ລາວສເນີຂໍກູ້ເງິນຈາກຈີນ

ຣັຖບານ ລາວ ສເນີ ຂໍຢືມ ເງິນ ຈາກ ຈີນ ອີກ ເພື່ອ ໂຄງການ ກໍ່ສ້າງ ຖະໜົນ ຫລວງ ເລກ 13 ເໜືອ.

ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກ ຣັຖມົນຕຼີ, ປະທານ ຄນະ ກັມມາທິການ ຮ່ວມມື ລາວ-ຈີນ, ຜູ້ສົ່ງໃບສເນີ ຂໍເງິນກູ້ ເຖີງ ທ່ານ ກວນ ຮວາ ບິງ ທູດ ຈີນ ປະຈໍາລາວ. Screenshot from Vietnam news video

ແຫລ່ງຂ່າວ ຈາກ ຄນະ ກັມມາທິການ ຮ່ວມມື ລາວ-ຈີນ ເວົ້າວ່າ, ຣັຖບານ ລາວ ສະເໜີ ຂໍຢືມ ເງິນ ຈາກ ຈີນ ເກືອບ ຮອດ 100 ລ້ານ ໂດລາ ສະຫະຣັຖ ເພື່ອ ປັບປຸງ ກໍ່ສ້າງ ເສັ້ນທາງ ຫລວງ ເລກທີ 13 ເໜືອ, ແຕ່ ປາກມອງ ແຂວງ ຫລວງ ພຣະບາງ ຫາ ເມືອງ ໄຊ ແຂວງ ອຸດົມໄຊ ທີ່ ມີ ຄວາມຍາວ ປະມານ 90 ກິໂລແມັດ. ອີງໃສ່ ໃບ ສະເໜີ ທີ່ ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງ ນາຍົກ ຣັຖມົນຕຼີ, ປະທານ ຄນະ ກັມມາທິການ ຮ່ວມມື ລາວ-ຈີນ ເຖີງ ທ່ານ ກວນ ຮວາ ບິງ ທູດ ຈີນ ປະຈໍາ ລາວ.

ການຂໍ ກູ້ຢືມ ເງິນ ຈາກ ຈີນ ຄັ້ງນີ້ ຣັຖບານ ລາວ ເວົ້າວ່າ, ຈະ ເຮັດໃຫ້ ເສັ້ນທາງ ດັ່ງກ່າວ ມີ ຄວາມໝາຍ ສໍາຄັນ ຕໍ່ ຍຸທສາດ ການ ພັທນາ ເສຖກິດ ສັງຄົມ ແຕ່ນີ້ ເຖີງ ປີ 2020, ຕໍ່ ການ ຄົມມະນາຄົມ ຂົນສົ່ງ ແລະ ຈະ ເຮັດໃຫ້ ລາວ ເຊື່ອມຕໍ່ ກັບ ປະເທດ ຕ່າງໆ ໃນ ພາກພື້ນ.

ເພື່ອ ຄວາມ ກະຈ່າງແຈ້ງ ເອເຊັຽ ເສຣີ ກໍໄດ້ ໂທຣະສັບ ໄປຍັງ ທ່ານ ວັນທອງ ບຸດຕະນະວົງ ຜູ້ ຮັບຜິດຊອບ ໂຄງການ ປັບປຸງ ກໍ່ສ້າງ ເສັ້ນທາງ ດັ່ງກ່າວ, ແຕ່ ທ່ານ ກໍ ປະຕິເສດ ທີ່ ຈະ ຕອບ ຄໍາຖາມ.

ໂຄງການ ກູ້ຢືມ ເງິນ ຈີນ ນັ້ນ ແມ່ນ ນອນຢູ່ ໃນ ແຜນ ບູຣິມະສິດ ຂອງ ຣັຖບານ ລາວ ຕາມບົດ ບັນທຶກ ຄວາມ ຊ່ວຍຈໍາ ຣະຫວ່າງ ກະຊວງ ໂຍທາ ທິການ ແລະ ຂົນສົ່ງ ຂອງ ລາວ ແລະ ກຸ່ມ ບໍຣິສັດ ກໍ່ສ້າງ ຢູນນານ Yunnan Construction Groups ທີ່ ໄດ້ ລົງນາມ ກັນ ເມື່ ອວັນທີ 26 ເມສາ 2010.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org