ບໍລິຄໍາໄຊເພີ້ມທີ່ດິນ ໃຫ້ຈີນ ປູກກ້ວຍ
2019.05.14
ຫຼາຍເມືອງ ຢູ່ເຂດນະຄອນຫຼວງ ວຽງຈັນ ແລະ ໃນຫຼາຍແຂວງ ຍັງອະນຸມັດ ໃຫ້ນັກລົງທຶນ ສືບຕໍ່ປູກກ້ວຍ ແລະປູກເພີ່ມຢູ່ ເຖິງແມ່ນວ່າ ຣັຖບານ ຈະມີຄໍາສັ່ງ ຫ້າມປູກກ້ວຍ ເພີ່ມແລ້ວກໍຕາມ. ໃນນັ້ນ ແຂວງບໍລິຄໍາໄຊ ກໍຫາອະນຸມັດໃຫ້ບໍຣິສັດ VS ຂອງຈີນ ເຂົ້າມາສັມປະທານ ປູກ ໃນເນື້ອທີ່ເກືອບ 500 ເຮັກຕາ ຢູ່ບ້ານຫາດຍີ້ນ ແລະບ້ານທ່າເຮືອ ເມືອງບໍຣິຄັນ ທັງໆທີ່ປະຊາຊົນໃນເຂດນັ້ນ ມີຄວາມກັງວົນນໍາເຣື່ອງ ການນໍາໃຊ້ສານເຄມີ ຫຼາຍຄືກັນ ກັບທີ່ໄດ້ໃຊ້ຢູ່ແຂວງ ອື່ນໆ, ຕາມຄໍາເວົ້າ ຂອງປະຊາຊົນ ເຂດດັ່ງກ່າວ ທ່ານນຶ່ງຕໍ່ວິທຍຸເອເຊັຽເສຣີ ໃນມື້ ວັນທີ 14 ພຶສານີ້:
“ບໍຣິສັດຈີນ ມາລົງທຶນ ສັມປະທານດິນປູກກ້ວຍ ຢູ່ເຂດເຮົານີ້ 400-500 ເຮັກຕາ ພຸ້ນໃດ໊ ຫາກໍເຂົ້າມາປີນີ້ ປະມານ 2 ເດືອນ ແບບວ່າ ທາງພາກຣັຖນີ້ ເພິ່ນກໍອະນຸຍາດ ຂ້ອຍກໍບໍ່ເຂົ້າໃຈນະ ທາງພັກຣັຖ ເພິ່ນເປັນຫຍັງ ເພິ່ນຈຶ່ງອະນຸຍາດໃຫ້ເຂົາມາ ເຂົ້າມາເຮັດໄດ້ ແລະເຮົາ ກໍໄດ້ໄປ ເລາະເບິ່ງ ເຫັນເຂົາປູກແລ້ວ.”
ທາງບໍຣິສັດ ໄດ້ຂໍເຊົ່າດິນຂອງຣັຖ ແລະຂອງປະຊາຊົນ ຮວມທັງໝົດ ເກືອບ 500 ເຮັກຕາ ເປັນເວລາ 6 ປີ ໂດຍໃຫ້ຄ່າເຊົ່າດິນເຮັກຕາ 1 ນຶ່ງລ້ານກີບ ຕໍ່ປີ ແຕ່ເບື້ອງຕົ້ນ ຊາວບ້ານ ກໍບໍ່ຢາກໃຫ້ເຊົ່າ. ແຕ່ເມື່ອທາງການແຂວງ ອະນຸມັດໃຫ້ແລ້ວ ຈຶ່ງມີຫຼາຍຄອບຄົວ ໃຫ້ເຊົ່າດິນ ຂອງຕົນ.
ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ ຜແນກອຸດສາຫະກັມແລະການຄ້າ ແຂວງບໍລິຄໍາໄຊທ່ານນຶ່ງ ໃຫ້ເຫດຜົລຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນວ່າ ທາງແຂວງອະນຸມັດໃຫ້ ຍ້ອນບໍຣິສັດ ຍອມປະຕິບັດ ຕາມເງື່ອນໄຂ ແລະສັນຍາວ່າຈະໃຫ້ພາກສ່ວນກ່ຽວຂ້ອງ ກວດກາຕິດຕາມການປູກກ້ວຍ ຕລອດການເຊົ່າດິນປູກກ້ວຍນັ້ນ:
“ກໍສິມີໜ່ວຍງານຂອງທາງຣັຖເຮົາ ເບິ່ງນໍາເຣື່ອງການໃຊ້ສານເຄມີຕ່າງໆ ຫລືວ່າ ການເຮັດແນວໃດຕັ້ງແຕ່ເລີ່ມ ບຸກເບີກຈົນຮອດເກັບກ່ຽວ ກໍຈະມີພາກສ່ວນທີ່ກ່ຽວຂ້ອງ ຕິດຕາມນໍາ ບໍຣິສັດ VS ທາງບໍຣິສັດນີ້ກໍຕົກລົງ ເຮົາກໍຈຶ່ງເຫັນດີອະນຸຍາດ.”
