ຄົນງານທາງຣົດໄຟ ລາວ-ຈີນ ບໍ່ໄດ້ຮັບ ຄ່າຈ້າງ
ຄົນງານລາວ ຈຳນວນນຶ່ງ ທີ່ເຮັດວຽກ ກັບ ໂຄງການ ສ້າງທາງຣົດໄຟ ລາວ-ຈີນ ເມືອງນາໝໍ້ ແຂວງອຸດົມໄຊ ບໍ່ໄດ້ຮັບ ຄ່າຈ້າງ ເປັນເວລາ 3-4 ເດືອນ ແລ້ວ.
-
ອຸ່ນແກ້ວ ສຸກສະຫວັນ
2020-04-20 -
-
-
Your browser doesn’t support HTML5 audio
ຄົນງານລາວ ສ່ວນຫລາຍເປັນຄົນຂັບລົດບັນທຸກ ໃຫ້ໂຄງການທາງຣົດໄຟ ລາວ-ຈີນ ບໍ່ໄດ້ຮັບຄ່າຈ້າງມາເປັນເວລາ 3-4 ເດືອນແລ້ວ, ແຕ່ ນາຍຈ້າງຄົນຈີນ ບໍ່ໄດ້ອະທິບາຍເຖິງເຫດຜົນ ວ່າເປັນຍ້ອນຫຍັງ ເຂົາເຈົ້າຈຶ່ງບໍ່ຈ່າຍເງິນເດືອນ ໃຫ້ຄົນງານລາວເຫລົ່ານັ້ນ. ຄົນງານລາວ ຄົນນຶ່ງໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 20 ເມສາ ວ່າ:
"ໂອ້ ຄ້າງຄົນລະໂອ ສາມ ສີ່ ເດືອນ ມີຫລາຍຄົນຄ້າງເຮົາຢູ່ນີ້ນະ ຊິໄດ້ເງິນຍັງບໍ່ຮູ້ເທື່ອເດ້ ດຽວນີ້ຫາກໍ່ມາໄດ້ສອງມື້ ນີ້ເນາະຍັງກຳລັງແລ່ນ ຣົດຢູ່."
ທ່ານກ່າວຕື່ມອີກວ່າ ການທີ່ຜູ້ຮັບເໝົາ ຄ້າງຈ່າຍເງິນເດືອນເປັນເວລາດົນນັ້ນ ເຮັດໃຫ້ຄົນງານລາວ ເດືອດຮ້ອນຫລາຍ ຍ້ອນ ແຕ່ລະຄົນກໍ ຕ້ອງການຫາເງິນເບິ່ງແຍງຄອບຄົວຕົນເອງ ແລະ ໃຊ້ຈ່າຍແນວອື່ນໆ ແຕ່ກໍຈະອົດທົນເຮັດວຽກໄປເລື້ອຍໆ ຈົນກວ່າວ່າ ຈະໄດ້ຮັບເງິນຄ່າ ແຮງງານ ທີ່ຄ້າງໄວ້ທັງໝົດ.
ຍັງບໍ່ມີລາຍງານວ່າ ຄົນງານຈີນທີ່ເຮັດວຽກນຳກັນນັ້ນ ໄດ້ຮັບເງິນເດືອນເປັນປົກກະຕິ ຫລືບໍ່, ແຕ່ກໍບໍ່ເຫັນຄົນງານຈີນເຫລົ່ານັ້ນເດືອດຮ້ອນ ຄືກັບຄົນງານລາວ ອີງຕາມຂໍ້ມູນຈາກຄົນງານລາວ ທ່ານນີ້. ຄົນງານ ລາວ ບໍ່ໄດ້ຮັບເງິນເດືອນໃນຄັ້ງນີ້ ຍ້ອນວ່າພວກນາຍຈ້າງຈີນພາກັນ ກັບປະເທດຈີນໝົດ ໃນໄລຍະທີ່ມີການຣະບາດພຍາດໂຄວິດ19. ຄົນງານລາວອີກທ່ານນຶ່ງ ທີ່ເຮັດວຽກຂັບລົດບັນທຸກ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:
"20 ປາຍຄົນ 30 ຄົນ ຄົນພຸ້ນລະ ຂະເຈົ້າເຮັດວຽກຢູ່ໂຄງການ ມັນມີພຍາດຣະບາດແລ້ວ ຂະເຈົ້າເລີຍກັບບ້ານຫັ້ນນະ ແລ້ວບໍ່ໄດ້ຈ່າຍເງິນ ຂະເຈົ້າເລີຍໃຫ້ກຳມະກອນ ເຮັດວຽກຕໍ່ໄປ."
