ສະໜາມໄຊບຸກເບີກ ພື້ນທີ່ ປູກຝັງ

ທາງການຂອງ ເມືອງສະໜາມໄຊ ເລີ້ມບຸກເບີກ ພື້ນທີ່ ເພື່ອໃຫ້ປະຊາຊົນ, ຜູ້ໄດ້ຮັບ ຜົລກະທົບ ຈາກ ເຂື່ອນແຕກ ໄດ້ເລີ້ມປູກຝັງ ກ່ອນຣະດູຝົນ ປີນີ້.

ພື້ນທີ່ໜ້າດິນ ຢູ່ ເມືອງສະໜາມໄຊ ໃນປັຈຈຸບັນ ທີ່ ທາງການລາວ ຕ້ອງໄດ້ປົວແປງ ໃຫ້ຄືນສູ່ສະພາບເດີມ ຮູບພາບຈາກ: ນັກຂ່າວພົລເມືອງ

ທາງການລາວເລີ້ມເລັ່ງບຸກເບີກພື້ນທີ່ປູກຝັງ ຢູ່ເມືອງສະໜາມໄຊ ແຂວງອັດຕະປື ຈຳນວນ 2,140 ເຮັກຕາ, ເພື່ອຈັດສັນ ໃຫ້ປະຊາຊົນ ຜູ້ທີ່ໄດ້ຮັບຜົລກະທົບຈາກ ເຂື່ອນເຊປ່ຽນ-ເຊນ້ຳນ້ອຍ ແຕກ, ເມື່ອປີກາຍທັງຫມົດ 6 ບ້ານ, ໃຫ້ໄດ້ທໍາການຜລິດກ່ອນຮອດຣະດູຝົນ ປີນີ້. ດັ່ງ ທ່ານເລັດ ໄຊຍະພອນ ເຈົ້າແຂວງໆອັດຕະປື ກ່າວຕໍ່ເອເຊັຽເສຣີ ໃນມື້ວັນທີ 11 ກຸມພາ ນີ້ວວ່າ:

“ກຳລັງບຸກເບີກຫມົດທຸກຄອບຄົວຕົວນີ້, ຍັງຕອບກັນບໍ່ທັນໄດ້ເພາະວ່າ, ເບິ່ງພຶ້ື້ນທີ່ວ່າມັນສິຈັດສັນໄດ້ທໍ່ໃດ, ເພາະວ່າພື້ນທີ່ເຮົາມັນກໍຈຳກັດ ແຕ່ວ່າກໍພໍໃຫ້ແຕ່ລະ ຄອບຄົວ ກໍເປັນພື້ນທີ່ທີ່ກວ້າງ ພໍຈັດສັນອາຊີບໄດ້ກຸ້ມຄອບຄົວ, ເຮັດໃຫ້ປະຊາຊົນມີຣາຍຮັບ.”

ທ່ານກ່າວຕື່ມວ່າ ໃນປັດຈຸບັນ, ທາງການສາມາດບຸກເບີກເນື້ອທີ່ໄດ້ແລ້ວ 424 ເຮັກຕາ, ສ່ວນການຈັດສັນວ່າຈະໃຫ້ຄອບຄົວນຶ່ງ ຈັກເຮັກຕາ ນັ້ນຍັງບໍ່ໄດ້ຣະບຸເທື່ອ ຂຶ້ນຢູ່ກັບການບຸກເບີກເນື້ອວ່າ ຈະໄດ້ນ້ອຍຫລາຍປານໃດ, ແຕ່ເນື້ອທີ່ໆຈະບຸກເບີ້ກນັ້ນ ຍັງບໍ່ມີລະບົບຊົລປະທານເທື່ອ, ປະຊາຊົນສາມາດປູກຝັງໄດ້ ສະເພາະແຕ່ ໃນຣະດູຝົນເທົ່ານັ້ນ:

“ສິໃຫ້ທັນຣະດູຝົນ ຣະດູການຜລິດ ເພາະວ່າເຂດບຸກເບີກຍັງບໍ່ມີຊົລປະທານ, ຄືສິບໍ່ມີຄວາມຫຍຸ້ງຍາກດອກ ເພາະວ່າຊົລປະທານມັນເພຫມົດ ມັນໃຊ້ບໍ່ໄດ້ຫມົດ ຄັນວ່າຊົລປະທານ, ມັນກໍມີບໍ່ບັນຫາສິໄດ້ຜລິດຢູ່ ໃນຣະດູແລ້ງນີ້, ດຽວນີ້ກຳລັງຊອກຫາທຶນຮອນ ມາສ້າງຊົລປະທານຢູ່.”

ທ່ານ ສອນໄຊ ສີພັນດອນ ຮອງນາຍົກຣັຖມົນຕຣີ, ແລະ ເປັນປະທານຄນະກັມມະການ ສະເພາະກິດ ພັຍພິບັດແຫ່ງຊາດ, ໄດ້ລົງພື້ນທີ່ ເມືອງສະໜາມໄຊ ໃນວັນທີ 7 ກຸມພາ ຜ່ານມາ, ເພື່ອຊຸກຍູ້ວຽກງານ ການບຸກເບີກເນື້ອທີ່ປູກຝັງ ແລະ ແຈກຢາຍແນວພັນເຂົ້າ ໃຫ້ແກ່ ປະຊາຊນ ຜູ້ໄດ້ຜົລກະທົບຈຳນວນ 6 ບ້ານ ໃຫ້ໄດ້ປູກຝັງ ກ່ອນຈະຮອດຣະດູຝົນ.

ເຖິງຢ່າງໃດກໍຕາມ, ຖ້າທາງການຍັງບໍ່ສາມາດບຸກເບີກເນື້ອທີ່ ໃຫ້ແກ່ປະຊາຊົນໄດ້ສຳເຣັດໃນປີນີ້, ປະຊາຊົນຍັງບໍ່ສາມາດເຮັດການຜລິດໄດ້ ທາງການຕ້ອງໄດ້ ແຈກຢາຍເຂົ້າສານ ອາຫານໃຫ້ແກ່ປະຊາຊົນຕື່ມອີກ 1 ປີ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org