນຶ່ງກໍຍ້ອນ ນາຍໜ້າຫຼືພໍ່ຄ້າຄົນກາງ ທີ່ມັກເຂົ້າມາຮັບຊື້ກາເຟນໍາ ຊາວສວນກາເຟ ໂດຍກົງເພື່ອເອົາໄປຂາຍ ຕໍ່ໃຫ້ບໍຣິສັດອື່ນ. ໃນກໍຣະນີນີ້ຊາວສວນກາເຟ ຈະບໍ່ສາມາດຕໍ່ຮອງຣາຄາ ເນື່ອງຈາກເຂົາເຈົ້າ ບໍ່ໄດ້ເຊັນສັນຍາ ຂໍ້ຜູກມັດກັບທາງບໍຣິສັດ ຈຶ່ງບໍ່ມີທາງເລືອກ.
ຢ່າງໃດກໍຕາມ ເຈົ້າໜ້າທີ່ທ່ານນີ້ເວົ້າວ່າ ປັຈຈຸບັນຊາວສວນກາເຟ ຢູ່ເມືອງປາກຊ່ອງ ກໍບໍ່ພໍໃຈກັບ ຣາຄາທີ່ທາງບໍຣິສັດ ຫຼືພໍ່ຄ້າຄົນກາງ ຮັບຊື້ນັ້ນ ເຂົາເຈົ້າຢາກໃຫ້ ມີການຂຶ້ນຣາຄາ ກາເຟໝາກແດງ (gatineu) ເປັນ 4 ພັນກິບຕໍ່ກິໂລ ແລະຣາຄາກາເຟ (Arabica) ຂື້ນເປັນ 18-20 ກິບຕໍ່ກິໂລ,
ເນື່ອງຈາກ 2 ປີມານີ້ຢູ່ເມືອງປາກຊ່ອງ ມີນໍ້າຫມອກ ແລະຝົນຫຼາຍ ຜົນຜລິດຈຶ່ງຫລຸດນ້ອຍລົງ ບາງສ່ວນກໍບໍ່ໄດ້ຄຸນນະພາບ. ຫາກເມື່ອ ສະພາບອາກາດປ່ຽນແປງ ການເຂົ້າໄປເກັບກ່ຽວຜົນຜລິດກໍເປັນໄປໄດ້ຍາກ ຝົນຫຼາຍໝອກຫຼາຍ ເຮັດໃຫ້ຜົນຜລິດເສັຍຫາຍຕ້ອງໃຊ້ເວລາ ນັບເປັນ 10 ປີ ຈຶ່ງຟື້ນຟູໄດ້ຄືເກົ່າ:
“ປະຊາຊົນເຮົາຢາກໃຫ້ຍົກຣາຄາ ຄັນວ່າຂຶ້ນໃຫ້ຊາວສວນເຮົາແຮງດີ ຂຶ້ນຮອດ 5 ພັນ ເພາະວ່າປັຈຈຸບັນນີ້ ຕາມເບິ່ງບາງຊ່ວງ ນໍ້າໝອກລົງ ລົງຈົນວ່າຕາຍ ຕັ້ງເທົ່າໃດ ພຸ້ນນະ ສວນມັນກາເຟຂາດຕລາດ ມັນຫາກໂດນ 10 ປີ ຫັ້ນ ມັນນໍ້າໝອກລົງແຮງ ລົງຈົນວ່າຕາຍ ປີທີ່ ກາເຟ ຫມອກລົງໃສ່ ກາເຟກໍ ເສັຍຫາຍ ພໍສົມຄວນໃດ.”
ກ່ຽວກັບເຣື້ອງນີ້ ເຈົ້າໜ້າທີ່ບອກວ່າ ຍັງບໍ່ມີວິທີໃດ ຈະຊ່ວຍຊາວສວນກາເຟໄດ້ ເນື່ອງຈາກ ເຣື້ອງຣາຄາກາເຟ ບໍຣິສັດ ທີ່ຮັບຊື້ ກໍມີສັນຍາ ແລະເຮັດໄປ ຕາມເງື່ອນໄຂ ໂດຍອິງໃສ່ຣາຄາກາເຟ ຕລາດໂລກ. ເຈົ້າໜ້າທີ່ ຈະຊາວຊາວສວນໄດ້ ກໍຕໍ່ເມື່ອ ບໍຣິສັດ ໃຫ້ຊາວສວນປູກ ແຕ່ຢຸດຮັບ ຫຼືບໍ່ຮັບຊື້ ຢ່າງຕໍ່ເນື່ອງຕາມທີ່ເວົ້າໄວ້ ທີ່ວ່າຈະຮັບຊື້ ທຸກປີເປັນເວລາ 10 ປີ ຕາມສັນຍາ ທີ່ທາງບໍຣິສັດ ຂໍສັມປະທານນັ້ນ.