ລົດໄຟລາວ-ໄທ ຖ້ຽວທໍາອິດເດີນທາງຮອດ ບາງກອກ

ຂະບວນລົດໄຟ ບໍລິການລະຫວ່າງ ລາວ-ໄທ ຖ້ຽວທໍາອິດ ທີ່ເດີນທາງຈາກສະຖານນີ ວຽງຈັນ (ຄໍາສະຫວາດ) ມາຮອດສະຖານີກຸງເທບອະພິວັດ ເຂດບາງຊື້, ບາງກອງ ປະເທດໄທ ໂດຍທີ່ລົດໄຟຖ້ຽວທໍາອິດນີ້ ມີຄົນລາວ, ຄົນໄທ ແລະ ຄົນຕ່າງປະເທດ ຈໍານວນຫຼາຍ ເຂົ້າມາໃຊ້ບໍລິການ.

ຜູ້ໂດຍສານກຳລັງກຽມຂຶ້ນລົດໄຟຂະບວນບໍລິການລະຫວ່າງລາວ-ໄທ (TS) ທີ່ສະຖານີວຽງຈັນ (ຄຳສະຫວາດ), ນະຄອນຫຼວງວຽງຈັນ, ວັນທີ 20 ກໍລະກົດ 2024. RFA

ລົດໄຟລາວ-ໄທ ຖ້ຽວທໍາອິດທີ່ເດີນທາງຈາກສະຖານນີນະຄອນຫລວງວຽງຈັນ (ບ້ານຄໍາສະຫວາດ) ມາຮອດສະຖານກຸງເທບອະພິວັດ ເຂດບາງຊື້ ບາງກອງ ປະເທດໄທ.

ລົດໄຟຖ້ຽວທໍາອິດ ເດີນທາງໃນວັນທີ 21 ກໍລະກົດ 2024 ເວລາ 7 ໂມງ 35 ນາທີ ຊຶ່ງມີຄົນລາວ, ຄົນໄທ ແລະ ຄົນຕ່າງປະເທດ ຈໍານວນຫຼາຍ ເຂົ້າມາໃຊ້ບໍລິການ.​

ຊາວນະຄອນຫລວງວຽງຈັນ ທີ່ໃຊ້ບໍລິການລົດໄຟລາວ-ໄທ ຖ້ຽວທໍາອິດ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 22 ກໍລະກົດ ວ່າ:

ໂອ້ເຕັມທຸກຄົນກໍເບີກບານ ມ່ວນຊື່ນ ດີໃຈເຕັມ ມັນເປັນຄັ້ງທໍາອິດ ໃຜກໍຢາກທົດລອງ ໂອ້ ນ້ອງໄດ້ຍິນວ່າ ເພີ່ມເຕີມຕູ້ນຶ່ງໄດ໋ ເພາະວ່າ ຄົນຫຼາຍ ໄດ້ຍິນວ່າ ເພີ່ມເຕີມຕູ້ນຶ່ງ ໃນຫັ້ນ ມັນກໍມີຕູ້ນອນ, ຕູ້ນັ່ງແອ ແລ້ວກໍຕູ້ນັ່ງປັບອາກາດ.

ການເດີນທາງໃຊ້ເວລາ 12-13 ຊົ່ວໂມງ ແລະ ຜູ້ໂດຍສານຈະຕ້ອງເອົາໜັງສືເດີນທາງ ຫຼື ພາສະປອດ ໄປແຈ້ງເຈົ້າໜ້າທີ້ ປະຈໍາດ່ານ ຢູ່ລາວ ແລະ ໄທ.

ຊາວນະຄອນຫລວງວຽງຈັນ ທ່ານນີ້ ກ່າວຕື່ມອີກວ່າ:  

ມາທ່ຽວມາພັກຜ່ອນ ປົກກະຕິມາທາງຍົນ ນັ່ງເຄື່ອງມາທາງອຸດອນ ທາງຝ່າຍລາວ ທາງຝ່າຍລາວ ເຂົາກໍພໍແຕ່ເອົາພາສະປອດ ແລະ ປີ້ໄປແຈ້ເຈົ້າໜ້າທີ່ ແລ້ວກໍມີເຕັມຄັນລົດໄຟ ມາຮອດໜອງຄາຍ ເຮົາກໍເອົາພາສະປອດ ໄປແຈ້ງ ຕມ ໜອງຄາຍ ເຮັດເອກະສານຢູ່ລາວບໍ່ດົນ ແຕ່ມາດົນຢູ່ດ່ານ ຕມ ເມືອງໜອງຄາຍ ເພາະວ່າ ຄົນມັນຫຼາຍ.

