ພາກທຸຣະກິດຂໍໃຫ້ ຣັຖ ແກ້ໄຂ ການບໍຣິການ

ສິດນີ
2018.07.11
F-business ໄກ່ພັນ ທີ່ຜລິດແລະຈໍາໜ່າຍ ຢູ່ແຂວງອັດຕະປື
Screen captured Lao news

ພາກທຸຣະກິດເອກຊົນໃນລາວ ໄດ້ຮຽກຮ້ອງໃຫ້ຣັຖບານ ແກ້ໄຂບັນຫາ ການບໍຣິການ ຂອງພາກຣັຖ ທີ່ຫຍຸ້ງຍາກສັບສົນ ທີ່ເປັນສາເຫດ ຖ່ວງດຶງຕໍ່ການດຳເນີນທຸຣະກິດ ພາຍໃນປະເທດ.

ຕໍ່ກໍຣີນີດັ່ງກ່າວ ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຣີລາວ ກໍໄດ້ສັ່ງໃຫ້ມີການ ກວດກາຄືນກ່ຽວກັບຂັ້ນຕອນ ຍົກເວັ້ນອາກອນສິນຄ້າ ນຳເຂົ້າ-ສົ່ງອອກ ໃຫ້ເປັນໄປຕາມກົດໝາຍ ວ່າດ້ວຍການສົ່ງເສີມ ການລົງທຶນຢ່າງເຂັ້ມງວດ ແລະຕ້ອງໄດ້ຕັດຂັ້ນຕອນ ບາງວຽກງານທີ່ບໍ່ ຈຳເປັນລົງ ເພື່ອແກ້ໄຂບັນຫາ ການຜ່ານຫລາຍຂັ້ນຕອນ ໃນການດຳເນີນທຸຣະກິດໃນລາວ. ດັ່ງທ່ານກ່າວໃນກອງປະຊຸມ ນັກທຸຣະກິດລາວ ຄັ້ງທີ 11 ເມື່ອວັນທີ 5 ກໍຣະກະດາ ນີ້ວ່າ:

"ພາຍໃຕ້ກົດໝາຍສົ່ງເສີມການລົງທຶນ ກໍ່ຕ້ອງຜ່ານຫລາຍຂອດຫລາຍຂັ້ນ ຕໍ່ໄປເຮັດໃຫ້ຂອດຂັ້ນນ້ອຍໆລົງ ແລະສັ້ນເຂົ້າ ຂ້າພະເຈົ້າໄດ້ບອກ ພາກສ່ວນກ່ຽວຂ້ອງ ໄປກວດຄືນອັນໃດມັນຍາວ ໃຫ້ເຮັດໃຫ້ສັ້ນເຂົ້າ ອັນໃດມັນຫລາຍ ໃຫ້ເຮັດໜ້ອຍລົງ ບັນຫາໃຫຍ່ແກ້ໄຂ ໃຫ້ເປັນບັນຫາ ນ້ອຍ ຖ້າຫາກວ່າມີນ້ອຍແກ້ໄຂ ບໍ່ໃຫ້ມັນມີບັນຫາ ຂ້າພະເຈົ້າຄິດວ່າ ແນວທາງການປະຕິບັດໂຕນີ້ ການຂໍການຮ່ວມມື ກັບພາກທຸຣະກິດ ສົ່ງຂ່າວສເນີຂໍ້ຂັດຂ້ອງໝອງໃຈ ນັ້ນຂຶ້ນມາໃຫ້ທັນການ."

ທ່ານ ທອງລຸນ ກ່າວຕື່ມວ່າ ສຳລັບການນຳເຂົ້າສິນຄ້າ ເວລານີ້ ຣັຖບານມີວິທີທາງແກ້ໄຂໄປຕາມຂັ້ນຕອນ ເພື່ອໃຫ້ສອດຄ່ອງກັບຣະບຽບ ກົດໝາຍ ທີ່ກອງປະຊຸມສະພາແຫ່ງຊາຕ ຄັ້ງຜ່ານມາໄດ້ມີມະຕິມອບໃຫ້ ກະຊວງອຸດສາຫະກັມ ແລະການຄ້າ  ເປັນເຈົ້າການຮ່ວມກັບ ກະຊວງທີ່ກ່ຽວຂ້ອງ ເພື່ອໃຫ້ມີມາດຕະການຢ່າງຊັດເຈັນ ໃນການແກ້ໄຂວຽກງານນີ້.

ໃນຂນະດຽວກັນ ພາກທຸຣະກິດກໍໄດ້ນຳສເນີ 3 ບັນຫາໃຫຍ່ໆເພື່ອແກ້ໄຂ ເປັນຕົ້ນບັນຫາກ່ຽວກັບ ອາກອນສຳລັບທຸຣະກິດ, ການອຳນວຍ ຄວາມສະດວກ ດ້ານການຄ້າ, ການຂົນສົ່ງໃນລາວ ແລະການພັທນາຂແນງການທ່ອງທ່ຽວ ໂດຍທັງໝົດນີ້ ໄດ້ກາຍເປັນສິ່ງກີດຂວາງ ຖ່ວງດຶງ ແລະ ກະທົບໂດຍກົງ ຕໍ່ຄວາມສາມາດ ໃນການດຳເນີນທຸຣະກິດໃນລາວ ໂດຍສະເພາະ ທຸຣະກິດຂນາດນ້ອຍ ແລະກາງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.