ກ່ຽວກັບເລື່ອງນີ້ ເອເຊັຽເສຣີ ໄດ້ຕິດຕໍ່ຫາຫ້ອງການກໍາມະບານ ແຂວງອຸດົມໄຊ, ຫ້ອງການປົກຄອງເມືອງນາໝໍ້ ແລະບໍຣິສັດຣົດໄຟລາວ-ຈີນ ຈຳກັດ ທີ່ມີສຳນັກງານຕັ້ງຢູ່ ນະຄອນຫລວງວຽງຈັນ, ແຕ່ບໍ່ມີ ເຈົ້າໜ້າທີ່ ຜູ້ໃດໃຫ້ສຳພາດໃນເລື່ອງນີ້.
ແລະ ເອເຊັຽເສຣີຍັງໄດ້ຕິດຕໍ່ຫາ ຫ້ອງການແຮງງານ ແລະສວັດດີການສັງຄົມ ເມືອງນາໝໍ້ ແຕ່ເຈົ້າໜ້າທີ່ ບໍ່ສະດວກໃຫ້ຄຳເຫັນໃນເລື່ອງນີ້. ນອກຈາກນີ້ ໃນວັນທີ 1 ເມສາ ທີ່ຜ່ານມາ, ຍັງເກີດມີກໍຣະນີ ຄົນງານລາວທີ່ເປັນເຜົ່າມົ້ງ ກຸ່ມນຶ່ງທີ່ເຮັດວຽກ ໃຫ້ໂຄງການກໍ່ສ້າງທາງຣົດໄຟ ລາວ-ຈີນ ໄດ້ພາກັນໄປທວງເງິນຄ່າແຮງງານ ນຳຜູ້ຄຸມງານ ທີ່ເປັນຄົນຈີນ ແລະກຸ່ມຄົນງານລາວ ເຫລົ່ານັ້ນ ໄດ້ຂັບເອົາຣົດຈົກດິນ ແລະ ຣົດຖອກດິນຂອງບໍຣິສັດ ໄປເປັນແນວຄໍ້າປະກັນ.
ນຶ່ງໃນຄົນງານທີ່ໄປທວງເງິນຄ່າຈ້າງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ: ເຫດການເກີດຂຶ້ນກໍຍ້ອນວ່າລາວ ກັບໝູ່ເພື່ອນທຸກຄົນໄດ້ໄປເຮັດວຽກນໍາຈີນ [ບໍຣິສັດກໍ່ສ້າງທາງຣົດໄຟລາວ-ຈີນ] ເປັນເວລາໜຶ່ງເດືອນ ກັບ 15 ມື້. ເຫດການຜ່ານໄປ 3 ເດືອນ ແລະ ພວກເຂົາໄປ ທວງເງິນ 3 ຄັ້ງ, ແຕ່ ບໍຣິສັດ ຍັງບໍ່ຈ່າຍ.
ໃນຂນະທີ່ ກໍາມະກອນລາວ ທີ່ເຮັດວຽກກັບບໍຣິສັດທາງລົດໄຟລາວ-ຈີນ ຍັງບໍ່ໄດ້ເງິນຄ່າຈ້າງ, ແຕ່ ໃນສ່ວນການກໍ່ສ້າງທາງລົດໄຟຢູ່ ຈີນ ພັດມີການສລອງຜົນສຳການເຈາະອຸມົງ ຢ່າງຍິ່ງໃຫຍ່. ວິທຍຸສາກົນ ແຫ່ງ ປະເທດຈີນ ຫລື CRI ໄດ້ຣາຍງານ ໃນວັນທີ 19 ເມສາ ວ່າ ບໍຣິສັດທາງຣົດໄຟຈີນ-ລາວ ໄດ້ສຳເຣັດການເຈາະອຸມົງ ຢູ່ຈຸດ ຢຸ້ຍສີ-ບໍຫານ ຄວາມຍາວ 4.6 ກິໂລແມັດ ທີ່ຕັ້ງຢູ່ເມືອງຊຽງຮຸ່ງເຂດ ສິບສອງພັນນາ ແຂວງຢຸນນານ ປະເທດຈີນ ແລະ ມີການສລອງຜົນສຳເຣັດການເຈາະອຸມົງ ກັນຢ່າງຍິ່ງໃຫຍ່.