ຈຸດດີການຂີ່ລົດໄຟ ກໍຄື ບໍ່ໄດ້ຂີ່ລົດໄປຫຼາຍຕໍ່ ແລະ ຈະໄປເຖິງຈຸດໝາຍປາຍທາງເລີຍ ຊຶ່ງແຕກຕ່າງຈາກຂີ່ລົດໂດຍສານທົ່ວໄປ.

ຊາວນະຄອນຫລວງວຽງຈັນ ອີກທ່ານນຶ່ງ ທີ່ໃຊ້ບໍລິການລົດໄຟລາວ-ໄທ ໄດ້ກ່າວວ່າ:

ສ່ວນຫຼາຍບາງເທື່ອ ເຂົາໄປວຽກບໍ່ ທ່ອງທ່ຽວ ນີ້ກໍສ່ວນໜ້ອຍ ເອີ ໂຕນີ້ແຫຼະ ຖືກ່ອນໂຕອື່ນແລ້ວ ເພາະວ່າ ແພງສຸດ ກໍມີແຕ່ 894 ບາດ ແພງກວ່ານີ້ ແມ່ນແຫຼະ ຂີ່ລົດແພງກວ່ານີ້ ສ່ວນຫຼາຍເຂົາຈຂີ່ລົດໄຟແລ້ວ ເຂົາບໍ່ຂີີ່ລົດຕູ້ ມັນຫຼາຍຢ່າງນ່າ ມັນກໍເສັຍອີ່ຫຍັງແດ່ ສ່ວນຫຼາຍກໍລົດຕ້ບໍ່ ແລ້ວກໍລົດບາສ ໃຊ້ເວລາດົນແດ່ ແລ້ວກໍສ່ຽງໃນການເດີນທາງ ຄັນລົດໄຟ ແລ້ວມັນກໍໄປຮອດພຸ້ເລີຍ ລົງໃນໂຕເມືອງເລີຍ ບໍ່ໄດ້ຈອດ ບໍ່ໄດ້ຫຍັງ.

ຜູ້ໂດຍສານລໍຖ້າຂຶ້ນລົດໄຟ ຂະບວນບໍລິການລະຫວ່າງລາວ-ໄທ (TS) ທີ່ສະຖານີວຽງຈັນ (ຄຳສະຫວາດ), ນະຄອນຫຼວງວຽງຈັນ, ວັນທີ 20 ກໍລະກົດ 2024. Photo RFA

ລົດໄຟລາວ-ໄທ ຖ້ຽວທໍາອິດ ມີຜູ້ໂດຍສານທີ່ມາໃຊ້ບໍລິການຫຼາຍ ສະນັ້ນເຈົ້າໜ້າທີ່ຈຶ່ງເພີ່ມຕູ້ລົດໄຟອີກ 1 ຕູ້ ເພື່ອຮອງຮັບຜູ້ໂດຍສານ.

ຊາວນະຄອນຫລວງວຽງຈັນ ທີ່ເດີນທາງກັບລົດໄຟຖ້ຽວດັ່ງກ່າວ ໄດ້ກ່າວວ່າ:

ໄປຕະຫຼອດຕອນຮຽນ ແລ້ວຫຼັງຈາກຈົບໄປແລ້ວ ກໍ ກັບໄປຂີ່ຍົນ ແລ້ວບາດນີ້ ພາເດັກນ້ອຍມາຂີ່ ສ້າງປະສົບການຂີ່ລົດໄຟເພີ່ມ ພໍດີມື້ວານນີ້ ກໍ ພໍດີປີ້ເຕັມ ຈາກວຽງຈັນ ມາພີ້ເລີຍຫັ້ນເຕັມ ແລ້ວກໍເລີຍໄປຈອງໃໝ່ ແລ້ວເພີ່ນເພີ່ມຕູ້ອີກຕູ້ນຶ່ງ ກໍເລີຍໄດ້.

ກ່ອນໜ້ານີ້, ຄົນລາວ ມັກຈະເດີນທາງໄປບາງກອກ ດ້ວຍລົດເມ ແລະ ລົດຕູ້, ແລະ ທາງຍົນ.  