ການນໍາໃຊ້ສານເຄມີ ໃນສວນກ້ວຍຈີນຫຼາຍ ໃນລະຍະຜ່ານມາ ສົ່ງຜົລຮ້າຍແຮງ ຕໍ່ສິ່ງແວດລ້ອມ, ແຫລ່ງນໍ້າ, ດິນ, ສັດລ້ຽງ ແລະສຸຂພາບ ຂອງປະຊາຊົນ ເປັນຕົ້ນ ຄົນງານສວນກ້ວຍ. ຕົວຢ່າງ ຢູ່ເມືອງສິງ ແຂວງຫລວງນໍ້າທາ ຊຶ່ງເຈົ້າໜ້າທີ່ ຫ້ອງການ ສາທາຣະນະສຸຂແຂວງ ເຄີຍເວົ້າວ່າ ແຕ່ລະປີ ມີຄົນປ່ວຍຍ້ອນສານເຄມີ ໃນສວນກ້ວຍຈີນ ມາປິ່ນປົວຢູ່ໂຮງໝໍ 100 ຄົນ ເປັນຢ່າງໜ້ອຍ ໃນຂນະທີ່ ແຂວງບໍ່ແກ້ວ, ນະຄອນຫລວງວຽງຈັນ, ໄຊຍະບູລີ ແລະອີກຫຼາຍແຂວງ ຂອງລາວ ຄົນງານສວນກ້ວຍ ກໍປະສົບບັນຫາດຽວກັນນີ້.
ໃນມື້ວັນທີ 14 ພຶສພານີ້ ທ່ານ ບຸນຂວງ ຄໍາບຸນເຮືອງ ຮອງຣັຖມົນຕຣີກະຊວງກະສິກັມ ແລະປ່າໄມ້ ກໍໄດ້ໃຫ້ສັມພາດ ວິທຍຸເອເຊັຽເສຣີ ວ່າ ດຽວນີ້ ຣັຖບານ ຍັງສັ່ງຫ້າມເດັດຂາດ ບໍ່ໃຫ້ທຸກແຂວງ ສືບຕໍ່ປູກກ້ວຍ ແລະຂຍາຍການປູກກ້ວຍຕື່ມ ຮວມເຖິງຫ້າມເດັດຂາດ ບໍ່ໃຫ້ ພາກ ສ່ວນກ່ຽວຂ້ອງ ອະນຸມັດ ໃຫ້ນັກລົງທຶນຕ່າງປະເທດ ຫລືນັກລົງທຶນລາວ ສັມປະທານທີ່ດິນປູກກ້ວຍ.
ແຕ່ເຖິງຢ່າງໃດ ຫຼາຍແຂວງ ກໍຍັງ ບໍ່ປະຕິບັດ ຕາມຄໍາສັ່ງນັ້ນຢູ່ ຮວມທັງ ຢູ່ບ້ານ ປາກກວາງ ເມືອງປາກງື່ມ ນະຄອນຫລວງວຽງຈັນ ທີ່ມີນັກລົງທຶນຈີນ ກໍາລັງບຸກເບີກພື້ນທີ່ ປູກກ້ວຍ ເກືອບ 200 ເຮັກຕາຢູ່; ເມືອງ ນາຊາຍທອງ ນະຄອນຫລວງວຽງຈັນ ນັກລົງທຶນຈີນ ກໍຈະລົງທຶນປູກກ້ວຍຊຸດໃໝ່ອີກ ໃນເນື້ອທີ່ 300 ເຮັກຕາ. ແລະຢູ່ເມືອງຫິນເຫີບ ແຂວງວຽງຈັນ ນັກລົງທຶນຈີນ ກໍກໍາລັງບຸກເບີກເນື້ອທີ່ ປູກກ້ວຍປະມານ 100 ເຮັກຕາ.