ຊາວລາວຕ່າງແຂວງກັບ ວຽງຈັນ ສືບຕໍ່ ວຽກງານ
ປະຊາຊົນ ທີ່ເດີນທາງ ກັບບ້ານ ໄປ ສລອງປີໃໝ່ລາວ ຢູ່ຕາມ ແຂວງຕ່າງໆ ເລີ້ມເດີນທາງ ກັບ ນະຄອນຫຼວງ ວຽງຈັນ ເພື່ອສືບຕໍ່ ອາຊີບ ທໍາມາຫາກິນ
-
ໄມຊູລີ
2018-04-17 -
-
-
Your browser doesn’t support HTML5 audio
ປັຈຈຸບັນຢູ່ຄິວຣົຖໂດຍສານ ແສງຈະເຣີນ ເມືອງປາກເຊ ແຂວງຈໍາປາສັກ ມີປະຊາຊົນ ມາເຂົ້າຄິວລໍຖ້າຂຶ້ນຣົຖ ກັບຄືນ ນະຄອນຫຼວງ ວຽງຈັນ ປະມານ 120 ຄົນຕໍ່ມື້ ທາງບໍຣິສັດຈຶ່ງຕ້ອງເພີ້ມຖ້ຽວຣົຖໂດຍສານຂື້ນເປັນ 10 ຖ້ຽວຕໍ່ມື້ ເພື່ອໃຫ້ພຽງພໍ ກັບຄວາມຕ້ອງການ ຂອງປະຊາຊົນ. ດັ່ງພະນັກງານ ຄິວຣົຖ ແສງຈະເຣີນ ກ່າວຕໍ່ ວິທຍຸເອເຊັຍເສຣີ ໃນວັນທີ່ 17 ເມສາ ນີ້ ວ່າ:
“ສິບກວ່າຖ້ຽວພຸ້ນແຫລະ ມັນໄດ້ເສີມແດ່ ໄປວຽງຈັນ ໄປທ່າແຂກ ໄປສວັນ ແຖວນີ້ແຫລະ ຣົຖແຕ່ລະສາຍ ກໍເຕັມຢູ່ ເຣີ້ມມື້ນີ້ແຫລະ ປະຊາຊົນມາຢາມພີ່ຢາມນ້ອງ ເຂົາກໍກັບ ສ່ວນຫລາຍພວກພະນັກງານ ກໍກັບ.”
ສ່ວນບໍຣິສັດ ຈິດປະສົງຍອດນິຍົມ ກໍເປັນບໍຣິສັດ ຂົນສົ່ງຂອງເອກກະຊົນ ຂນາດໃຫຍ່ ຢູ່ນະຄອນຫລວງວຽງຈັນ ກໍຕຽມພ້ອມ ໃຫ້ບໍຣິການ ແກ່ຜູ້ໂດຍສານຈາກຕ່າງແຂວງ ເຂົ້າມານະຄອນຫລວງວຽງຈັນ ເພາະປະຊາຊົນ ສ່ວນໃຫຍ່ ຈະເລີ້ມເຂົ້າການ ຕາມປົກກະຕິ ໃນວັນທີ 19 ເມສາ ນີ້ ດັ່ງພະນັກງານ ບໍຣິສັດ ຈິດປະສົງ ຍອດນິຍົມ ກ່າວວ່າ:
“ມື້ອື່ນ ມື້ຮືພຸ້ນລະ ຄົນໜ້າຈະລົງມາຫລາຍ ທາງລຸ່ມເຂົາເຈົ້າເກັບກໍາໄວ້ ຕາງຫາກ ຣົຖເຂົ້າມາຈັກຄັນ ກະເຂົ້າມາທຸກມື້.”
ຢ່າງໃດກໍຕາມ ການເດີນທາງ ໃນຍາມບຸນປີໃໝ່ ຂອງບໍຣິສັດຂົນສົ່ງ ຣະຫວ່າງ ແຂວງພາກເໜືອຂອງລາວ ໄປນະຄອນຫລວງ ວຽງຈັນ ເພື່ອຄວາມປອດພັຍ ທາງເຈົ້າຂອງບໍຣິສັດ ໄດ້ຫ້າມຄົນຂົບຣົຖ ບໍ່ໃຫ້ໃຊ້ ເສັ້ນທາງຕັດໃໝ່ ຣະຫວ່າງ ເມືອງກາສີ ແຂວງວຽງຈັນ ຫາ ເມືອງນານ ແຂວງຫລວງພຣະບາງ ເພາະເປັນເສັ້ນທາງ ອັນຕລາຍ ແລະເຄີຍເກີດອຸບັດຕິເຫດ ຣົຖໂດຍສານ ຕົກເຫວມາແລ້ວ.