ກົດໝາຍສໍາປະທານ ທີ່ດິນ ສະບັບ ປັບປຸງ

ຈໍາປາທອງ
2017.04.19
f-boten ເຂດທີ່ໃກ້ກັບສະຖານີໃຫຍ່ ຣົດໄຟ ລາວ-ຈີນ ທີ່ຈີນກໍາລັງມີການກໍ່ສ້າງ
RFA/AS/PP

ກົດໝາຍວ່າດ້ວຍການສົ່ງເສີມ ການລົງທຶນສະບັບປັບປຸງ ອະນຸຍາດໃຫ້ສໍາປະທານ ທີ່ດິນ ຫລຸດລົງຈາກ 99 ປີ ມາເປັນ 50 ປີ ຍ້ອນ ທາງການ ສປປລາວ ເຫັນວ່າການໃຫ້ ສໍາປະທານເຖິງ 99 ປີນັ້ນ ເປັນເວລາຍາວເກີນໄປ.

ຂ່າວເສຖກິດ ຣາຍງານໃນມື້ວັນທີ 19 ເມສາ ນີ້ວ່າ ທ່ານ ບຸນຍັງ ວໍລິຈິດ ປະທານປະເທດ ສປປລາວ ອອກຄໍາສັ່ງບັງຄັບໃຊ້ ກົດໝາຍ ສົ່ງເສີມ ການລົງທຶນ ສະບັບໃໝ່ທີ່ ປັບເວລາ ໃຫ້ສໍາປະທານ ໂຄງການໃໝ່ ຈາກ 99 ປີ ມາເປັນ 50 ປີ.

ເຈົ້າໜ້າທີ່ກະຊວງແຜນການ ແລະການລົງທຶນ ເວົ້າວ່າ ການປັບເວລາສໍາປະທານລົງນັ້ນ ແມ່ນເຫັນວ່າ 99 ປີ ເປັນເວລານານເກີນໄປ ແລະເຮັດໃຫ້ລາວເສັຍປຽບ ແລະວ່າ ກໍານົດເວລາໃໝ່ ຂອງການໃຫ້ສໍາປະທານນີ້ ຫລາຍປະເທດ ໃນພູມີພາກ ກໍໃຊ້ກັນ ແລະເຊື່ອວ່າ ການປັບຫລຸດລະຍະເວລາ ສໍາປະທານນີ້ ຈະບໍ່ສົ່ງຜົນເສັຍ ຕໍ່ການສົ່ງເສີມ ການລົງທຶນຂອງປະເທດ.

ກົດໝາຍສະບັບປັບປຸງໃໝ່ນີ້ຣະບຸວ່າ ລະຍະເວລາການລົງທຶນ ໃນໂຄງການສໍາປະທານ ສາມາດຂຍາຍອອກໄປໄດ້ ຫາກໄດ້ຮັບຄວາມ ເຫັນດີ ຈາກຣັຖບານ ຫລື ສະພາ ແຫ່ງຊາດ.

ກຳນົດເວລາສຳປະທານທີ່ດິນຢູ່ ສປປລາວ ກຳນົດໄວ້ຢູ່ໃນກົດໝາຍວ່າດ້ວຍ ການສົ່ງເສີມການລົງທຶນ ມາດຕຣາ 42 ທີ່ວ່າ ລະຍະການ ສຳປະທານ ຂອງນັກລົງທຶນ ຂຶ້ນຢຸ່ກັບ ປະເພດການລົງທຶນ ແລະມູນຄ່າການລົງທຶນ, ໃຫ້ສຳປະທານສູງສຸດ ບໍ່ເກີນ 50 ປີ.

ກົດໝາຍຂອງ ສປປລາວ ສະບັບປັບປຸງນີ້ ປະກອບມີ 12 ພາກ, 109 ມາດຕຣາ. ມາດຕຣາທີ່ເພີ້ມເຂົ້າຕື່ມ ຄືມາດຕຣາ 30 ແລະ 31 ທີ່ກຳນົດເຖິງ ການລົງທຶນຮ່ວມກັນ ຣະຫວ່າງ ຣັຖແລະເອກກະຊົນ. ນອກຈາກນັ້ນ ສູນກາງ ແລະແຂວງ ຍັງຈັດຕັ້ງ ຄນະກັມມະການ ກຳກັບດູແລ ການລົງທຶນນັ້ນນຳດ້ວຍ.

ເວົ້າສະເພາະເຂດເສຖກິດພິເສດ ບໍ່ເຕັນ-ແດນຄໍາ ຊຶ່ງເມື່ອກ່ອນທາງການລາວ ອະນຸມັດໃຫ້ສໍາປະທານ 99 ປີ ແລະໄດ້ຫລຸດລົງມາເປັນ 50 ປີ ມາຕັ້ງແຕ່ປີ 2012 ແລະຕໍ່ໄດ້ ຄັ້ງລະ 20 ປີ. ດັ່ງເຈົ້າໜ້າທີ່ ເຂດເສຖກິດພິເສດ ບໍ່ເຕັນ-ແດນຄໍາ ກ່າວຕໍ່ RFA ໃນມື້ວັນທີ 19 ເມສາ ນີ້ວ່າ:

"ຫາກແຕ່ເຊັນປີສອງພັນສິບສອງ ກໍມາປ່ຽນຂຶ້ນວ່າໄດ້ ຫ້າສິບປີ ແລ້ວກໍຕໍ່ໄດ້ສອງເທື່ອ ເທື່ອລະຊາວປີ ທັມດາກໍຕ້ອງໃຫ້ ຜູ້ລົງທຶນເຊື່ອ ໝັ້ນແຫຼະ ກໍລົງທຶນເຂົາ ກໍລົງທຶນຫຼາຍ  ເຂົາຕ້ອງການລະຍະເວລາ ເພື່ອວ່າດຶງດູດທຶນ ນັ້ນແລ້ວ ເລີຍໃຫ້ຫຼາຍໃຫ້ດົນ".

ປັດຈຸບັນ ເຂດເສຖກິດພິເສດ ບໍ່ເຕັນ-ແດນຄໍາ ມີນັກລົງທຶນຈີນ ເຂົ້າມາສຳປະທານ ທີ່ດິນ ເພື່ອເຮັດບ່ອນທ່ອງທ່ຽວ ຊຶ່ງມີການກໍ່ສ້າງ ໂຮງແຮມ, ທະນາຄານ, ຮ້ານຄ້າ ແລະ ໃນອະນາຄົດ ຈະເປັນສະຖານີ ຣົດໄຟ ຄວາມໄວສູງ ຈຸດທຳອິດ ຂອງລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.