ຄົນງານລາວໄດ້ຄ່າແຮງ ຕໍ່າ
ຄົນງານລາວ ທີ່ເຮັດວຽກ ໃນໂຮງງານ ຜລິດເຫຼັກເສັ້ນ ຂອງຈີນ ຢູ່ ແຂວງສະຫວັນນະເຂດ ໄດ້ ຄ່າແຮງງານ ຕໍ່າ.
-
ໄຊຍາ
2019-05-29 -
-
-
ຄົນງານທີ່ເຮັດວຽກ ຢູ່ໃນໂຮງງານຜລິດເຫຼັກເສັ້ນ ແຂວງສະຫວັນນະເຂດ
ຮູບພາບຈາກ : ນັກຂ່າວພົລເມືອງ
Your browser doesn’t support HTML5 audio
ຄົນງານລາວທີ່ເຮັດວຽກ ໃນໂຮງງານຜລິດເຫຼັກເສັ້ນຂອງຈີນ ທີ່ບ້ານ ທາດດອກແກ້ວ ເມືອງອາດສະພອນ ແຂວງສະຫວັນນະເຂດ ໄດ້ຮັບ ເງິນຄ່າແຮງງານຕໍ່າກວ່າ ຄົນຈີນ ທີ່ເຂົ້າມາເຮັດວຽກ ໃນໂຮງງານດຽວກັນພ້ອມນີ້ ຍັງບໍ່ມີ ສວັດດີການ, ຄວາມປອດພັຍ. ໃນຂນະດຽວກັນ ເຮັດວຽກໜັກ ແຕ່ໄດ້ເງີນບໍ່ສົມກັບຄ່າແຮງງານ, ຊໍ້າບໍ່ໜໍາຍັງຖືກໄລ່ອອກວຽກ ແບບບໍ່ຍຸຕິທັມ. ເຮັດໃຫ້ບໍ່ມີລາຍໄດ້ມາລ້ຽງຄອບຄົວ ແຕ່ບໍ່ກ້າ ທີ່ຈະໄປຮ້ອງຮຽນທາງການ.
ຕໍ່ສະພາບການດັ່ງກ່າວນີ້ ຄົນງານລາວຜູ້ນີ້ຕ້ອງການ ໃຫ້ພາກສ່ວນກ່ຽວຂ້ອງ ໂດຍສະເພາະແມ່ນທາງພາກຣັຖ ມາຊ່ອຍແກ້ໄຂບັນຫາເງິນ ຄ່າແຮງງານ, ຄວາມປອດພັຍ ແລະ ສວັດດີການ. ດັ່ງຄົນງານລາວໃຫ້ສຳພາດຕໍ່ RFA ເມື່ອວັນທີ 23 ພຶສພາ ນີ້ວ່າ: ເຊີນທ່ານຮັບຟັງ ການສຳພາດ...