ເຈົ້າໜ້າທີ່ຜູ້ເຮັດວຽກຢູ່ການລົດໄຟແຫ່ງປະເທດໄທ ໄດ້ກ່າວວ່າ:

ໃນສ່ວນນີ້ ຖ້າເດີນທາງຈາກວຽງຈັນ ມາກຸງເທບອະພິວັດ ເປັນການສໍາລອງທີ່ເປັນຝັ່ງໄທ ຈະເປັນການຈອງຜ່ານໜ້າລະບົບອອນລາຍ ສໍາລັບຄົນລາວ ສາມາດຈອງຜ່ານລະບົບອານລາຍ ເລືອກເປັນຊາວຕ່າງຊາດ ແລ້ວກໍໃສ່ຊື່ ທີ່ເປັນໝາຍເລກພາດສະປອດ ລົງໄປໄດ້ເລີຍ ຈາກການກວດສອບອັດຕາຄ່າໂດຍສານ ເທົ່າກັນເລີຍ ທັງຊາວຕ່າງຊາດ ແລະ ຊາວໄທ.

ລົດໄຟບໍລິການລະຫວ່າງລາວ-ໄທ ກຳລັງເຂົ້າຈອດທີ່ສະຖານີວຽງຈັນ. ວັນທີ 20 ກໍລະກົດ 2024. Photo RFA.

ປັດຈຸບັນ, ການລົດໄຟແຫ່ງປະເທດໄທ ໄດ້ເປີດບໍລິການຈອງປີ້ລົດໄຟລະຫວ່າງ ສະຖານນີວຽງຈັນ ແລະ ສະຖານກຸງເທບອະພິວັດ ສໍາລັບຜູ້ທີ່ຕ້ອງການ ຈອງປີ້ກ່ອນລ່ວງໜ້າ ໄດ້ເປັນເວລາ 180 ວັນ ຄື:

  1. ເວບໄຊ້ D-Ticket
  2. ແອບພລິກເຄຊັ້ນ SRT D-Ticket
  3. ສະຖານນີລົດໄຟທຸກແຫ່ງທົ່ວປະເທດໄທ
  4. ສູນບໍລິການລູກຄ້າສໍາພັນ 1690 ຕະຫລອດ 24 ຊົ່ວໂມງ.

ສໍາລັບຄ່າໂດຍສານ ແບ່ງອອກເປັນ 5 ລາຄາ ປະກອບມີ ລົດໄຟໄວ ຊັ້ນ 3 (ນັ່ງ ແລະ ພັດລົມ) ລາຄາປະມານ 158,000 ກີບ ຫຼືປະມານ 211 ບາດ, ລົດໄຟດ່ວນຊັ້ນ 3 (ນັ່ງ-ພັດລົມ) ລາຄາ 185,000 ກີບ ຫຼືປະມານ 251 ບາດ, ລົດໄຟດ່ວນຊັ້ນ 2 (ນັ່ງ ແລະ ແອເຢັນ) ລາຄາ 363,000 ກີບ ປະມານ 494 ບາດ, ລົດໄຟດ່ວນພິເສດ ຊັ້ນ 2 (ນັ່ງ, ນອນ ແລະ ແອເຢັນ) ລາຄາເກືອບ 700,000 ກີບ ຫຼື 894-994 ບາດ, ລົດໄຟດ່ວນພິເສດ ຊັ້ນ 1 (ນັ່ງ, ນອນ, ແລະ ແອເຢັນ) ລາຄາປະມານ 1,000,000 ກີບ ຫຼື ປະມານ 1,350-1,550 ບາດ.​

ແຕ່ຢ່າງໃດກໍຕາມ ການໂຄສະນາ ປະຊາສໍາພັນ ດັ່ງກ່າວນີ້ ຍັງບໍ່ທັນ ແຜ່ຫຼາຍພໍເທົ່າໃດ ໃນປະເທດລາວ ເຮັດໃຫ້ຄົນລາວຈໍານວນຫຼາຍ ທີ່ຕ້ອງການເດີນທາງດ້ວຍລົດໄຟລາວ-ໄທ ຈໍາເປັນຕ້ອງໄດ້ຊື້ປີ້ຜ່ານໂຕແທນຈໍາໜ່າຍປີ້ ແລະ ຈໍາເປັນຕ້ອງໄດ້ເສັຍຄ່າບໍລິການເພີ່ມເຕີມປີິ້ລະປະມານ 200 ບາດ ປະມານ 140,000 ກີບ ຫາ 200,000 ກີບ ຂຶ້ນຢູ່ກັບບ່ອນນັ່ງ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org